ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໖ ມິຖຸນາ ໒໐໒໔

ສຸນິສາ ຊາວມົ້ງ-ອາເມຣິກັນ ທີ່ມາຈາກລາວ ຜູ້ຄວ້າຫຼຽນຄໍາມາຄອງ ກໍາລັງຈະສ້າງປະຫວັດສາດອີກຄັ້ງ ໃນໂອລິມປິກ ປີນີ້


ສຸນີສາ ລີ (Sunisa Lee) ຫຼິ້ນທ່າເຕັ້ນຢູ່ເທິງທ່ອນໄມ້ ທີ່ງານແຂ່ງເອົາແຊມປ້ຽນຂອງສະຫະລັດທີ່ຈັດຂຶ້ນໃນວັນທີ 31 ພຶດສະພາ 2024.
ສຸນີສາ ລີ (Sunisa Lee) ຫຼິ້ນທ່າເຕັ້ນຢູ່ເທິງທ່ອນໄມ້ ທີ່ງານແຂ່ງເອົາແຊມປ້ຽນຂອງສະຫະລັດທີ່ຈັດຂຶ້ນໃນວັນທີ 31 ພຶດສະພາ 2024.

ນາງ ສຸນິສາ ລີ ທີ່ເປັນລູກສາວອົບພະຍົບຊາວມົ້ງທີ່ມາຈາກລາວ ເປັນຊາວເອເຊຍຜູ້ທໍາອິດທີ່ຄວ້າເອົາຫຼຽນຄໍາ ຊ່ວຍເຮັດໃຫ້ສະຫະລັດຄອງແຊັມໂອລິມປິກ ໃນກິລາກາຍະກໍາທຸກທ່າເພດຍິງໄດ້ ເປັນປີທີ 5 ລຽນຕິດ ໃນການແຂ່ງຂັນຢູ່ໂຕກຽວ ໃນປີ 2021 ນັ້ນ ກໍາລັງມຸ້ງໄປຕາມເສັ້ນທາງທີ່ຈະນໍາພານາງ ໄປຊິງເອົາຫຼຽນຄຳ ໃນກິລາ ໂອລິມປິກ ທີ່ຈະຈັດ ຂຶ້ນ ຢູ່ນະຄອນຫລວງປາຣີ ໃນທ້າຍເດືອນໜ້ານີ້ອີກ.

ນາງ ສຸນິສາ ລີ ເປັນລູກສາວຂອງທ່ານ ຮົວ ລີ ແລະນາງເຢັບ ທາວ ທີ່ໄດ້ອົບພະຍົບມາຈາກລາວ ແລ້ວຕັ້ງຖິ່ນຖານຢູ່ໃນສະຫະລັດ. ນາງເປັນຄົນເອເຊຍ-ອາເມຣິກັນ ຜູ້ທໍາອິດທີ່ຕາງໜ້າໃຫ້ແກ່ ສະຫະລັດ ຄວ້າເອົາແຊ້ມໂອລິມປິກ ໃນກິລາກາຍະກໍາມາຄອງເປັນຄັ້ງທີ 5 ແລະ ກໍນໍາເອົາຫລຽນຄໍາຈາກໂຕກຽວ ບ່ອນທີ່ຈັດງານມະຫາກໍາກິລາໂອລິມປິກ ລະດູຮ້ອນ ໃນເດືອນ 8 ປີ 2021 ກັບມາບ້ານ. ປີນີ້ນາງກໍມຸ້ງຫວັງທີ່ຈະເຮັັດໃຫ້ຄົນທົ່ວປະເທດສະຫະລັດ ໂດຍສະເພາະແມ່ນປະຊາຄົມຊາວມົ້ງ ທີ່ອົບພະຍົບມາຈາກລາວ ມີຄວາມພູມໃຈຕໍ່ຄວາມສາມາດຂອງນາງອີກ. ນາງສຸນີສາ ອາຍຸ 21 ປີ ຄົນນີ້ ກໍາລັງມຸ້ງໜ້າໄປເຂົ້າຮ່ວມໃນການແຂ່ງຂັນທີ່ເອີ້ນວ່າ Olympic Trials ໃນວັນທີ 27 ຫາ 30 ເດືອນນີ້ ຢູ່ທີ່ເມືອງ ມິນນີອາໂປລິສ, ລັດມິນເນໂຊຕາ ຊຶ່ງນາງຈະແຂ່ງໃຫ້ໄດ້ເປັນນັກກິລາກາຍະກໍາຍິງຄົນນຶ່ງຕາງໜ້າປະເທດໄປແຂ່ງເອົາຫຼຽນ ໃນງານມະຫາ ກໍາກິລາໂອລິມປິກທີ່ ຈະຈັດຂຶ້ນໃນນະຄອນຫລວງປາຣີ ໃນທ້າຍເດືອນ ກໍລະກົດ ໄປຈົນຮອດ ວັນທີ 11 ສິງຫາ 2024 ນີ້.

