ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໝູ່ເກາະ ໂຊໂລມັອນ ຈະຫ້າມການໃຊ້ Facebook ຍ້ອນຄວາມເປັນຫ່ວງ ກ່ຽວກັບ ຄວາມສາມັກຄີ ຂອງຊາດ


ໜ້າຈໍໂທລະສັບ ສະແດງໃຫ້ເຫັນແອັບພລີເຄຊັ້ນ Facebook ຢູ່ App Store ຂອງບໍລິສັດ Apple. 30 ກໍລະກົດ, 2019.
ໜ້າຈໍໂທລະສັບ ສະແດງໃຫ້ເຫັນແອັບພລີເຄຊັ້ນ Facebook ຢູ່ App Store ຂອງບໍລິສັດ Apple. 30 ກໍລະກົດ, 2019.

ລັດຖະບານຂອງໝູ່ເກາະ ໂຊໂລມັອນ ໄດ້ປ້ອງກັນແຜນການຂອງເຂົາ ເຈົ້າ ທີ່ຈະຫ້າມການໃຊ້ Facebook, ໂດຍຢືນຢັນວ່າການເຄື່ອນໄຫວດັ່ງກ່າວ ຈະຮັກ “ຄວາມສາມັກຄີຂອງຊາດ.” ບັນດາລັດຖະມົນຕີເວົ້າວ່າ ເວັບໄຊ້ສື່ສັງຄົມ ທີ່ໃຫຍ່ທີ່ສຸດດັ່ງກ່າວ ໄດ້ຖືກລ່ວງ “ລະເມີດ ຢ່າງເຫັນໄດ້ແຈ້ງ.” ແຕ່ບັນດານັກວິຈານຢືນຢັນວ່າ ການຫ້າມທີ່ວ່ານັ້ນແມ່ນການພະຍາຍາມທີ່ຈະຢຸດເຊົາການຕຳ ໜິຕິຕຽນ ກ່ຽວກັບ ນະໂຍບາຍເສດຖະກິດຂອງລັດຖະບານ. ນັກຂ່າວວີໂອເອ ຟິລ ເມີເຊີ (Phil Mercer) ມີລາຍງານຈາກນະຄອນຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


Facebook ຈະຊ່ວຍເຊື່ອມຕໍ່ປະຊາຊົນຂອງປະເທດໝູ່ເກາະທີ່ຍາວຢຽດກວ່າ 1,400 ກິໂລແມັດ ໃນມະຫາສະໝຸດປາຊີຟິກນັ້ນ.

ແຕ່ລັດຖະບານເຂົາເຈົ້າເຊື່ອວ່າ ເວັບໄຊສື່ສັງຄົມນັ້ນໄດ້ຖືກລ່ວງ “ລະເມີດຢ່າງເຫັນໄດ້ແຈ້ງ” ບັນ ດາເຈົ້າໜ້າທີ່ໃນນະຄອນຫຼວງ ໂຮເນຍຣາ, ແມ່ນຈະປຶກສາ ຫາລື ກ່ຽວກັບ ການກີດກັ້ນ Facebook ກັບບັນດາບໍລິສັດອິນເຕີແນັດ ຍ້ອນຄວາມເປັນຫ່ວງ ກ່ຽວກັບ ການໝິ່ນປະໝາດ ແລະ ການຮາວີລົບກວນທາງຄອມພິວເຕີ.

ບັນດາເຈົ້າໜ້າທີ່ຢາກຕັ້ງກົດຄວບຄຸມການປະພຶດຂອງຜູ້ໃຊ້ ເພື່ອປົກປ້ອງຊຸມຊົນ ຈາກ “ການໃຊ້ພາສາທີ່ເປັນການດ່າປະຈານທີ່ບໍ່ດີ” ທາງອອນໄລນ໌. ຈົນກວ່າກົດໝາຍສະບັບໃໝ່ຈະຖືກຮັບຜ່ານນັ້ນ, ມັນຈະມີການຫ້າມໃຊ້ Facebook ເປັນການຊົ່ວຄາວ.

ລັດຖະມົນຕີຄົມມະນາຄົມ ທ່ານປີເຕີ ຊາແນລ ອາໂກວາກາ (Peter Shanel Agovaka) ໄດ້ ກ່າວຕໍ່ສະຖານີວິດທະຍຸ ນິວຊີແລນ ປາຊີຟິກ ວ່າມັນມີຄວາມຈຳເປັນທີ່ຕ້ອງມີກົດລະບຽບທີ່ເຄັ່ງຄັດ.

ທ່ານ ຊາແນລ ອາໂກວາກາ ກ່າວວ່າ “ການມີເສລີພາບໃນການປາກເວົ້າ ແລະ ເສລີພາບຂອງສື່ມວນຊົນແມ່ນຄວາມຮັບຜິດຊອບທີ່ໃຫຍ່ຫຼວງ. ເຈົ້າບໍ່ມີແຕ່ອອກໄປນອກ ແລະ ເວົ້າເລື່ອງທົ່ວໄປອອກມາຕໍ່ຄົນທີ່ຢູ່ຂ້າງບ້ານຂອງເຈົ້າ. ມັນກ່ຽວກັບການໃຊ້ມັນຢ່າງຮອບຮູ້, ການສື່ສານ, ແລກປ່ຽນຂໍ້ມູນ ແລະ ອື່ນໆ, ແລະ ບໍ່ແມ່ນການໄປຮາວີລົບກວນຄົນອື່ນ.”

ແນວໃດກໍຕາມ, ມັນກໍບໍ່ມີຄວາມແນ່ນອນວ່າ ການຫ້າມໃຊ້ Facebook ນັ້ນຈະໄດ້ຜົນແນວໃດ.

ບັນດານັກວິຈານເວົ້າວ່າ ການເຄື່ອນໄຫວດັ່ງກ່າວຈະເປັນການຝ່າຝືນສິດທິຕາມລັດຖະທຳມະນູນຂອງຊາວເກາະ ໂຊໂລມັອນ ແລະ ເປັນການພະຍາຍາມທີ່ຈະ ກຳຈັດຕໍ່ການຄັດຄ້ານລັດຖະບານ. ບັນດານັກການເມືອງຝ່າຍຄ້ານເອີ້ນຂໍ້ສະເໜີ ນັ້ນວ່າ “ໜ້າເວທະນາ,” ໃນຂະນະທີ່ອົງການນິລະ ໂທດກຳສາກົນເວົ້າວ່າ ການຫ້າມໃດໆແນວນັ້ນຈະເປັນ “ການໂຈມຕີຕໍ່ສິດທິມະນຸດຢ່າງໜ້າບໍ່ອາຍ.”

Facebook ໄດ້ກ່າວວ່າເຂົາເຈົ້າໄດ້ຕິດຕໍ່ກັບບັນດາເຈົ້າໜ້າທີ່ ເພື່ອປຶກສາຫາລື ກ່ຽວກັບ ແຜນ ການທີ່ວ່ານັ້ນ.

ການຫ້າມໃດໆຈະເຮັດໃຫ້ປະເທດເກາະໃນມະຫາສະໝຸດປາຊິກນັ້ນຢູ່ຄຽງຂ້າງກັບອີກສີ່ປະເທດອື່ນໆທີ່ກຳນົດໃຫ້ເວັບໄຊ້ສື່ສັງຄົມດັ່ງກ່າວຜິດກົດໝາຍໄດ້ແກ່ ຈີນ, ອີຣ່ານ, ເກົາຫຼີເໜືອ ແລະ ຊີເຣຍ.

ເກາະ ໂຊໂລມັອນ ມີປະຊາຊົນອາໄສຢູ່ປະມານ 685,000 ຄົນ. ໃນຂະນະທີ່ໝູ່ເກາະດັ່ງກ່າວ ຕັ້ງຢູ່ຍາວຢຽດຕາມເຂດຂອງມະຫາສະໝຸດນັ້ນ, ແຕ່ເນື້ອທີ່ດິນຂອງເຂົາເຈົ້າແມ່ນມີຂະໜາດນ້ອຍກວ່າລັດ ແມຣີແລນ ຂອງ ສະຫະລັດ ໜ້ອຍນຶ່ງ.

ປະຊາກອນປະມານ 20 ເປີເຊັນ ແມ່ນສາມາດເຂົ້າເຖິງ ອິນເຕີແນັດໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG