ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

6 ອົງການ​ ອະນຸລັກ​ສິ່ງ​ແວດ​ລ້ອມ ຍື່ນຄຳຮ້ອງ ຂໍ​ໃຫ້​ກວດ​ສອບ​ ບໍລິສັດ​ມາ​ເລ​ເຊຍ


6 ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ ​ຈາກ​ກຳປູ​ເ​ຈຍ ​ໄທ ​ແລະ​ຫວຽດນາມ ໄດ້​ຮ່ວມ​ກັນ​ລົນນະລົງ ​ເພື່ອ​ສະ​ແດງ​ການ​ຄັດຄ້ານ ​ຕໍ່​​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ຢູ່ແຂວງຈຳປາສັກ.
6 ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ ​ຈາກ​ກຳປູ​ເ​ຈຍ ​ໄທ ​ແລະ​ຫວຽດນາມ ໄດ້​ຮ່ວມ​ກັນ​ລົນນະລົງ ​ເພື່ອ​ສະ​ແດງ​ການ​ຄັດຄ້ານ ​ຕໍ່​​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ຢູ່ແຂວງຈຳປາສັກ.

6 ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ຍື່ນ​ໜັງສື​ ຕໍ່​ຄະນະ​ກຳມະການ​ສິດທິ​ມະນຸດ​ຊົນ​ແຫ່ງ​ມາ​ເລ​ເຊຍ ​ເພື່ອ​ຂໍ​ໃຫ້​ກວດ​ສອບ​ບໍລິສັດ​ມາ​ເລ​ເຊຍ ທີ່​ລົງທຶນ​ສ້າງ​ເຂື່ອນ​ດອນ​ສະ​ຫົງ​ໃນ​ລາວ.

ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ 6 ອົງການ​ທີ່​ຍື່ນ​ໜັງ​ສື ຕໍ່​ຄະ​ນະ​ກຳມະການ​ສິດທິ​ມະນຸດ​ຊົນ​ຂອງ​ມາ​ເລ​ເຊຍ ​ໃນ​ຄັ້ງນີ້ ປະກອບ​ດ້ວຍ 1 ອົງການ​ຈາກ​ໄທ 3 ອົງການ​ຈາກ​ກຳປູ​ເຈຍ ​ແລະ 1 ອົງການ​ຈາກ​ສະຫະລັດ​ອາ​ເມຣິກາ ​ເພື່ອ​ຮຽກຮ້ອງ​ໃຫ້ ຄະນະ​ກຳມະການ​ສິດທິ​ມະນຸດ​ຊົນ​ຂອງ​ມາ​ເລ​ເຊຍ ​ໄດ້​ດຳ​ເນີນ​ການ​ກວດ​ສອບ ບໍລິສັດ Mega First Corporation Berhad ​ແຫ່ງ​ມາ​ເລ​ເຊຍ ທີ່​ເປັນ​ຜູ້​ລົງທຶນ​ໃນ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ​ເທິງ​ແນວ​ແມ່ນ້ຳຂອງ ​ໃນ​ແຂວງ​ຈຳປາ​ສັກ​ຂອງ​ລາວ.

ເປົ້າໝາຍ ສະຖານທີ່ ຂອງໂຄງການກໍ່ສ້າງເຂື່ອນດອນສະຫົງ.
ເປົ້າໝາຍ ສະຖານທີ່ ຂອງໂຄງການກໍ່ສ້າງເຂື່ອນດອນສະຫົງ.

ໂດຍ​ທັງ 6 ອົງການ​ດັ່ງກ່າວ ​ໄດ້​ລະບຸ​ວ່າ ກຸ່ມ​ບໍລິສັດ Mega First
ຍັງ​ທຳ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະທົບ​ຕໍ່​ສັງ​ຄົມ ​ແລະ
ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຢ່າງ​ບໍ່​ໄດ້​ມາດຕະຖານ​ສາກົນ ​ໂດຍ​
ສະເພາະ​ແມ່ນ​ຜົນ​ກະທົບ​ຕໍ່​ສັດ​ນ້ຳ ທີ່​ອົບ​ພະຍົບ​ໄປມາ ລະຫວ່າງ
​ເຂດສີ່​ພັນ​ດອນຫາຄອນພະ​ເພັງ​ຂອງ​ລາວ ​ກັບ​ເຂດ​ຕອນ​ລຸ່ມ​ແມ່
ນ້ຳຂອງໃນ​ກຳປູ​ເຈຍ ​ແລະ ຫວຽດນາມ ​ເນື່ອງ​ຈາກ​ວ່າຕົວ​ເຂື່ອນ
​ດອນ​ສະ​ຫົງຈະ​ໄປ​ຕັນ​ຮູ​ນ້ຳ ທີ່​ເປັນເສັ້ນທາງ​ອົບ​ພະຍົບ ທີ່​ສຳຄັນ
​ທີ່​ສຸດ​ ຂອງ​ສັດນ້ຳ​ໃນ​ແມ່ນ້ຳຂອງ​ນັ້ນ​ເອງ.

ໜັງສື​ຮຽກຮ້ອງ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ລະບຸ​ດ້ວຍ​ວ່າ ທີ່​ຜ່ານ​ມາ​ກຸ່ມ​
ບໍລິສັດ Mega First ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ກ່ຽວ​ກັບ​ໂຄງການ ​ໃຫ້​
ປະຊາຊົນ​ລາວ ​ແລະ ນາໆ​ຊາດ​ໄດ້​ຮັບ​ຮູ້​ນ້ອຍຫຼາຍ ທັງ​ຍັງ​ເປັນ​ຂໍ້​ມູນ ທີ່​ບໍ່​ສາມາດ​ຮັບປະກັນ​ໄດ້​ເລີຍ​ວ່າ ການ​ສ້າງ​ເຂື່ອນ​ຈະ​ບໍ່​ເຮັດ​ໃຫ້​ສັດ​ນ້ຳ ລົດ​ລົງ ຫຼື ມີ​ການ​ສູນ​ພັນ​ເກີດ​ຂຶ້ນ​ໃນອະນາ​ຄົນ ຊຶ່ງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຮັດໃຫ້​ເກີດ​ບັນຫາ​ຂາດ​ສານ​ອາຫານທາດ ໂປ​ຕີນ​ຂອງ​ປະຊາຊົນ​ໃນ​ລຸ່ມ​ແມ່ນ້ຳຂອງ ​ໃນ​ລະຍະ​ຕໍ່ໍ່​ໄປ​ອີກ​ດ້ວຍ.

ກ່ອນ​ໜ້າ​ນີ້ ບັນດາ​ຕົວ​ແທນ​ອົງການ​ປະຊາຊົນ​ອະນຸລັກ​ສິ່ງ​ແວ​ດລ້ອມ​ທຳ​ມະ​ຊາດ ​ໃນ​ແມ່ນ້ຳຂອງ​ຈາກ​ກຳປູ​ເ​ຈຍ ​ໄທ ​ແລະ​ຫວຽດນາມ ​ໄດ້​ຮ່ວມ​ກັນ​ອອກ​ຖະ​ແຫລ​ງການ ​ເພື່ອ
​ສະ​ແດງ​ການ​ຄັດຄ້ານ​ຕໍ່ໂຄງການ​ເຂື່ອນ​ດອນ​ສະ​ຫົງ ມາ​ແລ້ວຫຼາຍຄັ້ງ ​ໂດຍ​ເມື່ອ​ເດືອນ​
ກັນຍາ ກໍ​ໄດ້​ມີ​ຂຶ້ນຢູ່​ທີ່​ບາງ​ກອກ.

