ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພວກລັກລອບ ເອົາຄົນອອກຈາກປະເທດ ໂຍນ ຊາວໜຸ່ມ ອົບພະຍົບ 50 ຄົນ ອອກຈາກເຮືອ ແລ້ວຈົມນ້ຳຕາຍ


ແຜນທີ່ ເຂດແຂວງ Marib ຂອງເຢເມນ
ແຜນທີ່ ເຂດແຂວງ Marib ຂອງເຢເມນ

ພວກລັກລອບເອົາຄົນອອກຈາກປະເທດ ໄດ້ເຮັດໃຫ້ພວກໄວໜຸ່ມ ອົບພະຍົບ ປະມານ
50 ຄົນ ທີ່ມາຈາກປະເທດ ໂຊມາເລຍ ແລະ ອີທິໂອເປຍ ຈົມນ້ຳຕາຍ ດ້ວຍການຊຸກ
ພວກເຂົາເຈົ້າລົງສູ່ທະເລ ນອກຝັ່ງຂອງເຢເມນ ດັ່ງທີ່ ກຸ່ມປົກປ້ອງສິດທິຂອງອົບພະຍົບ
ໄດ້ກ່າວ ໃນວັນພຸດວານນີ້.

ພະນັກງານ ຂອງອົງການສາກົນເພື່ອການອົບພະຍົບ ຫຼື IOM ໄດ້ພົບເຫັນ ຂຸມຝັງສົບ
ທີ່ຂດກັນຕື້ນໆ ຂອງພວກເຄາະຮ້າຍຊາວໜຸ່ມຫຼາຍຄົນ ໃນລະຫວ່າງ ການລາດ
ຕະເວນ ທີ່ຫາດແຫ່ງນຶ່ງ ໃນແຂວງ Shabwa ຢູ່ທາງພາກໃຕ້ ຂອງເຢເມນ.

ພວກທີ່ລອດຊີວິດ ຜູ້ທີ່ໄດ້ຝັງສົບພວກທີ່ຕາຍ ໄດ້ກ່າວວ່າ ພວກເຂົາເຈົ້າແມ່ນຢູ່ໃນກຸ່ມ
ປະມານ 120 ຄົນ ທີ່ຢູ່ເທິງເຮືອລຳນຶ່ງ ຊຶ່ງແລ່ນອອກຈາກ ແຫຼມຂອງອາຟຣິກາ ໄປຍັງ
ເຢເມນ ອັນເປັນຈຸດຂ້າມທະເລ ໄລຍະປະມານ 200 ຫາ 300 ກິໂລແມັດ ທີ່ເປັນເສັ້ນ
ທາງທີ່ນິຍົມ ສຳລັບ ພວກລັກລອບເອົາຄົນອອກຈາກປະເທດ ເຖິງແມ່ນວ່າ ເຢເມນ
ຈະມີສົງຄາມກາງເມືອງ ຢູ່ກໍຕາມ. ການເດີນທາງດັ່ງກ່າວ ນັ້ນ ມີຄວາມສ່ຽງຕໍ່ອັນຕະ
ລາຍ ໂດຍສະເພາະຢ່າງຍິ່ງ ໃນປີນີ້ ຍ້ອນມີລົມພັດແຮງ ຜ່ານມະຫາສະໝຸດ ອິນເດຍ.

ພວກລັກລອບມະນຸດ ປາກົດວ່າ ພວກເຂົາເຈົ້າຢ້ານຈະຖືກພົບເຫັນ ໂດຍບັນດາ
ເຈົ້າໜ້າທີ່ ຢູ່ຝັ່ງ ເລີຍໄດ້ບັງຂັບ ພວກຜູ້ໂດຍສານທັງໝົດຂອງເຂົາເຈົ້າ ໃຫ້ອອກຈາກ
ເຮືອ ໃນຂະນະທີ່ ພວກເຂົາເຈົ້າ ໃກ້ຈະຮອດຝັ່ງ ດັ່ງທີ່ພວກຜູ້ລອດຊີວິດໄດ້ກ່າວນັ້ນ.
ມັນຍັງບໍ່ທັນຈະແຈ້ງເທື່ອວ່າ ພວກເຂົາເຈົ້າ ຢູ່ໄກປານໃດ ຈາກຝັ່ງ ໃນເວລານັ້ນ.

ບັນດາພະນັກງານ IOM ກະປະມານວ່າ ມີໄວໜຸ່ມ ປະມານ 50 ຄົນທີ່ຈົມນ້ຳຕາຍ.
ພວກເຂົາເຈົ້າໄດ້ພົບເຫັນ ຜູ້ລອດຊີວິດ 27 ຄົນ ຢູ່ທີ່ຫາດ ຜູ້ທີ່ໄດ້ລາຍງານວ່າ ມີຢ່າງ
ໜ້ອຍອີກ 22 ຄົນ ທີ່ຍັງຫາຍສາບສູນ. ອາຍຸສະເລ່ຍ ຂອງພວກອົບພະຍົບ ແມ່ນ
ປະມານ 16 ປີ ອີງຕາມການກ່າວຂອງກຸ່ມມະນຸດສະທຳດັ່ງກ່າວນັ້ນ.

ພວກພະນັກງານຊ່ອຍເຫຼືອ ຜູ້ທີ່ສະໜອງການຮັກສາດ້ານການແພດ ແລະ ການຊອ່ຍ
ເຫຼືອ ໃຫ້ແກ່ພວກຄົນເຫຼົ່ານັ້ນ ຜູ້ທີ່ໄດ້ລອຍນ້ຳເຂົ້າຝັ່ງ ແລະ ລອດຊີວິດມາໄດ້ ກ່າວວ່າ
ພວກຄົນໄວໜຸ່ມ ໄດ້ປະສົບກັບ ການປະຕິບັດຕໍ່ ທີ່ “ໜ້າຕື່ນຕົກໃຈ ແລະ ໄຮ້ມະນຸດ
ສະທຳ”.
ຫຼັງຈາກພວກເຂົາເຈົ້າ ໄດ້ຖືກໂຍນລົງສູ່ທະເລ ພວກທີ່ລອດຊີວິດ ໄດ້ກ່າວ
ວ່າ ພວກລັກລອບມະນຸດ ໄດ້ຫັນເຮືອນຂອງພວກເຂົາເຈົ້າ ແລ້ວມຸ້ງໜ້າກັບຄືນໄປຍັງ
ໂຊມາເລຍ ເພື່ອຮັບເອົາສິນຄ້າທີ່ເປັນມະນຸດຕື່ມອີກ.

ພວກອົບພະຍົບ ປະມາດ 55,000 ຄົນ ໄດ້ເດີນທາງໄປຮອດເຢເມນ ຈາກແຫຼມຂອງ
ອາຟຣິກາ ໃນປີນີ້ ໂດຍຫວັງວ່າ ຈະຊອກວຽກເຮັດ ຢູ່ບ່ອນໃດກໍໄດ້ ໃນປະເທດ ອ່າວ
ເປີເຊຍ ທີ່ອຸດົມສົມບູນດ້ວຍນ້ຳມັນ.

ຫຼັງຈາກທີ່ໄດ້ໄປຮອດແລ້ວ ພວກເຂົາເຈົ້າໄດ້ພະຍາຍາມ ທີ່ຈະຍ້າຍອອກໄປຈາກ
ເຢເມນ ຢ່າງໄວວາ ເພາະປະເທດນີ້ ເປັນປະເທດນຶ່ງທີ່ທຸກຍາກທີ່ສຸດໃນໂລກ ຊຶ່ງຍັງ
ໄດ້ພັງພິນາດ ໂດຍຄວາມຄວາມຮຸນແຮງ ລວມທັງການໂຈມຕີທາງອາກາດ ໂດຍກຸ່ມ
ກຳລັງປະສົມ ນຳໂດຍຊາອຸດີ ອາຣາເບຍ ທີ່ກຳລັງຕໍ່ສູ້ກັບ ພວກກະບົດ Houthi.
ປະມານ 80 ເປີເຊັນ ຂອງປະຊາຊົນເຢເມນ ແມ່ນຕ້ອງການອາຫາການກິນ ແລະ
ການຮັກສາດ້ານການແພດ ແລະ ປະເທດນີ້ ຍັງພະຍາຍາມ ຈະຮັບມືກັບ ການລະບາດ
ຂອງໂຣກ ອະຫິວາ ນຳດ້ວຍ.

Yemen Cholera
please wait
Embed

No media source currently available

0:00 0:00:49 0:00

Human smugglers drowned about 50 teenage Somali and Ethiopian migrants by shoving them into the water off the coast of Yemen, a migrants' rights group said Wednesday.

Staff of the International Organization for Migration found the shallow graves of many of the young victims during a beach patrol in Yemen's southern Shabwa province.

Survivors who buried the dead said they were among about 120 people aboard a boat sailing from the Horn of Africa to Yemen - a crossing of about 200 to 300 kilometers that is a popular route for people smugglers despite Yemen's civil war. The journey has been especially hazardous this year due to strong winds across the Indian Ocean.

The smugglers apparently feared they had been spotted by authorities onshore and abruptly forced all their passengers overboard as they neared the coast, the survivors said. It was unclear how far from shore they were at the time.

IOM workers estimated about 50 young people drowned. They found 27 survivors on the beach, who reported at least 22 others were missing. The migrants' average age was about 16, the humanitarian group said.

Aid workers who provided medical care and assistance for those who swam to shore and survived said the young people had experienced "shocking and inhumane" treatment. After they were thrown into the water, the survivors said, the smugglers turned their boat around and headed back to Somalia to pick up another human cargo.

About 55,000 migrants have arrived in Yemen from the Horn of Africa this year, hoping to find work somewhere in the oil-rich Persian Gulf.

After arriving they try to move on quickly from Yemen - one of the world's poorest countries, which also is wracked by violence, including airstrikes by a Saudi-led coalition fighting Houthi rebels. About 80 percent of Yemen's people are in need of food and medical care, and the country also is trying to deal with a cholera outbreak.

XS
SM
MD
LG