ເສັ້ນທາງຂອງການເປັນນັກກິລາໂອລິມປິກຂອງນາງ ໃນເທື່ອນີ້ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກຍ້ອນວ່າ ນາງຕ້ອງຕໍ່ສູ້ກັບພະຍາດໝາກໄຂ່ຫລັງສອງຊະນິດທີ່ປົວໄດ້ຍາກນັບແຕ່ເດືອນສິງຫາປີ 2023 ເປັນຕົ້ນມາ ຊຶ່ງເຮັດໃຫ້ນາງຕ້ອງຢຸດ ການຝຶກຊ້ອມກິລາເປັນເວລາ 6 ເດືອນ. ແຕ່ນາງບໍ່ຍອມໃຫ້ພະຍາດຂອງນາງ ມາກີດກັນ ບໍ່ໃຫ້ນາງກັບໄປຫາກິລາທີ່ນາງມັກມາຕັ້ງແຕ່ຍັງນ້ອຍນັ້ນໄດ້. ຫລັງຈາກອາການໄຄ່ບວມຕາມຕົນໂຕ ແລະແຂ່ງຂາຂອງນາງເລີ້ມຫາຍໄປແດ່ແລ້ວ ນາງກໍໄດ້ຄ່ອຍໆຝຶກກາຍະກໍາໄປເທື່ອລະກ້າວ ຈົນນາງແຂງແຮງພໍ ແລະະເກັ່ງພໍຈຶ່ງຕັດສິນໃຈເຂົ້າຮ່ວມການແຂ່ງຂັນ ເພື່ອຊິງເອົາແຊ້ມລະດັບຊາດ ຫລື National Championship ທີ່ຈັດຂຶ້ນໃນວັນທີ 31 ພຶດສະພາ ແລະວັນທີ 2 ເດືອນນີ້ ຊຶ່ງໃນນັ້ນ ນາງໄດ້ລົງແຂ່ງໃນທັງໝົດສີ່ທ່າຂອງ ກິລາກາຍະກໍາ ຊຶ່ງກໍຄື ທ່າເຕັ້ນຕີລັງກາຢູ່ເທິງພື້ນ (floor), ທ່າຕີລັງກາຂ້າມແປ້ນມ້າທີ່ສູງ (vault), ທ່າຫ້ອຍໂຫນຈັບຮາວ ຕໍ່າແລະສູງທີ່ບໍ່ສະເໝີກັນ (uneven bars), ແລະ ທ່າຕີລັງກາຢູ່ເທິງທ່ອນໄມ້ພຽງ ນັ້ນໄດ້ ດັ່ງທີ່ ນາງ ເບີນນາເດັດ ແວງ, ນ້ອງສາວພໍ່ຂອງນາງ ທີ່ອາໄສຢູ່ໃກ້ກັນກັັັບຄອບຄົວຂອງນາງ ໃນເມືອງເຊັນພອລ, ລັັດມິນເນໂຊຕາ ກ່າວຕໍ່ ພວກເຮົາວ່າ:

“ນາງ​ໄດ້​ແຂ່ງ​ຂັນ​ໃນ​ທັງ​ສີ່​ທ່າ​. ເຈົ້າ​ຮູ້​ຈັກບໍ່​ ນາງບໍ່ໄດ້ເຂົ້າແຂ່ງຂັນພ້ອມກັນທັງ 4 ທ່າ ມາໄລຍະນຶ່ງ. ແຕ່ສະເພາະໃນການແຂ່ງຂັນຄັ້ງນີ້ ນາງໄດ້ແຂ່ງຂັນໝົດທັງ 4 ທ່າ ແລະນາງກໍເຮັດໄດ້ດີຫຼາຍ, ຂ້າພະເຈົ້າຫມາຍຄວາມວ່າ ໂດຍລວມແລ້ວ ນາງໄດ້ເປັນທີສີ່. ສະນັ້ນອີກເທື່ອນຶ່ງ ນັ້ນເປັນການພິສູດເຖິງຄວາມຕັ້ງໃຈທີ່ເຂັ້ມແຂງຂອງນາງ ແລະເຈົ້າຮູ້, ຄວາມຕັ້ງໃຈ, ການອຸທິດຕົນຕໍ່ກິລານີ້.”

ສໍາລັບນາງ ສຸນິສາແລ້ວ ນາງໄດ້ເວົ້າຢູ່ໃນ Instagram ເມື່ອທ້າຍປີກາຍນີ້ວ່າ:

"ການກັບມາຄັ້ງນີ້ ແມ່ນມີຄວາມໝາຍຫຼາຍກ່ວາການກັບຄືນມາເປັນນັກກິລາກາຍະກໍາທີ່ດີສຸດຍອດຂອງຂ້ອຍ, ມັນແມ່ນຂ້ອຍເອງ ທີ່ຈະພິສູດຕົວເອງໃຫ້ເຫັນວ່າຂ້ອຍສາມາດເອົາຊະນະສິ່ງທີ່ຍາກໆໄດ້, ແລະຫວັງວ່າ ຈະເປັນແຮງບັນດານໃຈໃຫ້ຄົນອື່ນ ເພື່ອບໍ່ຄວນໃຫ້ອຸປະສັກໃນຊີວິດຂອງເຈົ້າ ມາກີດກັນການເດີນໄປຕາມຄວາມຝັນຂອງເຈົ້າໄດ້."

ນາງແຂ່ງໄດ້ອັນດັບທີ 4 ໃນຈໍານວນ 41 ຄົນ ທີ່ເຂົ້າແຂ່ງຂັນເອົາແຊ້ມແຫ່ງຊາດໃນຕົ້ນເດືອນນີ້, ອີງຕາມເວັບໄຊທ໌ ຂອງ USA Gymnastics https://usagym.org/national-titles-olympic-trials-berths-on-the-line-at-2024-xfinity-u-s-gymnastics-championships/

ຊຶ່ງມັນເປັນການສະແດງອອກໃຫ້ເຫັນຢ່າງຊັດເຈນວ່າ ນາງມີຄວາມມຸ້ງໝັ້ນ ແລະຕັດສິນໃຈສູງ ສະນັ້ນ ທາງຄອບຄົວຂອງນາງ ຈຶ່ງມີຄວາມຫວັງຢ່າງແຮງກ້າວ່ານາງຈະໄດ້ກັບຄືນໄປແຂ່ງໃນກິລາໂອອລິມປິກອີກ ເປັນຄັ້ງທີສອງ ໃນເດືອນໜ້ານີ້ ດັ່ງທີ່ອາຂອງນາງ ບອກວ່າ:

“ຄອບຄົວ, ພວກເຮົາມີຄວາມຫວັງຢ່າງສູງ. ສິ່ງທີ່ພວກເຮົາກໍາລັງແນໃສ່ກໍຄືນາງຈະເຮັດໃຫ້ມັນໄດ້ເຂົ້າທີມຊາດສະຫະລັດໃຫ້ໄດ້. ສະນັ້ນຫລະ ຂ້ອຍເວົ້າວ່ານາງວາງອັນດັບທີ 4 ໃນການແຂ່ງຂັນຄັ້ງຫລ້າສຸດນັ້ນ ເປັນສິ່ງທີ່ສະແດງໃຫ້ເຫັນວ່າ ນາງຈະແຂ່ງກັບໝູ່ໄດ້ ແລະນາງຈະເຮັດໃຫ້ໄດ້ຮັບຕຳແໜ່ງໃດນຶ່ງ ຢູ່ໃນທີມຂອງສະຫະລັດ.”

ສ່ວນທ່ານນາງ ກາຢິງ ຢັງ, ຊຶ່ງເປັນຜູ້ນໍາຄົນທີ່ຫ້າວຫັນໃນການເຄື່ອນໄຫວທາງ ການເມືອງເພື່ອຜົນປະໂຫຍດຂອງປະຊາຄົມເອເຊຍຕາເວັນອອກສຽງໃຕ້ ແລະ ເປັນຜູ້ນຶ່ງ ໃນຄະນະກໍາມະການທີ່ປຶກສາຂອງປະທານາທິບໍດີ ໂຈ ໄບເດັນ ໃນເລື້ອງຂອງຊາວອາເມຣິກັັນເຊື້ອສາຍເອເຊຍ ແລະເກາະປາຊີຟິກ ກໍເວົ້າວ່າ:

“ໃຜກໍ່ຕາມທີ່ເປັນນັກກິລາຊັ້ນຍອດ ຄື ສຸນິສາ, ຂ້າພະເຈົ້າຄິດວ່າ ຮັກກິລານີ້ຫຼາຍ. ແລະຍັງມີຄວາມຕັ້ງໃຈທີ່ຈະເຮັດວຽກຫນັກໆ ແລະຂ້າພະເຈົ້າຄິດວ່າ ບາງຄັ້ງສໍາລັບພວກເຮົາຜູ້ທີ່ເປັນຜູ້ຊົມ, ພວກເຮົາບໍ່ເຫັນອີກດ້ານນຶ່ງທີ່ນາງອາດຈະເຮັດວຽກກາງຄືນແລະກາງເວັນ ເພື່ອຝຶກຊ້ອມ ແລະຝຶກກິລາຂອງນາງ. ຂ້າພະເຈົ້າຄິດວ່າ ຜູ້ໃດກໍ່ຕາມ ທີ່ເປັນນັກກິລາຊັ້ນຍອດ, ພຽງແຕ່ເບິ່ງຮູບເງົາສາລະຄະດີ ຂ້ອຍກໍເຂົ້າໃຈ, ເບິ່ງຄົນອ້ອມຂ້າງຂ້ອຍກໍຮູ້ແລ້ວວ່າ ພວກເຂົາເຮັດວຽກຫນັກ. ເພື່ອໃຫ້ປະສົບຜົນສໍາເລັດ ເຈົ້າຕ້ອງເຮັດວຽກຫນັກ. ແນ່ນອນ, ຂ້ອຍແນ່ໃຈວ່າ ມີອົງປະກອບຂອງພອນສະຫວັນ ແລະປັດໄຈອື່ນໆນໍາ ທີ່ຜັກດັນ ແລະເປັນແຮງບັນດານໃຈຂອງນາງ ແລະກະຕຸ້ນໃຫ້ນາງ ໄປຢູ່ໃນຈຸດສູງສຸດຂອງກິລາຂອງນາງ. ນັ້ນຄືສິ່ງທີ່ພວກເຮົາທຸກຄົນຄວນຍົກຍ້ອງ ແລະນັບຖືນັກກິລາ ຄື ສຸນິສາ. ຂ້ອຍຄິດວ່າ ມັນເປັນສິ່ງມະຫັດສະຈັນແທ້ໆ ແລະພວກເຮົາກໍຢາກຍົກຍ້ອງນາງ, ຂ້ອຍຄິດວ່າ ໃນຊຸມຊົນພວກເຮົາກໍພາກັນຍົກຍ້ອງວ່າ ນາງເປັນຄົນທີ່ຮັບຮູ້ຮາກເຫງົ້າຂອງລາວ ມາຈາກລາວ, ທັງຍັງຮັບຮູ້ ຊົນເຜົ່າຂອງນາງວ່າ ເປັນມົ້ງຄົນນຶ່ງ ເປັນລູກສາວຂອງຄອບຄົວ. ສະນັ້ນ, ຂ້ອຍພູມໃຈໃນສິ່ງນັ້ນຫຼາຍ ແລະຊົມເຊີຍນາງຢູ່ໄກໆ.”

ສໍາລັບຜູ້ທີ່ຈະເຂົ້າແຂ່ງຂັນໃນ Olympic Trials ຄະນະກໍາມະການກິລາ ໂອລິມປິກ ແຫ່ງຊາດຂອງສະຫະລັດ ຈະເລືອກເອົາ 5 ຄົນໃນຈໍານວນ 26 ຄົນ ທີ່ຈະເຂົ້າແຂ່ງຂັນ. ພວກທີ່ໄດ້ເຂົ້າຮ່ວມ ລ້ວນແລ້ວແຕ່ເປັນຄົນເກັ່ງທັັງນັ້ນ. ບາງຄົນ ເຊັ່ນນາງ ຊີໂມລ ບາຍລ໌ ແມ່ນເຄີຍໄດ້ຫຼຽນຄໍາໂອປິກມາຄອງຫລາຍຄັ້ງລຽນຕິດມາແລ້ວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG