ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຍານ​ສຳຫຼວດ ຈະ​ບິນ​ເຂົ້າ​ໃກ້ ຂົງ​ເຂດ​ ຂົ້ວ​ຕາ​ເວັນ ​ເປັນ​ຄັ້ງ​ທຳ​ອິດ


ຍານ​ອະ​ວະ​ກາດ Solar Orbiter, ​ສ້າງ​ຂຶ້ນ​ໃຫ້​ແກ່​ອົງ​ການ NASA​ ແລະ​ອົງ​ການ​ອະ​ວະ​ກາດ​ຂອງ​ຢູ​ໂຣບ, ​ສະ​ແດງ​ໃຫ້​ເຫັນ​ພວກ​ນັກ​ວິ​ຊາ​ການ ກະ​ກຽມ​ການ​ສົ່ງ​ຍານ​ຂຶ້ນ ໃນ​ເດືອນ​ກຸມ​ພາ ໃນ​ເມືອງ​ທີ​ທັ​ສວີ​ລ ລັດ​ຟ​ລໍ​ຣີ​ດາມ, ວັນ​ທີ 16 ທັນ​ວາ 2019. REUTERS/Joe Skipper
ຍານ​ອະ​ວະ​ກາດ Solar Orbiter, ​ສ້າງ​ຂຶ້ນ​ໃຫ້​ແກ່​ອົງ​ການ NASA​ ແລະ​ອົງ​ການ​ອະ​ວະ​ກາດ​ຂອງ​ຢູ​ໂຣບ, ​ສະ​ແດງ​ໃຫ້​ເຫັນ​ພວກ​ນັກ​ວິ​ຊາ​ການ ກະ​ກຽມ​ການ​ສົ່ງ​ຍານ​ຂຶ້ນ ໃນ​ເດືອນ​ກຸມ​ພາ ໃນ​ເມືອງ​ທີ​ທັ​ສວີ​ລ ລັດ​ຟ​ລໍ​ຣີ​ດາມ, ວັນ​ທີ 16 ທັນ​ວາ 2019. REUTERS/Joe Skipper

ການ​ສຳຫຼວດ​ອະ​ວະ​ກາດ​ຮ່ວມ​ກັນ ລະ​ຫວ່າງ ສ​ະ​ຫະ​ລັດ ກັບ ປະ​ເທດ​ຢູ​ໂຣບ ໄດ້​ເລີ້ມ​ຕົ້ນ​ຂຶ້ນ ​ໃນ​ພາ​ລະ​ກິດ​ທີ່​ເປັນ​ປະ​ຫວັດ​ສາດ ເພື່ອ​ຖ່າຍ​ເອົາ​ພາບ​ໃນ​ຂົງ​ເຂດ​ຂົ້ວ​ຕາ​ເວັນ ​ເປັນ​ຄັ້ງ​ທຳ​ອິດ.

ຍານ​ອະ​ວະ​ກາດ Solar Orbiter ທີ່​ມີ​ມູນ​ຄ່າ 1.5 ຕື້​ໂດ​ລາ ໄດ້​ທະ​ຍ​ານ​ອອກ​ຈາກ​ຖານ​ຍິງຈະຫຼວດຂອງ​ສະ​ຫະ​ລັດ ໃນເຂດ Cape Canaveral ຂອງ​ລັດ​ຟ​ລໍ​ຣີ​ດາ ເມື່ອ​ຕອນ​ເດິກວັນ​ອາ​ທິດ​ວານນີ້. ຍານ​ອະ​ວະ​ກາດ ຂະ​ໜາດ​ລົດ​ຕູ້​ນ້ອຍ ຈະ​ນຳ​ໃຊ້​ແຜ່ນ​ເກັບ​ແສງ​ອາ​ທິດ ແລະ​ຫລັກ​ເສົາ​ແອນ​ເຕັນ​ນາ ກ່ອນ​ໜ້າ​ທີ່​ຈະ​ດຳ​ເນີນ​ການ​ບິນ​ໄປ​ຍັງ​ດວງ​ຈັນ ອັນ​ເປັນ​ການ​ເດີນ​ທາງ ທີ່​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ໂດຍ​ແຮງ​ດຶງ​ດູດ​ຂອງ​ໂລກ ແລະ ດາວພະ​ສຸກ.

​ພາ​ລະ​ກິດ ໄລ​ຍະ 10 ປີ ຂອງ ຍານ​ອະ​ວະ​ກາດ Solar Orbiter ຈະ​ຊ່ອຍ​ໃຫ້​ບັນ​ດາ​ນັກ​ຄົ້ນ​ຄວ້າ ເຂົ້າ​ໃຈ​ເຖິງ​ການ​ກຳ​ເນີດ​ຂອງ​ລົມ​ຈາກດວງ​ຈັນ ທີ່ເຕັມ​ໄປ​ດ້ວຍ ພະ​ລັງ​ອາ​ນຸ​ພາກ ທີ່ສຸມ​ຢູ່​ໃນ​ທັງ​ສອງ​ຂົ້ວ​ຕາ​ເວັນ ຊຶ່ງ​ໄດ້​ລະ​ເບີດ​ອອກ​ຜ່ານ​ລະ​ບົບ​ສຸ​ລິ​ຍະ​ຈັກ​ກະ​ວານ​ຂອງ​ພວກ​ເຮົາ ໂດຍ​ສົ່ງ​ຜົນ​ກະ​ທົບ​ຕໍ່​ດາວ​ທຽມ​ທັງຫຼາຍ ແລະ​ເຄື່ອງ​ອີ​ເລັກ​ໂທ​ຣ​ນິກ ຢູ່​ໃນ​ໂລກ.

ພາ​ລະ​ກິດ​ດັ່ງ​ກ່າວ ແມ່ນ​ຍັງ​ຄາດ​ໝາຍ​ວ່າ ຈະ​ລວບ​ລວມ​ຄວາມ​ເຂົ້າ​ໃຈ​ໃນ​ວິ​ທີ ທີ່​ຈະ​ສາ​ມາດ​ປົ​ກ​ປ້ອງ ພວກ​ນັກ​ອະ​ວະ​ກາດ​ຈາກ​ກຳ​ມັນ​ຕະ​ລັງ​ສີ ຢູ່​ໃນ​ອະ​ວະ​ກາດ ຊຶ່ງ​ສາ​ມາດ​ທຳ​ລາ​ກຳ​ມະ​ພັນ ຫຼື DNA ໄດ້.

ຍ​ານ​ອະ​ວະ​ກາດ Solar Orbiter ຈະ​ເຂົ້າ​ຮ່ວມ​ກັບ ຍານ​ສຳຫຼວດ Parker Solar ຂອງ​ອົງ​ການ​ອະ​ວະ​ການ​ສະ​ຫະ​ລັດ ຫຼື NASA ທີ່​ໄດ້​ສົ່ງ​ຂຶ້ນ​ຢ້ອນ​ຫລັງ​ກັບ​ຄືນ​ໄປ​ໃນ​ປີ 2018 ໃນ​ການ​ບິນ​ເຂົ້າ​ໃກ້​ດວງ​ຈັນ​ທີ່​ອັນ​ຕະ​ລາຍ ເພື່ອ​ທີ່​ຈະ​ເຜີຍ​ແບ​ຄວາມ​ຫລັບ​ຕ່າງໆຂອງ​ມັນ​ນັ້ນ. ຍານ​ສຳຫຼວດ Solar Orbiter ກຳ​ລັງ​ບິນ​ເຂົ້າ​ໄປ​ຍັງ​ຈຸດ​ສູນ​ກາງ​ຂອງດວງ​ຈັນ ຫຼື ຊັ້ນ​ບັນ​ຍາ​ກາດທີ່​ຄ້າຍ​ຄື​ກັບ​ມົງ​ກຸດ ໂດຍ​ຈະ​ເຮັດ​ໃຫ້​ຍານ​ສຳຫຼວດ ຢູ່​ຫ່າງ​ຈາກ​ພື້ນ​ຜິວ​ຂອງດວງ​ຈັນ ປະ​ມານ 6 ລ້ານ​ກິ​ໂລ​ແມັດ.

A joint U.S.-European space probe has begun a historic mission to capture the first pictures of the Sun's polar regions.

The $1.5 billion Solar Orbiter blasted off from the U.S. space port in Cape Canaveral, Florida late Sunday night.The minivan-sized spacecraft will deploy solar panels and antennas before carrying on toward the Sun, a trek assisted by the gravitational forces of Earth and Venus.

Solar Orbiter's 10-year mission will help researchers understand the origins of solar winds, a soup of charged particles highly concentrated at the two poles, which blast through our solar system, affecting satellites and electronics on Earth.

The mission is also expected to glean insight into how astronauts can be protected from radiation in space, which can damage DNA.

The Solar Orbiter will join the U.S. space agency NASA's Parker Solar Probe, launched back in 2018, in coming perilously close to the sun in order to unveil its secrets.The Parker Solar probe is flying into the Sun's corona , or crown-like outer atmosphere, putting it about six million kilometers from the Sun's surface.

XS
SM
MD
LG