ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະວິດເຊີແລນດ໌ ຖືກເລືອກ ໃຫ້ເປັນປະເທດ ທີ່ປະຊາຊົນ ມີຄວາມສຸກທີ່ສຸດ ໃນໂລກ ສຳລັບປີ 2015


Social Support’ Major Key to Happiness
please wait

No media source currently available

0:00 0:01:55 0:00

ຊົມວີດີໂອ ລາຍງານ ກ່ຽວກັບ ປະເທດທີ່ມີຄວາມສຸກໃນໂລກ ສຳລັບປີ 2015

ທ່າ​ນຄິ​ດວ່າ ປະ​ເທດ​ຂອງ​ທ່ານ​ເປັນ​ປະ​ເທດ​ທີ່​ມີ​ຄວາມສຸກ​ ຫຼື ບໍ່?
ອີງຕາມການລາຍງານຄວາມສຸກໂລກ 2015 ໄດ້ເປີດເຜີຍອັນດັບ
ປະເທດທີ່ມີຄວາມສຸກຈາກ 158 ປະເທດໃນທົ່ວໂລກ, ໂດຍນຳໃຊ້
ການວັດແທກຫຼາຍວິທີ ລວມທັງ ເສດຖະກິດ ແລະ ຄວາມຢູ່ດີກິນດີ
ຂອງສັງຄົມ. ມີບາງຄຳຕອບໃນປີນີ້ ທີ່ອາດເຮັດໃຫ້ທ່ານຕົກໃຈໄດ້.
ເຊິ່ງວ່າຈະເປັນແນວໃດນັ້ນ ພຸດທະສອນ ດວງພູມີ ມີລາຍລະອຽດມາ
ສະເໜີທ່ານ




​ດັ່ງ​ກັບ​ເພງ​ດັງ​ຍອດນິຍົມ…

ຄວາມສຸກແມ່ນຢູ່ເໜືອເຂດພົມແດນ…

​ແຕ່​ວ່າ​ເຫດຜົນ​ກໍ່​ແຕກ​ຕ່າງ​ກັນ ​ຈາກ​ອີກປະ​ເທດ​ໜຶ່ງ​ຫາ​ອີກ​ປະ​ເທດ​ໜຶ່ງ. ບົດ​ລາຍ​ງາ​ນ ຄວາມສຸກ​ໂລກປີ 2015 ​ໄດ້​ຖືກ​ຕີ​ພິມ​ອອກໂດຍ​ເຄືອຂ່າຍ​ ​ການ​ແກ້​ບັນຫາເພື່ອການ​ພັດທະນາ​ແບບ​ຍືນ​ຍົງ,​ໄດ້​ໃຊ້​ບັນດາ​ຜູ້​ຊ່ຽວຊານ​ໃນ​ສາຂາ​ເສດຖະສາດ, ຈິ​ດຕະວິ​ທະຍາ, ສາ​ທາ​ລະນະ​ສຸກ ​ແລະ ນະ​ໂຍບາຍ​ການ​ສາທາລະນະ ​ເພື່ອ​ພິຈາລະນາ​ການ​ວັດ​ແທກ​ຄວາມ​ຢູ່​ດີ​ກິນ​ດີ​ໃນ​ປະ​ເທດຕ່າງໆ.

​ໃນ​ການ​ລາຍ​ງານ​ຂອງ​ປີ​ນີ້, ປະ​ເທດ Switzerland ​ໄດ້​ຄອງ​ອັນ​ດັບ​ໜຶ່ງ​, ​ແທນ​ທີ່​ປະ​ເທດ ​Denmark​ ​ເຊິ່ງຖືກຈັດ​ເປັນອັນ​ດັບ 3. ​ເວົ້າ​ໂດຍ​ລວມ​ແລ້ວ​ພາກເໜືອຂອງທະ​ວີ​ບ​ຢູ​ໂຣບ ​ແມ່ນ​ຍັງ​ເປັນໜຶ່ງ​ຕໍ່​ໄປ, ແຕ່ໃນ​ທາງ​ກົງ​ກັນ​ຂ້າມ​ກັນ ສະຫະລັດອາ​ເມຣິກາ​ ​ແມ່ນ​ຖືກ​ຈັດ​ໃຫ້​ຢູ່​
ໃນອັນ​ດັບ​ທີ15 ນຳ​ໜ້າ​ປະ​ເທດ ບຣາຊິ​ລ ​ແຕ່​ວ່າ ຕາມຫຼັງ​ປະ​ເທດ​ເພື່ອນ​ບ້ານ​ຢ່າງ Mexico.

ອີງ​ຕາມນາງ Claire Bulger, ບັນນາທິການ ​ແລະ ຜູ້​ປະສານ​ງານ​ຂອງ​ບົດ​ລາຍ​ງານ​ແລ້ວ, ການ​ມີ​ລາຍ​ໄດ້​ສູງ​ແມ່ນ​ປັດ​ໄຈ​ທົ່ວ​ໄປ​ທີ່ມີ​ຄວາມ​ສຳຄັນ​ທີ່​ສຸດ, ​ແຕ່​ມັນ​ກໍ​ບໍ່​ໄດ້ໝາຍ​ເຖິງ​ການ
ມີ​ຄວາມສຸກ​ໂດຍ​ອັດຕະ​ໂນ​ມັດ.

ນາງ Claire ກ່າວວ່າ​ “​ລາຍ​ໄດ້​ພື້ນຖານບາ​ງລະດັບ​ກໍ່ເປັນເລື້ອງທີ່ສຳຄັນ. ​ເຈົ້າ​ຄວນຈະ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພື້ນຖານຂອງໂຕ​ເອງ, ​ເຈົ້າ​ຕ້ອງ​ສາມາດ​ລ້ຽງ​ດູໂຕ​ເອງ​ໃຫ້ໄດ້, ​ແຕ່​ຫຼັງ​ຈາກກາຍ​ລະ​ດັບ​ໃດ​ລະດັບ​ໜຶ່ງ​ໄປ​ແລ້ວ, ລາຍ​ໄດ້​ກໍ່ບໍ່​ໄດ້​ເປັນ​ເລື້ອງ​ທີ່ກ່ຽວ​ກັບ​ຄວາມສຸກ​ປານໃດ.”

ບັນດາ​ປະ​ເທດ​ທີ່​ມີ​ອັນ​ດັບຕົ້ນໆ​ກໍ່​ຍັງ​ສ​ະ​ແດງ​ໃຫ້​ເຫັນເຖິງ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ມີລະດັບຕ່ຳ ​ແລະ ​ການ​ສະ​ໜັບສະໜູນ​ສັງຄົມ​ທີ່ເຂັ້ມ​ແຂງ, ມີ​ຜູ້​ຄົນ​ທີ່​ເຈົ້າ​ສາມາດ​ເພິ່ງ​ພາ​ໃນ​ເວລາທີ່​ຕ້ອງການ. ອີ​ງຕາມ ນາງ Bulger, ການ​ສະໜັບສະໜູນ​ຈາກ​ສັງຄົມ​ແມ່ນສິ່ງທີ່ເຮັດໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ທີ່ໃຫຍ່​ຫຼວງສຳລັບ​ປະ​ເທດ Iceland ​ເຊິ່ງຈັດ​ຢູ່​ໃນ​ອັນ​ດັບ​ສອງ, ​ແລະ ປະ​ເທດ Greece ​ໃນ​ອັນ​ດັບ​ທີ 102 ຕາມ​ທີ່​ວິ​ກິດ​ການ​ທາງ​ດ້ານ​ການ​ເງິ​ນ​ເຊິ່ງ​ໄດ້​ສົ່ງ​ຜົນ​ກະທົບ
ຕໍ່ທັງສອງ.

​ໂດຍ​ການ​ປຽບ​ທຽບ​ແລ້ວ, ບັນ​ດາ​ປະ​ເທດ​ທີ່​ມີ​ອັນດັບ​ຕ່ຳສຸດ ລວມມີຫຼາຍປະ​ເທ​ດ​ໃນເຂດໃຕ້ທະເລຊາຍສະ​ຮາຣາ ຂອງອາຟຣິກາ, ​ແມ່ນ​ມັກ​ຈະ​ມີ​ສ່ວນ​ຮ່ວມ​ກັບ​ຄວາມທຸກ​ຍາກ, ​ແຕ່​ບໍ່​ເວົ້າເປັນ​ທີ່ສະ​ເພາະເຈາະຈົງ.

ນາງ Claire ກ່າວວ່າ​ “ທ່ານ​ໄດ້ເຫັນແລ້ວປະ​ເທດ​ Syria ແມ່ນ​ໄດ້​ຫຼຸດ​ອອກ​ຈາກ​ອັນ​ດັບ​ສຸດ​ທ້າຍ​ຂອງ​ລາຍ​ຊື່​, ​ແຕ່​ຕ​ອນນີ້​ສາ​ທາ​ລະນະ​ລັດ​ອາ​ຟຣິກາກາງ ​ແມ່ນ​ຢູ່ໃນ​ອັນ​ດັບ​ສຸດ​ທ້າຍ ​ແລະ ປະ​ເທດ Afghanistan.. ດັ່ງ​ນັ້ນ​ມັນ​ຕ້ອງ​ເປັນ​ ປ​ະ​ເທດ​ທີ່​ທຸກຍາກ​ຫຼາຍ ​ແລະ ມີ​ລະດັບ​ການ​ຂັດ​ແຍ່​ງ ​ແລະ ຄວາມ​ຮຸ​ນ​ແຮງ​ສູງ.”


ອີ​ງຕາມ​ການ​ລາຍ​ງານ, ປັດໄຈ​ທີ່​ສຳ​ຄັນ​ອື່ນໆທີ່​ພິຈາລະນາ​ເຖິງ​ຄວາມສຸກ​ກໍ່ລວ​ມມີ ຄວາ​ມຄາດ​ຫວັງ​ຂອງ​ຊີວິດ​ທີ່ມີ​ສຸຂະ​ພາບແຂງ​ແຮງດີ, ຄວາມເປັນ​ອິດສະຫຼະ​ໃນ​ການ​ມີ​ທາງ​ເລືອກ​ຊີວິດ ​ແລະ ການ​ເອື້ອເຟື້ອ​ເພື່ອ​ແຜ່ເປັນຕົ້ນ.

ສຳລັບ ສປປ ລາວ ປີ 2015 ນີ້ແມ່ນຖືກຈັດໃຫ້ຢູ່ໃນອັນດັບທີ 99 ຂອງໂລກ.

Would you consider your country "happy"? The 2015 World Happiness Report revealed its ranking of 158 countries, using a set of variables including economic and social well-being.Some of this year's results may surprise you.

Like some hit singles…

Happiness transcends boundaries…

But the reasons vary from country to country.The 2015 World Happiness Report, published by the Sustainable Development Solutions Network, uses experts in economics, psychology, health and public policy to determine measurements of well-being across nations.

In this year's report, Switzerland took the top honor, replacing Denmark, which finished third. Northern Europe continued to fare best overall, whereas the United States placed 15th, ahead of Brazil but behind neighbor Mexico.

According to Claire Bulger, editor and coordinator of the report, high income is a common variable at the top, but does not automatically translate to happiness.

((CLAIRE BULGER, EDITOR/COORDINATOR, WORLD HAPPINESS REPORT))
"Some basic level of income does matter. You need to be able to meet your basic needs, you need to be able to feed yourself, but after a certain threshold, income does not really matter for happiness."

Top-ranked countries also typically see low levels of corruption and strong social support -- that is, having people you can count on in times of need. According to Bulger, social support is what largely differentiates Iceland, ranked second, and Greece, 102nd, in response to the financial crises that affected both.

By comparison, the world's lowest-ranked countries -- including much of sub-saharan Africa -- are often associated with extreme poverty, but not exclusively.

((CLAIRE BULGER, EDITOR/COORDINATOR, WORLD HAPPINESS REPORT))
"You now see Syria has dropped to the bottom of the list, the Central African Republic is at the bottom, Afghanistan...so it's really countries that are very poor and have high levels of conflict and violence."

According to the report, other key variables that determine happiness include healthy life expectancy, freedom to make life choices and generosity.

XS
SM
MD
LG