ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ນຳ​ໃຊ້​ລະບົບ Single Visa ຫຼື ວີ​ຊາ​ດຽວ ລະຫວ່າງ​ໄທ​ກັບ​ລາວ ​ຍັງ​ບໍ່​ສາມາດ​ປະຕິບັດ​ໄດ້


ກອງປະຊຸມ ປຶກສາຫາລື ດ້ານການທ່ອງທ່ຽວອາຊ່ຽນ ຄັ້ງທີ 16.
ກອງປະຊຸມ ປຶກສາຫາລື ດ້ານການທ່ອງທ່ຽວອາຊ່ຽນ ຄັ້ງທີ 16.

ລັດຖະມົນຕີ​ໄທ​ຢືນຢັນ​ວ່າ ການ​ນຳ​ໃຊ້​ລະບົບ Single Visa ຫຼື
ວີ​ຊາ​ດຽວ ລະຫວ່າງ​ໄທ​ກັບ​ລາວ ​ຍັງ​ບໍ່​ສາມາດ​ປະຕິບັດ​ໄດ້​ ເນື່ອງ​
ຈາກ​ເຫດຜົນ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທີ່​ລັດຖະບານ​ລາວ ຖື
ເປັນນະ​ໂຍບາຍ​ ທີ່​ສຳຄັນ​ສູງ​ສຸດ.

ທ່ານນາງກອບການ ວັດທະນະວະລາງກູລ ລັດຖະມົນຕີວ່າການກະຊວງການທ່ອງທ່ຽວ ແລະກິລາ ໄດ້ໃຫ້ການຢືນຢັນວ່າ ແຜນການຮ່ວມມືດ້ານ ການທ່ອງທ່ຽວ ລະຫວ່າງປະເທດ ໃນລຸ່ມແມ່ນ້ຳຂອງ ຍັງບໍ່ສາມາດປະຕິບັດໄດ້ຢ່າງເປັນຮູບປະທຳ ເຖິງແມ່ນວ່າ ການຮ່ວມມືດັ່ງກ່າວ ຈະໄດ້ລິເລີ້ມນັບຕັ້ງແຕ່ປີ 1992 ເປັນຕົ້ນມາແລ້ວກໍຕາມ.

ທັງນີ້ໂດຍສະເພາະ ແມ່ນການນຳໃຊ້ລະບົບການກວດ ແລະລົງກາ ວີຊາຄັ້ງດຽວ (Single
Visa) ນັ້ນ ຖືເປັນບັນຫາທີ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ເລຍ ໂດຍມີສາເຫດມາຈາກ
ຄວາມບໍ່ພ້ອມໃນປະເທດ ສະມາຊິກສ່ວນໃຫຍ່ ທັງໃນດ້ານບຸຄະລາກອນ ແລະເທັກນິກ
ແຕ່ທີ່ນັບວ່າເປັນບັນຫາສຳຄັນທີ່ສຸດ ກໍຄືການທີ່ລັດຖະບານ ຂອງປະເທດສະມາຊິກ ເຊັ່ນ
ລາວນັ້ນ ໄດ້ໃຫ້ຄວາມສຳຄັນກັບດ້ານຄວາມໝັ້ນຄົງສູງກວ່າ ໃນດ້ານການທ່ອງທ່ຽວ ດັ່ງທີ່ ທ່ານນາງກອບການ ໄດ້ໃຫ້ການຢືນຢັນວ່າ:

“ການເຊື່ອມໂຍງຂອງການທ່ອງທ່ຽວລະຫວ່າງກັນນີ້ ທີ່ຍັງມີບັນຫາຢູ່ ກໍຄືເລື້ອງ
ຂອງ Single Visa ໃນແງ່ຂອງຄວາມຕັ້ງໃຈ ທຸກປະເທດນີ້ ກໍບອກວ່າ ໜ້າຈະ
ທຳໄດ້ ແຕ່ໃນຄວາມເປັນຈິງແລ້ວ ໃນແງ່ຂອງການທຳງານຕົວຈິງ ກໍຍັງຕິດຂັດ
ບັນຫາເລື້ອງກ່ຽວກັບ ເລື້ອງຄວາມໝັ້ນຄົງ ດັ່ງນັ້ນ ຈຸດນີ້ເປັນຈຸດ ທີ່ທາງກະຊວງ
ເອງ ກຳລັງຈະເລັ່ງໂອ້ລົມວ່າ ຈະທຳຢ່າງໃດໃຫ້ເກີດ Single Visa ໄດ້ຢ່າງແທ້ຈິງ.”

ທ່ານນາງກອບການ ວັດທະນະວະລາງກູລ ລັດຖະມົນຕີວ່າການກະຊວງການທ່ອງທ່ຽວ ແລະກິລາ ໄດ້ໃຫ້ການຢືນຢັນວ່າ ແຜນການຮ່ວມມືດ້ານ ການທ່ອງທ່ຽວ ລະຫວ່າງປະເທດ ໃນລຸ່ມແມ່ນ້ຳຂອງ ຍັງບໍ່ສາມາດປະຕິບັດໄດ້ຢ່າງເປັນຮູບປະທຳ.
ທ່ານນາງກອບການ ວັດທະນະວະລາງກູລ ລັດຖະມົນຕີວ່າການກະຊວງການທ່ອງທ່ຽວ ແລະກິລາ ໄດ້ໃຫ້ການຢືນຢັນວ່າ ແຜນການຮ່ວມມືດ້ານ ການທ່ອງທ່ຽວ ລະຫວ່າງປະເທດ ໃນລຸ່ມແມ່ນ້ຳຂອງ ຍັງບໍ່ສາມາດປະຕິບັດໄດ້ຢ່າງເປັນຮູບປະທຳ.

ແຕ່ຢ່າງໃດກໍຕາມ ທ່ານນາງກອບການ ກໍຢືນຢັນວ່າ ໄດ້ທຳການ
ຮ່າງແຜນການ ຮ່ວມມືໃນດ້ານການທ່ອງທ່ຽວກັບປະເທດເພື່ອນ
ບ້ານໃນລຸ່ມແມ່ນ້ຳຂອງ ດ້ວຍກັນເສັດສົມບູນແລ້ວ ແລະ ຈະນຳ
ສະເໜີຕໍ່ລັດຖະບານຂອງປະເທດເພື່ອນບ້ານໃນໂອກາດການ
ປະຊຸມລະດັບລັດຖະມົນຕີທ່ອງທ່ຽວອາຊ່ຽນ ທີ່ຈະຈັດຂຶ້ນຢ່າງ
ເປັນທາງການໃນທ້າຍເດືອນມັງກອນ 2015 ນີ້ ຢູ່ສະຫະພາບ
ມຽນມາ.

ໂດຍແຜນການດັ່ງກ່າວນີ້ ໃຫ້ຄວາມສຳຄັນເປັນພິເສດ ໃນການ
ລົນນະລົງ ແລະການປະຊາສຳພັນເພື່ອການສົ່ງເສີມ ແລະ ຂະ
ຫຍາຍຕະຫລາດການທ່ອງທ່ຽວໃນຕ່າງປະເທດຮ່ວມກັບປະເທດ
ເພື່ອນບ້ານໃນເຂດລຸ່ມແມ່ນ້ຳຂອງດ້ວຍກັນ ໃຫ້ກວ້າງຂວາງຫຼາຍ
ຂຶ້ນ ລວມເຖິງການນຳໃຊ້ລະບົບ Single Visa ແລະຈັດກິດຈະກຳການທ່ອງທ່ຽວຮ່ວມ ກັນດ້ວຍ.

ທ່ານນາງກອຍການ ຍັງໄດ້ສະແດງຄວາມເຊື່ອໝັ້ນດ້ວຍວ່າ ການຮ່ວມມືດັ່ງກ່າວ ຈະເຮັດ
ໃຫ້ນັກທ່ອງທ່ຽວຊາວຕ່າງຊາດ ພາກັນເດີນທາງມາທ່ອງທ່ຽວ ໃນເຂດລຸ່ມແມ່ນ້ຳຂອງ
ຫຼາຍຂຶ້ນຢ່າງຕໍ່ເນື່ອງ ເພາະເຫັນວ່າການເດີນທາງມາທ່ອງທ່ຽວ ໃນເຂດລຸ່ມແມ່ນ້ຳຂອງ
ມີຄວາມຫຼາກຫຼາຍທັງທາງດ້ານວັດທະນະທຳ ປະເພນີ ປະຫວັດສາດ ແລະທຳມະຊາດ
ທີ່ສວຍງາມອີກດ້ວຍ.

ທາງດ້ານກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວຂອງລາວ ລາຍງານວ່າ
ໃນຕະຫລອດປີ 2014 ມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນລາວຫຼາຍກວ່າ
3 ລ້ານ 9 ແສນຄົນ ຂຶ່ງກໍເຮັດໃຫ້ພາກບໍລິການໃນລາວ ມີລາຍຮັບຫຼາຍກວ່າ 650 ລ້ານ
ດອນລາ ຫຼືເພີ້ມຂຶ້ນເກີນກວ່າ 10 ເປີເຊັນ ທຽບກັບປີ 2013 ແລະຖ້າຫາກວ່າ ສະພາບ
ການຍັງຄົງສາມາດຮັກສາ ລະດັບການເຕີບໂຕດັ່ງກ່າວນີ້ໄດ້ ຢ່າງຕໍ່ເນື່ອງ ຍັງເຮັດໃຫ້
ສາມາດຄາດໝາຍໄດ້ວ່າ ຈະມີນັກທ່ອງທ່ຽວເດີນທາງເຂົ້າມາໃນລາວເພີ້ມຂຶ້ນເປັນ 10
ລ້ານຄົນໃນປີ 2020 ຊຶ່ງກໍຈະເຮັດໃຫ້ພາກບໍລິການໃນລາວ ມີລາຍຮັບເພີ້ມຂຶ້ນເປັນຫຼາຍ
ກວ່າ 1,600 ລ້ານດອນລາອີກດ້ວຍ.

ສຳຫລັບສາເຫດສຳຄັນທີ່ເຮັດໃຫ້ນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວ
ເພີ້ມຂຶ້ນ ກໍໄດ້ຮັບການຊີ້ແຈງຈາກ ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະ
ແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ວ່າເປັນຍ້ອນການພັດທະນາພາກບໍລິການ
ແລະທ່ອງທ່ຽວໃນລາວທີ່ກ້າວໄປສູ່ລະດັບມາດຕະຖານສາກົນຫຼາຍຂຶ້ນເລື້ອຍໆ ໂດຍ
ຈະເຫັນໄດ້ຈາກການທີ່ລາວໄດ້ຮັບລາງວັນລະດັບໂລກໃນຖານະປະເທດ ທີ່ເປັນຈຸດໝາຍ ປາຍທາງຍອດນິຍົມຂອງບັນດານັກທ່ອງທ່ຽວ ຈາກທົ່ວໂລກມາຢ່າງຕໍ່ເນື່ອງ.

ໂດຍເລີ້ມຈາກປີ 2008 ທີ່ New York Times ຈັດໃຫ້ລາວເປັນ 1 ໃນ 53 ປະເທດໜ້າ
ທ່ອງທ່ຽວທີ່ສຸດໃນໂລກ ຕາມດ້ວຍການທ່ອງທ່ຽວທຳມະຊາດ ທີ່ປະຊາຊົນມີສ່ວນຮ່ວມຢູ່
ເຂດປ່າສະຫງວນນ້ຳຫ້າ ໃນແຂວງຫລວງນ້ຳທາໄດ້ຮັບລາງວັນດີເດັ່ນ ຈາກອົງການ
ສະຫະປະຊາຊາດ ເພື່ອການພັດທະນາ ສ່ວນເມືອງມໍລະດົກໂລກຫລວງພະບາງ ກໍໄດ້
ຫລຽນຄຳໃນຖານະເມືອງທ່ອງທ່ຽວອັນດັບ 1 ໃນໂລກຈາກວາລະສານ Wanderlust
ຂອງອັງກິດເຖິງ 6 ປີຕໍ່ກັນ ແລະ ປີ 2013 ສະພາການທ່ອງທ່ຽວ ແລະການຄ້າ ສະຫະພາບ ຢູໂຣບ ກໍຍົກຍ້ອງໃຫ້ລາວເປັນປະເທທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກອີກດ້ວຍ.

XS
SM
MD
LG