ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຕໍ່ຕ້ານ ລັດຖະບານ ຢູ່ຊູດານ ຮ້າຍແຮງຂຶ້ນ (ວີດີໂອ)


ຂະSalah Mudathir, 28, killed the day before in clashes following protests in the Sudanese capital Khartoum, Sept. 28, 2013.
ຂະSalah Mudathir, 28, killed the day before in clashes following protests in the Sudanese capital Khartoum, Sept. 28, 2013.
ຕໍາຫຼວດຊູ​ດານ ​ໄດ້​ຍິງ​ລະ​ເບີດ​ນໍ້າ​ຕາ​ໃສ່​ພວກ​ປະ​ທ້ວງ ທີ່​ພາ​ກັບຫຼັ່ງ​ໄຫຼລົງ​ສູ່​ຖະໜົນ​ໃນ​ນະຄອນຫຼວງ Khartoum ​ເພື່ອ​ຮຽກຮ້ອງ​ໃຫ້​ໂຄ່ນ​ລົ້ມ​ປະທານາທິບໍດີ Omar al-Bashar.

​ການ​ປະ​ເຊີນ​ໜ້າ​ກັນ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເກີດ​ຂຶ້ນຫຼັງຈາກ​ ຂະ​ບວນສົ່ງສະການ​ໃຫ້​ຊາຍ​ຄົນ​ນຶ່ງ​ທີ່​ຖືກ​ສັງຫານໃນ​ການ​ປະ​ທ້ວງ​ກ່ອນ​ໜ້າ​ນັ້ນ ທີ່ໄດ້​ກາຍ​ເປັນ​ການ​ເດີນ​ຂະ​ບວນຂະ ໜາດ​ໃຫຍ່​ຕໍ່ຕ້ານ​ລັດຖະບານ​ອີກ​ບັ້ນ​ນຶ່ງ.

ຊາວ​ຊູ​ດານ ​ໄດ້​ພາກັນ​ປະ​ທ້ວງແລະ​ເດີນ​ຂະ​ບວນຫຼາຍບັ້ນ​ນັບ​ຕັ້ງ​ແຕ່​ວັນ ຈັນ​ຜ່ານ​ມາ​ນີ້. ເປົ້າໝາຍ​ຕອນ​ເລີ່​ມຕົ້ນ​ຂອງ​ການປະ​ທ້ວງນັ້ນ ​ແມ່ນ​ແນ​ໃສ່ ການ​ຕັດ​ການ​ໃຫ້​ເງິນ​ຊ່ວຍ​ເຫຼືອເກື້ອກູນ​ຂອງ​ລັດຖະບານທີ່​ຍັງ​ຜົນ​ໃຫ້​ລາຄາ​ ນໍ້າມັນ​ເຊື້ອ​ໄຟ​ຖີບ​ຕົວ​ສູງຂຶ້ນຢ່າງ​ໄວ ການ​ເດີນ​ຂະບວນປະ​ທ້ວງ​ໄດ້​ຄ່ອຍໆ​ຂະຫຍາຍ​ວົງກວ້າງ​ອອກ​ ​ແລະຈົນມີ​ຂະໜາດ​ໃຫຍ່​ຂຶ້ນນັບ​ມື້.

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ ປະ​ເມີນ​ວ່າ ກໍາລັງ​ຂອງ​ລັດຖະບານໄດ້​ຍິງ​ແລະສັງຫານ 50 ຄົນ ​ໃນ​ລະຫວ່າງ​ການ​ເດີນ​ຂະ​ບວນປະ​ທ້ວງ​ມື້​ທໍາ​ອິດ​ນັ້ນ.

ທາງ​ການ​ຊູ​ດານ​ລາຍ​ງານ ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ 33 ຄົນ .

ວິ​ກິດ​ການ​ນໍ້າມັນ​ເຊື້ອ​ໄຟ​ຂອງ​ຊູ​ດານ ​ເລີ່​ມຕົ້ນ​ຂຶ້ນຫຼັງຈາກ​ຊູ​ດານ​ໃຕ້ ​ໄດ້ ​ແຍກ​ອອກ ຈາກ​ລັດຖະບານ Khartoum ແລະເປັນ​ເອກ​ກະລາດ ​ໃນ​ປີ 2011 ​ເປັນ​ຕົ້ນມາ.

​ປະ​ເທດ​ໃໝ່​ຊູ​ດານ​ໃຕ້ ​ແມ່ນ​ຄວບ​ຄຸມ​ປະມານ​ສາມ​ສ່ວນ​ສີ່​ຂອງໂຮງ​ງານ​ຜະ ລິດ​ນໍ້າມັນ​ດິບ ​ໃນ​ສະ​ໄໝ​ອະດີດ​ຊູ​ດານ​ດຽວ​ນັ້ນ.

Sudan Protests
please wait
Embed

No media source currently available

0:00 0:00:37 0:00
XS
SM
MD
LG