ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຮືອບິນ ທີ່ໃຊ້ພະລັງ ແສງຕາເວັນ ເດີນທາງໄປເຖິງ ປະເທດຈີນແລ້ວ


ນັກບິນຊາວສະວິສ ທ່ານ Bertrand Piccard ໂບກມືກ່ອນບິນ ຂື້ນຈາກສະໜາມບິນນາໆຊາດມຽນມາ.
ນັກບິນຊາວສະວິສ ທ່ານ Bertrand Piccard ໂບກມືກ່ອນບິນ ຂື້ນຈາກສະໜາມບິນນາໆຊາດມຽນມາ.

ເຮືອບິນ​ທີ່​ໃຊ້ພະລັງງານແສງ​ຕາ​ເວັນຂອງ​ສະ​ວິສ ​ໄດ້​ເດີນ​ທາງ​
ໄປເ​ຖິງປະ​ເທດ​ຈີນ​ແລ້ວ ອັນ​ເປັນ​ບ່ອນຢຸດແວ່ແຫ່ງທີຫ້າ ຂອງ​
ການ​ເດີນ​ທາງບິນ​ອ້ອມ​ໂລກ ໂດຍບໍ່ ​ໃຊ້​ເຊື້ອໄຟໃດໆເລີຍ.

​ເຮືອບິນ​ໄດ້​ລົງ​ຈອດ ທີ່ສະໜາມບິນ Chongqing ປະມານ 20
ຊົ່ວ​ໂມງ​ຫລັງ​ຈາກ​ໄດ້​ອອກ​ຈາກປະ​ເທດມຽນມາ.

​ເຮືອບິນ​ທີ່​ເຮັດ​ດ້ວຍ carbon fiber ນຶ່ງ​ບ່ອນ​ນັ່ງ ຊື່​ວ່າ Solar
Impulse 2 ຫຼື Si2 ມີ​ປີກ​ຍາວ​ເຖິງ 72 ​ແມັດ ​ຍາວ​ກວ່າ​ປີກ​ເຮືອ
ບິນ Boeing 747 ​ແລະ​ມີ​ນຳ້ໜັກ​ຢູ່​ປະມານສຳ່ກັບລົດ​ຄັນນຶ່ງ. ​
ແຜ່ນ​ເກັບ​ພະລັງງານ​ຈາກແສງຕາ​ເວັນ 17,000 ອັນ​ໄດ້​ຕິດ​ໄວ້​ຢູ່​ກັບປີກ​ເພື່ອ​ໃຫ້​ເຮືອບິນ ສາມາດບິນ​ໄດ້​ໃນ​ຕອນ​ກາງຄືນ.

​ເຮື​ອບິນ Si2 ລຳ​ດັ່ງກ່າວ​ນີ້​ໃຊ້​ເວລາ​ສ້າງ​ຢູ່ 12 ປີ ​ແລະ​ມັນ​ເປັນ​ການ​ຜະ​ລິດ​ຄິດ​ສ້າງ​ຂອງ
ພວກ​ນັກວິທະຍາສາດສະ​ວິສສອງ​ຄົນ ​ຄື ທ່ານ Bertrand Piccard ​ແລະ​ທ່ານ Andre Borschberg.

ທັງ​ສອງ​ທ່ານ​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່ແມ່ນປະຕິວັດອຸດສາຫະກຳການບິນ ແຕ່​ແທນ​ທີ່ ​ແມ່ນ
ແນ​ໃສ່​ເພື່ອສະ​ແດງ​ໃຫ້​ເຫັນ​ທາງ​ເລືອກໃນການນຳໃຊ້ແຫ​ລ່ງພະລັງງານ ​ແລະ​ເທັກ​ໂນ​ໂລ
​ຈີ​ໃໝ່ ທີ່ສາມາດ​ບັນລຸ ໃນອັນ​ທີ່​ຫລາຍ​ຄົນ​ພິຈາລະ​ນາວ່າ​ ເປັນ​ໄປ​ບໍ່​ໄດ້ນັ້ນ.

​ເສັ້ນທາງ​ບິນ​ຮວມທັງ​ການ​ຢຸ​ດແວ່​ ຢູ່ ປະ​ເທດ​ໂອມານ ອິນ​ເດ​ຍ ມຽນມາ ​ແລະ​ຈີນ. ຫລັງ
​ຈາກບິນ​ຂ້າມ​ມະຫາ​ສະມຸດ​ປາຊິຟິກ ທີ່​ເກາ​ະຮາ​ວາຍແລ້ວ ​ເຮືອບິນ​ຍັງ​ຈະ​ຢຸດແວ່​ອີກສາມ
​ບ່ອນ​ໃນສະຫະລັດ ຄື​ທີ່​ສະໜາມ​ບິນ Phoenix ລັດ Arizona ​ແລະ​ນະຄອນ New York
​ແລະ​ບາງທີອາດຈະ​ເປັນ​ແຫ່ງໃດ​ແຫ່ງ​ນຶ່ງ​ອີກ ຊຶ່ງ​ຈະ​ຂຶ້ນ​ກັບ​ສະພາບ​ການ​ດິນ​ຟ້າ​ອາກາດ.

ບ່ອນ​ຢຸດ​ທຳ​ອິດ​ຫລັງ​ຈາກ​ໄດ້​ບິນ​ຂ້າມມະຫາ​ສະມຸດ Atlantic ແມ່ນຮວມທັງການ​ຢຸດແວ່​
ຢູ່ພາກ​ໃຕ້​ຢູ​ໂຣບ ຫລື ອາ​ຟຣິກາ​ເໜືອ ກ່ອນ​ກັບ​ຄືນໄປສູ່​ Abu Dhabi ໃນ​ຕອນ​ທ້າຍຂອງ
​ເດືອນ​ກໍລະກົດ ຫລື​ຕົ້ນ​ເດືອນ​ສິງຫາປີນີ້.

Solar Plane
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG