ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ຝ່າຍ​ຄ້ານ ຊະ​ນະ​ການ​ເລືອກ​ຕັ້ງ ໃນ​ປະ​ເທດ ເດັນ​ມາກ


​ຜູ້​ສະ​ໜັບ​ສະ​ໜູນ​ພັກ​ປະ​ຊາ​ທິ​ປະ​ໄຕ ສັງ​ຄົມ ເດັນ​ມາກ ສະ​ເຫຼີມ​ສະ​ຫຼອງ ໃນ​ສະ​ພາ​ແຫ່ງ​ຊາດ, ນະ​ຄອນຫຼວງ ໂຄ​ເປັນ​ຮາ​ເກັນ, ເດ​ັນ​ມາກ. 5 ມິ​ຖຸ​ນາ, 2019.
​ຜູ້​ສະ​ໜັບ​ສະ​ໜູນ​ພັກ​ປະ​ຊາ​ທິ​ປະ​ໄຕ ສັງ​ຄົມ ເດັນ​ມາກ ສະ​ເຫຼີມ​ສະ​ຫຼອງ ໃນ​ສະ​ພາ​ແຫ່ງ​ຊາດ, ນະ​ຄອນຫຼວງ ໂຄ​ເປັນ​ຮາ​ເກັນ, ເດ​ັນ​ມາກ. 5 ມິ​ຖຸ​ນາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ປະ​ເທດ ເດັນ​ມາກ ທ່ານ ລາ​ສ ລູກ​ເກີ ຣາ​ສ​ມຸ​ສ​ເຊັນ ໄດ້ປະ
ກາດການລາອອກຈາກຕຳແໜ່ງຂອງທ່ານໃນວັນພະຫັດມື້ນີ້ ຫຼັງຈາກພັກສັງຄົມປະ
ຊາທິປະໄຕ ເຊິ່ງເປັນຝ່າຍຄ້ານໄດ້ຊະນະບ່ອນນັ່ງສ່ວນຫຼາຍໃນການເລືອກຕັ້ງຂອງ
ປະເທດ.

ພັກ​ເສ​ລີ​ນິ​ຍົມ​ຂອງ​ທ່ານ ຣາ​ສ​ມຸ​ສ​ເຊັນ ແທ້​ຈິງ​ແລ້ວ ​ໄດ້ຮັບ​ບ່ອນ​ນັ່ງ​ເພີ່ມ​ເຕີມ, ແຕ່​ພັກ​
ຊາດນິຍົມ ປະຊາຊົນ ເດັນມາກ ທີ່ສະໜັບສະໜູນລັດຖະບານສຽງສ່ວນ ນ້ອຍຂອງທ່ານ
ໄດ້ປະສົບກັບການຜ່າຍແພ້ຄັ້ງໃຫຍ່.

ພັກ​ສັງ​ຄົມປະ​ຊາ​ທິ​ປະ​ໄຕ​ ໄດ້ຮັບ​ຄະ​ແນນ​ສຽງ​ປະ​ມານ 26 ເປີ​ເຊັນ​ເພື່ອ​ນຳ​ໜ້າ​ທຸກ​ພັກ​
ການເມືອງ, ເຮັດໃຫ້ທ່ານນາງ ເມັດເຕີ ເຟຣເດີຣິກເຊັນ ອາຍຸ 41 ປີ ມີໂອກາດທີ່ຈະກາຍ
ເປັນນາຍົກລັດຖະມົນຕີທີ່ໜຸ່ມທີ່ສຸດເທົ່າທີ່ເຄີຍມີມາ.

ທ່ານ​ນາງໄດ້​ກ່າວ​ວ່າ ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໄດ້​ເລືອກເອົ​າ “ພັກສຽງ​ສ່ວນ ຫຼາຍ​ໃໝ່”
ແລະ “ຄວນເອົາທິດທາງໃໝ່” ໃນຂະນະທີ່ທ່ານນາງ ສະເຫຼີມສະຫຼອງກັບຜູ້ສະໜັບສະ
ໜູນ. ທ່ານນາງ ເຟຣເດີຣິກເຊັນ ໄດ້ກ່າວວ່າ ພັກສັງຄົມ​ປະ​ຊາ​ທິ​ປະ​ໄຕ​ ຈະ​ພະ​ຍາ​ຍາມ​
ຕັ້ງລັດຖະບານພັກດຽວ ໃນເວລາດຽວກັນກໍ ຫາການສະໜັບສະໜູນຂອງບັນດາພັກ
ຝ່າຍຂວາ ກ່ຽວກັບ ບັນຫາຕ່າງໆ ເຊັ່ນຄົນເຂົ້າເມືອງ ແລະ ຈາກພັກຝ່າຍຊ້າຍຕ່າງໆ
ເມື່ອເວົ້າເຖິງບັນຫາສະຫວັດດີການສັງຄົມ.

Denmark's Prime Minister Lars Lokke Rasmussen said he plans to announce his resignation Thursday after the opposition Social Democrats won the most seats in the country's elections.

Rasmussen's Liberal Party actually picked up seats, but the nationalist Danish People's Party that supported his minority government suffered huge losses.

The Social Democrats got about 26 percent of votes to lead all parties, setting up 41-year-old Mette Frederiksen with the chance to become the country's youngest-ever prime minister.

She said voters had chosen a "new majority" and "should take a new direction" as she celebrated with supporters.Frederiksen said the Social Democrats would try to form a single-party government while also seeking the support of parties on the right on issues such as immigration and from parties on the left when it comes to social welfare issues.

XS
SM
MD
LG