ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ ອາຟຣິກາໃຕ້ ປິດຊາຍແດນ, ໂຮງຮຽນ, ການເຕົ້າໂຮມກັນ ເພື່ອຄວບຄຸມ ໄວຣັສໂຄໂຣນາ


COVID SOUTH AFRICA SHUTDOWN
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ

ປະເທດ ອາຟຣິກາໃຕ້ ໄດ້ປະກາດໃຊ້ມາດຕະການທີ່ແຂງຂັນ ເພື່ອເຮັດໃຫ້ການແຜ່ລະບາດ ຂອງເຊື້ອໄວຣັສໂຄໂຣນາຊ້າລົງ ພຽງນຶ່ງອາທິດຫຼັງຈາກປະເທດດັ່ງກ່າວໄດ້ພົບເຫັນກໍລະນີທຳ ອິດ ແລະ ກໍເພີ່ມຂຶ້ນເປັນຫຼາຍສິບກໍລະນີພຽງໃນເວລານຶ່ງອາທິດ. ໃນມື້ວັນອາທິດແລ້ວປະທາ ນາທິບໍດີ ຊາຍຣິລ ຣາມາໂຟຊາ ໄດ້ສັ່ງໃຫ້ປິດຊາຍແດນທຸກແຫ່ງ, ໂຮງຮຽນ ແລະ ການໂຮມຊຸມ ນຸມຂະໜາດໃຫຍ່ໃນທົ່ວປະເທດ. ທີ່ນະຄອນ ໂຈແຮນເນັສເບີກ ເປັນສູນກາງເສດຖະກິດ ແລະ ການຂົນສົ່ງຂອງປະເທດ, ປະຊາຊົນໄດ່ພາກັນສະແດງຄວາມເຫັນ ກ່ຽວກັບ ຂ່າວເລື່ອງນີ້. ອານິ ຕາ ພາວແວລ ນັກຂ່າວວີໂອເອມີລາຍງານຈາກ ໂຈແຮນເນັສເບີກ ເຊິ່ງ ພຸດທະສອນ ຈະນຳ ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ການເພີ່ມຂຶ້ນຂອງໄວຣັສໂຄໂຣນາໃນປະເທດ ອາຟຣິກາໃຕ້ ໄດ້ເຮັດໃຫ້ປະທາ ນາທິບໍດີ ຊາຍ
ຣິລ ແຣມໂຟຊາ ຕ້ອງປະກາດມາດຕະການທີ່ເຄັ່ງຄັດຂຶ້ນ ເພື່ອ ພະຍາຍາມຄວບຄຸມການແຜ່
ລາມຂອງໄວຣັສ

ທ່ານ ແຣມໂຟຊາ ໄດ້ປະກາດການຫ້າມເດີນທາງຈາກບັນດາປະເທດທີ່ມີຄວາມ ສ່ຽງສູງ, ການ
ເຕົ້າໂຮມກັນໃນສາທາລະນະຫຼາຍກວ່າ 100 ຄົນ ແລະ ປິດໂຮງ ຮຽນທຸກແຫ່ງຈາກວັນພຸດທີ່ຜ່.

ທ່ານ ຊາຍຣິລ ແຣມໂຟຊາ ປະທານາທິບໍດີແຫ່ງປະເທດ ອາຟຣິກາໃຕ້ ໄດ້ ກ່າວວ່າ “ຕອນນີ້ພວກເຮົາໄດ້ປະກາດພາວະໄພພິບັດແຫ່ງຊາດ ໃນແງ່ຂອງ ກົດໝາຍ ການຈັດການກັບໄພພິບັດ. ມັນຈະຊ່ວຍໃຫ້ພວກເຮົາມີກົນໄກການ ຈັດການກັບໄພພິບັດທີ່ໄດ້ມີການພົວພັນ ແລະ ປະສານງານກັນທີ່ຈະເພັ່ງເລັງ ໃສ່ການປ້ອງກັນ ແລະ ຫຼຸດການແຜ່ລະບາດຂອງໄວຣັສນີ້.”

ລັດຖະບານຂອງ ອາຟຣິກາໃຕ້ ໃນທ້າຍອາທິດທີ່ຜ່ານມາໄດ້ນຳເອົາປະຊາຊົນ ຂອງເຂົາເຈົ້າ 114 ຄົນກັບຈາກເມືອງ ວູຮານ, ໃນປະເທດ ຈີນ ບ່ອນທີ່ການ ແຜ່ລະບາດໄດ້ເລີ່ມຂຶ້ນ.

ເຂົາເຈົ້າຈະຖືກກັກບໍລິເວນເປັນເວລາ 3 ອາທິດ, ເຖິງແມ່ນວ່າບໍ່ມີຄົນໃດຖືກ ກວດພົບໄວຣັສດັ່ງກ່າວກໍຕາມ. ໃນນະຄອນຫຼວງ ໂຈແຮນເນັສເບີກ, ເຊິ່ງ ແມ່ນສູນກາງດ້ານເສດຖະກິດ ແລະ ການຂົນສົ່ງຂອງ ອາຟຣິກາໃຕ້ ນັ້ນ, ປະຊາຊົນປາກົດວ່າຈະປະຕິບັດຕາມຄຳເຕືອນຂອງປະທານາທິບໍດີຢ່າງຈິງຈັງ.

ທ່ານ ຟີລິບ ວາເລັດ, ນັກກົດໝາຍໄດ້ກ່າວວ່າ “ຄວາມເປັນຫ່ວງຂອງຂ້າພະ ເຈົ້າກໍແມ່ນວ່າ, ມັນຈະແກ່ຍາວໄປດົນປານໃດ? ເພາະວ່າຈາກທັດສະນະ ດ້ານທຸລະກິດເທົ່ານັ້ນ, ຖ້າພວກເຮົາປິດຫຼາຍສ່ວນຂອງທຸລະກິດຂອງພວກເຮົາ ຫຼື ແຊກແຊງວິທີການດຳເນີນທຸລະກິດຂອງພວກເຮົາຢ່າງຫຼວງຫຼາຍນັ້ນ, ຂ້າພະເຈົ້າ ພຽງແຕ່ເປັນຫ່ວງວ່າ ພວກເຮົາຈະຢູ່ໄດ້ໄປດົນຊໍ່າໃດ. ແລະ ຂ້າພະເຈົ້າເປັນຫ່ວງ ກ່ຽວກັບ ພະນັກງານ. ຂ້າພເເຈົ້າເປັນຫ່ວງ ກ່ຽວກັບ ລົດຕັກຊີ. ຖ້າບໍ່ມີລົດຕັກຊີ ແລະ ບໍ່ມີລົດເມ, ພວກເຮົາກໍອາດຈະບໍ່ມີທຸລະກິດ.”

ທ່ານ ຟີລີ ຈິຄາເລ, ຜູ້ບໍລິຫານໂຄງການໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນ ແມ່ນເວລາທີ່ເໝາະສົມ, ເພາະວ່າດຽວນີ້ພວກເຮົາພວກເຮົາໄດ້ພາກັນຖືເບົາ ກ່ຽວກັບ ໂຣກນີ້. ມັນຄືກັບວ່າມັນມາຮອດດຽວນີ້ ທີ່ທ່ານປະທານາທິບໍດີ ໄດ້ ເຮັດໃຫ້ພວກເຮົາຮູ້ ກ່ຽວກັບ ຄວາມຮ້າຍແຮງ ແລະ ມັນຈະສົ່ງຜົນກະທົບຕໍ່ ພວກເຮົາຫຼາຍ ຊໍ່າໃດ, ເຊິ່ງພວກເຮົາກໍຮູ້ວ່າ, ໂອບໍ່, ນີ້ແມ່ນບັນຫາທີ່ໃຫຍ່ຫຼາຍ ແລະ ພວກ ເຮົາຕ້ອງເລີ່ມເບິ່ງແຍງຕົນເອງແລ້ວ.”

ແຕ່ບໍ່ແມ່ນທຸກຄົນໃນ ອາຟຣິກາໃຕ້ ທີ່ເປັນຫ່ວງ ກ່ຽວກັບ ໄວຣັສໂຄໂຣນາ.

ທ່ານນາງ ແມນດລາ ເອັນຄູເບ, ທີ່ປຶກສາ ກ່ຽວກັບ ການຂາຍ ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ໄດ້ເປັນຫ່ວງ, ແມ່ນແຕ່ໜ້ອຍດຽວ. ຂ້າພະເຈົ້າໝາຍຄວາມວ່າ, ຢູ່ຫ້ອງການ, ທ່ານຮູ້ບໍ່, ຂ້າພະເຈົ້າແມ່ນມີຄວາມສ່ຽງຢູ່ແລ້ວ. ສະນັ້ນຂ້າພະ ເຈົ້າຈະລົ້ມແຫຼວໃນວຽກງານບໍ່ໄດ້.”

ແຕ່ທ່ານ ແຣມໂຟຊາ ໄດ້ຮຽກຮ້ອງປະເທດສີຮຸ່ງ, ທີ່ໄດ້ດີ້ນຮົນກັບອັດຕາການ ຫວ່າງງານສູງ ແລະ ການຕັດໄຟຟ້າຢູ່ແລ້ວນັ້ນ, ໃຫ້ລຸກຂຶ້ນຕໍ່ສູ້ ກັບສະຖານະ ການທີ່ຫຍຸ້ງຍາກຈາກໄວຣັສໂຄໂຣນາ.

ພະຍາດທາງເດີນຫາຍໃຈດັ່ງກ່າວໄດ້ຕິດແປດໃສ່ 170,000 ຄົນທີ່ຖືກຢືນຢັນ ໃນທົ່ວໂລກນັບຕັ້ງແຕ່ເດືອນທັນວາເປັນຕົ້ນມາ.

ແຕ່ບັນດາເຈົ້າໜ້າທີ່ສາທາລະນະສຸກຢ້ານວ່າຕົວເລກຂອງກໍລະນີທີ່ບໍ່ໄດ້ຮັບການຢືນຢັນອາດສູງກວ່ານັ້ນຫຼາຍ.

South Africa has announced strong measures to slow the spread of the coronavirus, just a week after the nation saw its first case and then tens more in the space of a week. On Sunday, President Cyril Ramaphosa effectively shut down all borders, schools and large gatherings across the country. In Johannesburg, the nation’s economic and transport hub, residents reacted to the news. VOA’s Anita Powell reports from Johannesburg.

The rise of coronavirus cases in South Africa has prompted President Cyril Ramphosa to announce tough measures to try to slow the virus from spreading.

Ramaphosa banned travel from high-risk countries, public gatherings of more than 100 people, and closed all schools from Wednesday.

"We have now declared a national state of disaster in terms of the Disaster Management Act. This will enable us to have an integrated and coordinated disaster management mechanism that will focus on preventing and reducing the outbreak of this virus."

South Africa’s government this past weekend repatriated 114 of its citizens from Wuhan, the Chinese city where the outbreak started.

They will be kept in quarantine for three weeks, though none have tested positive for the virus.

In Johannesburg, South Africa’s economic and transport hub, people appeared to be taking the president’s warnings seriously.

“My worry is, how long is it gonna take? Because just from a business point of view, if we have to shut down parts of our business or drastically interfere with how our business is run, I'm just worried about how long we can stand it. And I'm worried about our staff. I'm worried about the taxis. If there are no taxis and there are no buses, we might not have a business.”

“I think it was just the right time, because all this time we've been taking this disease lightly. It's like it's only now that the president has made us aware of the seriousness and how much it's going to affect us, that we also aware that, oh, no this is really a big deal and we should now start taking care of ourselves.”

But not all South Africans are concerned about coronavirus.

“I'm not worried, not a bit. I mean at work, I'm already, you know, exposed -- I said my guys are well-traveled. So, I'm exposed. So, I'm already exposed. So, I can't lose at work.”

But Ramaphosa urged the Rainbow Nation - already struggling with high unemployment and power cuts - to rise to the challenge posed by coronavirus.

The respiratory illness has infected a confirmed 170,000 people worldwide since December.

But health officials fear the number of unconfirmed cases could be much higher.

XS
SM
MD
LG