ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຈູດປ່າ ເພື່ອເຮັດໄຮ່ ຂອງ ປະຊາຊົນ ເຮັດໃຫ້ສູນເສຍປ່າໄມ້ໃນລາວ ຫລາຍກວ່າ 100,000 ເຮັກຕາ ໃນປີນີ້


ໄຟທີ່ໄໝ້ລາມປ່າໄມ້ໃນເຂດນຶ່ງຂອງລາວ
ໄຟທີ່ໄໝ້ລາມປ່າໄມ້ໃນເຂດນຶ່ງຂອງລາວ

ລາວສູນເສຍປ່າໄມ້ຫລາຍກວ່າ 100,000 ເຮັກຕາ ໂດຍມີສາເຫດມາຈາກບັນຫາການຈູດໄປເຜົາປ່າ ເພື່ອເຮັດໄຮ່ເລື່ອນລອຍຂອງປະຊາຊົນທີ່ຍາກຈົນ ໂດຍສະເພາະແມ່ນຢູ່ເຂດພາກເໜືອຂອງລາວນັ້ນ. ຊົງລິດ ໂພນເງິນມາລາຍງານເລື້ອງນີ້ມາຈາກບາງກອກ.

ທ່ານຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ຢືນຢັນວ່າ ໄປປ່າໃນຊ່ວງລະດູຮ້ອນ ໃນປີ 2020 ເຮັດໃຫ້ປ່າໄມ້ເສຍຫາຍໄປຫລາຍກວ່າ 100,000 ເຮັກຕາ ໂດຍະສເພາະແມານໃນເຂດແຂວງ ພາກເໜືອທີ່ມີການຈູດໄປເຜົາປ່າເພື່ອເຮັດໄຮ່ ເລື່ອນລອຍໂດຍປະຊາຊົນບັນດາເຜົ່າ ດ້ວຍອີກນັ້ນ ຖືເປັນ ເຂດທີ່ປ່າໄມ້ເສຍຫາຍໄປຫລາຍທີ່ສຸດ ໂດຍສາເຫດສໍາຄັນທີ່ເຮັດໃຫ້ເກີດສະພາບດັ່ງກ່າວ ກໍຍ້ອນບັນຫາ ຄວາມທຸກຈົນຂອງປະຊາຊົນລາວບັນດາເຜົ່າໃນພື້ນທີ່ຫ່າງໄກສອກຫລີດນັ້ນເອງ. ສະນັ້ນ ຈຶ່ງມີຄວາມຈໍາເປັນ ຢ່າງຍິ່ງທີ່ຈະຕ້ອງການແກ້ໄຂບັນຫາທຸກຍາກດັ່ງກ່າວໃຫ້ໄດ້ຢ່າວແທ້ຈິງເທົ່ານັ້ນ ຈຶ່ງຈະສາມາດຢຸດການເຜົາປ່າ ເພື່ອເຮັດໄຮ່ເລື່ອນລອຍໄດ້ຢ່າງຄັກແນ່ ດັ່ງທີ່ມ່ານ ຊູດຊາດຢືນຢັນວ່າ:

“ຕົກມາໃນລະດູແລ້ງປີນີ້ ກະຖືວ່າໄຟປ່ານີ້ ທຽບໃສ່ທຸກປີນີ້ ກະຖືວ່າຂ້ອນຂ້າງຮຸນແຮງ ເນື້ອທີ່ຫລາຍເຂດ ກະຖືກທໍາລາຍ ສາເຫດອັນຫລັກໆ ກະແມ່ນເລື້ອງການຈູດປ່າເຮັດໄຮ່ຂອງປະຊາຊົນເນາະ ເພາະວ່າ ມັນມີ ຄວາມຈໍາເປັນຕ້ອງໄດ້ບຸກເບີກເນື້ອທີ່ທໍາການຜະລິດ ແຕ່ໃນຄວາມເປັນຈິງແລ້ວ ປະຊາຊົນເຂົາເຈົ້າ ກະຊູດ ເຮັດໄຮ່ແບບລັກສະນະຮອບວຽນ ແຕ່ວ່າ ມາດຕະການໃນການຄວບຄຸມໃນເວລາເຂົາເຈົ້າຈູດມັນບໍ່ໄດ້ ເກີດໄຟແລ້ວ ມັນກະເຮັດໃຫ້ມັນໄໝ້ລາມ ໂດຍທີ່ເອົາບໍ່ຢູ່ ບາດນີ້ ຖ້າວ່າ ພວກເຮົາເອົາວຽກຈັດສັນອາຊີບຄົງທີ່ ພັດທະນາຊົນນະບົດໄປກະທົບໃສ່ໃຫ້ມັນແຂງແຮງກວ່າເກົ່າ ກະເຊື່ອໝັ້ນວ່າ ການຖາງປ່າເຮັດໄຮ່ແບບເລື່ອນ ລອຍນີ້ມັນກະຈະໝົດໄປ.”

ການຖາງປ່າເພື່ອເຮັດໄຮ່ຢູ່ໃນເຂດຊົນນະບົດຂອງລາວ
ການຖາງປ່າເພື່ອເຮັດໄຮ່ຢູ່ໃນເຂດຊົນນະບົດຂອງລາວ

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳແລະປ່າໄມ້ ເປີດເຜີຍວ່າ ໄຟໄໝ້ປ່າຍັງເປັນບັນຫາ ຫຍຸ້ງຍາກທີ່ສຸດ ໃສການດຳເນີນມາດຕະການເພື່ອສະກັດກັ້ນ ແລະປາບປາມໃຫ້ໝົດໄປຢ່າງສິ້ນເຊີງ ເພາະຈະຕ້ອງໄດ້ຮັບການຮ່ວມມືຈາກປະຊາຊົນ ທີ່ຢູ່ໃນເຂດທີ່ມີການລັກລອບເຜົາປ່ານັ້ນ ຊຶ່ງຈາກການເກັບກຳຂໍ້ມູນໃນໄລຍະ 5 ປີຜ່ານມານີ້ພົບວ່າໄຟໄໝ້ປ່າ
ທີ່ເກີດຂຶ້ນນັ້ນຂະບວນການລັກລອບຄ້າໄມ້ເຖື່ອນຢູ່ເຂດຊາຍແດນລາວກັບຈີນ, ຫວຽດ
ນາມ ແລະໄທ ກໍມີສ່ວນກ່ຽວຂ້ອງອີກດ້ວຍເພາະ ການເຜົາປ່າໃຫ້ກາຍເປັນຢ່າເສື່ອມ
ໂຊມນັ້ນ ຍ່ອມໝາຍ ເຖິງໂອກາດຈະໄດ້ຮັບອະນຸຍາດໃຫ້ເຂົ້າໄປຕັດໄມ້ໃນເຂດປ່າ
ເສື່ອມໂຊມນັ້ນເອງ. ສະນັ້ນ ກະຊວງກະສິກໍາຈຶ່ງໄດ້ ແຕ່ງຕັ້ງຄະນະສະເພາະກິດ ເພື່ອ
ລົງໄປກວດກາຈັດຕັ້ງປະຕິບັດໃນທ້ອງຖິ່ນທົ່ວປະເທດຕາມຄໍາສັ່ງນາຍົກລັດຖະມົນຕີ
ເລກທີ 15 ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ນັບຈາກ
ເດືອນພຶດສະພາ 2016 ເປັນຕົ້ນມາ ໂດຍໄດ້ປິດໂຮງງານປຸງແຕ່ງໄມ້ 1,545 ແຫ່ງ
ໂຮງເລື່ອຍ 1,206 ແຫ່ງ ຈັບກຸມຜູ້ກະທຳຜິດ 1,700 ຄົນ ແລະຍຶດໄມ້ຜິດກົດໝາຍໄດ້
ຫລາຍກວ່າ 3 ລ້ານແມັດກ້ອນໃນ 3 ປີກວ່າທີ່ຜ່ານມາ.

ນອກຈາກນີ້ ການປູກຕົ້ນໄມ້ໂດຍພາກລັດ ຍັງສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າແຜນ
ການທີ່ວາງໄວ້ໃນທຸກໆປີອີກດ້ວຍ ໂດຍມີສາເຫດສຳຄັນມາຈາກການຂາດແຄນງົບປະ
ມານ ເພາະວ່າງົບປະມານທີ່ນຳໃຊ້ໃນການປູກຕົ້ນໄມ້ໂດຍພາກລັດ ມີແຫລ່ງລາຍຮັບ
ພຽງຈາກຄ່າພັນທະປູກໄມ້ ແລະເຄື່ອງປ່າຂອງດົງທົດແທນເທົ່ານັ້ນ ສ່ວນແຫລ່ງລາຍຮັບ
ທີ່ເປັນຄ່າທຳນຽມບໍລິການ ແລະຄ່າສຳປະທານໄມ້ຢູ່ໃນເຂດໂຄງການພັດທະນາຕ່າງໆ ເຊັ່ນໂຄງການກໍ່ສ້າງເຂື່ອນໄຟຟ້ານັ້ນ ຈະຕ້ອງສົມທົບເຂົ້າໃນງົບປະມານຂອງລັດຖະບານ ຈຶ່ງບໍ່ສາມາດນຳມາໃຊ້ຈ່າຍໄດ້ເລີຍ ນອກຈາກຈະໄດ້ຮັບອະນຸມັດຈາກສະພາແຫ່ງຊາດລາວ ເທົ່ານັ້ນ ດັ່ງທີ່ ທ່ານລຽນ ທິຫແກ້ວ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ໃຫ້ການຢືນຢັນວ່າ:

ການສະໜອງງົບປະມານ ນຳໃຊ້ເຂົ້າໃນວຽກງານຄຸ້ມຄອງປ່າໄມ້ຟື້ນຟູ ແລະປູກໄມ້
ແມ່ນມີຈຳກັດຫຼາຍ ແລະຫລຸດຢ່າງຕໍ່ເນື່ອງ ສາເຫດຕົ້ນຕໍ ທີ່ພາໃຫ້ການສະໜອງງົບປະ
ມານເຂົ້າກອງທຶນບໍ່ໄດ້ຕາມແຜນການ ກໍຍ້ອນການເກັບລາຍຮັບນີ້ແຫລະ ເວົ້າລວມ
ແລ້ວ ບໍ່ໄດ້ຕາມແຜນການທຸກແຫລ່ງຂອງກອງທຶນ ຊຶ່ງຜ່ານມການເກັບຕົວຈິງ ໄດ້ແຕ່
ພຽງແຫລ່ງດຽງຄື ຄ່າພັນທະປູກໄມ້ ແລະເຄື່ອງປ່າຂອງດົງທົດແທນເທົ່ານັ້ນ ສ່ວນ
ແຫລ່ງ
ລາຍຮັບຄ່າທຳນຽມບໍລິການ ລະບຸໄວ້ໃນດຳລັດເລກທີ 03 ຊຶ່ງຕ້ອງເອົາເຂົ້າງົບ
ປະມານ
ແລ້ວຈັ່ງເອົາອອກມາໃຊ້ ຖືວ່າ ກະມີຂອບເຂດຈຳກັດ.

ທັງນີ້ ກະຊວງກະສິກຳ ແລະ ປ່າໄມ້ລາຍງານວ່າ ສະພາບປ່າໄມ້ໃນ ລາວ ໃນປັດຈຸບັນນີ້
ມີຄວາມໜາແໜ້ນ ຫຼື ການປົກຫຸ້ມຄິດເປັນ 67.2 ເປີເຊັນຂອງພື້ນທີ່ທັງໝົດໃນທົ່ວປະເທດ
ຫລື ປະມານ 15.91 ລ້ານເຮັກຕາ ໃນນີ້ແບ່ງເປັນປ່າປ້ອງກັນ 7.98 ລ້ານເຮັກຕາ, ປ່າສະ
ຫງວນ 4.93 ລ້ານເຮັກຕາ, ປ່າຜະລິດ 3.1 ລ້ານເຮັກຕາ ແລະ ປ່າໄມ້ທີ່ປູກໂດຍບັນດາບໍລິ
ສັດຕ່າງຊາດທີ່ໄດ້ຮັບສຳປະທານທີ່ດິນຈາກລັດຖະບານລາວ ໃນພື້ນທີ່ລວມ 486,600
ເຮັກຕາ ຈຶ່ງເຮັດໃຫ້ຈະຕ້ອງດຳເນີນມາດຕະການເພີ່ມພື້ນທີ່ປ່າໄມ້ໃຫ້ໄດ້ອີກ 584,000
ເຮັກຕາ ຄິດເປັນ 2.8 ເປີເຊັນຂອງພື້ນທີ່ທັງໝົດ ເພື່ອທີ່ຈະເຮັດໃຫ້ບັນລຸເປົ້າໝາຍການ
ເພີ່ມການປົກຫຸ້ມຂອງປ່າໄມ້ໃຫ້ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020.

XS
SM
MD
LG