ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີ​ໃຕ້, ສະ​ຫະ​ລັດ ບັນ​ລຸ​ຂໍ້​ຕົກ​ລົງ​ ການ​ຈ່າຍ​ເງິນ​ສຳລັບກອງ​ກຳ​ລັງ ສະ​ຫະ​ລັດ


​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ເກົາຫຼີ​ໃຕ້ ທ່ານນາງ ຄັງ ຄີ​ຢຸງ ວາ, ທ່ານ ທີ​ໂມ​ຕີ ເບັດ​ສ໌, ຮອງ​ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ ສະ​ຫະລັດ ແລະ ຕົວ​ແທນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເກົາຫຼີ​ໃຕ້ ທ່ານ ຈັງ ວອນ-ຊາມ ​ພົບ​ປະກັນ​ທີ່​ນະ​ຄອນຫຼວງ ໂຊ​ລ. 10 ກຸມ​ພາ, 2019.
​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ເກົາຫຼີ​ໃຕ້ ທ່ານນາງ ຄັງ ຄີ​ຢຸງ ວາ, ທ່ານ ທີ​ໂມ​ຕີ ເບັດ​ສ໌, ຮອງ​ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການ ສະ​ຫະລັດ ແລະ ຕົວ​ແທນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເກົາຫຼີ​ໃຕ້ ທ່ານ ຈັງ ວອນ-ຊາມ ​ພົບ​ປະກັນ​ທີ່​ນະ​ຄອນຫຼວງ ໂຊ​ລ. 10 ກຸມ​ພາ, 2019.

ເກົາຫຼີ​ໃຕ້ ກັບ ສະ​ຫະ​ລັດ ໄດ້​ເຊັນ​ຂໍ້​ຕົກ​ລົງ​ເບື້ອງ​ຕົ້ນ ​ໃນ​ວັນ​ອາ​ທິດ​ວານນີ້ ສຳ​ລັບ​ການ​
ຂະຫຍາຍຈຳນວນເງິນທີ່ລັດຖະບານ ໂຊລ ຈະຈ່າຍເພື່ອໃຫ້ມີກຳລັງ ສະຫະລັດ ຢູ່ໃນ
ເກົາຫຼີໃຕ້ຕໍ່ໄປ.

ເກົາຫຼີ​ໃຕ້ ຈະ​ຈ່າຍ​ເງິນປະ​ມານ 890 ລ້ານ​ໂດ​ລາ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ໄລ​ຍະ​ສັ້ນ ​ສະ​ບັບ​
ໃໝ່, ປະມານ 60 ລ້ານໂດລາຫຼາຍກວ່າປີກາຍນີ້. ບໍ່ຄືກັບຂໍ້ຕົກລົງໃນຄັ້ງທີ່ຜ່ານມາ,
ເຊິ່ງດຳເນີນການເປັນເວລາຫ້າປີນັ້ນ, ຂໍ້ຕົກລົງໃນວັນອາທິດວານນີ້ ແມ່ນສຳລັບພຽງ
ປີດຽວ, ເຊິ່ງອາດຜັກດັນໃຫ້ທັງສອງປະເທດກັບຄືນມາຕໍ່ລອງກັນອີກ ໃນສອງສາມ
ເດືອນຂ້າງໜ້າ.

ຂໍ້​ຕົກ​ລົງ​ນີ້ ຍັງຈະຕ້ອງ​ໄດ້ຮັບ​ການຮັບ​ຮອງໂດຍ​ສະ​ພາ​ແຫ່ງ​ຊາດ​ຂອງ ເກົາ​ຫຼີ​ໃຕ້ເສຍ
ກ່ອນ ເຊິ່ງຄາດວ່າຈະເກີດຂຶ້ນໃນເດືອນເມສາ, ອີງຕາມອົງການຂ່າວຢອນຮັບ ຂອງ
ເກົາຫຼີໃຕ້.

ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ໂຊ​ລ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ, ໂດຍ​
ເນັ້ນຄຳເວົ້າຂອງທີ່ປຶກສາລະດັບສູງຂອງກະຊວງການຕ່າງປະເທດ ສຳລັບການເຈລະ
ຈາຄວາມປອດໄພ ແລະ ຂໍ້ຕົກລົງ ທ່ານ ທີໂມຕີ ເບັດສ໌ ວ່າ “ພວກເຮົາໄດ້ບັນລຸຂໍ້ຕົກ
ລົງຜ່ານການປຶກສາຫາລືຢ່າງໃກ້ຊິດ ແລະ ການເຈລະຈາຢ່າງຍຸຕິທຳ. ຄຳໝັ້ນສັນຍາ
ຂອງ ສະຫະລັດ ຕໍ່ຄວາມປອດໄພຂອງສາທາລະນະລັດ ເກົາຫຼີ ແລະ ປະຊາຊົນຂອງ
ເຂົາເຈົ້າແມ່ນແຂງແກ່ນຫຼາຍ.”

ຂໍ້​ຕົກ​ລົງ​ສະ​ບັບ​ໃໝ່ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄ່າ​ໃຊ້​ຈ່າຍ​ຂອງ​ລັດ​ຖະ​ບານ ໂຊ​ລ ເພີ່ມ​ຂຶ້ນ
8.2 ເປີເຊັນ ສຳລັບການຊ່ວຍຮັກສາກອງກຳລັງ ສະຫະລັດ 28,000 ຄົນໄວ້ຢູ່ໃນ
ເກົາຫຼີໃຕ້.

ສະ​ຫະ​ລັດ ໄດ້​ມີກອງ​ກຳ​ລັງ​ທະ​ຫານໃນ ເກົາຫຼີ​ໃຕ້ ​ຢ່າງ​ຄົງ​ທີ່ ນັບ​ຕັ້ງ​ແຕ່​ສົງ​ຄາມ ເກົາ
ຫຼີ ປີ 1950-1953 ເປັນຕົ້ນມາ. ນັບຕັ້ງແຕ່ໄດ້ເຂົ້າດຳລົງຕຳແໜ່ງນັ້ນ, ປະທານາທິບໍ
ດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຕຳໜິຢ່າງຊ້ຳແລ້ວຊ້ຳອີກ ກ່ຽວກັບ ຄ່າໃຊ້ຈ່າຍ
ໃນການຮັກສາກອງກຳລັງ ອາເມຣິກັນໄວ້ ຢູ່ໃນແຫຼມດັ່ງກ່າວ, ໂດຍຮຽກຮ້ອງໃຫ້ບັນ
ດາເຈົ້າໜ້າທີ່ ເກົາຫຼີ ຂະຫຍາຍການປະກອບສ່ວນຂອງເຂົາເຈົ້າ. ການບໍ່ເຫັນພ້ອມກັນ
ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງວ່າ ທ່ານ ທຣຳ ອາດເລືອກທີ່ຈະຖອນກອງກຳລັງ ສະຫະ
ລັດ ອອກ.

ຂໍ້​ຕົກ​ລົງ​ເບື້ອງ​ຕົ້ນ ​ໄດ້​ມີ​ຂຶ້ນ​ ກ່ອນກອງ​ປະ​ຊຸມ ​ທີ່ມີ​ການ​ຕັ້ງ​ໜ້າ​ລໍ​ຄອຍ ລະ​ຫວ່າງ​ທ່ານ
ທຣຳ ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນນະຄອນຫຼວງ ຮາໂນ່ຍ ໃນທ້າຍ
ເດືອນນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG