ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການ​ຊັກ​ຊ້າ​ລົງ ​ຂອງ ​ເສດ​ຖະກິດ​ຈີນ ມີ​ຜົນ​ກະທົບ​ ຫຼາຍ​ຢ່າງ​ ຕໍ່​ລາວ


ຊາວນາຄົນນຶ່ງເຮັດວຽກຢູ່ທົ່ງນາ ກ້ອງເສົາໄຟຟ້າ ໃກ້ກັບນໍ້າເທີນ 2 ໃນແຂວງຄຳມ່ວນ ປະເທດລາວ.
ຊາວນາຄົນນຶ່ງເຮັດວຽກຢູ່ທົ່ງນາ ກ້ອງເສົາໄຟຟ້າ ໃກ້ກັບນໍ້າເທີນ 2 ໃນແຂວງຄຳມ່ວນ ປະເທດລາວ.

ການ​ຊັກ​ຊ້າ​ລົງ​ຂອງ​ເສດ​ຖະກິດ​ຈີນ ມີ​ຜົນ​ກະທົບ​ຫຼາຍ​ຢ່າງ​ຕໍ່​ລາວ ທີ່​ທະນາຄານ ​ໂລກ​ກ່າວ​ວ່າ ​ເປັນ​ນຶ່ງ​ໃນ​ບັນດາ​ເສດຖະກິດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດໃນ​ເຂດ​ເອ​ເຊຍ​ຕາ​ ເວັນ​ອອກ​ແລະ​ຍ່ານ​ມະຫາ​ສະມຸດ​ປາຊີ​ຟິກ.

ການ​ຂະຫຍາຍ​ໂຕ​ທີ່​ມີ​ມາ​ເປັນ​ເວລາ​ນຶ່ງ​ທົດ​ສະ​ວັດ​ໃນ​ດ້ານ​ບໍ່​ແຮ່ປະກອບ​ກັບ​ການພັດທະ ນາ​ຢ່າງ​ວ່ອງ​ໄວ​ໃນ​ດ້ານ​ໄຟຟ້າ​ພະລັງ​ນ້ຳ​ເຮັດ​ໃຫ້​ອັດຕາ​ການ​ເຕີບ​ໂຕ​ຂອງ ​ເສດຖະກິດ​ລາວ ກ້າວເຂົ້າສູ່​ລະດັບ 7 ​ເປີ​ເຊັນ​ຕໍ່​ປີຊຶ່ງ​ອຳນວຍ​ໃຫ້​ຜະລິດຕະຜົນ ຂອງ​ລາວ​ເພີ້ມຂຶ້ນ​ເປັນຫຼາຍກວ່າ​ສອງ​ເທົ່າ ​ແລະ​ສ້າງ​ວຽກ​ເຮັດ​ງານ​ທຳ​ຫຼາຍກວ່າ 5 ​ແສນ​ວຽກ.

ຜູ້​ມີ​ບົດບາດ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ເສດຖະກິດ​ຂອງ​ລາວ​ເຕີບ​ໂຕ​ກໍ​ແມ່ນ​ຈີນ. ​ໃນລາຍ​ງານ​ກ່ຽວ​ກັບ​ເສດຖະກິດ​ລາວ ຂອງ​ທະນາຄານ​ໂລກ​ ທີ່​ອອກ​ເມື່ອ​ໄວໆ​ມານີ້ ​ໃຫ້​ຂໍ້​ສັງ​ເກດ​ວ່າ ອິດ​ທິພົນ​ຂອງ​ຈີນ​ແມ່ນ​ຍັງ​ສືບ​ຕໍ່​ຂະຫຍາຍ​ໂຕ.

ຈີນ​ແມ່ນ​ຜູ້​ລົງທຶນ​ລາຍ​ໃຫຍ່​ສຸດ ​ໃນ​ມູນ​ຄ່າ 6 ພັນ 700 ລ້ານ​ໂດ​ລາຢູ່​ໃນ 760 ​ໂຄງການ​ນັບ​ແຕ່​ດ້ານ​ບໍ່​ແຮ່ ພະລັງງານ ກະສິກຳ ທະນາຄານ​ແລະ​ການ​ຄ້າ ຕະ ຫລອດທັງການ​ກໍ່ ສ້າງ​ຊັບ​ສິນ​ທາງ​ດ້ານ​ການ​ພານິດ​ຕ່າງໆ.

