ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານ ອາຟຣິກາໃຕ້ ຕຳໜິຕິຕຽນ ຢ່າງແຮງ ຕໍ່ການກ່າວ ຄຳປາໄສ ຂອງ ປ. ​ຄົນ​ໃໝ່


ປະທານາທິບໍດີ Cyril Ramaphosa ກ່າວຄຳປາໄສກ່ຽວກັບ
ປະເທດຊາດ ຊ້ອງ​ໜ້າ​ລັດຖະສະພາ ​ໃນ​ເມືອງ Cape Town, ອາຟຣິກາ ໃຕ້, 16 ກຸມພາ 2018.
ປະທານາທິບໍດີ Cyril Ramaphosa ກ່າວຄຳປາໄສກ່ຽວກັບ ປະເທດຊາດ ຊ້ອງ​ໜ້າ​ລັດຖະສະພາ ​ໃນ​ເມືອງ Cape Town, ອາຟຣິກາ ໃຕ້, 16 ກຸມພາ 2018.

ພວກຝ່າຍກົງກັນຂ້າມຂອງອາຟຣິກາ ໃຕ້ ​ໄດ້​ຕຳ​ໜິຕິຕຽນ​ຢ່າງ​ແຮງ​ຕໍ່ການ​ກ່າວ​ຄຳ​ປາ​ໄສ​
ຄັ້ງ​ທຳ​ອິດ​ກ່ຽວ​ກັບປະ​ເທດ​ຊາດ ຂອງປະທານາທິບໍດີຄົນ​ໃໝ່ ທ່ານ Cyril Ramaphosa ໂດຍຕັ້ງ​ຄຳ​ຖາມຂຶ້ນມາວ່າ ປະທານາທິບໍດີ​ຄົນ​ໃໝ່ ​ໄດ້​ມີ​ແຜນການ​ ຢ່າງເປັນ​ແກ່ນສານ
ຫຼືບໍ່ທີ່​ຈະ​ຮັບ​ມື​ກັບ​ຫຼາຍ​ສິ່ງຫຼາຍ​ຢ່າງ​ທີ່​ທ້າ​ທາຍ​ຕໍ່​ປະ​ເທດ​ຊາດ ຊຶ່ງ​ວັນນະ​ສອນ​ ຈະນຳ​
ລາຍ​ອຽດຈາກ​ນັກ​ຂ່າວ​ຂອງ ວີ​ໂອ​ເອ Anita Powell ຈາກ​ນະຄອນຫຼວງ Johannes-
burg ມາສະ​ເໜີ​ທ່ານ​ໃນ​ອັນ​ດັບຕໍ່​ໄປ.

ໃນ​ມື້ຫຼັງ​ຈາກ​ ທີ່ໄດ້​ເຂົ້າກຳ​ຕຳ​ແໜ່​ງ​ແທນ​ທ່ານ ປະທານາທິບໍດີ​ຄົນ​ກ່ອນ ທ່ານ​ເຈ​ກັບ
ຊູ​ມາ ນັ້ນ ທ່ານ Cyril Ramaphosa ​ກໍໄດ້​ກ່າວ​ຕໍ່​ປະ​ເທດ​ຊາດ​ໃນ​ວັນ​ສຸກຜ່ານມາ ໂດຍໄດ້ວາງຮູບຮ່າງຄວາມທະ​ເຍີ້ທະຍານ​ແລະ​ທ້າ​ທາຍຕ່າງໆນາໆທີ່ຊາວອາ​ຟຣິກາ​ໃຕ້ ​
ຈະໄດ້​ປະຕິບັດຕາມຮອຍ​ຂອງ​ຜູ້ນຳ​ທີ່​ຍິ່ງ​ໃຫຍ່ນັ້ນ.

ທ່ານ Cyril Ramaphosa ກ່າວ​ວ່າ “ກາ​ນຮວມຕົວ​ກັນ ຂອງພວກ​ເຮົາ ພວກເຮົາ​ຈະ​ສ້າງປະຫວັດສາດໄວ້ໃຫ້ປະ​ເທດຊາດ​ຂອງ​ພວກ​ເຮົາ​. ພວກ​ເຮົາ​ເຄີຍໄດ້​ເຮັດ​ມາ​ກ່ອນ
ແລ້ວ. ພວກ​ເຮົາ​ເຄີຍ​ເຮັດ​ມາ​ກ່ອນ ​ແລະ​ພວກ​ເຮົາກໍ​ຈະເຮັດໃຫ້ໄດ້​ອີກ​ ດ້ວຍ​ຄວາມ​ຮັກຫອມທີ່ພວກເຮົາມີຮ່ວມ​ກັນ​ໃນ​ປະ​ເທດ​ເຮົາ ພວກເຮົາມີ​ຄວາມ​ໝາຍ​ໝັ້ນ​ອັນເດັດ
ດ່ຽວ ທີ່​ຈະເອົາຊະນະການ​ທ້າ​ທາຍທັງຫຼາຍທັງປວງ ທີ່ຂວາງ​ໜ້າ​ພວກ​ເຮົາຢູ່ ​ແລະຈະ
ເຮັດໃຫ້​ເຫັນເປັນທີ່ຈະແຈ້ງວ່າ ການ​ເຮັດ​ວຽກ​ຮ່ວມ​ກັນ ພວກ​ເຮົາ​ຈະສາມາດ​ສ້າງສາ
​ພັດທະນາ​ປະ​ເທດຊາດ​ຂອງ​ພວກ​ເຮົາ ​ໃຫ້​ມີຄວາມຍຸຕິທໍາ​ແລະທ່ຽງທຳ ​ແລະ​ເປັນ
ສັງຄົມທີ່​ໜ້າ​ຢູ່ ທີ່​ທ່ານ Nelson Mandela ​ໄດ້​ອຸທິດ​ທັງ​ໝົດ​ຊີວິດ​ຂອງ​ທ່ານ​ໄວ້.”

ໃນກອງ​ປະຊຸມ​ລັດຖະສະພາ​ຂອງ​ວັນ​ຈັນ​ຜ່ານ​ມາ​ນີ້ ​ໄດ້​ເປີດ​ໂອກາດ​ໃຫ້ ຝ່າຍ​ຄ້ານ
​ໄດ້ຕຳ​ໜິຕິຕຽນ​ມຸມ​ມອງ​ຂອງ​ທ່ານ Ramaphosa. ​ຕາມ​ທຳນຽ​ມ​ແລ້ວ ຄຳປາໄສກ່ຽວ
ສະພາບການ​ຂອງ​ປະ​ເທດ​ຊາດ ​ແມ່ນ​ຈະ​ສະຫຼຸບ ຮວບ​ຮວມ​ເອົາ​ວຽກ​ງານ​ຂອງ​ລັດຖະ
ບານ​ໃນ​ທຸກໆ​ດ້ານ ​ແລະ​ມີໄດ້ມີ​ຜູ້ກ່າວຄຳປາໄສ 40 ທ່ານ ຈາກ​ພັກ​ລັດຖະບານ
African National Congress ​ ​ທີ່​ນຳພາ​ປະ​ເທດ​ຢູ່​ໃນ​ຂະນະ​ນີ້ ທັງມີການອະພິປາຍ
ບັນຫາປີກຍ່ອຍຕ່າງໆ ທີ່​ໃຊ້​ເວລາ ຍາວ​ກວ່າ ຄຳ​ປາ​ໄສ​ຕົ້ນ​ສະບັບ 90 ນາທີ​ນັ້ນ.

ທຸກ​ມຸມ​ມອງ ທຸກ​ດ້ານ​ຂອງທ່ານ Ramaphosa ​ແມ່ນ​ຖືກ​ນຳ​ມາ​ວິ​ເຄາະ ພິນິດພິຈາ
ລະນາ ​ແລະ​ຖືກຖາມໝົດ ຈາກ​ເລື່ອງ​ຄວາມ​ປອດ​ໄພ​ຂອງ​ສາ​ທາ​ລະນະ ​ໄປ​ຈົນ​ເຖິງ
​ການ​ສຶກສາ ການ​ຮັກສາ​ສຸຂະພາບ ​ໄປ​ຈົນ​ເຖິງ​ຂໍ້​ສະ​ເໜີ​ຂອງ​ພັກ ANC ​ໃນ​ການ​ບຸກ
​ເບີກ​ດິນ​ກະ​ເສດ ​ໂດຍ​ການ​ບໍ່​ໃຫ້​ຄ່າ​ທົດ​ແທນ​ໃດ​ໆເລີຍນັ້ນ.

