ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

‘Smart’ Spoon ຊ່ວຍໃຫ້ ຄົນເປັນໂຣກ Parkinson's ກິນເຂົ້າເອງ ໄດ້ງ່າຍຂຶ້ນ (ວີດີໂອ ພາສາລາວ/ອັງກິດ)


‘Smart’ Spoon Allows Parkinson's Sufferers to Feed Themselves
please wait

No media source currently available

0:00 0:02:21 0:00
ລິງໂດຍກົງ

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ບັນຫາ​ທ້າ​ທາຍ​ອັນໃຫຍ່ຫລວງ​ຢ່າງ​ນຶ່ງ ​ໃນ​ຫລາຍໆ​ຢ່າງ ສໍາລັບ
ພວກ​ຄົນ​ທີ່​ເປັນ​ໂຣກ Parkinson’s ຫລື​ໂຣກ​ເສ້ນ​ປະສາດ​ກະ
ຕຸກ ​ເວົ້າ​ງ່າ​ຍໆ​ວ່າ​ໂຣກສັ່ນກໍ​ໄດ້​ນັ້ນ ກໍ​ຄື​ຄວາມ​ລໍາບາກ ແລະ​
ບາງ​ຄັ້ງກໍ​ຄວາມບໍ່​ສາມາດ ​ໃນ​ການທີ່​ຈະ​ກິນ​ອາຫານ​ດ້ວຍ​ຕົນ
​ເອງ​ໄດ້ ຍ້ອນ​ອາການ​ສັ່ນຫລື​ກະຕຸກ ຂອງ​ພະ​ຍາດ​ດັ່ງກ່າວ. ​
ແຕ່​ວ່າ​ ຕົວ​ຊ່ວຍກໍາລັງ​ຈະ​ມາ​ເຖິງ ​ໃນ​ຮູບ​ຂອງ​ອັນ​ທີ່​ເອີ້ນວ່າ
“smart” spoon ຫລື ບ່ວງ​ສະຫລາດ ທີ່​ຈະ​ຊ່ວຍ​ຫລຸດຜ່ອນ
​ອາການ​ສັ່ນ ທີ່​ມາ​ຈາກ​ໂຣກ Parkinson’s ນັ້ນ. ຜູ້​ສື່​ຂ່າວວີ
​ໂອ​ເອ Brian Allen ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ດາຣາ
ຈະ​ນໍາ​ມາສະ​ເໜີທ່ານ.


ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ສໍາລັບ​ຜູ້​ຄົນ​ທີ່​ໄດ້​ຮັບ​ຄວາມທຸກ​ທໍລະມານ​ຈາກ​ໂຣກ Parkinson’s ຫລື​ໂຣກ​ເສ້ນປະສາດ​
ກະຕຸກ ທີ່​ເກີດ​ຈາກ​ລະບົບ​ປະສາດ​ສ່ວນ​ກາງ​ບໍ່ທໍາ​ງານ​ປົກກະຕິນັ້ນ ວຽກງ່າຍໆ​ເຊັ່ນການ
​ກິນເຂົ້າ​ນັ້ນ ກໍ​ກາຍ​ເປັນວຽກ​ທີ່​ຍາກ​ລໍາບາກ​ໄດ້.

ອາການ​ທົ່ວ​ໄປ​ຂອງ​ໂຣກນີ້ ​ແມ່ນອາການກະຕຸກຂອງມືໄມ້ແຂນຂາ. ສໍາລັບຄົນທີ່ເປັນ
ໂຣກນີ້ ການ​ທີ່​ຈະ​ໃຊ້​ມືຕັກ​ອາຫານ​ຈາກ​ຈານ ມາ​ເຂົ້າ​ປາກ ກໍ​ສາມາດ​ເປັນ​ວຽກ​ທີ່​ຍາກ ​
ແລະ​ພາ​ໃຫ້​ມຸດ​ມັດ ​ຢາກຮ້າຍໄດ້.

​ແຕ່​ວ່າ ບັດ​ນີ້ ອາດ​ມີ​ທາງ​ອອກ​ແລ້ວ. ບໍລິສັດ LiftLabs ທີ່​ມີ​ສໍານັກງານ​ໃຫຍ່​ຢູ່​ນະຄອນ
ແຊນ ​ແຟຣນຊິ​ສ​ໂກ ລັດ​ແຄ​ລິ​ຟໍ​ເນຍ ​ໄດ້​ພັດທະນາອຸບປະກອນ​ນ້ອຍໆ​ອັນ​ນຶ່ງຂຶ້ນ​ມາ ທີ່​
ສາມາດ​ຄວບ​ຄຸມອາການ​ສັ່ນ ຫລື​ປະສາດ​ກະຕຸກ​ໄດ້​ເລັກ​ນ້ອຍ ​ແລະເຮັດ​ໃຫ້ມື​ໄມ້​ຂອງ​
ຄົນທີ່​ເປັນ​ໂຣກນີ້ ມີ​ອາການ​ກະຕຸກ​ໜ້ອຍ​ລົງ ຫລືທ່ຽງ​ຂຶ້ນ​.

Anupam Pathak ຜູ້​ກໍ່​ຕັ້ງ​ແລະ CEO ຫລືຫົວໜ້າ​ຜູ້​ບໍລິຫານບໍລິສັດ LiftLabs ອະທິ
ບາຍ​ວ່າ ​ເທັກ​ໂນ​ໂລ​ຈີ່​ທີ່ຢູ່​ເບື້ອງຫລັງ​ອຸບປະກອນ​ດັ່ງກ່າວ ທີ່​ທາງບໍລິສັດ​ໃສ່​ຊື່ວ່າ Liftware
ນັ້ນ ກໍ​ຄ້າຍຄື​ກັນ​ກັບສິ່ງທີ່​ສ້າງ​ຄວາມ​ທຸ່ນ​ທ່ຽງເວລາຖ່າຍຮູບ ຢູ່​ໃນ​ກ້ອງຖ່າຍຮູບ​ລາຄາ​ແພງ.
ທ່ານ Pathak ​ໄດ້​ອະທິບາຍ​ຕໍ່​ກັບ​ວີ​ໂອ​ເອ ຜ່ານ​ທາງ Skype.

ທ່ານ​ Pathak ເວົ້າ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ ກໍ​ຄື​ເອົາ​ແນວ​ຄິດອັນ​ດຽວກັນ​ນັ້ນມາ ​
ແລ້ວ​ເອົາ​ໄປ​ໃຊ້​ກັບ​ອຸບປະກອນ​ທີ່​ຖື​ໄດ້ ຊຶ່ງ​ມັນ​ຈະ​ຊ່ວຍພວກ​ທີ່​ມີ​ອາການ​ກະຕຸກ​
ຫລາຍໆ​ນັ້ນ​ໄດ້​ ຄືຜູ້​ທີ່​ມີ​ລະບົບ​ປະສາດຜິດ​ປົກກະຕິ ທີ່​ມື​ສັ່ນ​ໄປມາ​ທາງ​ຂ້າງ ຮອດ​
ນຶ່ງ​ນິ້ວ ຫລື​ປະມານສອງ​ຊັງ​ຕີ​ແມັດ​ເຄິ່ງ. ມັນ​ຈະ​ມີ​ເຄື່ອງ​ຄອມ​ພິວ​ເຕີ້​ນ້ອຍ​ໆ ຢູ່​ທາງ​
ໃນ​ອຸບປະກອນ​ອັນ​ນີ້ ທີ່ເຮົາ​ເອົາ​ໄປ​ສຽບ​ໃສ່​ກັບ​ບ່ວງ ​ແລະ​ເວລາ​ຄົນ​ເປັນ​ໂຣກນີ້
ຈັບ​ບ່ວງ​ຂຶ້ນ​ມາ ​ເຄື່ອງ​ຄອມ​ພິວ​ເຕີ້​ນ້ອຍໆ​ນັ້ນ​ກໍ​ຈະ​ຮູ້ສຶກ​ເຖິງ​ອາການ​ກະຕຸກ ຮູ້​ວ່າ
ປະສາດກະຕຸກໄປ​ທາງ​ໃດ ​ໄປທາງ​ທີ່​ເຮົາ​ຢາກ​ໃຫ້​ມັນ​ໄປ​ຫລື​ບໍ່​? ແລະຖ້າວ່າບໍ່​
ແມ່ນ ມັນ​ກໍ​ຈະ​ດຶງ​ມື​ເຮົາ​ໄປ​ໃນ​ທາງ​ກົງກັນຂ້າມ ທີ່​ເຮົາ​ຢາກ​ໃຫ້​ມັນໄປ.”


ຜົນ​ກໍ​ຄື ບ່ວງ​ຈະ​ຊື່​ແລະ​ກໍ​ທ່ຽງພໍ​ສົມຄວນ ​ເຖິງ​ແມ່ນ​ວ່າ​ມື​ກັບ​ແຂນ​ຂອງ​ຜູ້​ໃຊ້ຈະ​ຍັງກະຕຸກ​
ຢູ່ກໍ​ຕາມ ​ແລະ​ຕ່ອນອາຫານທີ່ ຕາມ​ປົກກະຕິ​ແລ້ວ ຈະ​ຕົກ​ອອກ​ຈາກ​ບ່ວງ​ນັ້ນ ກໍ​ຈະ​ຍັງ​ຢູ່
​ໃນ​ບ່ວງ​ຄື​ເກົ່າ.

ຜູ້ເປັນ​ໂຮ​ກ Parkinson’s ຄົນ​ນຶ່ງ ​ເວົ້າ​ວ່າ ຂ້ອຍຂໍ​ບອກ​ເຈົ້າ​ວ່າ ບ່ວງ​ອັນ​ນີ້​ສ້າງ​
ຄວາມ​ແຕກ​ຕ່າງ​ຢ່າງດີ​ທີ່​ສຸດ​ໃນ​ໂລກ ​ເລີຍ​ແຫລະ.”​


ທ່ານ​ Pathak ເວົ້າ​ອີກວ່າ “ການ​ໄດ້​ເຫັນ​ຄົນ​ຜູ້​ນຶ່ງ​ສາມາດ​ກິນ​ອາຫານ​ໄດ້
ດ້ວຍ​ຕົນ​ເອງເປັນ​ເທື່ອ​ທໍາ​ອິດ ຫລື​ວ່າກິນ​ໄດ້​ດີ​ຂຶ້ນ​ນັ້ນ ກໍ​ເປັນ​ສິ່ງ​ທີ່​ສົ່ງ​ຜົນດີ
ຢ່າງ​ໃຫຍ່​ຫລວງ​ຢູ່​ແລ້ວ.”


ອຸບປະກອນ​ Liftware ​ນີ້ ມີ​ລາຄາ​ຢູ່ $295 ​ແລະ​ບໍລິສັດ LiftLabs ​ກໍ​ຮັບ​ເອົາ​ເງິນ​ບໍລິຈາກ ​
ເພື່ອຊ່ວຍ​ພວກ​ປ່ວຍ​ເປັນ​ໂຣກ Parkinson’s ທີ່​ບໍ່​ມີ​ເງິນ​ຊື້​ນັ້ນ.

ທ່ານ​ Pathak ອະທິບາຍ​ວ່າ “​ພວກ​ເຮົາ​ກໍ​ພຽງ​ແຕ່​ເອົາ​ປຸ່ມບໍລິຈາກໃສ່​ໄວ້​ໃນເວັບ​
ໄຊ້ຂອງ​ເຮົາ ​ໃຫ້​ເຂົາ​ເຈົ້າ​ກົດໃສ່​ເອົາ​ເອງ​ວ່າ ຢາກ​ຈະບໍລິຈາກ​ສໍ່າ​ໃດ ​ແລະເມື່ອ​ໃດ
​ທີ່​ພວກ​ເຮົາ​ໄດ້​ເງິນ​ມາ​ພໍ​ສໍາລັບອຸບປະກອນອັນນຶ່ງ​ແລ້ວ ພວກເຮົາ​ກໍ​ຈະ​ສົ່ງ​ມັນໄປ
ໃຫ້​ມູນ​ນິທິ
International Tremor Foundation ຫລື​ມູນ​ນິທິ​ໃດ​ນຶ່ງ ທີ່​ຊ່ວຍ
​ເຫລືອ​ພວກ​ທີ່​ເປັນ​ໂຣກ
Parkinson’s ນັ້ນ ຊຶ່ງ​ພວກ​ເຂົາ​ເຈົ້າ​ມີ​ລາຍ​ຊື່​ຂອງ​ພວກ
​ຄົນ​ທີ່​ເປັນ​ໂຣກນີ້ ທີ່​ມາ​ຈາກ​ພື້ນຖານ​ທີ່​ມີ​ຄວາມ​ລໍາບາກ​ທາງ​ເສດຖະກິດ ​ແລະ​
ອາດຈະບໍ່​ມີ​ເງິນ​ຊື້​ອຸບປະກອນ​ແບບ​ນີ້​ໄປ​ໃຊ້.”


ປັດຈຸບັນ ບ່ວງ​ແມ່ນ​ເປັນ​ເຄື່ອງ​ໃຊ້​ອັນ​ດຽວ​ເທົ່າ​ນັ້ນ ທີ່​ທາງ​ບໍລິສັດ LiftLabs ​ເອົາ​ຕິດ​ໃສ່​
ອຸບປະກອນ Liftware ຂອງ​ເຂົາ​ເຈົ້າ ​ແຕ່​ທ່ານ Pathak ສັນຍາ​ວ່າຈະ​ເອົາ​ເຄື່ອງໃຊ້ອື່ນ​ໆ​ ​
ເຊັ່ນ ຈອງ​ຫລື​ສ້ອມນັ້ນ ມາ​ຕິດ​ໃສ່ ​ໃນ​ໄວໆ​ນີ້.
XS
SM
MD
LG