​ໃນ​ປີ 2015 ຈີນ​ແມ່ນ​ປະກອບ​ເປັນຫລາຍ​ກວ່າ 40 ​ເປີ​ເຊັນ​ຂອງ​ເຈົ້າໜ້າ​ທີ່ຕ່າງ ປະ​ເທດ​ຂອງ​ລາວ ​ເພີ້ມຂຶ້ນຈາກ 35 ​ເປີ​ເຊັນ​ເມື່ອ 3 ປີ​ກ່ອນ ​ໂດຍ​ທີ່​ເງິນ​ທຶນ​ນີ້ ​ແມ່ນ​ເພັ່ງ​ເລັງ​ໃສ່​ດ້ານ​ພື້ນຖານ​ໂຄງ​ລ່າງ ​ແລະ​ພະລັງງານ.

​ແຕ່​ຮ່ອງຮອຍ​ຂອງ​ຜົນ​ກະທົບ​ຈາກ​ການ​ຊັກ​ຊ້າ​ລົງ​ຂອງ​ເສດຖະກິດ​ຈີນ ​ແມ່ນ​ໄດ້ ປາກົດ​ໃຫ້​ເຫັນ​ໃນ​ການ​ຫລຸດ​ລົງ​ຂອງ​ການ​ຄ້າ​ສອງ​ຝ່າຍ ອີງ​ຕາມ​ເຈົ້າໜ້າ​ທີ່​ອ​ະວຸໂ​ສທ່ານ​ນຶ່ງ​ຂອງ
​ລາວ. ການ​ຄ້າ​ສອງ​ຝ່າຍ ​ໄດ້​ເພີ້ມຂຶ້ນຈາກ 1 ພັນ 300 ລ້ານໂດ​ລາ ໃນ​ປີ 2011 ມາ​ເປັນ 3 ພັນ 600 ​ລ້ານ​ໂດ​ລາ​ໃນ​ປີ 2014​ ​ແຕ່​ວ່າ​ໄດ້ ຫລຸດ​ລົງ​ເປັນ 2 ພັນ 780 ລ້ານ​ໂດ​ລາ ​ໃນ​ປີ​ກາຍ​ນີ້.

ທ່ານ Laohoua Cheuching ​ເຈົ້າໜ້າ​ທີ່​ ປະຈຳ​ກະຊວງ​ອຸດສາຫະກຳ​ ແລະ ການ​ຄ້າ​ຫວ່າງ​ບໍ່​ດົນ​ມານີ້ ​ໄດ້​ກ່າວ​ຕໍ່​ສື່​ມວນ​ຊົນ​ລາວ​ວ່າ ຂໍ້​ລິ​ເລີ້ມ​ໃໝ່​ແມ່ນ​ຈຳ​ເປັນ ​ເພື່ອ​ລະງັບການ​ຊັກ​ຊ້າ​ລົງ​ນີ້.

ທ່ານ Laohoua ກ່າວ​ວ່າ ການ​ຊັກ​ຊ້າ​ລົງ​ນີ້ສ່ວນ​ນຶ່ງ​ແມ່ນເນື່ອງ​ມາ​ຈາກ​ເສດຖະກິດ​ໂລກ​
ຫລ່ອຍ​ຫລໍ​ລົງ.​ ການ​ສົ່ງ​ອອກ​ຂອງ​ລາວ​ໄປ​ຈີນ​ແມ່ນ​ແນ​ໃສ່​ດ້ານແຮ່​ທາດ ​ແລະ​ກະສິກຳ ​ໂດຍ​ສະ​ເພາະ​ແມ່ນ​ຢາງ ​ໃນ​ຂະນະ​ທີ່​ການ​ນຳ​ເຂົ້າ​ແມ່ນ​ເຄື່ອງ​ຈັກ ​ແລະ​ອຸບປະກອ​ນ​ອີ​ເລັກ​ໂທ​ຣນິກ.

ພວກ​ເຮົາ​ຕ້ອງ​ໄດ້​ຊອກ​ຫາ​ຜະລິດ​ຕະພັນ​ໃໝ່ ສຳລັບ​ສົ່ງ​ອອກເພື່ອ​ຊົດ​ເຊີຍ​ການ​ສູນ​ເສຍ. ຖ້າ​ບໍ່​ດັ່ງນັ້ນ ມູນ​ຄ່າ​ໃນ​ການ​ສົ່ງ​ອອກ​ຂອງ​ພວກ​ເຮົາ​ໄປ​ຍັງ​ຈີນ​ກໍ​ຈະ​ຫຼຸດລົງ​ຕື່ມ ນັ້ນຄື​ຄຳ​ ເວົ້າທີ່ທ່ານ Laohoua ກ່າວ​ຕໍ່​ໜັງສືພິມ Vientiane Times.

ນອກ​ນັ້ນ ທາງ​ທະນາຄານ​ໂລກ​ຍັງ​ໄດ້​ສະແດງ​ຄວາມ​ກັງວົນ​ກ່ຽວ​ກັບ​ການ​ຊັກ​ຊ້າ ລົງ​ຂອງ​ເສດຖະກິດ​ຈີນ ທີ່​ອາດ​ຈະ​ມີ​ຜົນ​ກະທົບ​ຈຳນວນ​ນຶ່ງ​ຕໍ່​ການ​ລົງທຶນ​ໃນ​ການ ສ້າງ​ທໍ່​ທີ່​ບໍ່​ໄດ້​ຮັບ​ການ​ຄ້ຳປະກັນ​ທາງ​ດ້ານ​ການ​ເງິນ​ນັ້ນ.

ນອກ​ນັ້ນຈີນ​ຍັງ​ເປັນ​ຜູ້​ລົງທຶນ​ທີ່​ສຳຄັນ​ໃນ​ດ້ານ​ອະສັງຫາລິມມະ​ຊັບ. ທີ່​ນະຄອນ​ວຽງ​ຈັນ​ຈີນແມ່ນເປັ​ນ​ເຈົ້າຂອງ​ ຕຶກ​ອາຄານ​ຕ່າງ​ທີ່​ມີ​ຢູ່​ແລ້ວ ​ແລະ​ກຳລັງ​ຢູ່​ໃນ​ລະ ຫວ່າງການ​ກໍ່ສ້າງ ຊຶ່ງ​ນີ້​ແມ່ນ​ຮວມທັງ​ໂຄງການບ້ານ​ພັກ​ແລະ​ສູນ​ກາງ​ການ​ຄ້າ​ບຶງ​ທາດຫຼວງມູນ​ຄ່າ 1 ພັນ 600 ລ້ານ​ໂດ​ລາ​ທີ່​ກວມ​ພື້ນທີ່​ທັງ​ໝົດ 365 ​ເຮັກຕາ.

ແມ່ນໍ້າຂອງ ທີ່ໄຫລຜ່ານນະຄອນຫລວງວຽງຈັນ ປະເທດລາວ.
ແມ່ນໍ້າຂອງ ທີ່ໄຫລຜ່ານນະຄອນຫລວງວຽງຈັນ ປະເທດລາວ.

ໃນ​ເດືອນ​ທັນວາ​ປີ​ກາຍ ​ເຈົ້າໜ້າ​ທີ່​ຈີນ​ແລະ​ລາວ​ໄດ້​ເປັນ​ພະຍານ​ໃ​ນພິທີ​ວາງ​ສີ​ລາ ​ເລີກ​ສຳລັບ​ການ​ສ້າງ​ທາງ​ລົດ​ໄຟຄວາມ​ໄວ​ສູງ​ທີ່​ຍາວ 425 ຫລັກ​ກິ​ໂລ​ແມັດ ​ໃນ​ມູນ​ຄ່າ 6.04 ຕື້​ໂດ​ລາ ຈາກ​ວຽງ​ຈັນ​ໄປ​ຫາ​ຊາຍ​ແດນ​ຈີນ. ໂຄງການ​ນີ້ຕ້ອງການ ຄົນ​ງານ​ຈີນ 100,000 ຄົນ ຊຶ່ງ​ບຸກຄົນ​ທີ່ເປັນ​ຫົວ​ແຮງ​ສຳຄັນ​ກໍ​ແມ່ນ​ອະດີດ​ຮອງ​ນາຍົກລັດຖະມົນຕີສົມ​ສະຫວາດ ​ເລັ່ງສະຫວັດ.

​ແຕ່​ພວກ​ນັກວິ​ເຄາະ​ທີ່​ນະຄອນ​ວຽງ​ຈັນ ກ່າວ​ຕໍ່​ວີ​ໂອ​ເອວ່າ ​ຕົ້ນທຶນ​ຂອງໂຄງການ​ນີ້​ແລະ​ການ​ຈາກ​ໄປ​ຂອງ​ທ່ານ​ສົມສະຫວາດຈາກ​ວົງ​ການ​ລັດຖະບານ ພວມ​ສ້າງ ຄວາມ​ບໍ່​ແນ່ ນອນ​ໃຫ້​ແກ່​ໂຄງການ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG