ຈຳນວນຜູ້ເສຍຊີວິດ ຍ້ອນເຮືອຂ້າມຟາກຂອງເກົາຫຼີໃຕ້ຫລົ້ມ
ໃນອາທິດແລ້ວນີ້ ແມ່ນກາຍ 100 ຄົນແລ້ວມາຮອດວັນອັງຄານ
ມື້ນີ້ ໃນຂະນະທີ່ພວກມະນຸດກົບຍັງສືບຕໍ່ເກັບກູ້ເອົາສົບຈາກ
ເຮືອທີ່ປີ້ນຂວ້ຳແລະຈົມລົງນັ້ນ.
ມີຫຼາຍກວ່າ 200 ຄົນ ຍັງຫາຍສາບສູນ ແລະຄາດຄະເນວ່າ
ໄດ້ເສຍຊີວິດໄປແລ້ວ ຫຼັງຈາກທີ່ບໍ່ສາມາດຫລົບໜີອອກມາ
ໄດ້ຈາກເຮືອໂດຍສານຂ້າມຟາກທີ່ສູງຫ້າຊັ້ນ ຊຶ່ງໄດ້ປີ້ນຂວ້ຳ
ໃນວັນພຸດ ອາທິດແລ້ວນີ້.
ພວກມະນຸດກົບ ໄດ້ກູ້ເອົາ 17 ສົບ ຈາກເຮືອຂ້າມຟາກSewol
ຂະໜາດ 6,800 ໂຕນ ໃນເຊົ້າວັນອັງຄານມື້ນີ້.
ເປັນທີ່ຄາດກັນວ່າ ຈະມີການເລັ່ງລັດດຳເນີນຄວາມພະຍາຍາມໃນການຊອກຄົ້ນຫາ ໃນຂະນະທີ່ສະພາບອາກາດດີຂຶ້ນ.
ທ່ານ Ko Myuang-suk ຊຶ່ງເປັນເຈົ້າໜ້າທີ່ຍາມຝັ່ງກ່າວວ່າ ຄື້ນຟອງທະເລຂະໜາດແຮງ ຊຶ່ງເປັນອຸບປະສັກຕໍ່ການຊອກຄົ້ນຫາທີ່ວ່ານີ້ ຄາດວ່າ ຈະສະງົບລົງແດ່ແລ້ວ ໃນວັນອັງຄານມື້ນີ້ ຊຶ່ງທ່ານໃຫ້ການອະທິບາຍຕື່ມວ່າ: “ຄວາມສູງຂອງຄື້ນຟອງໃນບໍລິເວນ ທີ່ມີການປະຕິ ບັດງານຊອກຄົ້ນຫາ ແມ່ນສູງປະມານ 5 ແມັດ ໃນມື້ນີ້ ກະແສນໍ້າກໍໄຫລຊ້າລົງ ດັ່ງນັ້ນຈຶ່ງ ຈະເປັນການດີີສຳລັບການຊອກຄົ້ນຫາ.”
ຈາກໂຕເລກຜູ້ທີ່ເສຍຊີວິດທັງໝົດຂັ້ນສຸດທ້າຍ ຊຶ່ງຄາດວ່າຈະມີປະມານ 300 ຄົນນັ້ນ ຈຶ່ງເຮັດໃຫ້ອຸບປະຕິເຫດດັ່ງກ່າວນີ້ ກາຍເປັນອຸບປະຕິເຫດເຮືອຂ້າມຟາກ ທີ່ຮ້າຍແຮງ
ສຸດ ໃນຮອບຫຼາຍກວ່າ 2 ທົດສະວັດ ຢູ່ໃນເກົາຫຼີໃຕ້.
ເຈົ້າໜ້າທີ່ຄົນທີ 3 ປະຈຳຫ້ອງຂັບເຮືອ ແລະພະນັກງານອີກຄົນນຶ່ງ ຂອງເຮືອຂ້າມ
ຟາກລຳ ນີ້ ໄດ້ຖືກຈັບກຸມໃນວັນເສົາແລ້ວ ໃນຂໍ້ຫາທີ່ໜີເອົາຕົວລອດ ແລະປະປ່ອຍພວກຜູ້ໂດຍສານ ໃນຂະນະທີ່ເຮືອລຳດັ່ງກ່າວພວມຈົມລົງນ້ຳນັ້ນ.