ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພັກ​ສັງ​ຄົມ​ນິ​ຍົມ ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ ໃນ​ສະ​ເປນ


ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ຜູ້​ສະ​ໝັກພັກ​ສັງ​ຄົມ​ນິ​ຍົມ ທ່ານ ເປ​ໂດ​ຣ ແຊນ​ເຈັ​ສ ​ຢືນ​ຢູ່​ກັບ​ພັນ​ລະ​ຍາ ທ່ານ​ນາງ​ມາ​ເຣຍ ເບີ​ໂກ​ນາ ໂກ​ເມ​ ​ໂບກ​ມື​ຕໍ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ວັນ​ທີ 28 ເມ​ສາ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ຜູ້​ສະ​ໝັກພັກ​ສັງ​ຄົມ​ນິ​ຍົມ ທ່ານ ເປ​ໂດ​ຣ ແຊນ​ເຈັ​ສ ​ຢືນ​ຢູ່​ກັບ​ພັນ​ລະ​ຍາ ທ່ານ​ນາງ​ມາ​ເຣຍ ເບີ​ໂກ​ນາ ໂກ​ເມ​ ​ໂບກ​ມື​ຕໍ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ວັນ​ທີ 28 ເມ​ສາ 2019.

ລັດ​ຖະ​ບານພັກ​ສັງ​ຄົມ​ນິ​ຍົມສະ​ເປນ ໄດ້​ຮັບຄະ​ແນນ​ສ່ວນ​ໃຫຍ່​ໃນ​ການ
ເລືອກ
ຕັ້ງ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ວານ​ນີ້ ແຕ່​ໄດ້​ຂາດ​ຄະ​ແນນ​ສຽງ​ສ່ວນ
​ຫຼາຍ​ເພື່ອ​ທັບ​ມ້າງ​ຜົນ​ອອກ​ມາ​ໃນ​ອັນ​ທີ່​ການ​ລົງ​ຄະ​ແນນ​ສຽງຂອງພັກອະ​
ນຸ​ລັກ​ນິ​ຍົມ​ໄດ້​ແບ່ງ​ແຍກອອກໄປເປັນ​ສາມ​ສ່ວນນັ້ນ. ບັນ​ດາ​ກຸ່ມ​ພັກ​ຂວາ​
ຈັດ ແລະພວກເປັນກາງ​ໄດ້​ເສຍ​ໄຊ​ຢ່າງ​ໃຫຍ່ ​ຈົນ​ເຖິງ​ເທົ່າ​ປັດ​ຈຸ​ບັນ ໄດ້ເປັນ​
ຝ່າຍ​ຄ້ານ​ທີ່​ສຳ​ຄັນ ​ຄືພັກ Popular ນັ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ເປ​ໂດ​ຣ ຊານ​ເຈ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ ຢູ່
​ນອກ​ຫ້ອງ​ການ​ໃຫຍ່ຂອງ​ພັກ ໃນ​ນະ​ຄອນ​ມາດ​ຣິ​ດວ່າ “​ພັກ​ສັງ​ຄົມ​ນິຍົມ
​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ. ອະນາ​ຄົດ​ໄດ້​ຊະ​ນະ ແລະ​ອ​ະ​ດີດໄດ້​ເສຍ​ໄຊໄປ.”
ທ່ານ​ໄດ້​ໃຫ້​ຮ່ອງ​ຮອຍວ່າ ການປົກ​ຄອງ​ອາດ​ເປັນໄປ​ໄດ້ ທີ່​ຈະ​ຈັດ​ໃຫ້​ເຂົ້າ​
ກັບ​ບັນ​ດາ​ພັກ​ກາງ​ອຽງ​ຊ້າຍ ທີ່​ໄດ້ເປັນ​ບັນ​ດາ​ຄູ່​ແຂ່ງ​ທີ່ຂົມ​ຂື່ນນຳ​ຂຶ້ນມາ
ສູ່​ການ​ເລືອກ​ຕັ້ງ.

ທ່ານ​ແຊນ​ຕິ​ອາ​ໂກ ອາ​ບັ​ສ​ກາລ ຜູ້​ນຳ​ພັກ​ຝ່າຍ​ຂວາ​ຈັດ Vox ໂບ​ມື​ແກ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ວັນ​ທີ 28ໍ ເມ​ສາ 2019.
ທ່ານ​ແຊນ​ຕິ​ອາ​ໂກ ອາ​ບັ​ສ​ກາລ ຜູ້​ນຳ​ພັກ​ຝ່າຍ​ຂວາ​ຈັດ Vox ໂບ​ມື​ແກ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ວັນ​ທີ 28ໍ ເມ​ສາ 2019.

ດ້ວຍການນັບຄະແນນສຽງແລ້ວ 99 ເປີ​ເຊັນ​ ບັນ​ດາ​ພັກ​ແຮງ​ງານ​ສັງ​ຄົມ​ນິ​
ຍົມ​ສະ​ເປນ (PSOE) ໄດ້​ນຳ​ໄປ​ສູ່​ໄຊ​ຊະ​ນະ​ດ້ວຍ​ການ​ຄາ​ດ​ຄະ​ເນ 28 ເປີເຊັນ
​ຂອງ​ການ​ລົງ​ຄະ​ແນນ​ສຽງ​ນິຍົມ ໂດຍ​ຄາດ​ໝາຍວ່າຈະໄດ້ຮັບ 123 ບ່ອນ​ນັ່ງ
ໃນ​ຈຳນວນ 350 ບ່ອນ​ໃນ​ສະ​ພາ​ ຊຶ່ງ​ຫຼາຍກວ່າ 40 ບ່ອນ​ນັ່ງທີ່​ໄດ້​ມີຢູ່ແລ້ວ.
ແຕ່​ວ່າ ພັກ Popular (PP) ຊຶ່ງ​ໄດ້​ໜ້ອຍກວ່າ 17 ເປີ​ເຊັນ ໄດ້ເສຍ​ບ່ອນ

​ນັ່ງ​ຂອງຕົນ​ເອງເກືອບ​ເຄິ່ງ​ນຶ່ງ ຫລຸດ​ລົງ​ມາ​ຈາກ 137 ຫ​າ 65ບ່ອນ​ນັ່ງ.

ນັກ​ວິ​ເຄາະ​ດ້ານການ​ເມືອງ ທ່ານ​ຣາ​ມົນ ເປີ​ຣາລຕາ ສາ​ສ​ດາ​ຈານ​ວິຊາກົດ​ໝາຍ​ຢູ່​ມະ
​ຫາ​ວິ​ທະ​ຍາ​ໄລ Complutense Madrid ກ່າວ​ວ່າ “ບັນຍາກາດ​ຂອງ​ປະ​ເທດ​ເນັ້ນ​ໜັກ
​ໃຫ້​ເຫັນ​ໄປ​ສູ່​ຄວາມເປັນກາງ. ການ​ແບ່ງ​ປັນກັນ​ເປັນສາມ​ພາກສ່ວນຂອງ​ຝ່າຍ​ຊ້າຍ ​
ເປັນ​ທີ່​ແຈ້ງ​ຂາວວ່າຈະເປັນການ​ເສຍ​ຫາຍ​ໃຫ້​ແກ່ພັກ PP ໂດຍ​ຜູ້​ລົງ​ຄະ​ແນນ​ສຽງ​ຫຼາຍ
​ຄົນ ​ພາ​ກັນ​ໄປ​ບ່ອນບັດໃຫ້​ພັກ Vox.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG