ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດທີ່ໃຊ້ພະລັງງານແສງອາທິດ ໃນເຂດກາຊາ


ລົດທີ່ໃຊ້ພະລັງງານແສງອາທິດ
ລົດທີ່ໃຊ້ພະລັງງານແສງອາທິດ

ການສົ່ງ​ນ້ຳມັນ​ກາຊ້ວນ ​ແລະ​ແອັດຊັ້ງ ໄປ​ຍັງ ​ເຂດ​ກາຊາ ​ເກືອບ​ວ່າ ​ໄດ້​ຢຸດສະງັກ​ລົງໃນປີ​ກາຍ​ນີ້. ​ແລະສິ່ງ​ທີ່​ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ ກໍ​ແມ່ນ​ວ່າ ທັງ​ໝົດ​ຂອງ​ຂົງ​ເຂດດັ່ງກ່າວ ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຂາດ​ແຄນໄຟຟ້າມາ​ປີກ​ວ່າ​ແລ້ວ. ບັນຫາ​ທັງຫຼາຍ​ທັງ​ປວງນີ້ ໄດ້ນຳ​ພາພວກນັກສຶກສາວິສະວະ​ກຳສອງຄົນໃນ​ຂົງ​ເຂດດັ່ງກ່າວໄປສູ່​ການສ້າງລົດ​ທີ່ແລ່ນ

​ດ້ວຍ​ພະລັງ​ພະອາທິດຂຶ້ນມາ ຊຶ່ງເຮັດ​ໃຫ້​ນ້ຳມັນ​ເຊື້ອ​ໄຟ ໄຮ້ຄວາມ​ຈຳ​ເປັນ ຊຶ່ງວັນນະ​ສອນ ຈະ​ນຳເອົາ​ລາຍ​ລະອຽດ ຈາກລາຍ​ງານ ຂອງ Kevin Enochs ນັກຂ່າວຂອງ VOA ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ດ້ວຍນ້ຳມັນ​ເຊື້ອໄຟ​ແລະ​ພະ​ລັງ​ງານ ທີ່​ເກືອບ​ວ່າມີ​ໜ້ອຍຢູ່ຕະຫຼອດ​ນີ້ ​ ການຂັບ​ເຄື່ອນ​ດ້ວຍ​ຍວດ​ຍານພາຫະນະ ​ໃນແຫຼມກາ​ຊາ​ ຈຶ່ງ​ຫຍຸ້ງ​ຍາກລຳບາກ ​ທັງລາຄາແພງ ​ແລະ​ບາງ​ມື້ ​ແມ່ນ​ເກືອບ​ວ່າ​ເປັນ​ໄປ​ບໍ່​ໄດ້ຊໍ້າ.

ການ​ທີ່​ຈະ​ແກ້​ໄຂ​ບັນຫາ​ທີ່​ວ່າ​ນີ້ ນັກສຶກສາ​ວິສະວະ​ກຳ ​ທີ່ມະຫາວິທະຍາ​ໄລ Al Azhar ​ໄດ້ຫັນ​ໜ້າ​ເຂົ້າ​ສູ່​ພະລັງງານ​ທີ່​ສະອາດ ເປັນພະລັງງານ​ທີ່​ບໍ່ອຶດບໍ່ຢາກ.

Khaled Bardawil ນັກສຶກສາ​ວິສະວະ​ກຳ ກ່າ​ວວ່າ “ພວກ​ເຮົາ​ຕັດສິນ​ໃຈ​ທີ່​ຈະ​ເພິ່ງ​ພາ​ພະລັງງານ​ທີ່​ພະ​ເຈົ້າ​ປະທານໃຫ້​ພວກ​ເຮົາ​ມາ ເປັນພະລັງງານ​ທີ່​ທົດ​ແທນ​ໄດ້ ພະລັງງານ​ທາງ​ເລືອກ ​ແລະ​ພະລັງງານ​ທີ່​ສະອາດ ​ເພາະສະ​ນັ້ນ ພວກ​ເຮົາ​ຈຶ່ງ​ຕັດສິນ​ໃຈ​ສ້າງ​ລົດ​ທີ່​ໃຊ້​ພະລັງງານ​ແສງ​ອາທິດ.”

ມັນ​ແມ່ນ​ບາດກ້າວ​ອັນໃຫຽ່ຫຼວງກໍເພາະວ່າ ສ່ວນ​ໃຫຍ່​ໃນເຂດ​ກາຊາ ແມ່ນໃຊ້​ພະລັງງານ​ທາງເລືອກ ຫຼື AC ​ໃນ​ຂະນະ​ທີ່​ແຊ​ລຂອງ​ແສງ​ອາທິດ ສ້າງ​ພະລັງງານ​ໄຟຟ້າ ທີ່​ເອີ້ນ​ວ່າ Direct current ຫຼື DC.

Jamal Al-Meqatiນັກສຶກສາ​ວິສະວະ​ກຳ ກ່າວ​ວ່າ “ຈັກ​ຂອງ Direct current ຍັງ​ບໍ່​ທັນ​ມີ​ໃຫ້​ໃຊ້​ໃນ​ເມືອງ​ຂອງ​ພວກ​ເຮົາ ​ແລະ​ບໍ່​ເປັນ​ຈັ່ງ​ບຸນ ບໍ່​ມີ​ຜູ້​ໃດ​ຮູ້ຈັກເຮັດ​ມັນ ບໍ່​ມີ​ຜູ້​ໃດ​ຮູ້ຈັກປະດິດ​ມັນຂຶ້ນ​ມາ​ ໃນ​ບ້ານ​ເມືອງ​ຂອງ​ພວກ​ເຮົາ ​ເພາະສະ​ນັ້ນ ພວກ​ເຮົາ​ຈຶ່ງຈະ​ນຳ​ເອົາ​ເຄື່ີອງຈັກເຂົ້າມາ ​ແລະ​ຈັດການ​ປັບປຸງ​ແກ້​ໄຂ ​ແລະ​ການ​ປ່ຽນ​ແປງ​ຫຼາຍຢ່າງ ຊຶ່ງຈະບໍ່​ແມ່ນ​ເລື້ອງ​ງ່າຍ​ເລີຍ.”

ລົດ​ທີ່​ວ່າ​ນີ້ ​ໃຊ້​ງົບປະມານ 1 ພັນ 5 ຮ້ອຍ​ໂດ​ລາ​ສະຫະລັດ ​ເທົ່າ​ນັ້ນ ໃນ​ການ​ສ້າງ​ມັນ​ຂຶ້ນ​ມາ.​ແລະ​ໃນ​ຂະນະ​ທີ່​ຄວາມ​ໄວ​ຂອງ​ລົດ​ສູງ​ສຸດ​ນີ້​ແມ່ນ ມີແຕ່ 30 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ ແຕ່ອາຈານ​ສອນ​ຂອງ​ພວກ​ເຂົາ​ເຈົ້າ ຈຶ່ງກ່າວ​ວ່າ ລົດ​ທີ່​ວ່າ​ນີ້ ​ເປັນຈຸດເລີ້ມ​ຕົ້ນຂອງການ​ແກ້​ໄຂ​ບັນຫາ​ທີ່​ຫຍຸ້ງ​ຍາກ​ໃນ​ເຂດ​ກາ​ຊາ​.

ທ່ານ Mazen Abu Amer ຈາກ​ມະຫາວິທະຍາ​ໄລ Al Azhar ​ໃນ​ກາຊາ ກ່າວ​ວ່າ “ການ​ທີ່​ສ້າງ​ລົດ​ດັ່ງກ່າວ​ມາ​ນີ້ຂຶ້ນມາ ແມ່ນ ພວກ​ເຮົາ ຕ້ອງການ​ທີ່​ຈະ​ແນະນຳ ໃຫ້ເຫັນຕົວ​ແບບ ຄື​ບັນດາ​ມະຫາວິທະຍາ​ໄລ​ຫຼາຍ​ແຫ່ງ​ໃນຢູໂຣບໄດ້​ເຮັດ​ໄວ້. ພວກ​ເຮົາ​ຕ້ອງການຢາກ​ກະຈາຍ​ຄວາມ​ຮູ້ ​ແລະ​ສ້າງ​ຄວາມ​ເຂົ້າ​ໃຈ ​ແລະ​ປະ​ເພນີ ທີ່​ນຳ​ໃຊ້​ພະລັງງານ​ແສງ​ອາທິດ ​ໂດຍ​ຜ່ານ​ໂຄງການ​ພວກ​ນີ້.”

ລົດທີ່​ກ່າວ​ມາ​ນີ້ ​ແມ່ນ​ເປັນ​ພຽງຕົວ​ແບບ​ເທົ່າ​ນັ້ນ ​ແຕ່​ວ່າ ພວກ​ນັກ​ສຶກສາເຫຼົ່ານີ້ ຫວັງ​ວ່າ ພວກ​ຜູ້​ອຸບປະຖຳເຂົາເຈົ້າ ອາດຈະ​ຊ່ອຍ​ພວກ​ເຂົາ​ເຈົ້​າ​ໄດ້ ​ໃຫ້ໄປສູ່​ການສ້າງ​ເປັນ​ອຸດສາຫະກຳ​ຈຳນວນຫຼວງຫຼາຍມື້ໃດມື້ນຶ່ງ.

ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ

XS
SM
MD
LG