ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດາວເຄາະ ຂະໜາດ ຕຶກລອຍຟ້າ ບິນກາຍໂລກໄປ


ພາບນີ້ ທີ່ໄດ້ສະໜອງໃຫ້ໂດຍ ໂຄງການກ້ອງເທເລສະໂຄບ ທາງໄກ ຈາກ ອີຕາລີ ສະແດງໃຫ້ເຫັນພາບຖ່າຍໂປ້ດຽວພາຍໃນເວລາ 180 ວິນາທີ ຂອງດາວເຄາະທີ່ກຳລັງບິນເຂົ້າໃກ້ໂລກ ພາຍໃນລັດສະໝີປະມານ 4 ລ້ານກິໂລແມັດ, ເມື່ອວັນທີ 31 ມັງກອນ 2024.
ພາບນີ້ ທີ່ໄດ້ສະໜອງໃຫ້ໂດຍ ໂຄງການກ້ອງເທເລສະໂຄບ ທາງໄກ ຈາກ ອີຕາລີ ສະແດງໃຫ້ເຫັນພາບຖ່າຍໂປ້ດຽວພາຍໃນເວລາ 180 ວິນາທີ ຂອງດາວເຄາະທີ່ກຳລັງບິນເຂົ້າໃກ້ໂລກ ພາຍໃນລັດສະໝີປະມານ 4 ລ້ານກິໂລແມັດ, ເມື່ອວັນທີ 31 ມັງກອນ 2024.

ມັນແມ່ນນົກ! ມັນແມ່ນເຮືອບິນ! ມັນແມ່ນຕຶກລອຍຟ້າບໍ? ບໍ່ແມ່ນຈັ່ງຊັ້ນ. ວັດຖຸອັນນັ້ນ ບິນກາຍໂລກໄປໃນວັນສຸກມື້ນີ້ ແທ້ຈິງແລ້ວ ເປັນດາວເຄາະນ້ອຍທີ່ມີລວງກວ້າງເທົ່າກັບຕຶກ ເອັມພາຍຣ໌ ສະເຕດ ຢູ່ໃນນະຄອນນິວຢອກ.

ໂດຍຖືກເອີ້ນວ່າ 2008 OS7 ຫຼັງຈາກທີ່ມັນໄດ້ຖືກພົບເຫັນໃນປີ 2008 ກ້ອນຫີນອະວະກາດໜ່ວຍນີ້ ​ມີເສັ້ນຜ່າ​ສູນກາງຢູ່ລະຫວ່າງ 210 ແມັດ ຫາ 480 ແມັດ ອີງຕາມການກະປະມານໂດຍສູນກາງເພື່ອການສຶກສາກ່ຽວກັບວັດຖຸໃກ້ໂລກຂອງອົງການນາຊາ (NASA).

ມັນໄດ້ຖືກຈັດໃຫ້ຢູ່ໃນປະເພດຄື “ວັດຖຸໃກ້ໂລກ” ຫຼືນີໂອ (NEO) ແລະ “ດາວເຄາະນ້ອຍ ທີ່ອາດເປັນໄພອັນຕະລາຍ” ຫຼື ຟາ (PHA) ເນື່ອງຈາກຂະໜາດຂອງມັນ ແລະຄວາມໃກ້ຂອງມັນກັບໂລກ. ພວກ NEO ແມ່ນໄດ້ຖືກຈັດໃຫ້ເປັນປະເພດ ວັດຖຸທັງຫຼາຍທີ່ຢູ່ພາຍໃນລັດ​ສະ​ໝີ 30 ລ້ານໄມ​ລ໌ ເທົ່າກັບ 48 ລ້ານກິໂລແມັດ ກັບໂລກ ແລະ ມີຢູ່ 31,000 ວັດຖຸຢູ່ໃນລະບົບສຸຣິຍະ​ຈັກ​ກະວານ ທີ່ຕົກຢູ່ໃນປະເພດດັ່ງກ່າວນັ້ນ. ສ່ວນພວກຟາ (PHA) ນັ້ນ ໂດຍທົ່ວໄປແລ້ວ ຈະບິນຜ່ານໂລກໄປພາຍໃນ 4.6 ລ້ານໄມ​ລ໌ ເທົ່າກັບ 7.4 ລ້ານ ກິໂລແມັດ.

“ພວກເຮົາບໍ່ຕ້ອງເປັນຫ່ວງເປັນໃຍກ່ຽວກັບວ່າ ມັນຫຼາຍໂພດຂະນະທີ່ດາວເຄາະ ນ້ອຍນີ້ ຈະບໍ່ເຂົ້າມາໃນຊັ້ນບັນຍາກາດຂອງໂລກ ໃນຂະນະດຽວກັນ ອັນນີ້ຍັງຈະບິນໃກ້ເຂົ້າມາສູ່ໂລກ. ມີດາວເຄາະນ້ອຍຢູ່ຫຼາຍລ້ານກວ່າໜ່ວຍໃນລະບົບສຸຣິຍະຈັກ​ກະ​ວານຂອງພວກເຮົາ ຊຶ່ງຢູ່ໃນນັ້ນ 2,350 ໜ່ວຍ ໄດ້ຖືກຈັດ ໃຫ້ຢູ່ໃນປະເພດ ຟາ (PHA)” ທ່ານມິນເຈ ກິມ ນັກຄົ້ນຄວ້າປະຈຳຢູ່ມະຫາວິທະຍາໄລຂອງວໍວີກ (Warwick) ໄດ້ກ່າວຕໍ່ລາຍການ Newsweek.

It’s a bird! It’s a plane! It’s a skyscraper? Not exactly. The object passing by Earth on Friday is actually an asteroid as wide as the height of the Empire State Building.

Dubbed 2008 OS7 after its discovery in 2008, the space rock is between 210 meters and 480 meters across, according to estimates by NASA’s Center for Near Earth Object Studies.

It has been classified as a "Near Earth Object" (NEO) and a "Potentially Hazardous Asteroid" (PHA) because of its size and proximity to Earth. NEOs are classified as objects within 48 million kilometers of Earth, and 31,000 solar system objects fall into this category. PHAs usually pass Earth within 7.4 million kilometers.

"We don't need to worry about it too much as this asteroid will not enter Earth's atmosphere, while this will still approach close to the Earth. There are more than millions of asteroids in our Solar System, of which ~2,350 asteroids have been classified as PHAs,” Minjae Kim, a research fellow at the University of Warwick, told Newsweek.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG