ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ເສຍຊີວິດ ຈາກເຫດລະເບີດ ຢູ່ໂມກາດິສຊູ ເພີ້ມຂຶ້ນເປັນ 300 ຄົນ


ບັນດາລົດໂຮງໝໍ ສົ່ງຄົນເຈັບ ຜ່ານບ່ອນເກີດເຫດ ຈາກການ ວາງລະເບີດ ໃນວັນເສົາອາທິດແລ້ວນີ້.
ບັນດາລົດໂຮງໝໍ ສົ່ງຄົນເຈັບ ຜ່ານບ່ອນເກີດເຫດ ຈາກການ ວາງລະເບີດ ໃນວັນເສົາອາທິດແລ້ວນີ້.

ຈຳນວນ​ຜູ້​ເສຍ​ຊີວິດໃນ ນະຄອນຫລວງ Mogadishu ປະເທດໂຊ​ມາ​ເລຍ ​ໄດ້ເພີ້ມ​ຂຶ້ນ
​ເຖິງ 300 ຄົນ ໃນ​ຂະນະ​ທີ່​ພວກກູ້​ໄພ ຍັງ​ຊອກ​ຄົ້ນ​ຫາ​ບັນດາ​ຜູ້​ລອດ​ຊີວິດມາໄດ້ ຈາກ
​ເຫດລະ​ເບີດ​ແຕກ​ທີ່​ຮ້າຍ​ແຮງ ໂດຍຖິ້ມໂທດ​ໃສ່​ພວກ​ຫົວ​ຮຸ​ນ​ແຮງ​ລັດ​ອິສລາມ.

ດອກ​ເຕີ Abdulkadir Adam ຫົວໜ້າ​ບໍລິການລົດ​ໂຮງ​ໝໍນະຄອນຫລວງ Mogadishu
ກ່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ກ​ໂຊ​ມາ​ເລຍວ່າ 302 ຄົນ​ໄດ້ຮັບການ​ຢືນຢັນ​ວ່າ ​ເສຍຊີວິດ​ຈາກ​
ເຫດລະ​ເບີດ​ແຕກ ທີ່​ໄດ້ມີການ​ໂຈມ​ຕີ​ຢູ່ທາງຄົບ​ທີ່ແອ​ອັດ ​ໃນ​ນະຄອນຫລວງ​ຂອງໂຊ​ມາ​
ເລຍ ​ໃນ​ຕອນ​ແລງ​ວັນ​ເສົາທີ່​ຜ່າ​ມມາ.

ລັດຖະບານ​ກ່າວ​ວ່າ 429 ຄົນ​ ໄດ້​ຮັບ​ບາດ​ເຈັບ ​ໄດ້ຖືກ​ສົ່ງໄປ​ໂຮງໝໍ​ ປະຈຳ​ເຂດ​ທ້ອງ​ຖິ່ນ​
ຕ່າງໆ​ແລະ​ຈຳນວນ​ຜູ້​ຕາຍ​ອາດຈະ​ເພີ້​ມຂຶ້ນຕື່ມ. ຜູ້​ໄດ້​ຮັບ​ບາດ​ເຈັບ​ຮ້າຍ​ແຮງ​ກວ່າ 30 ຄົນ
​ ໄດ້​ສົ່ງ​ໂດຍເຮືອບິນໄປ​ເທີ​ກີ​ ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ປິ່ນປົວ ຮວມທັງ​ນັກ​ຂ່າວວີ​ໂອ​ເອ
ພະ​ແນ​ກພາສາ​ໂຊ​ມາ​ເລຍ ທ່ານ Abdulkadir Mohamed Abdulle.​

ຍັງ​ບໍ່​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ແຕ່ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໂຊ​ມາ​ເລຍ ​ແລະ
​ບັນດາ​ຜູ້​ຊ່ຽວຊານ​ກໍ່​ການ​ຮ້າຍ​ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ພວກ​ຫົວ​ຮຸນ​ແຮງ al-Shabab ​ໄດ້
​ຢູ່​ເບື້ອງ​ຫລັງ​ການ​ວາງ​ລະ​ເບີດນີ້.

ອະດີດ​ເຈົ້າ​ໜ້າ​ທີ່​ສືບ​ລັບ ທ່ານ Abdi Hassan Hussein ກ່າວ​ຕໍ່ ວີ​ໂອ​ເອ ວ່າ “​ເຖິງ​ແມ່ນ​
ວ່າ​ເຂົາ​ເຈົ້າ​ອ້າງ​ເອົາ ຫລື​ບໍ່​ອ້າງ​ເອົານັ້ນ ບໍ່​ມີ​ຫຍັງ​ແຕກ​ຕ່າງ ພວກ​ເຮົາ​ຮູ້​ການ​ປະ​ຕິ​ບັດ​ທີ່​ໄດ້​
ເກີດ​ຂຶ້ນ ​ມັນ​ແມ່ນກຸ່ມ al-Shabab. ລາຍ​ລະ ອຽດ​ທີ່​ພວກ​ເຮົາ​ໄດ້​ຮັບສ​ະ​ແດງ​ໃຫ້ເຫັນ​ວ່າ
ນີ້​ແມ່ນ​ການ​ກະທຳ​ຂອງກຸ່ມ al-Shabab ມັນມີ​ເຄື່ອງໝາຍ​ຂອງ​ເຂົາ​ເຈົ້າ.”

​ໃນ​ວັນ​ຈັນ​ວານ​ນີ້ ອະດີດ​ຜູ້ນຳ​ສູງສຸດ​ຂອງ al-Shabab ​ໄດ້​ປະນາມ​ການວາງ​ລະ​ເບີດ.
ທ້າວ Mukhtar Robow ອະດີດ​ຜູ້​ຮອງ emir al-Shabab ​ໄດ້​ຮ້ອງ​ການ​ໂຈມ​ຕີ​ວ່າ “ປ່າ​ເຖື່ອນ” ​ແລະ​ “ເປັນ​ໂສກ​ນາດຕະກຳ​ທີ່​ຮ້າຍ​ແຮງ.”

ອະດີດຜູ້ຮອງ emir ກຸ່່ມກໍ່ການຮ້າຍ al-Shabab ທ່ານ Mukhtar Robow ກຳລັງບໍລິຈາກເລືອດ ຢູ່ໂຮງໝໍໃນນຄະຄອນ Mogadishu.
ອະດີດຜູ້ຮອງ emir ກຸ່່ມກໍ່ການຮ້າຍ al-Shabab ທ່ານ Mukhtar Robow ກຳລັງບໍລິຈາກເລືອດ ຢູ່ໂຮງໝໍໃນນຄະຄອນ Mogadishu.

ທ່ານ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ພວກ​ທີ່ຢູ່​ເບື້ອງຫລັງ​ດັ່ງກ່າວ​ນີ້ ຜູ້ທີ່​ມີລາຍ​ມືຢູ່​ນີ້ຕ້ອງ​ຢຸດ
​ຢັ້ງ​ການ​ນອງ​ເລືອດ​ຂອງຊາວ​ມຸສລິ​ມ​ ແລະມີ​ຄວາມ​ເສົ້າສະຫລົດ​ໃຈ. ​ເຈົ້າຈະ​ບໍ່​ໄປ​ສະ
ຫວັນ​ຊັ້ນ​ຟ້າ ​ໂດຍ​ການ​ສັງຫານ​ຜູ້​ໄຮ້​ດຽງສາ.”

ທ່ານ​ກ່າວ​ວ່າ “ຄົນ​ຜູ້​ທີ່​ເຮັດ​ຢ່າງນີ້​ຕ້ອງ​ຢຸດ ຂ້າພະ​ເຈົ້າ​ໝາຍ​ຄວາມວ່າ ກຸ່ມ al-Shabab.”

ພວກປະທ້ວງທີ່ໂກດແຄ້ນ ພາກັນເຕົ້າໂຮມໃກ້ກັບບ່ອນເກີດເຫດໃນວັນເສົາ ທີ່ນະຄອນ Mogadishu ປະເທດ Somalia ວັນທີ 15 ຕຸລາ 2017.
ພວກປະທ້ວງທີ່ໂກດແຄ້ນ ພາກັນເຕົ້າໂຮມໃກ້ກັບບ່ອນເກີດເຫດໃນວັນເສົາ ທີ່ນະຄອນ Mogadishu ປະເທດ Somalia ວັນທີ 15 ຕຸລາ 2017.

ທ່ານ Robow ຊຶ່ງ​ໄດ້​ໂຕນ​ໜີ​ມາຢູ່ກັບຝ່າຍລັດຖະບານຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້ເປັນ​ຜູ້​ກໍ​ຕັ້ງ al-Shabab ​ແລະ​ເປັນ​ຜູ້ນຳ​ໝາຍເລກເບີ​ສອງ​ຂອງ​ກຸ່ມ ​ໃນ​ຂະນະ​ທີ່​ຕໍ່ສູ້​ກັບ​ລັດຖະບານ ​
ແລະ​ກຳລັງສະຫະພາບອາອາ​ຟຣິກາ ​ເພື່ອ​ຄວບ​ຄຸມນະຄອນ Mogadishu ລະຫວ່າງ​ປີ
2007 ​ແລະ​ປີ 2011.

ພວກທີ່ໄດ້ຮັບບາດເຈັບຢ່າງຮ້າຍແຮງ ພາກັນລໍຖ້າຂົນສົ່ງທາງເຮືອບິນໄປ ປະເທດເທີກີ ເພື່ອຮັບການປິ່ນປົວ.
ພວກທີ່ໄດ້ຮັບບາດເຈັບຢ່າງຮ້າຍແຮງ ພາກັນລໍຖ້າຂົນສົ່ງທາງເຮືອບິນໄປ ປະເທດເທີກີ ເພື່ອຮັບການປິ່ນປົວ.

​ໃນ​ລະຫວ່າງ​ນັ້ນ ກຸ່ມ​ດັ່ງກ່າວ​ໄດ້​ນຳ​ປະຕິບັດ​ການ​ໂຈມ​ຕີ​ສະຫຼະຊີ​ບຫລາຍ​ຄັ້ງຢູ່​ໂຮງ​ແຮມ Mogadishu ຊຶ່ງ​ເປັນ​ຮູ້​ດີ​ທີ່​ສຸດ​ແມ່ນ​ການ​ໂຈມ​ຕີ​ໃນ​ປີ 2010 ​ໃສ່​ໂຮງ​ແຮມ Muna ທີ່​ໄດ້​
ສັງຫານ 33 ຄົນ ຮວມທັງ​ສະ​ມາ​ຊິກ​ສະພາ​ຫົກ​ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Mogadishu Explosion
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG