ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຮຽກຮ້ອງໃຫ້ກຸ່ມຕາລີບານ ອະນຸຍາດໃຫ້ເຮືອບິນຮັບເໝົາ ບິນອອກຈາກອັຟການິສຖານໄດ້


ເຮືອບບິນໂດຍສານຫລາຍລໍາຍັງຄ້າງຢູ່ເດີ່ນບິນ Mazar-i-Sharif, ທາງພາກເໜືອຂອງ Afghanistan, ວັນທີ 3 ກັນຍາ 2021 (ພາາບສະໜອງໃຫ້ໂດຍ Maxar Technologies/Handout ຜ່ານອົງການຂ່າວ Reuters)
ເຮືອບບິນໂດຍສານຫລາຍລໍາຍັງຄ້າງຢູ່ເດີ່ນບິນ Mazar-i-Sharif, ທາງພາກເໜືອຂອງ Afghanistan, ວັນທີ 3 ກັນຍາ 2021 (ພາາບສະໜອງໃຫ້ໂດຍ Maxar Technologies/Handout ຜ່ານອົງການຂ່າວ Reuters)

ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເກັນ ໃນວັນພຸດວານນີ້ ໄດ້ຮຽກຮ້ອງໃຫ້ພວກຕາລີບານ ອະນຸຍາດໃຫ້ຖ້ຽວບິນຂອງເຮືອບິນຮັບເໝົາອອກຈາກອັຟການິສຖານໄດ້ ຂະນະທີ່ມີລາຍງານວ່າ ເຮືອ ບິນເຫລົ່ານັ້ນບັນທຸກຊາວອາເມຣິກັນ ແລະຊາວອັຟການິສຖານທີ່ມີຄວາມສ່ຽງທີ່ສຸດນັ້ນ ໄດ້ຄ້າງຢູ່ທີ່ສະໜາມບິນສາກົນມາຊາ-ອີ-ຊາຣິຟ (Mazar-i-Sharif).

ທ່ານບລິງເກັນກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວກັບລັດຖະມົນຕີການຕ່າງປະເທດເຢຍຣະມັນ, ທ່ານ ໄຮໂຄ ມາອາສ (Heiko Maas) ທີ່ຖານທັບອາກາດແຣມສຕາຍ (Ramstein) ໃນເຢຍຣະມັນວ່າ "ມາຮອດປັດຈຸບັນນີ້, ກຸ່ມຕາລີບານ ບໍ່ໄດ້ອະນຸຍາດໃຫ້ເຮືອບິນຮັບເໝົາ ອອກຈາກປະເທດໄປ. ພວກເຂົາ ເຈົ້າອ້າງວ່າ ຄົນໂດຍສານຈໍານວນນຶ່ງບໍ່ມີເອກະສານທີ່ຕ້ອງການຕາມຂໍ້ກໍານົດ.”

ຫົວນັກການທູດຂອງສະຫະລັດກ່າວວ່າ "ເລື້ອງຂອງມັນກໍແມ່ນວ່າ ເຮືອບິນຮັບ ເໝົາຈະຕ້ອງບິນອອກຈາກຫັ້ນໄດ້. ແລະພວກເຮົາຈະດໍາເນີນວຽກງານທຸກມື້ເພື່ອໃຫ້ແນ່ໃຈວ່າເຂົາເຈົ້າສາມາດເຮັດແນວນັ້ນໄດ້."

ມີລາຍງານວ່າ ພົນລະເມືອງສະຫະລັດ ແລະຊາວອັຟການິສຖານທີ່ມີຄວາມສ່ຽງຫລາຍທີ່ສຸດຕິດຄ້າງຢູ່ທີ່ສະໜາມບິນຊາ-ອີ-ຊາຣິຟ (Mazar-i-Sharif), ທາງພາກເໜືອຂອງອັຟການິສຖານ, ໂດຍທີ່ຜູ້ຈັດຖ້ຽວບິນຂາອອກບາງຄົນ ໄດ້ກ່າວ ຫາກະຊວງການຕ່າງປະເທດວ່າ ບໍ່ໄດ້ເຮັດວຽກຢ່າງພຽງພໍ ເພື່ອອຳນວຍຄວາມສະດວກໃນການອອກເດີນທາງຂອງພວກເຂົາເຈົ້າ.
ສະມາຊິກສະພາສູງຈາກພັກເດໂມແຄຣັດ, ທ່ານຣີຊາດ ບລູເມັນທອລ (Richard Blumenthal) ກ່າວຢູ່ໃນທວີດເຕີວ່າ "ຂ້າພະເຈົ້າຮູ້ສຶກຜິດຫວັງຢ່າງ ເລິກເຊິ່ງ, ກະທັງໃຈຮ້າຍອີກທີ່ມີການຊັກຊ້າ ແລະບໍ່ມີການກະທຳຂອງລັດຖະ ບານ. ຍັງຈະມີເວລາອີກຫລາຍ ທີ່ຈະຊອກຫາຄວາມຮັບຜິດຊອບສໍາລັບສິ່ງກີດ ຂວາງທາງດ້ານລະບຽບການທີ່ບໍ່ສາມາດອະໄພໃຫ້ໄດ້."
https://twitter.com/SenBlumenthal/status/1434990089537531908

ຢູ່ທີ່ທຳນຽບຂາວນັ້ນ, ເມື່ອຖືກຖາມວ່າສະຫະລັດສາມາດກົດດັນກຸ່ມຕາລີບານໃຫ້ເຮັດແນວໃດໄດ້ຕື່ມບໍ່, ບັນດາເຈົ້າໜ້າທີ່ກໍຍອມຮັບວ່າ ມີຂໍ້ຈຳກັດຫລາຍຢ່າງ.

ໂຄສົກປະຈໍາທຳນຽບຂາວ, ທ່ານນາງເຈນ ຊາກີ (Jen Psaki) ກ່າວໃນລະ ຫວ່າງການຖະແຫຼງຂ່າວໃນວັນພຸດວານນີ້ວ່າ "ພວກເຮົາບໍ່ມີບົດບາດໃນການປ້ອງກັນຖ້ຽວບິນ ບໍ່ໃຫ້ບິນຂຶ້ນ. ພວກເຮົາບໍ່ໄດ້ຢູ່ໃນພາກພື້ນດິນທີ່ນັ້ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG