ເລີ້ມແຕ່ເດືອນນີ້ໄປ ເຮືອຫາປາຈີນ ໄດ້ຮັບອະນຸຍາດ ໃຫ້ຫາປາຢູ່ໃນເຂດນ່ານນ້ຳ ນອກແຄມຝັ່ງທະເລຂອງໂຊມາເລຍ ຫຼັງຈາກລັດຖະບານຂອງປະເທດດັ່ງກ່າວ ໄດ້ອອກໃບອະນຸຍາດໃຫ້ ໃນເດືອນແລ້ວນີ້. ເຈົ້າໜ້າທີ່ໂຊມາເລຍກ່າວວ່າ ການອອກໃບອະນຸຍາດເຫຼົ່ານີ້ ຈະຊ່ວຍຫຼຸດຜ່ອນໃນການຫາປາແບບຜິດກົດໝາຍຂອງຕ່າງປະເທດ ແລະຊ່ວຍສົ່ງເສີມເສດຖະກິດ. ແຕ່ພວກຊາວປະມົງໂຊມາເລຍ ມີຄວາມເປັນຫ່ວງວ່າ ເຮືອຫາປາຈີນ ຊຶ່ງມີໃບອະນຸຍາດ ໃນເວລານີ້ ຈະຄອບງຳການຄ້າຂາຍປາ. Mohamed Sheik Nor ມີລາຍງານຈາກໂມກາດິສຊູ ຊຶ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີ ທ່ານ ໃນອັນດັບຕໍ່ໄປ.
ໂຊມາເລຍ ມີເຂດແຄມຝັ່ງທະເລ ທີ່ຍາວຢຽດ 3,300 ກິໂລແມັດ ຊຶ່ງເປັນເຂດແຄມຝັ່ງທີ່ຍາວທີ່ສຸດ ເທິງແຜ່ນດິນໃຫຍ່ຂອງທະວີບອາຟຣິກາ.
ນັບເປັນເວລາຫຼາຍທົດສະວັດມາແລ້ວ ທີ່ປະເທດທຸກຍາກດັ່ງກ່າວ ໄດ້ດີ້ນຮົນຂົນຂວາຍ ຫາທາງປົກປ້ອງເຂດນ່ານນ້ຳແຄມຝັ່ງທະເລຂອງຕົນຈາກການຫາປາແບບຜິດກົດໝາຍຂອງຕ່າງປະເທດ.
ໃນເດືອນມັງກອນນີ້ ໂຊມາເລຍເລີ້ມດຳເນີນການແກ້ໄຂຂໍ້ນຶ່ງ ກ່ຽວກັບເຮືອຫາປາຂອງຕ່າງປະເທດ ໂດຍໄດ້ອອກໃບອະນຸຍາດໃຫ້ເຮືອຫາປາຂອງຈີນ 32 ລຳ.
ທ່ານໂອມາ ອັບຊີໂຣ ຮອງລັດຖະມົນຕີກະຊວງປະມົງຂອງໂຊມາເລຍ ກ່າວວ່າ “ນັບແຕ່ໄດ້ມີການຫາປາແບບຜິດກົດໝາຍຢ່າງແຜ່ກວ້າງ ໂດຍຕ່າງປະເທດ ໃນເຂດນ່ານນ້ຳຂອງພວກເຮົາແລ້ວ ພວກເຮົາແມ່ນກຳລັງພະຍາຍາມຫາທາງຫລຸດຜ່ອນບັນຫານີ້ລົງ ໂດຍອະນຸຍາດ ໃຫ້ມີການຫາປາ ຢ່າງຖືກຕ້ອງຕາມກົດໝາຍ ເພື່ອບໍ່ໃຫ້ພວກເຂົາສືບຕໍ່ປຸ້ນສະດົມ.”
ເຮືອຫາປາຂອງຕ່າງປະເທດ ໄດ້ຄອບງຳນ່ານນ້ຳໂຊມາເລຍມາແຕ່ດົນແລ້ວ ແຕ່ສ່ວນໃຫຍ່ແມ່ນດຳເນີນງານກັນແບບຜິດກົດໝາຍ ຫຼືມີໃບອະນຸຍາດປອມທີ່ອອກໃຫ້ໂດຍເຈົ້າໜ້າທີ່ ທີ່ສໍ້ລາດບັງຫຼວງ.
ທານອັບຊີໂຣ ກ່າວວ່າ ຄ່າທຳນຽມທາງການ ຈາກການຫາປາຂອງຈີນພຽງຢ່າງດຽວເທົ່ານັ້ນ ໃນແຕ່ລະປີ ຈະເຮັດໃຫ້ໂຊມາເລຍ ມີລາຍໄດ້ຫຼາຍກວ່າສອງລ້ານໂດລາ.
ແຕ່ທ້າວມູເຊ ມາໂອ ຄົນຫາປາໃນທ້ອງຖິ່ນ ອາຍຸສີ່ສິບປີຜູ້ນີ້ ມີຄວາມເປັນຫ່ວງວ່າ ເວລານີ້ຈີນມີໃບອະນຸຍາດແລ້ວ ພວກເຂົາກໍຈະຄອບງຳໃນເລື້ອງການຄ້າ.
ທ້າວມູເຊ ມາໂອ ກ່າວວ່າ “ພວກເຮົາໄດ້ຮັບຄວາມເສຍຫາຍຈາກການຫາປາແບບຜິດກົດໝາຍ ຢ່າງຮ້າຍແຮງມາແລ້ວຂອງຕ່າງປະເທດ ແລະເວລານີ້ ພວກເຮົາກໍເລີ້ມກັນອີກ ໃນຂະນະທີ່ລັດຖະບານຂອງພວກເຮົາອອກໃບອະນຸຍາດໃຫ້ແກ່ບໍລິສັດຕ່າງປະເທດ ທີ່ມີອຸບປະກອນດີກວ່າພວກເຮົາ ແລະມີລະບົບຫາປາທີ່ທັນສະໄໝກວ່າພວກເຮົາ ທີ່ມີຢູ່ໃນປັດຈຸບັນ ເພື່ອມາແຂ່ງຂັນກັບພວກເຮົາ.”
ພວກເຈົ້າໜ້າທີ່ໂຊມາເລຍກ່າວວ່າ ເຂົາເຈົ້າຈະໃຫ້ການຄຸ້ມຄອງແກ່ພວກຫາປາຂະໜາດນ້ອຍ ຄືກັນກັບທ້າວມູເຊ ມາໂອ ໂດຍການຕິດຕາມເບິ່ງ ຢ່າງໃກ້ຊິດກ່ຽວກັບການຈັບປາຂອງຈີນ ແລະຈະບໍ່ອະນຸຍາດໃຫ້ພວກເຂົາ ຫາປາຢູ່ໃກ້ຝັ່ງຈົນເກີນໄປ.
ແຕ່ປະທານສະມາຄົມປະມົງຂອງໂຊມາເລຍ ທ່ານຮາສຊັນ ຣອບເລ ກ່າວວ່າ:
“ມີການແຈ້ງໃຫ້ພວກເຮົາຊາບວ່າ ເຮືອຫາປາເຫຼົ່ານັ້ນຈະແນໃສ່ເພື່ອຈັບປາທູນາເປັນການສະເພາະ ພວກເຮົາມີຄວາມເປັນຫ່ວງວ່າ ເຮືອຫາປາເຫຼົ່ານັ້ນຈະລ່ວງລະເມີດຕໍ່ເຂດເສດຖະກິດສະເພາະຂອງພວກເຮົາ ຊຶ່ງຈະຍັງຜົນໃຫ້ມີການຂັດແຍ້ງທາງດ້ານເສດຖະກິດໂດຍກົງ ກັບປະຊາຄົມທີ່ຫາປາຂອງພວກເຮົາ.”
ບັນຫາຂັດແຍ້ງກັບເຮືອຫາປາຕ່າງປະເທດເມື່ອນຶ່ງທົດສະວັດກ່ອນໄດ້ພາໃຫ້ຊາວປະມົງໂຊມາເລຍບາງຄົນ ກາຍເປັນໂຈນທະເລ ຈີ້ກຳປັ່ນຮຽກເງິນຄ່າໄຖ່.
ພວກໂຈນທະເລໄດ້ຫລຸດຈຳນວນລົງນັບຕັ້ງແຕ່ໄດ້ມີການລາດຕະເວນໂດຍກອງທັບເຮືອຂອງຕ່າງປະເທດ ຂະນະທີ່ມີກຳປັ່ນ ໃນຈຳນວນເພີ້ມຂຶ້ນເຂົ້າຮ່ວມການຮັກສາຄວາມປອດໄພ.
ເຮືອຫາປາຈີນທີ່ຫາກໍໄດ້ຮັບອະນຸຍາດໃໝ່ນີ້ ກໍເປັນທີ່ຄາດກັນວ່າ ຈະຕິດອາວຸດນຳດ້ວຍ.
Starting this month, Chinese fishing vessels are allowed to exploit the open waters off the Somali coast, following the granting of licenses by Somalia's government last month.Somali authorities say the permits will reduce illegal foreign fishing and help boost the economy. But Somalifishermenworry the Chinese vessels now have the license to dominate the trade. Mohamed Sheikh Nor reports from Mogadishu.]]
Somalia has a 3,300 kilometer coastline, the longest on the African mainland.
For decades, the impoverished nation has struggled to protect its rich, coastal waters from unlawful, foreign fishing.
Somalia in January began one solution to the invasive ships - the official licensing of 32 Chinese fishing boats.
Omar Abshirow, Somalia's Deputy Minister for Fisheries:
"Since there had been rampant illegal fishing activities in our waters by foreign countries, we're trying to mitigate this issue by legalizing the fishing, so that there would be no need for them to keep looting."
Foreign fishing trawlers have long dominated Somali waters but, most operate illegally or with fake permits sold by corrupt officials.
Abshirow says the official fees from Chinese fishing alone will each year earn the country over two million dollars.
But local fishermen like 40-year-old Muse Maow worry the Chinese now have license to dominate the trade.
Muse Maow, Somali Fisherman:
"We were already suffering from massive illegal fishing by foreigners. And now here we go again as our government licenses foreign companies - who are better equipped and have more modern fishing systems than what we have - to compete with us."
Somali authorities say they will protect small-scale fishermen like Maow by closely monitoring what the Chinese catch and not allowing them to operate too close to the coast.
But the Chairman of Somalia's Fishing Association Hassan Robleh doubts the government will be able to control the Chinese boats.
Hassan Robleh, Chairman of Somalia's Fishing Association:
"We've been informed that those vessels will be targeting the tuna fish in particular. We're concerned that those vessels will be violating ourExclusive Economic Zone, thus resulting in direct economic conflict with our fishing communities."
It was conflict with foreign fishing boats a decade ago that led some Somali fishermen to become pirates - hijacking ships for ransom.
Piracy has since declined with foreign naval patrols and as ships added security.
The newly permitted Chinese fishing boats are also expected to be armed.