ຝ່າຍ​ຄ້ານສຳຄັນ ກໍ​ຄື​ພັກ​ພັນທະ​ມິດ​ເດ​ໂມ​ແຄຣັດ ຫຼື DA ​ໄດ້​ທ້າ​ທາຍ​ຕໍ່​ຄຳ​ໝັ້ນ​ສັນຍາ
ຂອງ ທ່ານ Ramaphosa ວ່າຈະ​ລົບ​ລ້າງ​ການ​ສໍ້​ລາດ​ບັງ​ຫຼວງ ຫຼັງຈາ​ກ ການ​ດຳລົງ​
ຕຳ​ແໜ່​ງປະທານາທິບໍດີທີ່​ສັ່ນ​ຄອນ​ຂອງທ່ານ Zuma ເກົ້າປີ ກ່ຽວ​ກັບ​ເລື່ອງ​ນອງ​ນັນ​
ຂອງການ​ສໍ້​ລາດ​ບັງ​ຫຼວງ. ການ​ຕຳໜິຕິຕຽນ​ຕໍ່​ທ່ານ Zuma ​ແລະ​ ອົງການ ANC
​ໄດ້​ມີມາແຕ່ໃດໆ​ວ່າ ທ່ານ​ບໍ່​ໄດ້ເປັນຜູ້ກະທຳ​ຕາມ​ລຳພັງ ໃນຂ່າວການ​ສໍ້ກົງ​ເອົາ​ເງິນ
ໄປເປັນ​ຈຳນວນ ຫຼາຍ​ສິບ​ລ້ານ​ໂດ​ລາ ​ຈາກ​ກອງ​ທຶນຂອງ​ລັດຖະບານ​ນັ້ນ.

ທ່ານ Julius Malema, ຜູ້ນຳຝ່າຍຊາຍຈັດຈາກພັກຕໍ່ສູ້ເພື່ອເສລີພາບດ້ານເສດຖະກິດ (EFF), ສະ​ເໜີຂັດຄ້ານ ກ່ອນ​ທີ່​ຈະ​ຖືກນຳ​ອອກ​ຈາກ​ກອງ​ປະຊຸມ ຄຳ​ຖາມ​ຄຳຕອບ ປະທານາທິບໍດີ ​ເຈ​ກັບ ຊູ​ມາ (Jacob Zuma) ​ເມືອງ Cape Town, ອາ​ຟຣິກາ, 17 ພຶດສະພາ 2016.
ທ່ານ Julius Malema, ຜູ້ນຳຝ່າຍຊາຍຈັດຈາກພັກຕໍ່ສູ້ເພື່ອເສລີພາບດ້ານເສດຖະກິດ (EFF), ສະ​ເໜີຂັດຄ້ານ ກ່ອນ​ທີ່​ຈະ​ຖືກນຳ​ອອກ​ຈາກ​ກອງ​ປະຊຸມ ຄຳ​ຖາມ​ຄຳຕອບ ປະທານາທິບໍດີ ​ເຈ​ກັບ ຊູ​ມາ (Jacob Zuma) ​ເມືອງ Cape Town, ອາ​ຟຣິກາ, 17 ພຶດສະພາ 2016.

ທ່ານ Mmusi Maimane ຜູ້ນຳ​ຂອງພັກ​ພັນທະ​ມິດ​ເດ​ໂມ​ແຄຣັດ ໄດ້ທ້າ​ທາຍໃຫ້​ທ່ານ Ramaphosa ​ປະຕິບັດ​ໃນ​ສິ່ງ​ທີ່​ດີ ຕາມ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້ ​ໃຫ້​ນຳ​ມາ​ປະຕິບັດ​
ໃຫ້​ເປັນ​ຮູບ​ປະ​ທຳ​ຂຶ້ນ​ມາ.

“​ແຕ່​ ທ່ານປະທານາທິບໍດີ ອະນຸຍາດ​ໃຫ້​ຂ້າ​ພະ​ເຈົ້າ ຂໍຮ້ອງ​ໃຫ້​ທ່ານ​ສັບຊ້ອນ​ບັນດາ​ລັດຖະມົນຕີ​ທັງຫຼາຍ ທີ່​ເຫັນ​ວ່າ​ປະ​ໜິປະນອມ​ກັນໄດ້ແລ້ວນັ້ນ​ອອກ? ສະ​ແດງ​ໃຫ້​
ອາ​ຟຣິກາ​ໃຕ້ເຫັນ​ແທ້ໆວ່າ ທ່ານ​ແມ່ນ​ຈິງ​ຈັງ​ໃນ​ເລື່ອງ​ການຕໍ່ສູ້ກັບການສໍ້​ລາດ​ບັງ​ຫຼວງ
​ໃນ​ພັກຂອງ​ທ່ານ ​ແລະ​ປົດ ທ່ານ Bathabile Dlamini, Faith Muthmbi,
Mosebenzi Awane, Malusi Gigaba, Des Van Rooyen, David Mahlobo, Lynne Brown Mr. Seven Thousand-Rands-Per-Night Bongani
Bongo ອອກ​ຈາກ​ລັດຖະບານຂອງທ່ານ.”

ຝ່າຍ​ຄ້າຍ​ ​ໄດ້ທ້າທາຍ​ຄຳ​ໝັ້ນ​ສັນຍາ​ຂອງທ່ານ Ramaphosa ທີ່​ວ່າ​ຈະ​ປ່ຽນ​ແປງ
ກວດ​ລ້າງທັງ​ໝົດ ​ສະ​ເໜີ​ໃຫ້ມີ​ກອງ​ປະຊຸມສຸດຍອດ ​ມີກອງປະຊຸມຫຼາຍຄັ້ງ​ ແລະໃຫ້
ມີກຸ່ມກວດກາ ​ແຕ່​ແລ້ວ ກໍເຫັນວ່າບໍ່ມີ ມັນມີ​ພຽງ​ນ້ອຍ​ນຶ່ງ​ທີ່​ໄດ້​ສະ​ເພາະ​ເຈ​າະຈົງ.

ຜູ້ນຳ​ຝ່າຍ​ຊາຍ​ຈັດຈາກ​ພັກ​ຕໍ່ສູ້​ເພື່ອເສລີພາບ​ດ້ານ​ເສດຖະກິດ ທ່ານ Julius Malema​
ແມ່ນບໍ່​ໄດ້​ຫາຍ​ໄປ​ໃສ ຊຶ່ງ​ທ່ານ Malema​ ກ່າວ​ວ່າ “ທ່ານ​ປະທານາທິບໍດີ, ພວກ​ເຮົາ​
ເວົ້າຕໍ່ໜ້າ​ທ່ານ, ທ່ານ​ເຮັດ​ທຸກ​ສິ່ງ​ຢ່າງ​ທັງ​ໝົດ​ນີ້ ຍ້ອນ​ວ່າ ທ່ານຊາບດີ ທີ່ວ່າ​ທ່ານ​ຈະ
​ເປັນ​ປະທານາທິບໍດີ​ສຳລັບ 12 ​ເດືອນ. ທ່ານ​ຕັ້ງ​ໃຈ​ທີ່​ຈະ​ກ່າວ​ຕໍ່​ອາ​ຟຣິກາ​ໃຕ້​ວ່າ
ມັນ​ບໍ່​ມີ​ຫຍັງ​ທີ່​ທ່ານ​ຈະ​ສາມາດ​ເຮັດ​ໄດ້​ໃນ​ຮອບ 12 ​ເດືອນ​ຕໍ່ໜ້າ ​ເພາະວ່າ ຂ້າພະ​ເຈົ້າ​
ຈະ​ກວດ​ເບິ່ງ​ແຜນການ​ຕ່າງໆ​ຈາກ​ຄະນະ​ກຳມາທິການທັງ​ມວນ ​ແລະ​ຫຼັງຈາກ 12 ​
ເດືອນແລ້ວ​ ທ່ານ​ກໍ​ຈະຈາກໄປ​ແລ້ວ.”

ປະທານາທິບໍດີ​ຄົນ​ໃໝ່ ​ໄດ້​ມີໂອກາດຕອບໂຕ້ຕໍ່​ການ​ຕຳ​ໜິຕິ​ຕຽນ ​ໃນ​ວັນ​ອັງຄານ​ວານ​ນີ້.
ທ່ານ Ramaphosa ມີ​ເວລາ​ປະມານ ຫຼາຍ​ກວ່າ​ນຶ່ງ​ປີ ທີ່​ຈະ​ພະຍາຍາມ​ເຮັດ​ໃຫ້ມີການ
​ປ່ຽນ​ແປງນີ້​ໄດ້ຜົນ​ ກ່ອນ​ໜ້າການ​ຢັ່ງ​ຫາງ​ສຽງ​ຂອງ​ປີໜ້າ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG