ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາພັກການເມືອງ ຂອງຊີແອຣາ ເລອອນ ອາດເປັນໄປໄດ້ສູງ ທີ່ຈະເຂົ້າສູ່ ການເລືອກຕັ້ງ ຂັ້ນຊີ້ຂາດ


ຜູ້ສະໝັກເປັນປະທານາທິບໍດີ ຂອງພັກປະຊາຊົນ ຊີແອຣາ ທ່ານ ຈູລີອັສ ມາອາດາ ບີໂອ (Julius Mada Bio) ອູ້ມລູກ
ສາວ ໃນຂະນະທີ່ປ່ອນບັດລົງຄະແນນສຽງຂອງທ່ານໃນການ
ເລືອກຕັ້ງທົ່ວໄປ ຢູ່ທີ່ໜ່ວຍປ່ອນບັດ ໃນນະຄອນຫຼວງ ຟຣີ
ທາວນ໌, ວັນທີ 7 ມີນາ 2018, ໃນຂະນະພັນລະຍາຂອງທ່ານແນມເບິ່ງຢູ່.
ຜູ້ສະໝັກເປັນປະທານາທິບໍດີ ຂອງພັກປະຊາຊົນ ຊີແອຣາ ທ່ານ ຈູລີອັສ ມາອາດາ ບີໂອ (Julius Mada Bio) ອູ້ມລູກ ສາວ ໃນຂະນະທີ່ປ່ອນບັດລົງຄະແນນສຽງຂອງທ່ານໃນການ ເລືອກຕັ້ງທົ່ວໄປ ຢູ່ທີ່ໜ່ວຍປ່ອນບັດ ໃນນະຄອນຫຼວງ ຟຣີ ທາວນ໌, ວັນທີ 7 ມີນາ 2018, ໃນຂະນະພັນລະຍາຂອງທ່ານແນມເບິ່ງຢູ່.

ພັກຝ່າຍຄ້ານທີ່ສຳຄັນຂອງ ຊີແອຣາ ເລອອນ ໄດ້ຮັບຄະແນນນຳໜ້າໜ້ອຍ
ໜຶ່ງ ໃນການແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີຂອງປະເທດ ດ້ວຍ
ຄະແນນສຽງ 75 ເປີເຊັນ. ແຕ່ດ້ວຍໄຊຊະນະຢ່າງສົມບູນຍັງຫ່າງໄກຢູ່ນັ້ນ,
ບັນດາຜູ້ລົງແຂ່ງຂັນຕອນນີ້ ແມ່ນກຳລັງຫາທາງ ທີ່ຈະສ້າງຕັ້ງພັນທະມິດ
ທີ່ເປັນໄປໄດ້ ໃນການເລືອກຕັ້ງຂັ້ນຊີ້ຂາດທີ່ເບິ່ງຄືວ່າ ຈະເກີດຂຶ້ນໄດ້.

ຜູ້ລົງແຂ່ງຂັນສັງກັດພັກປະຊາຊົນ ຊີແອຣາ ເລອອນ ຫຼື SLPP, ຊຶ່ງແມ່ນ
ນາຍພົນ ບຳນານ, ທ່ານ ຈູລີອັສ ມາອາດາ ບີໂອ (Julius Maada Bio) ມີ
ຄະແນນສຽງ 43.3 ເປີເຊັນ, ນຳໜ້າຜູ້ລົງແຂ່ງຂັນ ຈາກພັກສະພາ ປະຊາ
ຊົນ ຫຼື APC ຢ່າງຫວຸດຫວິດ, ເຊິ່ງແມ່ນອະດີດລັດຖະມົນຕີ ການຕ່າງ
ປະເທດ ທ່ານ ຊາມູຣາ ກາມາຣາ (Samura Kamara) ຜູ້ທີ່ໄດ້ຮັບຄະແນນ
ສຽງ 42.6 ເປີເຊັນໃນປັດຈຸບັນນີ້.

ທ່ານ ຈູລີອັສ ມາອາດາ ບີໂອ Julius Maada Bio (ສັງກັດພັກປະຊາຊົນ ຊີແອຣາ ເລອອນ ຜູ່ສະໝັກລົງແຂ່ງຂັນ) ໃນຮູບພາບນີ້ ຫຼັງຈາກກ່າວຖະແຫລງ ຄໍ່ບັນດານັກຂ່າວ ໃນສຳນັກງານໃຫຍ່ ຂອງພັກຢູ່ໃນຄຸ້ມໂກເດຣິຈ໌ ຂອງນະຄອນຫຼວງ ຟຣີທາວນ໌ , ວັນທີ 7 ມີນາ 2018. (J. Patinkin/VOA)
ທ່ານ ຈູລີອັສ ມາອາດາ ບີໂອ Julius Maada Bio (ສັງກັດພັກປະຊາຊົນ ຊີແອຣາ ເລອອນ ຜູ່ສະໝັກລົງແຂ່ງຂັນ) ໃນຮູບພາບນີ້ ຫຼັງຈາກກ່າວຖະແຫລງ ຄໍ່ບັນດານັກຂ່າວ ໃນສຳນັກງານໃຫຍ່ ຂອງພັກຢູ່ໃນຄຸ້ມໂກເດຣິຈ໌ ຂອງນະຄອນຫຼວງ ຟຣີທາວນ໌ , ວັນທີ 7 ມີນາ 2018. (J. Patinkin/VOA)

ຜູ້ລົງແຂ່ງຂັນຄົນນຶ່ງຕ້ອງການຄະແນນສຽງ 55 ເປີເຊັນ ເພື່ອຈະໄດ້ຮັບ
ໄຊຊະນະໃນຮອບທຳອິດ.

ປະຊາຊົນຫຼາຍກວ່າ 3 ລ້ານຄົນ ໄດ້ລົງທະບຽນເພື່ອອອກສຽງໃນການ
ເລືອກຕັ້ງ, ເຊິ່ງໄດ້ເກີດຂຶ້ນໃນວັນພຸດທີ່ຜ່ານມາ, ແລະ ເປັນນຶ່ງໃນການ
ແຂ່ງຂັນທີ່ສູສີທີ່ສຸດ ໃນປະຫວັດສາດຂອງປະເທດທີ່ຕັ້ງຢູ່ ອາຟຣິກາ
ຕາເວັນອອກ. ປັດຈຸບັນນີ້ປະທານາທິບໍດີ ທ່ານ ເອີແນັສ ໄບ ໂກໂຣມາ
(Earnest Bai Koroma) ຈາກພັກ APC ຕ້ອງໄດ້ລົງຈາກຕຳແໜ່ງ ຫຼັງ
ຈາກປະຕິບັດໜ້າທີ່ ມາໄດ້ສອງສະໄໝ.

ພັກ APC ໄດ້ສ້າງປະຫວັດ ກ່ຽວກັບ ການພັດທະນາພື້ນຖານໂຄງລ່າງ,
ໃນຂະນະທີ່ພັກ SLPP ແລະ ພັກຝ່າຍຄ້ານອື່ນໆ ໄດ້ສັນຍາວ່າ ຈະທຳການ
ປ່ຽນແປງ. ພັກ APC ຖືກກ່າວຫາວ່າ ສໍ້ລາດບັງຫຼວງ ແລະ ບໍ່ມີປະສິດ
ທິພາບ ໃນການຕອບໂຕ້ ຕໍ່ການແຜ່ລະບາດຂອງໂຣກ ອີໂບລາ ໃນປີ
2014 ແລະ ເຫດດິນເຈື່ອນ ໃນປີ 2017, ເຊິ່ງລວມກັນແລ້ວ ປະຊາຊົນ
ຊີແອຣາ ເລອອນ ຫຼາຍພັນຄົນແມ່ນໄດ້ເສຍຊີວິດ.

ປະທານາທິບໍດີ ທ່ານ ເອີເນັສ ເບ ໂກໂຣມາ (Ernest Bai Koroma) ຂອງປະເທດ ຊີແອຣາ ເລອອນ
ປະທານາທິບໍດີ ທ່ານ ເອີເນັສ ເບ ໂກໂຣມາ (Ernest Bai Koroma) ຂອງປະເທດ ຊີແອຣາ ເລອອນ

ຄະນະກຳມາທິການເລືອກຕັ້ງແຫ່ງຊາດ ຫຼື NEC ໄດ້ເວົ້າວ່າ ຜົນຄະແນນ
ສຸດທ້າຍຈະຖືກເປີດເຜີຍ ກ່ອນວັນພຸດ ແຕ່ໄດ້ເວົ້າວ່າ ການນັບຄະແນນ
ຄືນ ໃນສະຖານທີ່ປ່ອນບັດ 82 ແຫ່ງ ໃນທົ່ວປະເທດ ແມ່ນກຳລັງດຳເນີນ
ຢູ່ ຍ້ອນວ່າບັດຄະແນນສຽງບາງໃບ ໄດ້ຖືກພິມໂດຍບໍ່ມີເລກລະຫັດ. ການ
ຂາດເລກລະຫັດ ໄດ້ນຳໄປສູ່ການຕຳໜິຕິຕຽນ ຈາກຕົວແທນຂອງພັກ
ທີ່ຕິດຕາມການນັບຄະແນນສຽງ.

ບັນດາເຈົາໜ້າທີ່ເລືອກຕັ້ງ ນັບບັດເລືອກຕັ້ງທີ່ໄດ້ຖືກປ່ອນລົງຄະແນນສຽງ ຢູ່ໜ່ວຍເລືອກຕັ້ງ ໃນ ນະຄອນຫຼວງ ຟຣີທາວນ໌ ຂອງຊີແອຣາ ເລອອນ, ວັນທີ 7 ມີນາ 2018.
ບັນດາເຈົາໜ້າທີ່ເລືອກຕັ້ງ ນັບບັດເລືອກຕັ້ງທີ່ໄດ້ຖືກປ່ອນລົງຄະແນນສຽງ ຢູ່ໜ່ວຍເລືອກຕັ້ງ ໃນ ນະຄອນຫຼວງ ຟຣີທາວນ໌ ຂອງຊີແອຣາ ເລອອນ, ວັນທີ 7 ມີນາ 2018.

ທ່ານ ເດວິດ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ ເມື່ອວັນອາທິດວານນີ້
ວ່າ "ເພື່ອໃຫ້ພວກເຮົາສະໜອງການຮັບປະກັນນັ້ນ, ພວກເຮົາໄດ້ແຈ້ງ
ຫ້ອງການເມືອງ ແລະ ສູນລົງຄະແນນສຽງ ໃນພາກພື້ນໝົດທຸກແຫ່ງ
ຂອງພວກເຮົາວ່າ ການນັບຄະແນນຄືນດັ່ງກ່າວ ຕ້ອງເຮັດໃຫ້ແລ້ວສຳ
ເລັດ, ແລະ ພວກເຮົາຈະເລີ່ມຕົ້ນມື້ນີ້. ແລະ ພວກເຮົາຄາດວ່າ ຈະແລ້ວ
ສຳເລັດໃນຕອນກາງເວັນຂອງມື້ອື່ນ."

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG