ຫຼາຍກວ່ານຶ່ງປີມາແລ້ວ ຫຼັງຈາກມັນໄດ້ບິນຂຶ້ນຈາກ Abu Dhabi ເຮືອບິນ ບິນທົດລອງ ມີເຄື່ອງຈັກ 4 ໝາກປິ່ນ ທີ່ເຮັດດ້ວຍພະລັງແສງອະທິດ ທີ່ເອີ້ນວ່າ Solar Impulse 2 ຊຶ່ງເປັນເຮືອບິນລຳທຳອິດ ທີ່ບິນ ຮອບໂລກ ທີ່ໃຊ້ພະລັງງານທີ່ເກັບກຳສະສົມມາຈາກ ແສງອາທິດ ຢ່າງດຽວ. ພວກນັກບິນລຳດັ່ງກ່າວ ຫວັງວ່າການບິນທີ່ເປັນປະຫວັດການ ນີ້ ຈະສາມາດສົ່ງເສີມການນຳໃຊ້ພະລັງງານແສງອາທິດ ວ່າເປັນພະລັງງານລາຄາຖືກທັງເປັນພລັງງານທີ່ທົດແທນໄດ້ ນັກຂ່າວ VOA George Putic ມີລາຍງານເລື້ອງນີ້ ຊຶ່ງວັນນະສອນ ຈະນຳເອົາ ລາຍລະອຽດ ມາສະເໜີທ່ານ.
ຕອນທີ່ເຮືອບິນ Solar Impulse 2 ເຮືອບິນທີ່ໃຊ້ພະລັງງານແສງອາທິດໄດ້ເລີ້ມບິນຂຶ້ນຈາກ Abu Dhabi ໃນວັນທີ 9 ມີນາ 2015 ພວກວິສະວະກອນທັງຫຼາຍ ພາກັນສົງໄສວ່າ ເຮືອບິນລຳດັ່ງກ່າວທີ່ມີທ່າທາງບໍ່ແຂງແຮງບິນດ້ວຍລະບົບໄຟຟ້າລຳນັ້ນຈະ ສາມາດບິນຂ້າມມະຫາສະມຸດໄດ້ຫຼືບໍ່.
ແຕ່ວ່າພວກນັກບິນ ຊາວ Swissland ທ່ານ Andre Borschberg ກັບທ່ານ Bertrand Piccard ມີຄວາມຮູ້ສຶກແນ່ວແນ່ທີ່ຈະສະແດງໃຫ້ເຫັນວ່າ ພະລັງງານແສງອາທິດນັ້ນ ແມ່ນໝັ້ນຄົງດີພໍ ທີ່ຈະນຳໃຊ້ບໍ່ພຽງແຕ່ສຳລັບບິນເທົ່ານັ້ນ ແຕ່ຈະຫັນປ່ຽນໂລກ ໃນການນຳໃຊ້ນ້ຳມັນເຊື້ອໄຟຊິວະພາບ ໄປສູ່ການນຳໃຊ້ພະລັງທົດແທນໄດ້.
ທ່ານ Andre Borschberg ນັກບິນ Solar Impulse 2 ກ່າວວ່າ “ການບິນດ້ວຍເຮືອບິນ ທີ່ບິນດ້ວຍພະລັງງານແສງອາທິດ ມີຄວາມຈຳເປັນທີ່ຈະມີເຮືອບິນທີ່ໃຊ້ພະລັງງານໃຫ້ເປັນປະໂຫຽດທີ່ສຸດ ແລະພວກເຮົາ ກໍມີເທັກໂນໂລຈີ ທີ່ທ່ານສາມາດໃຊ້ມັນໄດ້ໃນເຮືອນຂອງທ່ານ ທີ່ພວກຜູ້ຄົນ ສາມາດໃຊ້ ຂັບຂີ່ ຂົນສົ່ງທາງພາກພື້ນດິນ ແລະນັ້ນແມ່ນສິ່ງທີ່ພວກເຮົາຕ້ອງການຢາກຈະສະແດງໃຫ້ທົ່ວໂລກເຫັນ.”
ເຮືອບິນທີ່ວ່ານີ້ ໃຊ້ເວລາສ້າງ 12 ປີ ແລະທົດສອບ ກ່ອນທີ່ເຮືອບິນ Solar Impulse 2 ຈະຕຽມພ້ອມໃນການເດີນທາງເປັນເວລາ 43 ພັນກິໂລແມັດ.
ເຖິງແມ່ນວ່າຈະມີເຄື່ອງຈັກ 4 ໜ່ວຍ ທີ່ມີຄວາມແຮງ 17.4 ແຮງມ້າແລະຄວາມກວ້າງ ຂອງ ປີກຈະຍາວເຖິງ 72 ແມັດ ກໍຕາມ ແຕ່ມັນກໍບໍ່ໄດ້ໜັກກວ່າຣົດທຳມະດາຄັນນ່ຶງ. ແຊລແສງ ພະອາທິດ ກວ້າງຂະໜາດ 2 ຮ້ອຍ 60 ຕາລາງແມັດ ຈະສາກໄຟຟ້າໃສ່ໝໍ້ໄຟ ພາໃຫ້ເຮືອບິນດັ່ງກ່າວບິນໄດ້ໝົດຄືນ ໂດຍບໍ່ມີໝໍ້ໄຟສຳຮອງ ບໍ່ມີບ່ອນສຳລັບນັກຂັບອີກຜູ້ນຶ່ງ. ທັງຫ້ອງຄົນ ຂັບກໍບໍ່ມີອາຍອຸ່ນ. ນັກບິນຕ້ອງຝຶກຊ້ອມຕົວເອງ ເພື່ອໃຫ້ໄດ້ນອນພັກຜ່ອນ ແຕ່ພຽງ 20 ນາທີ ໃນແຕ່ລະຄັ້ງ.
ເຮືອບິນ Solar Impulse 2 ລົງຈອດ 15 ຄັ້ງ ລໍຖ້າໃຫ້ອາກາດດີ ຫຼືເພື່ອສ້ອມແປງ ເຊັ່ນວ່າ ເວລາຊັກຊ້າ 9 ເດືອນ ຢູ່ເກາະ ຮາວາຍ ເພື່ອສັບປ່ຽນໝໍ້ໄຟທີ່ຊຸດໂຊມຍ້ອນຄວາມຮ້ອນ ຫຼັງຈາກບິນ 5 ມື້ ຢູ່ເທິງມະຫາສະມຸກປາຊິຟິກ.
ການເດີນທາງທັງໝົດ ແມ່ນໄດ້ຖືກຕິດຕາມເບິ່ງ ໂດຍ ສູນກາງຄວບຄຸມ ຢູ່Monaco.
ລວມທັງໝົດ ເຮືອບິນ Solar Impulse 2 ໃຊ້ເວລາບິນ 23 ມື້ ດ້ວຍຄວາມໄວສະເລ່ຍ 75 ກິໂລແມັດ ຕໍ່ຊົ່ວໂມງ ແລະພຸ້ງໂຕຂຶ້ນໄປສູງ 8 ພັນ 800 ແມັດ ໃນຕອນກາງເວັນ ໃນຂະນະທີ່ມັນສາກໄຟຟ້າ ແລ້ວເວີ່ນຊ້າລົງ ປະມານ 1 ພັນ 500 ແມັດ ໃນຕອນກາງຄືນ ເພື່ອປະຢັດພະລັງງານໄວ້.
ໃນຕອນບິນກັບຄືນ ໄປຍັງ Abu Dhabi ນັ້ນ ທ່ານ Bertrand Picard ໄດ້ເນັ້ນເຖິງຈຸດປະສົງໃນຂໍ້ຄວາມທີ່ວ່ານີ້.
ທ່ານ Bertrand Piccard ນັກບິນ Solar Impulse 2 ກ່າວວ່າ “ມັນປະສົບຄວາມສຳເລັດ ເກີນຄາດໝາຍໃນປະຫວັດການຂອງການບິນ, ເຮືອບິນSolar Impulse 2 ໄດ້ເປັນການສຳເລັດທາງປະຫວັດສາດທາງດ້ານພະລັງງານ. ພວກເຮົາ ໄດ້ເດີນທາງ ຍາວໄກ 40 ພັນ ກິໂລແມັດ ໂດຍປາດສະຈາກນ້ຳມັນ. ແລະບັດນີ້ ມັນເປັນຜຽນຂອງທ່ານແລ້ວທີ່ຈະ ນຳມັນໄປໃຫ້ກ້າວໄກເມືອໜ້າ.”
ມີນັກວິສະວະກອນ ແລະພວກຊ່າງເທັກນິກ ປະມານ 80 ຄົນໃນການສ້າງເຮືອບິນດັ່ງກ່າວ ຊຶ່ງໃຊ້ເງິນປະມານ 170 ລ້ານໂດລາໃນການສ້າງ ຈ່າຍໂດຍຜູ້ບໍລິຈາກສ່ວນເອກກະຊົນ, ລັດຖະບານຂອງປະເທດ Swissland ແລະອົງການອາວະກາດຢູໂຣບ.