ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາໂຊ​ມາ​ເລຍ ເລືອກ​ເອົາ​ ປະທານາທິບໍດີ​ຄົນ​ໃໝ່ ໃນມື້ນີ້


A man ice fishes at Lake Michigan Water Trail Launch Site in Chicago, Illinois, Dec. 18, 2013.
A man ice fishes at Lake Michigan Water Trail Launch Site in Chicago, Illinois, Dec. 18, 2013.
ສະພາແຫ່ງ​ຊາດໂຊ​ມາ​ເລຍ ລົງ​ຄະແນນສຽງ​ເລືອກ​ເອົາ​ປະທາ
ນາທິບໍດີ​ຄົນ​ໃໝ່ ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນຂັ້​ນຕອນ​ສຸດ​ທ້າຍ​ຂອງ​
ແຜນການທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກອົງ​ການ​ສະຫະ​ປະຊາ​ຊາດ
​ ​ເພື່ອຈັດ​ຕັ້ງ​ລັດຖະບານ​ຊຸດ​ໃໝ່​ຂຶ້ນ​ມາ​ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່ແຫຼມ​
ອາ​ຟຣິກາຕາ​ເວັນ​ອອກແຫ່ງ​ນັ້ນ ທີ່ບໍ່​ມີ​ລັດ​ຖະບານ​ກາງທີ່​ມີ
ປະສິດທິ​ພາບ ມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ.

​ມີ​ຫຼາຍ​ກວ່າ 20 ​ຄົນ ທີ່​ລົງ​ສະມັກ​ເອົາ​ຕໍາ​ແໜ່​ງດັ່ງກ່າວ
ຮວມທັງປະທານາທິບໍດີ ​ແລະ​ນາຍົກ​ລົດ​ຖະມົນຕີ ຄົນ​ປັດຈຸບັນ.


Map of Somalia
Map of Somalia

ຖ້າ​ຫາກ​ວ່າ ບໍ່ມີຜູ້ສະໝັກ​ຄົນໃດໄດ້​ຮັບ​ຄະ​ແນນ​ສຽງ​ຮອດ 2/3 ​
ໃນ​ຮອບທໍາ​ອິດ ​ແລະ​ ຄະ​ແນນ​ສຽງ​ສ່ວນຫຼາຍ​ໃນ​ຮອບ​ທີ 2 ​
ແລ້ວ​ນັ້ນ ກໍ​ຈະ​ມີ​ການ​ປ່ອນ​ບັດເປັນ​ຮອບ​ທີ່ 3.

​ໃນ​ຂະນະ​ທີ່​ທາງອົງ​ການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວເຖິງ​ການ​
ເລືອກຕັ້ງໃນ​ປະ​ເທດ​ທີ່​ຖືກ​ທໍາລາຍ​ໂດຍ​ເສິກ​ສົງຄາມ​ແຫ່ງນີ້​ວ່າ
​ເປັນ​ເຫດການ​ຄັ້ງ​ປະວັດ​ສາດນັ້ນ ພວກ​ວິພາກ​ວິຈານທັງຫລາຍ
​ກ່າວ​ວ່າ ຂັ້ນ​ຕອນນີ້​ບໍ່​ມີ​ຫຍັງ​ຫລາຍ​ໄປ​ກ່ວາການສັບ​ຊ້ອນບຸກຄົນ
ແລະ​ຕໍາ​ແໜ່​ງທີ່ສໍາຄັນ ​ເທົ່າ​ນັ້ນ​.

ສະພາໃໝ່ຂອງ​ໂຊ​ມາ​ເລຍ ​ໄດ້​ພົບ​ປະກັນເປັນ​ຄັ້ງ​ທໍາ​ອິດ​ໃນ​ເດືອນ​ແລ້ວ​ນີ້ ​ເຮັດ​ໃຫ້ການ
​ປົກຄອງໄລຍະ​ຂ້າມ​ຜ່ານ​ມາ​ເປັນ​ເວລາ 8 ປີ​ ທີ່ເຕັມ​ໄປ​ດ້ວຍ​ການ​ຕໍ່ສູ້​ກັນ​ຢູ່​ພາຍ​ໃນ
ແລະການຂາດປະສິດທິ​ຜົນ​ນັ້ນ ​ສິ້ນ​ສຸດ​ລົງ​.
XS
SM
MD
LG