ໂຄງການ​ເຂື່ອນ​ດອນ​ສະ​ຫົງ ​ໄດ້ນຳເຂົ້າ ສູ່​ຂະ​ບວນການ​ປຶກສາ​ຫາລື ຮ່ວມ​ກັບ ບັນດາລັດຖະບານປະ​ເທດ​ສະມາຊິກ​ໃນ MRC ອົງການອະນຸລັກ ສິ່ງແວດລ້ອມທຳມະຊາດຕ່າງໆ ບັນດານັກຊ່ຽວຊານ ແລະ ບັນດາຜູ້ຕາງໜ້າທ້ອງຖິ່ນຈາກ 3 ປະເທດໃນແລວແມ່ນ້ຳຂອງ.
ໂຄງການ​ເຂື່ອນ​ດອນ​ສະ​ຫົງ ​ໄດ້ນຳເຂົ້າ ສູ່​ຂະ​ບວນການ​ປຶກສາ​ຫາລື ຮ່ວມ​ກັບ ບັນດາລັດຖະບານປະ​ເທດ​ສະມາຊິກ​ໃນ MRC ອົງການອະນຸລັກ ສິ່ງແວດລ້ອມທຳມະຊາດຕ່າງໆ ບັນດານັກຊ່ຽວຊານ ແລະ ບັນດາຜູ້ຕາງໜ້າທ້ອງຖິ່ນຈາກ 3 ປະເທດໃນແລວແມ່ນ້ຳຂອງ.

​ໂດຍ​ຖະ​ແຫລ​ງການ​ດັ່ງ​ກ່າວ ຍັງ​ໄດ້​ລະບຸ​ດ້ວຍວ່າ ຄຸນ​ນະພາ​ບ
ນ້ຳຈະ​ຕ່ຳລົງ​ຈາກ​ໄດ້​ຜ່ານ​ການ​ຜະລິດ​ກະ​ແສ​ໄຟຟ້າ​ແລ້ວນັ້ນ
ຊຶ່ງ​ກໍ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ທີ່​ເປັນ​ແຫ​ລ່ງ
ອາຫານ​ຂອງ​ສັດ​ນ້ຳ ​ໃນ​ເຂດ​ສີ່​ພັນ​ດອນ​ຫາ​ຄອນ​ພະ​ເພັງ ​ແລະ​
ເຂດ​ຕອນ​ລຸ່ມ ທັງ​ກໍ​ຍັງ​ຈະ​ກະທົບ​ຕໍ່​ຕະກອນ​ດິນ​ທີ່​ເປັນ​ປຸຍ​ຊັ້ນດີ
​ຂອງ​ການ​ປູກ​ພືດ ​ໃນ​ເຂດ​ຕອນ​ລຸ່ມ​ແມ່ນ້ຳຂອງ​ອີກ​ດ້ວຍ.

ການ​ຄັດຄ້ານ​ດັ່ງກ່າວ​ນີ້ ກໍ​ຍັງ​ໄດ້​ເກີດ​ຂຶ້ນລະຫວ່າງ​ພາກ​ລັດ
ຖະບານ ຂອງ​ປະ​ເທດ​ສະມາຊິກ​ຂອງ​ຄະນະ​ກຳມາ​ທິການ​ແມ່
ນ້ຳຂອງ (MRC) ດ້ວຍ​ກັນ ​ເມື່ອ​ບໍ່​ນານ​ມາ​ນີ້ ຊຶ່ງ​ກໍ​ເຮັດ​ໃຫ້​ທາງ
​ການ​ລາວ ຕ້ອງ​ຕົກລົງ​ນຳ​ເອົາ​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ​ເຂົ້າ
ສູ່​ຂະ​ບວນການ​ປຶກສາ​ຫາລື ຮ່ວມ​ກັບປະ​ເທດ​ສະມາຊິກ​ໃນ
MRC ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ການ​ປະຊຸມ​ລະດັບ
​ລັດຖະມົນຕີ MRC ຄັ້ງທີ 20 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ
26 ຫາ 27 ມິຖຸນາປີ​ນີ້ ຢູ່​ບາງກອກ ປະ​ເທດ​ໄທ.

ໂດຍ​ຜູ້​ຕ່າງ​ໜ້າ​ຂອງ​ລັດຖະບານ​ລາວ ທີ່​ໄດ້​ໃຫ້ການ​ຕົກລົງ​ດັ່ງ
ກ່າວ​ນີ້ ກໍ​ແມ່ນ​ທ່ານ ວີລະ​ພົນ ວີລະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ
​ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່ ຊຶ່ງ​ກໍ​ຈະ​ຕ້ອງ​ເປີດ​ເຜີຍ​ຂໍ້​ມູນ ​ແລະ
​ຕອບ​ຂໍ້​ສົງ​ໄສ​ຕ່າງໆ ຂອງ​ປະ​ເທດ​ສະມາ​ຊິກ​ໃນ MRC ທີ່​ມີ​ຕໍ່
​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ​ໃຫ້​ໄດ້​ຢ່າງ​ແຈ້ງ​ຂາວ ​ໃນ​ທຸ​ກດ້ານ
ຊຶ່ງ​ຄາດ​ວ່າ ຈະ​ໃຊ້​ເວລາ ​6 ​ເດືອນ ​ເປັນ​ຢ່າງ​ນ້ອຍ ດັ່ງ​ທີ່ ທ່ານ​ໂຊດ
ຕຣາຊູ ປະລັດ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ​ສິ່ງ​ແວດ​ລ້ອມ ຂອງ​ໄທ​ໄດ້​ຊີ້​ແຈງ​ວ່າ:

“​ໂດຍ​ປົກກະຕິ​ຂະ​ບວນການ​ດັ່ງກ່າວ ​ໃຊ້​ເວລາ​ປະມານ​ບໍ່​ນ້ອຍ​ກວ່າ 6 ​ເດືອນ ຊ່ວງ​ດັ່ງກ່າວ​ນີ້​ກໍ​ຈະ​ໃຫ້​ແຕ່ລະ​ປະ​ເທດ​ສະມາຊິກ​ໄປ​ເບິ່ງ​ວ່າ ມີຂໍ້ກັງວົນ​ຫ່ວງ​ໃຍ​ປະ​ເດັນ​ໃດ ​ເຮົາ​ກໍ​ຈະ​ສົ່ງ​ໃຫ້​ທາງ​ ສປປ ລາວ ​ໃນຂະນະດຽວ​ກັນ ສປປ ລາວ ກໍ​ຈະ​ມີ​ຂໍ້​ມູນ​ບາງ​ຢ່າງ​ອອກ​ມາ​ໃຫ້​ເຮົາ​ເບິ່ງ ​ແລ້ວ​ກໍ​ຈະ​ໄດ້​ໂອ້​ລົມ​ກັນ​ໃນ​ຂໍ້​ ທີ່​ເປັນຂໍ້​ກັງວົນ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ.”

ສ່ວນການ​ຮຽກຮ້ອງ​ໃນ​ຄັ້ງຫລ້າ​ສຸດ​ນີ້ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ໂຄງການ​ເຂື່ອນ​ດອນ​ສະ​ຫົງ ຫຼື
ບໍ່​ນັ້ນ ກໍ​ຂຶ້ນຢູ່​ກັບ​ການສະ​ແດງ​ບົດບາດ​ຂອງ​ຄະນະ​ກຳມະການ​ສິດທິ​ມະນຸດ​ຊົນ​ແຫ່ງ​
ມາ​ເລ​ເຊຍ ​ໂດຍ​ຖ້າ​ຫາກ​ໄດ້​ທຳ​ການກວດ​ສອບ​ແລ້ວ ພົບ​ວ່າ​ກຸ່ມ​ບໍລິສັດ Mega First ​ໄດ້​
ປະຕິ​ບັດ​ຄື​ກັບ ​ທີ່​ຖືກ​ອົງການ​ອະ​ນຸລັກກ່າວ​ຫາ​ດັ່ງກ່າວ​ແທ້​ຈິງ ກໍ​ຍ່ອມ​ຈະ​ເປັນ​ສິດ​ ແລະ ​
ອຳນາດ​ຕາມ​ກົດໝາຍ​ ຂອງ​ມາ​ເລ​ເຊຍ​ ທີ່ຄະນະ​ກຳມະການ​ສິດທິ​ມະນຸດ​ຊົ​ນ​ແຫ່ງ​ມາ​ເລ​ເຊຍ ຈະ​ມີ​ຄຳ​ສັ່ງ​ໃຫ້​ບໍລິສັດ Mega First ​ໂຈະ​ການ​ລົງທຶນ​ໃນ​ໂຄງການ​ເຂື່ອນ​ດອນ​ສະຫົ​ງ​ ໃນ​ລາວ​ໄດ້​ເຊັ່ນ​ກັນ.

XS
SM
MD
LG