ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດໝູ່ເກາະ ໂຊໂລມອນ ບອກກັບ ອອສເຕຣເລຍ ວ່າຕົນຈະທົບທວນຄືນດ້ານຄວາມປອດໄພ


ລັດຖະມົນຕີການຕ່າງປະເທດຈີນ ທ່ານ ຫວັງ ຢີ ແລະ ຄູ່ຮ່ວມຕຳຂອງທ່ານ ຈາກປະເທດໝູ່ເກາະ ໂຊໂລມອນ, ທ່ານ ເຈເຣມາຍອາ ມາເນເລ ເຂົ້າຮ່ວມກອງປະຊຸມຖະແຫຼ່ງຂ່າວ ໃນນະຄອນຫຼວງ ໂຮເນຍຣາ ວັນທີ 26 ພຶດສະພາ 2022. ຈີນ "ບໍ່ມີເຈດຕະນາ" ທີ່ຈະສ້າງຖານທັບທາງທະຫານ ໃນ ໂຊໂລມອນ, ທ່ານ ຫວັງ ກ່າວ ລຸນຫຼັງໄດ້ມີການຄາດການ.
ລັດຖະມົນຕີການຕ່າງປະເທດຈີນ ທ່ານ ຫວັງ ຢີ ແລະ ຄູ່ຮ່ວມຕຳຂອງທ່ານ ຈາກປະເທດໝູ່ເກາະ ໂຊໂລມອນ, ທ່ານ ເຈເຣມາຍອາ ມາເນເລ ເຂົ້າຮ່ວມກອງປະຊຸມຖະແຫຼ່ງຂ່າວ ໃນນະຄອນຫຼວງ ໂຮເນຍຣາ ວັນທີ 26 ພຶດສະພາ 2022. ຈີນ "ບໍ່ມີເຈດຕະນາ" ທີ່ຈະສ້າງຖານທັບທາງທະຫານ ໃນ ໂຊໂລມອນ, ທ່ານ ຫວັງ ກ່າວ ລຸນຫຼັງໄດ້ມີການຄາດການ.

ລັດຖະມົນຕີກະຊວງປ້ອງກັນປະເທດອອສເຕຣເລຍ ທ່ານ ຣີຊາດ ມາເລສ ( Richard Marles) ກ່າວໃນວັນອັງຄານມື້ນີ້ວ່າ ນາຍົກລັດຖະມົນຕີຄົນໃໝ່ຂອງໝູ່ເກາະ ໂຊໂລມອນ ທ່ານ ເຈເຣມາຍອາ ມາເນເລ (Jeremiah Manele) ໄດ້ບອກທ່ານວ່າ ປະເທດເກາະປາຊີຟິກ ກຳລັງດຳເນີນການທົບທວນຄືນດ້ານຄວາມປອດໄພ ຊຶ່ງຈະກຳນົດອະນາຄົດຂອງການຮ່ວມມືດ້ານຕຳຫຼວດ.

ຂໍ້​ຕົກລົງ​ດ້ານ​ຄວາມ​ປອດ​ໄພ​ທີ່​ມີ​ຂຶ້ນ​ກັບ​ຈີນ​ໃນ​ປີ 2022 ​ໂດຍ​ຜູ້ນຳຄົນກ່ອນທີ່ສະໜັບສະໜູນ​ປັກ​ກິ່ງ ທ່ານ ມານາສເຊ ໂຊກາແວ (Manasseh Sogavare) ຊຶ່ງ​ໄດ້​ຊຸກຍູ້​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຂອງ​ຈີນ, ​ໄດ້​ສ້າງ​ຄວາມຕື່ນ​ຕົກ​ໃຈໃຫ້ ແຄນ​ເບີ​ຣາ ​ແລະ ​ວໍ​ຊິງ​ຕັນ ທ່າມກາງ​ຄວາມ​ເປັນ​ຫ່ວງ​ຕໍ່​ຄວາມ​ທະ​ເຍີທະ​ຍານ​ດ້ານ​ການ​ທະຫານ​ຂອງ​ຈີນຢູ່​ໃນ​ຂົງ​ເຂດດັ່ງກ່າວ.

ອອສເຕຣເລຍ ເຊິ່ງເປັນຜູ້ໃຫ້ທຶນຊ່ວຍເຫຼືອທີ່ໃຫຍ່ທີ່ສຸດຂອງໝູ່ເກາະ ໂຊໂລມອນ, ໄດ້ໃຫ້ການສະໜັບສະໜູນດ້ານຕຳຫຼວດສຳລັບການເລືອກຕັ້ງແຫ່ງຊາດໃນເດືອນເມສາ. ຈີນ​ ຍັງ​ມີ​ເຈົ້າໜ້າ​ທີ່​ຕຳ​ຫຼວດປະຈຳການ​ຢູ່​ໃນໝູ່​ເກາະ​ດັ່ງ​ກ່າວ, ເຊິ່ງເປັນໝູ່ເກາະຍຸດທະສາດທີ່ຕັ້ງຫ່າງຈາກອອສເຕຣເລຍໄປທາງທິດ​ຕາ​ເວັນ​ອອກ​ສຽງ​ເໜືອ​ 1,600 ກິ​ໂລ​ແມັດ (990 ໄມລ໌).

ໝູ່​ເກາະ ໂຊໂລມອນ ແມ່ນ​ມີສາຍ​ພົວ​ພັນ​ທີ່​ສຳ​ຄັນທີ່ສຸດ ​ສຳ​ລັບອອສເຕຣເລຍ ແລະ ລັດ​ຖະ​ບານ​ໃໝ່​ ກໍໃຫ້​ໂອ​ກາດໃນ​ການເປັນ​ຄູ່​ຮ່ວມ​ມື​ໃໝ່, ມາເລສ (Marles) ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ການ​ຢ້ຽມ​ຢາມນະຄອນຫຼວງ ໂຮເນຍຣາ (Honiara) ເປັນ​ເວ​ລາ​ນຶ່ງ​ວັນ.

Australia's Defence Minister Richard Marles said on Tuesday Solomon Islands' newly elected Prime Minister Jeremiah Manele had told him the Pacific Island nation is undertaking a security review that will determine the future of policing cooperation.

A security pact struck with China in 2022 by the previous pro-Beijing leader Manasseh Sogavare, who encouraged Chinese infrastructure projects, alarmed Canberra and Washington amid concern over China's naval ambitions in the region.

The Solomon Islands' biggest aid donor, Australia provided policing support for national elections in April. China also has a policing presence on the archipelago, strategically located 1,600 km (990 miles) northeast of Australia.

The Solomon Islands is a critically important relationship for Australia and a new government gives an opportunity for a new partnership, Marles told reporters on a one-day visit to Honiara.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG