ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີໃຕ້ ຮັກສາປະຊາທິປະໄຕ ແມ່ນແຕ່ໃນທ່າມກາງ ການລະບາດໂຄວິດ-19


ການປ່ອນບັດຢູ່ໃນເກົາຫຼີໃຕ້ ພາຍໃຕ້ການແຜ່ລະບາດຂອງໂຄວິດ-19
ການປ່ອນບັດຢູ່ໃນເກົາຫຼີໃຕ້ ພາຍໃຕ້ການແຜ່ລະບາດຂອງໂຄວິດ-19

ຊາວເກົາຫຼີໃຕ້ໄດ້ພາກັນລຽນແຖວຢືນຢູ່ຫ່າງກັນ ລ້າງມືເຂົາເຈົ້າ ແລະໃສ່ໜ້າກາກ ແລະ
ຊົບມືຢູ່ຕາມໜ່ວຍປ່ອນບັດ ໃນຂະນະທີ່ເຂົາເຈົ້າເຂົ້າຮ່ວມນຶ່ງໃນ ການປ່ອນບັດ ທີ່ສຳ
ຄັນຂອງໂລກ ໃນຍຸກສະໄໝໄວຣັສໂຄໂຣນາ.

ຫຼັງຈາກ ການແຜ່ລະບາດຂອງໄວຣັສໂຄໂຣນາ ທີ່ໄດ້ຊ້າລົງ ເກົາຫຼີໃຕ້ ໄດ້ຈັດ ຕັ້ງປະຕິ
ບັດມາດຕະການທີ່ກວ້າງຂວາງຫຼາຍຢ່າງ ເພື່ອຄໍ້າປະກັນການປ່ອນບັດ ເລືອກຕັ້ງສະ
ພາ ໃນວັນພຸດມື້ນີ້ ທີ່ຈະບໍ່ເຮັດໃຫ້ການລະບາດຂອງພະຍາດກັບ ຄືນມາໃໝ່ອີກ.

ໂດຍຢືນຫ່າງກັນນຶ່ງແມັດ ບັນດາຜູ້ປ່ອນບັດເລີ້ມລຽນແຖວແຕ່ 6 ໂມງເຊົ້າຕາມ ເວລາ
ໃນທ້ອງຖິ່ນຢູ່ຕາມໜ່ວຍປ່ອນບັດຕ່າງໆທີ່ໄດ້ມີການຂ້າພະຍາດກ່ອນການ ເລືອກຕັ້ງ.
ພວກພະນັກງານຢູ່ໜ່ວຍເລືອກຕັ້ງໄດ້ບີບນໍ້າຢາລ້າງມື ແລະເອົາຊົບ ມືປລາສຕິກທີ່
ໃຊ້ແລ້ວຖິ້ມພ້ອມນັ້ນໃຫ້ ໃນຂະນະທີ່ກວດອຸນຫະພູມດ້ວຍການໃຊ້ ເຄື່ອງວັດແທກທີ່
ບໍ່ຢູ່ໃກ້ໂຕ. ສຳລັບຜູ້ທີ່ມີອາການ ໄດ້ປ່ອນບັດຢູ່ບ່ອນຕ່າງຫາກ.

ບັນດາຜູ້ທີ່ກັກຕົນເອງ ຫຼືແຍກຕົນເອງນັ້ນ ຈະໄດ້ອະນຸຍາດໃຫ້ປ່ອນບັດຫຼັງຈາກການ
ການປ່ອນບັດທຳມະດາສິ້ນສຸດລົງ ໃນແລງມື້ນີ້.

ປະສົບພະການຂອງເກົາຫຼີໃຕ້ ອາດເປັນການແນະນຳແຜນການເລືອກຕັ້ງໃຫ້ແກ່ບັນ
ດາປະເທດຕ່າງໆ ໃນໄລຍະເວລາ ໃຫ້ມີການຢູ່ຫ່າງກັນໃນສັງຄົມ. ບັນດາ ຜູ້ຊ່ຽວຊານ
ເຕືອນວ່າ ການນຳເອົາຜູ້ປ່ອນບັດຫຼາຍລ້ານຄົນມາຢູ່ບ່ອນດຽວກັນນັ້ນ ອາດເຮັດໃຫ້
ເຊື້ອໄວຣັສແຜ່ລະບາດໄດ້ຢ່າງວ່ອງໄວ.

ຢູ່ບັນດາປະເທດອື່ນໆບ່ອນທີ່ໄວຣັສຍັງບໍ່ທັນໄດ້ຖືກຄວບຄຸມນັ້ນ ການເລືອກ ຕັ້ງໄດ້
ຖືກໂຈະໄວ້.

ແຕ່ວ່າການເລື່ອນປ່ອນບັດລົງຄະແນນສຽງນັ້ນ ເປັນເລື້ອງທີ່ເລື່ອນບໍ່ໄດ້ສຳລັບ ຊາວ
ເກົາຫຼີໃຕ້ ທີທ່ານນາງເດຢວນ ກິມ ໄດ້ກ່າວ ທີ່ປຶກສາອາວຸໂສຂອງກຸ່ມຮັບ ມືກັບວິກິດ
ການສາຂອງ ເຂດເອເຊຍຕາເວັນອອກສຽງເໜືອ.

ທ່ານນາງກ່າວວ່າ “ຊາວເກົາຫຼີໃຕ້ໄດ້ຮັບຜົນສະທ້ອນຈາກສອງລະບອບຜະເດັດ
ການລະຫວ່າງປີ 1963 ຫາ 1988 ເພາະສະນັ້ນການເລືອກຕັ້ງເປັນສິ່ງສໍາຄັນ ສຳລັບປະຊາທິປະໄຕຂອງເຂົາເຈົ້າ. ແມ່ນແຕ່ສົງຄາມເກົາຫຼີກໍຍັງບໍ່ສາມາດຢຸດ ເຂົາເຈົ້າໄດ້
ໃນການປ່ອນບັດເລືອກຕັ້ງປະທານາທິບໍດີ ປີ 1952.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG