ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ແລະຈີນ ປະນາມ ເຈົ້າໜ້າທີ່ຍີ່ປຸ່ນ ທີ່ໄປຢ້ຽມຢາມ ສານບັນພະຊົນ (ວີດີໂອ)


ເຈົ້າໜ້າທີ່ ລັດຖະບານຍີ່ປຸ່ນ ໄປຢ້ຽມຢາມ ສານບັນພະຊົນ Yasukuni
ເຈົ້າໜ້າທີ່ ລັດຖະບານຍີ່ປຸ່ນ ໄປຢ້ຽມຢາມ ສານບັນພະຊົນ Yasukuni

ນາຍົກລັດຖະມົນຕີຍີ່ປຸ່ນ ​ໄດ້​ສົ່ງການບູຊາ ທີ່ເປັນ​ສັນຍາ​ລັກ
ໄປຍັງສານບັນພະຊົນໃນປາງສົງຄາມ ທີ່​ເປັນບັນຫາໂຕ້​ແຍ້​ງ
ກັນ ຊຶ່ງ​ເປັນ​ການ​ປະຕິບັດ ​ທີ່​ພາໃຫ້ເກີດມີການ​ປະນາມໂດຍ​
ທັນ​ທີ​ຈາກ​ເກົາຫລີໃຕ້ ​ແລະ​ຈີນ.

​ເຖິງ​ແມ່ນ​ວ່ານາຍົກລັດຖະມົນຕີ Shinto Abe ບໍ່​ໄດ້​ໄປ​ຢ້ຽມ
ຢາມສານ Yasukuni ດ້ວຍ​ຕົນ​ເອງ ໃນ​ວັນ​ສຸກ​ມື້​ນີ້​ ກໍ​ຕາ​ມ
​ແຕ່​ວ່າຄະນະ​ລັດຖະບານຂອງ​ທ່ານ​ສອງ​ຄົນ ​ໄດ້​ໄປທີ່ນັ້ນ.

ທີ່​ນະຄອນຫຼວງ​ໂຊລ ປະທານາທິບໍດີ Park Geun-hye
ແຫ່ງເກົາຫລີ​ໃຕ້ກ່າວ​ວ່າ ບັນດາ​ນັກ​ການ​ເມືອງ​ຍີ່ປຸ່ນ​ບາງ
ຄົນ ​ໄດ້​ປະພຶດ​ ແບບ​ທີ່​ເຮັດ​ໃຫ້​ປະ​ເທດ​ທັງ​ສອງ​ໄດ້​ຮັບຄວາມ​ຊອກ​ຊຳ້ເຈັບປວດ.

ບົດວິຈານຂອງອົງການ​ຂ່າວ​ຊິນ​ຫົວ​ ຂອງທາງ​ການ​ຈີນ ກ່າວ​ວ່າ ຍີ່ປຸ່ນກຳລັງ ປູກ​ກ້າ
​ແກ່ນ​ເບ້ຍ​ ຂອງ​ສົງຄາມຄືນ​ໃໝ່ອີກ.

ສານ​ Yasukuni ​ເປັນ​ບ່ອນ​ທີ່ລະນຶກ​ເຖິງຊາວ​ຍີ່ປຸ່ນ​ 2 ລ້ານ 5 ​ແສນ​ຄົນ ທີ່​ເສຍ​ຊີວິດ​ຢູ່​
ໃນ​ປາງສົງຄາມ ຮວມ​ທັງ 14 ຄົນ ​ທີ່​ມີ​ຄວາມ​ຜິດ​ເປັນອາ​ຊະ​ຍາ ກອນ​ສົງ​ຄາ​ມ​ ​ໃນສົງ​
ຄາມ​ໂລກຄັ້ງ​ທີ​ສອງ.

ຫລາຍ​ຄົນ​ໃນ ​ເກົາຫລີໃຕ້ ​ແລະ​ຈີນ ທີ່​ໄດ້​ຮັບ​ຄວາມ​ທຸກທໍລະມານຈາກລັດທິທະ ຫານ
ໃນໄລຍະຜ່ານມາຂອງ​ຍີ່ປຸ່ນ ເຫັນ​ວ່າ ການ​ຢ້ຽມຢາມ​ສານດັ່ງກ່າວ ​ເປັນ​ຫລັກ​ຖານ​ທີ່
ສະແດງໃຫ້ເຫັນວ່າ​ໂຕກຽວ ບໍ່​ໄດ້​ສຳນຶກຜິດກ່ຽວກັບການກໍ່ໂທດກຳ ທີ່ຕົນໄດ້ກະທຳ
ຂຶ້ນ ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

JAPAN SHRIINE VO
please wait
Embed

No media source currently available

0:00 0:00:44 0:00

Japan's prime minister sent a symbolic offering to a controversial war shrine, an act that brought immediate condemnation from South Korea and China.

Although Prime Minister Shinzo Abe did not visit the Yasukuni Shrine himself Friday, two of his cabinet ministers did.

In Seoul, South Korean President Park Geun-hye said some Japanese politicians were acting in a way that hurts both countries.

A commentary from China's Xinhua news agency said Japan is sowing the seeds of another war.

The Yasukuni Shrine commemorates Japan's 2.5 million war dead, including 14 convicted World War II war criminals.

Many in South Korea and China, which bore the brunt of Japan's militaristic past, see the visits to the shrine as evidence that Tokyo is unrepentant for atrocities committed in their countries.

XS
SM
MD
LG