ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກັບ ເກົາຫຼີໃຕ້ ຕິດຕາມເບິ່ງ ການທົດລອງ ລູກສອນໄຟຂອງ ເກົາຫຼີເໜືອ


ນັກເຄື່ອນໄຫວ ເກົາຫຼີໃຕ້ ແລະ ຜູ້ຫຼົບໜີອອກຈາກ ເກົາຫຼີເໜືອ ຈັດການຊຸມນຸມຕໍ່ຕ້ານ ເກົາຫຼີເໜືອ ແລະ ຜູ້ນຳຂອງປະເທດ ທ່ານ Kim Jong Un, ໃນຕົວເມືອງນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 8 ກັນຍາ, 2017.
ນັກເຄື່ອນໄຫວ ເກົາຫຼີໃຕ້ ແລະ ຜູ້ຫຼົບໜີອອກຈາກ ເກົາຫຼີເໜືອ ຈັດການຊຸມນຸມຕໍ່ຕ້ານ ເກົາຫຼີເໜືອ ແລະ ຜູ້ນຳຂອງປະເທດ ທ່ານ Kim Jong Un, ໃນຕົວເມືອງນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 8 ກັນຍາ, 2017.

ເກົາຫຼີເໜືອ ໄດ້ສະຫຼອງຂີດໝາຍຄົບຮອບ 69 ປີ ແຫ່ງການກໍ່ຕັ້ງລັດທິໃໝ່ ໃນວັນເສົາ
ວານນີ້ ດ້ວຍພິທີທີ່ເຄີຍມີມາຢ່າງໃຫຍ່ໂຕໂລດໂຜນ ໃຫ້ນາໆຊາດໄດ້ເຫັນວ່າ ອາດມີ
ການທົດລອງລູກສອນໄຟຕື່ມຢູ່.

ລັດຖະບານ ເກົາຫຼີໃຕ້ ເວົ້າວ່າ ຕົນໄດ້ຕິດຕາມເບິ່ງຢ່າງໄກ້ຊິດເຫດການໃນ ເກົາຫຼີເໜືອ
ເມື່ອມີການສົງໄສວ່າ ຈະມີການທົດລອງຍິງລູກສອນໄຟເທື່ອໃໝ່ອີກ ຊຶ່ງພົວພັນກັບ
ການລະນຶກເຖິງວັນສ້າງຕັ້ງດັ່ງກ່າວໃນປີ 1948 ແຫ່ງສາທາລະນະລັດປະຊາທິປະໄຕ
ປະຊາຊົນ ເກົາຫຼີ ນັ້ນ.

ໃນຕອນຕົ້ນໆ ຂອງສັບປະດາດັ່ງກ່າວ ເກົາຫຼີໃຕ້ ເວົ້າວ່າ ຕົນໄດ້ເຫັນຮ່ອງຮອຍຂອງ
ການຕຽມພ້ອມ ສຳລັບການທົດລອງເທື່ອໃໝ່ ຊຶ່ງນາຍົກ ເກົາຫຼີໃຕ້ ທ່ານ Lee Nak-
yon ເອີ້ນສະພາບການດັ່ງກ່າວວ່າ “ຮ້າຍແຮງຫຼາຍ”. ພາຍໃນຕອນແລງວັນເສົາ ກໍບໍ່
ໄດ້ມີການຈັບໄດ້ສັນຍານໃດໆຂອງການທົດລອງວ່ານັ້ນ.

ເກົາຫຼີເໜືອ ເຄີຍໄດ້ມີປະຫວັດມາແລ້ວ ໃນການໃຊ້ເທັກໂນໂລຈີທາງທະຫານ ເພື່ອ
ເປັນຂີດໝາຍທີ່ມີຄວາມສຳຄັນສຳລັບວັນພັກຕ່າງໆ. ໃນປີກາຍນີ້ ສຳລັບມື້ວັນດຽວກັນ
ກັບເທື່ອນີ້ ເກົາຫຼີເໜືອ ໄດ້ທົດລອງລູກສອນໄຟລູກທີຫ້າຂອງເຂົາ. ວັນຄົບຮອບປີໃນປີ
ນີ້ ມີຂຶ້ນພໍດີນຶ່ງອາທິດລຸນຫຼັງ ເກົາຫຼີເໜືອ ໄດ້ທົດລອງຍິງລູກທີຫົກ ທີ່ເປັນການທົດລອງ
ນິວເຄຼັຍທີ່ມີພະລັງແຮງທີ່ສຸດ.

ທ່ານ James Mckeon ນັກວິເຄາະ ກ່ຽວກັບ ນະໂຍບາຍ ເກົາຫຼີເໜືອ ທີ່ສູນກາງຄວບ
ຄຸມອາວຸດທີ່ນະຄອນຫຼວງ ວໍຊິງຕັນ ໄດ້ບອກ ວີໂອເອ ວ່າ ຕົນຈະບໍ່ແປກໃຈຫຍັງ ຖ້າວ່າ
ປະເທດດັ່ງກ່າວ ຫາກຕຽມລູກສອນໄຟ ຫຼືການທົດລອງອັນໃດອັນນຶ່ງ ເພື່ອເປັນຂີດ
ໝາຍຂອງວັນພັກດັ່ງກ່າວໃນປີນີ້. ທ່ານກ່າວວ່າ ເຖິງຢ່າງໃດກໍດີ ເຖິງແມ່ນວ່າເຂົາຈະ
ໄດ້ເຮັດສິ່ງກ່າວຂຶ້ນມາ ມັນກໍຈະບໍ່ເປັນການສ້າງຄວາມເຄັ່ງຕຶງອັນໃໝ່ຕື່ມແຕ່ຢ່າງໃດ
ນອກເໜືອໄປຈາກສິ່ງທີ່ໄດ້ມີຢູ່ແລ້ວ ສຳລັບສາຍພົວພັນລະຫວ່າງ ສະຫະລັດ ກັບ
ເກົາຫຼີເໜືອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG