ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊົບມືວິເສດອັນໃໝ່ ສໍາລັບໃຊ້ ຢູ່ດາວພະອັງຄານ ແລະດວງຈັນ ແມ່ນດີຫລາຍ ຢ່າງໜ້າເຫລືອເຊື່ອ


LogOn Astronaut Smart Glove WEB
please wait

No media source currently available

0:00 0:02:05 0:00

ຊຸດເຄື່ອງນຸ່ງຂອງນັກບິນອະວະກາດ ແມ່ນຍາກຫລາຍທີ່ສຸດ ທີ່ຈະເຄື່ອນໄຫວ ໄປມາໄດ້ ຊຶ່ງເຮັດໃຫ້ເປັນສິ່ງທ້າທາຍ ສໍາລັບພວກນັກບິນອະວະກາດທັງຫຼາຍ ທີ່ຈະເຮັດສິ່ງທີ່ເປັນພື້ນຖານເຊັ່ນການເກັບເອົາກ້ອນຫີນຂຶ້ນມາໄດ້. ຄູ່ຮ່ວມງານກັບອົງການນາຊາ (NASA) ໄດ້ເຮັດວຽກເປັນທີມກັບກຸ່ມນັກສຶກສາວິສະວະກໍາ ຊາວນໍເວ ເພື່ອທົດລອງຊົບມືອັນນຶ່ງ ທີ່ຄວບຄຸມອຸປະກອນດ້ວຍການເໜັງ ມື ອັນນ້ອຍໆ. Matt Dibble ມີລາຍງານເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາເອົາ ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ດຣ. ປາສກາລ ລີ (Pascal Lee), ນັກວິທະຍາສາດດ້ານດາວພະເຄາະ ຈາກໂຄງການດາວພະອັງຄານຮໍຕັນ ຫລື Haughton-Mars ກ່າວວ່າ: "ແນວຄວາມຄິດນັ້ນ ສືບຕໍ່ເຮັດໃຫ້ຂ້ອຍມີຄວາມສົນໃຈຫລາຍຂະໜາດ."

ດຣ. ປາສກາລ ລີ (Pascal Lee) ຕັ້ງໄປຢູ່ສຸດຂົ້ວຂອງໜ່ວຍໂລກ ເພື່ອທົດ ລອງອຸປະກອນສໍາລັບອົງການນາຊາ (NASA) ຢ່າງແທ້ໆ ເລີຍ.
ດຣ. ລີ (Lee) ກ່າວຕໍ່ໄປວ່າ: “ພວກເຮົາຢາກໃຫ້ນັກບິນອະວະກາດໄປຍັງດາວພະອັງຄານ, ເປັນນັກສໍາຫຼວດ ຊອກຫາສິ່ງໃໝ່ ທີ່ມີປະສິດທິພາບ ເພື່ອໄປເກັບເອົາກ້ອນຫີນຂຶ້ນມາ, ເພື່ອກວດ ເບິ່ງຊາກພືດ ແລະສັດທີ່ອາດຈະມີ ເພື່ອຈະຊອກຮູ້ວ່າ ມີສິ່ງທີ່ທີຊີວິດ ຢູ່ຫັ້ນບໍ່.”

ດຣ. ລີ (Lee) ອະທິບາຍວ່າ: “ການເຮັດທຸກສິ່ງຢ່າງທັງຫລາຍເຫລົ່ານີ້ ລ້ວນ ແຕ່ຕ້ອງມີຄວາມຄ່ອງແຄ້ວ ວ່ອງໄວ. ເມື່ອມັນເພີ້ມຄວາມກົດດັນຂຶ້ນ ຊຸດອະວະກາດກໍຈະແຂງຂຶ້ນ. ພວກນັກບິນອະວະກາດ ແມ່ນປະຊົບກັບຄວາມຫຍຸ້ງຍາກ ທີ່ຈະຈັບອັນໃດຍົກຍ້າຍໄປໄດ້. ນິ້ວມືທັງຫລາຍແມ່ນຍາກທີ່ຈະເໜັງຕີງໄດ້.”

ຢູ່ທີ່ກອງປະຊຸມໃນປະເທດນໍເວນັ້ນ, ດຣ. ລີ (Lee) ໄດ້ພົບກັບພວກນັກສຶກສາ ວິສະວະກໍາ ທີ່ມີວິທີແກ້ໄຂບັນຫານີ້ ໂດຍບັງເອີນ.
ດຣ. ລີ (Lee) ກ່າວເລົ່າສູ່ຟັງວ່າ: “ຄົນຜູ້ນັ້ນ ມີແຕ່ໃສ່ຊົບມື, ແລ້ວກໍຕັ້ງ ຍົກມືໂບກຂຶ້ນແທ້ໆ, ຄວບຄຸມ ໃຫ້ອຸປະ ກອນທີ່ສະຫລັບສັບຊ້ອນອັນນີ້ ບິນໄປມາ, ເຮືອບິນບໍ່ມີຄົນຂັບລໍານີ້ ບິນໄປບິນມາ, ເຮັດໄດ້ຢ່າງແມ່ນຢໍາຫລາຍອີ່ຫລີ.”

ດຣ. ລີເວົ້າວ່າ: “ມັນບໍ່ຕ້ອງໃຊ້ວິທະຍາສາດດ້ານຈະຫລວດ ກໍຮູ້ໄດ້ແລ້ວວ່າ ອັນນີ້ແມ່ນມີການ ນໍາໃຊ້ຈະຫລວດ ທີ່ມີຄວາມສັບສົນ.”

ທ່ານແມັກນັສ ອາແວງ (Magnus Arveng), ຫົວໜ້າຜູ້ບໍລິຫານຮ່ວມ ຫລື Co-CEO ຂອງບໍລິສັດເອັນເທັນເຊິນ (Ntention) ເວົ້າວ່າ:
ທ່ານປາສກາລ ເຊີນພວກເຮົາມາຮ່ວມງານ ໃນໂຄງການດາວພະອັງຄານຮໍຕັນ ຫລື Haughton-Mars ໃນລະດູຮ້ອນປີນີ້ ຊຶ່ງເປັນເລື້ອງທີ່ດີຫລາຍຢ່າງ ໜ້າເຫລືອ ເຊື່ອເລີຍ.”

ດຣ. ລີ ກ່າວຕໍ່ໄປອີກວ່າ: “ເພື່ອຈະເຮັດການທົດລອງຢູ່ພາກສະໜາມ ພວກເຮົາໄປທີ່ເກາະເດວອນ (Devon) ຢູ່ໃກ້ກັບເຂດຂົ້ວໂລກເໜືອ. ພວກເຮົາເອີ້ນ ເກາະ ເດວອນ (Devon) ວ່າ ເປັນເກາະດາວພະອັງຄານຢູ່ເທິງໜ່ວຍໂລກ.”

ດຣ. ລີ ເວົ້າສູ່ຟັງອີກວ່າ: “ຊົບມືອັນນີ້ ເປັນການພະຍາຍາມຂັ້ນທໍາອິດ ທີ່ຈະສ້າງບ່ອນທີ່ມີສິ່ງຂອງສອງອັນສໍາຜັດກັນ ທີ່ອະນຸຍາດໃຫ້ນັກບິນອະວະກາດມີການເຄື່ອນເໜັງນິ້ວມືໜ້ອຍນຶ່ງເພື່ອໃຫ້ມີການເຄື່ອນເໜັງທີ່ປ່ຽນເປັນການອອກຄໍາສັ່ງທາງດິຈິຕອລ ຕໍ່ລະບົບຫຸ່ນຍົນ ຫລື ໂຣບອດໄດ້.”

ການປະຊົບຜົນສໍາເລັດໄດ້ນໍາໄປສູ່ການຮ່ວມມືກັນຫລາຍຂຶ້ນກັບພວກນັກສຶກສາ ຜູ້ທີ່ສ້າງຕັ້ງບໍລິສັດຂຶ້ນ ທີ່ເອີ້ນວ່າ ເອັນເທັນເຊິນ (Ntention)

ທ່ານແມັກນັສ ອາແວງ (Magnus Arveng), ຫົວໜ້າຜູ້ບໍລິຫານຮ່ວມ ຫລື Co-CEO ຂອງບໍລິສັດເອັນເທັນເຊິນ (Ntention) ໃຫ້ຄໍາເຫັນວ່າ:
“ປີນີ້ ພວກເຮົາຈະທົດລອງການປະຕິບັດງານຂອງກິດຈະກໍາອື່ນໆ ເຊັ່ນວ່າ ການຄວບຄຸມລົດທີ່ຂັບບຸກໄປໄດ້ໃນທຸກສະຖານທີ່ ຫລື ATV.”

ຊົບມືສະຫລາດສາມາດເຮັດໄດ້ຫລາຍສິ່ງ ຫລາຍຢ່າງ ແຕ່ວ່າ ມັນບໍ່ສາມາດເຮັດໃຫ້ໝາໃຫຍ່ສີຂາວທີ່ກໍາລັງຍ່າງເຂົ້າມາ ຫາຢູ່ນີ້ ໃຫ້ໜີໄປໄດ້.

ສໍາລັບອັນນັ້ນ ແມ່ນມີໝາອັບໂປໂລ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

Spacesuits are extremely difficult to move in, making it challenging for astronauts to do basic tasks like picking up a rock. A NASA partner has teamed with a group of Norwegian engineering students to test a glove that controls equipment with small hand gestures. Matt Dibble has this story.

Dr. Pascal Lee, Planetary Scientist, NASA Haughton-Mars Project:
"The concept continues to blow my mind."

Dr. Pascal Lee has literally gone to the ends of the Earth to test equipment for NASA.

Dr. Lee: "We want astronauts to go to Mars, be effective explorers to pick up rocks, to examine fossils potentially, to look for life."
Dr. Lee: "All of these things require dexterity. When it's pressurized, the space suit becomes rigid. Astronauts have a very hard time moving anything. The fingers are difficult to move.”
At a conference in Norway, Lee happened to meet some engineering students with a possible solution.
Dr. Lee: "The guy was just wearing a glove, waving his hands literally, flying this very complex piece of equipment, this drone, very precisely."


Dr. Lee:"It didn't take rocket science to figure out that this had rocket science applications."

Magnus Arveng, Co-CEO Ntention:
"Pascal invited us to join the NASA Haughton-Mars Project for the summer, which was incredible."

Dr. Pascal Lee, Planetary Scientist, NASA Haughton-Mars Project:
"To do our field testing, we go to Devon Island in the Arctic. We call Devon Island Mars on Earth."

Dr. Lee: "This glove is a first attempt to create an interface that allows the astronaut with very subtle finger motions to have these motions translated wirelessly into commands for a robotic system."

Success is leading to more collaboration with the students, who formed a company called Ntention.

Magnus Arveng, Co-CEO Ntention: "This year we're going to test operation of other activities, such as control of an ATV."
The smart glove can do many things, but it cannot warn of approaching polar bears.

For that there is Apollo.

XS
SM
MD
LG