ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີໃຕ້ ຕໍ່ສູ້ເພື່ອປົກປ້ອງ ຄວາມລັບດ້ານການຄ້າຂອງຕົນ ຈາກຈີນ


ຄົນງານຜູ້ນຶ່ງຍ່າງຜ່ານປ້າຍສັນຍາລັກຂອງບໍລິສັດ ຊາມຊຸງ ອີເລັກໂທຣນິກ ຢູ່ສຳນັກງານຂອງຕົນໃນນະຄອນຫຼວງໂຊລ, ວັນທີ 31 ມັງກອນ 2018.
ຄົນງານຜູ້ນຶ່ງຍ່າງຜ່ານປ້າຍສັນຍາລັກຂອງບໍລິສັດ ຊາມຊຸງ ອີເລັກໂທຣນິກ ຢູ່ສຳນັກງານຂອງຕົນໃນນະຄອນຫຼວງໂຊລ, ວັນທີ 31 ມັງກອນ 2018.

ບົດບາດການເປັນຜູ້ນຳຂອງເກົາຫຼີໃຕ້ໃນດ້ານອຸດສາຫະກຳເທັກໂນໂລຈີຂັ້ນສູງ ນັ້ນ ໄດ້ເຮັດໃຫ້ປະເທດເປັນເປົ້າໝາຍທີ່ດຶງດູດໃຈສຳລັບພວກຄູ່ແຂ່ງຊາວຈີນທີ່ກຳລັງເຕີບໃຫຍ່ຢ່າງວ່ອງໄວ ໃນການຊອກຫາທາງເພື່ອເສີມຂະຫຍາຍສັກກະຍາພາບດ້ານເຊມີຄອນດັກເຕີ, ຈໍພາບຄອມພິມເຕີ ແລະການກໍ່ສ້າງເຮືອ ລວມທັງເທັກໂນໂລຈີອື່ນໆນຳດ້ວຍ.

ວິທີການທີ່ນຳໃຊ້ໂດຍຈີນ ເພື່ອດຳເນີນງານໃນຂອບເຂດດັ່ງກ່າວ ຈາກທີ່ເປັນຄວາມພະຍາຍາມທີ່ຂ້ອນຂ້າງມີປະໂຫຍດທີ່ຈະເກນເອົາພວກຄົນງານທີ່ມີຄຸນນະພາບ ຕະຫຼອດເຖິງການປະຕິບັດທີ່ຊົ່ວຮ້າຍຫຼາຍຂຶ້ນ ລວມທັງການໃຫ້ສິນບົນພວກຊາວເກົາຫຼີໃຕ້ ເພື່ອໃຫ້ເຂົາເຈົ້າເປີດເຜີຍຄວາມລັບດ້ານການຄ້າແລະການລັກເຈາະຂໍ້ມູນເຂົ້າໄປໃນລະບົບຄອມພິວເຕີຂອງບໍລິສັດຕ່າງໆຢ່າງຜິດກົດໝາຍ.

ຄວາມພະຍາຍາມໃນການເກນເອົາຄົນງານໂດຍສ່ວນຫຼາຍແມ່ນມີແຮງຈູງໃຈສູງ. ພວກຊາວເກົາຫຼີໃຕ້ທີ່ຊອກຫາວຽກໃນເວັບໄຊແມ່ນເຕັມໄປດ້ວຍໂຄສະນາຈາກບໍລິສັດຕ່າງໆຂອງຈີນ ໂດຍໃຊ້ຄຳເວົ້າເຊັ່ນວ່າ “ຄ່າໃຊ້ຈ່າຍໃນການດຳລົງຊີວິດ ແລະການສຶກສາຂອງພວກລູກເຕົ້າແມ່ນສະໜອງໃຫ້” ຫຼື “ສັນຍາສອງປີໂດຍມີເງິນເດືອນແລະເງິນພິເສດເທົ່າກັບບໍລິສັດອື່ນໆ.”

“ໂດຍທົ່ວໄປແລ້ວ ເງິນເດືອນປະຈໍາປີຂອງເຈົ້າຈະເພີ້ມຂຶ້ນສອງເທົ່າ” ນັ້ນແມ່ນຄຳອະທິບາຍຂອງນັກທຸລະກິດຄົນນຶ່ງຢູ່ທີ່ບໍລິສັດເຊມີຄອນດັກເຕີ້ຂອງເກົາຫຼີ ຜູ້ທີ່ເດີນທາງໄປມາລະຫວ່າງປັກກິ່ງແລະໂຊລຢູ່ເລື້ອຍໆ ແລະຜູ້ທີ່ຂໍຮ້ອງບໍ່ໃຫ້ລະບຸໂຕ ຍ້ອນເຫດຜົນດ້ານຄວາມປອດໄພຂອງຕົນ.

“ນັກທຸລະກິດຜູ້ນີ້ ເວົ້າວ່າ “ຍົກຕົວຢ່າງວ່າ ບໍ່ມີຄົນທີ່ເກັ່ງໃນດ້ານການອອກແບບແຜງວົງຈອນອີເລັກໂທຣນິກພຽງພໍຢູ່ໃນຈີນ. ສະນັ້ນ ພວກເຂົາຈະລົງໂຄນະນາໃນການເກນເອົາຄົນງານ ທີ່ສະເໜີໃຫ້ສັນຍາສອງປີ ໂດຍມີເງິນເດືອນທີ່ສູງເຖິງສອງເທົ່າຂອງອັດຕາທົ່ວໄປສຳລັບນັກອອກແບບໃນເກົາຫຼີໃຕ້. ທີ່ພັກອາໄສແລະການສຶກສາສຳລັບພວກເດັກນ້ອຍ ກໍລວມຢູ່ໃນນັ້ນນຳດ້ວຍ.”

ນັກທຸລະກິດຄົນນີ້ ໄດ້ກ່າວວ່າ ພວກບໍລິສັດຂອງຈີນ ໂດຍທົ່ວໄປແລ້ວ ຈຳກັດຂໍ້ສະເໜີວຽກງານຂອງພວກເຂົາເຈົ້າໄວ້ແຕ່ສັນຍາສອງປີ. ຜູ້ກ່ຽວເວົ້າວ່າ “ຫຼັງຈາກພວກເຂົາເຈົ້າໄດ້ຮຽນຮູ້ທຸກສິ່ງທຸກຢ່າງແລ້ວ, ພວກເຂົາກໍຈະຍຸຕິສັນຍານັ້ນ ແລະຊອກຫາຜູ້ເກັ່ງຄົນອື່ນທີ່ພວກເຂົາຕ້ອງການ.”

ອົງການຂ່າວດ້ານການເງິນ ນິກເກອິຂອງຍີ່ປຸ່ນ ໄດ້ລາຍງານວ່າ ບໍລິສັດ BOE ຜູ້ຜະລິດຈໍພາບຂອງຈີນ ຊຶ່ງໄດ້ປະມູນເອົາທຸລະກິດດ້ານໂທລະສັບ iPhone ຂອງບໍລິສັດແອັບໂປ ໄດ້ສອງປີນັ້ນ ກໍໄດ້ວ່າຈ້າງຊາວເກົາຫຼີໃຕ້ປະມານ 120 ຄົນ. ພວກຄົນເຫຼົານີ້ ລວມມີອະດີດວິສະວະກອນຂອງບໍລິສັດຊາມຊຸງ ຫຼາຍກວ່າ 50 ຄົນ ຜູ້ທີ່ໄດ້ນຳພາການພັດທະນາຂອງຈໍພາບ OLED ໃຫ້ແກ່ໂທລະສັບ iPhone.

https://asia.nikkei.com/Business/Business-Spotlight/Samsung-races-to-guard-its-secrets-as-China-rivals-close-in

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG