ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການພົບວ່າ ບາງຄົນ ໃນພັກຣີພັບບລີກັນ ໄດ້ປ່ຽນ ທັດສະນະຄະຕິ ກ່ຽວກັບ ຣັດເຊຍ


Some See Shift In Republican Party's Views of Russia Ahead of Trump-Putin Summit
please wait

No media source currently available

0:00 0:02:07 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ໃນຂະນະທີ່ປະທານທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກະກຽມ ທີ່ຈະພົບປະກັບ
ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໃນສັບປະດາໜ້ານັ້ນ, ບັນດາສະມາ
ຊິກສະພາຈາກພັກຣີພັບບລີກັນຂອງທ່ານ ທຣຳ ແມ່ນໄດ້ສະເໜີເຫດຜົນທີ່ແຕກຕ່າງ
ກັນ ກ່ຽວກັບ ການຢ້ຽມຢາມນະຄອນຫຼວງ ມົສກູ ຂອງເຂົາເຈົ້າເມື່ອບໍ່ດົນມານີ້. ໃນເມື່ອ
ນຶ່ງ ໃນບັນດາສະມາຊິກສະພາສູງ ສະຫະລັດ ໄດ້ຮຽກຮ້ອງໃຫ້ ສະຫະລັດ ຍົກເລີກ
ມາດຕະການລົງໂທດຕໍ່ ຣັດເຊຍ, ແລະ ອີກຄົນນຶ່ງໄດ້ປຽບທຽບການຮັບມືກັບ ມົສກູ ຄື
ຮັບມືກັບພວກແກັ່ງມາເຟຍ. ນັກຂ່າວການທູດຂອງ ວີໂອເອ ຊິນດີ ເຊນ ໄດ້ໃຫ້ທັດສະ
ນະ ໃນສິ່ງທີ່ປາກົດວ່າ ຈະເປັນການປ່ຽນແປງໃນລະຫວ່າງຫຼາຍຄົນ ໃນພັກຣີພັບບລີ
ກັນ, ຜູ້ທີ່ຕາມປະເພນີແລ້ວຈະເຂັ້ມງວດຫຼາຍກັບ ຣັດເຊຍ ໃນຖານະເປັນຄູ່ປໍລະປັກ
ຂອງ ສະຫະລັດ. ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຂະນະທີ່ປະທານາທິບໍດີ ທຣຳ ກຽມພ້ອມອອກເດີນທາງໄປເຂົ້າຮ່ວມກອງປະຊຸມ
ອົງການ ເນໂຕ້ ໃນນະຄອນຫຼວງ ບຣັສໂຊລສ໌ ຂອງປະເທດ ແບລຈຽມ, ແລະ ຫຼັງຈາກ
ນັ້ນກໍແມ່ນການພົບປະນຶ່ງຕໍ່ ນຶ່ງກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ
ໃນນະຄອນ ຫຼວງ ແຮລຊິງກິ ປະເທດ ຟິນແລນ ນັ້ນ, ທ່ານ ທຣຳ ໄດ້ຖືກຖາມແບບ
ລຽບງ່າຍວ່າ “ທ່ານ ປູຕິນ ແມ່ນໝູ່ ຫຼື ສັດຕູ?”

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ຂ້າພະເຈົ້າເວົ້າຕອນນີ້ບໍ່ໄດ້ແທ້ໆ. ເທົ່າທີ່ຂ້າ
ພະເຈົ້າຮູ້ນັ້ນ, ທ່ານແມ່ນຄູ່ແຂ່ງຄົນນຶ່ງ.”

ຄຳເວົ້າຂອງທ່ານປະທານາທິບໍດີ ໄດ້ເນັ້ນເຖິງຄຳເວົ້າ ທີ່ໄດ້ຖືກກ່າວ ເມື່ອສັບປະດາທີ່
ຜ່ານມາໃນປະເທດ ຣັດເຊຍ ໂດຍສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານ
ຣິເຈີດ ແຊລບີ (Richard Shelby), ຜູ້ທີ່ໄດ້ເວົ້າວ່າ ກຸ່ມຂອງທ່ານໄດ້ນຳເອົາບັນຫາ
ໂຕ້ແຍ້ງທຸກປະເພດຂຶ້ນມາເວົ້າກັບເຈົ້າພາບຕ້ອນຮັບຂອງເຂົາເຈົ້າ.

ທ່ານ ແຊລບີ ໄດ້ກ່າວວ່າ “ແຕ່ພວກເຮົາກໍໄດ້ບອກເຂົາເຈົ້າວ່າ ເຖິງແມ່ນວ່າສາຍພົວ
ພັນຂອງພວກເຮົາຈະຕຶງຄຽດກໍຕາມ, ແຕ່ມັນກໍຈະດີ ກວ່ານີ້ສຳລັບໂລກ ທີ່ພວກເຮົາ
ຈະເປັນຄູ່ແຂ່ງກັນຕະຫຼອດໄປ, ແທນ ທີ່ຈະແມ່ນສັດຕູກັນ, ແຕ່ພວກເຮົາຈະຕ້ອງຖ້າ
ເບິ່ງວ່າ ມີຈະເກີດຫຍັງຂຶ້ນ.”

ສະມາຊິກພັກຣີພັບບລີກັນຄົນອື່ນໆໄດ້ເວົ້າວ່າ ເຂົາເຈົ້າໄດ້ຍົກເອົາບັນ ຫາການແຊກ
ແຊງ ຂອງ ຣັດເຊຍ ໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2016 ຂຶ້ນມາເວົ້າ.

ທ່ານ ເຈີຣີ ໂມແຣນ (Jerry Moran) ສະມາຊິກສະພາສູງ ພັກຣີພັບ ບລີກັນ ໄດ້ກ່າວ
ວ່າ “ຂໍ້ຄວາມຂອງພວກເຮົາສຳລັບ ຣັດເຊຍ ກໍແມ່ນ ພວກເຮົາເຊື່ອວ່າພວກເຈົ້າໄດ້
ເຂົ້າມາແຊກແຊງໃນການເລືອກຕັ້ງຂອງພວກເຮົາ ແລະ ຢ່າເຮັດອີກໃນປີ 2018 ແລະ
2020. ຖ້າພວກເຈົ້າຢາກໃຫ້ສາຍພົວພັນນີ້ດີຂຶ້ນ, ເຈົ້າຕ້ອງສະແດງໃຫ້ເຮົາເຫັນວ່າ
ການເລືອກຕັ້ງຂອງພວກເຮົາແມ່ນສິ່ງຕ້ອງຫ້າມ ສຳລັບການແຊກແຊງຂອງເຈົ້າ.”

ແຕ່ບັນດານັກວິເຄາະບາງຄົນເວົ້າວ່າ ມັນມີສັນຍານຕ່າງໆທີ່ການວາງຕົວຂອງ ພັກຣີ
ພັບບລີກັນ ໄດ້ກາຍມາສະໜັບສະໜູນທ່ານປະທານາທິບໍດີ ແລະ ສະໜັບສະໜູນ
ຣັດເຊຍ ຫຼາຍຂຶ້ນ, ເປັນການປ່ຽນແປງຈາກການຢືນຢັດຂອງພັກ ທີ່ມີມາຫຼາຍທົດສະ
ວັດແລ້ວ.

ທ່ານ ມາກ ຊີມາຄອຟສກີ (Mark Simakovski) ຈາກສະພາ ແອັດແລນຕິກ ກ່າວ
ຜ່ານທາງສໄກປວ່າ “ແລະ, ສະນັ້ນ ດັ່ງຜົນທີ່ອອກມາ, ທັດສະນະຄະຕິຊະນິດທີ່ພ້ອມ
ພຽງກັນແລະມາຈາກສອງພັກການເມືອງ ທີ່ລັດຖະສະພາມີຈົນຮອດທຸກມື້ນີ້, ອັນທີ່
ເຂົາເຈົ້າ ໄດ້ສະແດງທ່າທີ ທີ່ໜັກແໜ້ນຕໍ່ ຣັດເຊຍ ນອກຈາກວ່າ ເຮົາຈະເຫັນການ
ປ່ຽນແປງການປະພຶດຕ່າງໆຂອງ ຣັດເຊຍ ນັ້ນ, ມັນອາດຜ່ອນເບົາລົງໄດ້.”

ແຕ່ບັນດານັກຊ່ຽວຊານຄົນອື່ນໆແມ່ນບໍ່ໄດ້ເຫັນພ້ອມ, ໂດຍເວົ້າວ່ານະໂຍບາຍ ສະຫະ
ລັດ ແລະ ມາດຕະການລົງໂທດທີ່ວາງອອກໂດຍລັດຖະສະພາ ແມ່ນຮຸນແຮງກວ່າຄຳ
ເວົ້າຂອງທ່ານ ທຣຳ.

ທ່ານ ລູຄ໌ ຄອຟຟີ ຈາກມູນນິທິ ເຮຣິເທຈ໌ ກ່າວວ່າ “ຂ້າພະເຈົ້າຈະເວົ້າວ່າໂດຍສ່ວນ
ໃຫຍ່, ລັດຖະສະພາ ສະຫະລັດ ໃນແນວທາງທີ່ເປັນລັກສະນະ ສອງພັກການເມືອງນັ້ນ
ຍັງຄົງມີຄວາມສົງໄສ ກ່ຽວກັບ ທຸກໆຮູບແບບຂອງການສ້າງມິດຕະພາບກັບ ຣັດເຊຍ.”

ປະທານາທິບໍດີ ທຣຳ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີ້ ວ່າ ການພົບປະຂອງທ່ານກັບ
ທ່ານ ປູຕິນ ໃນນະຄອນ ແຮລຊິງກິ ນັ້ນ ອາດຈະງ່າຍກວ່າ ການພົບປະຂອງທ່ານກັບ
ພັນທະມິດທັງຫຼາຍຂອງ ສະຫະ ລັດ ໃນນະຄອນຫຼວງ ບຣັສໂຊລສ໌ ແລະ ທີ່ປະເທດ
ອັງກິດ.

As U.S. President Donald Trump prepares to meet with Russian President Vladimir Putin next week, lawmakers from Trump's Republican Party are offering differing accounts of their recent visit to Moscow. While one U.S. senator called for the United States to lift sanctions against Russia, another compared dealing with Moscow to dealing with the mafia. VOA Diplomatic Correspondent Cindy Saine looks at what appears to be a shift among many in the Republican Party, who traditionally have taken a very hard line on Russia as an adversary of the United States.

As President Trump prepared to leave for the NATO Summit in Brussels, and then a one-on-one meeting with Russian President Vladimir Putin in Helsinki, Trump was asked simply, "Is Putin a friend or a foe?"

"I really can't say right now. As far as I'm concerned, a competitor."

The president's statement echoed the language used last week in Russia by Republican Senator Richard Shelby, who said his group brought up all kind of contentious issues with their hosts.

"But we also told them that although our relationship is strained, it would be better for the world for us to be competitors, always, rather than adversaries, but we'll have to see what happens."

Other Republican senators said they did bring up Russia's interference in the 2016 U.S. presidential elections.

"Our messages to the Russians were: 'we believe you meddle in our elections and don't do so in 2018 and 2020. If you want this relationship to improve, you need to demonstrate to us that our elections are off limits for your interference.'"

But some analysts say there are signs the Republicans' position is becoming more supportive of the president and more pro-Russian, changing a stance the party has held for decades.

"And, so as a result, the kind of unified, bipartisan view that Congress has had up to now, that it has to take a tough line against Russia unless we see changes in Russian behavior, could be wavering."

But other experts disagree, saying U.S. policy and the sanctions imposed by Congress are tougher than Trump's rhetoric.

"I would say by and large, the U.S. Congress in a bipartisan way remains very skeptical of any sort of rapprochement with Russia."

President Trump told reporters his meeting with Putin in Helsinki might be easier than his meetings with U.S. allies in Brussels and in Britain.

XS
SM
MD
LG