ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຖ້ຽວບິນສຸດທ້າຍຂອງ ໂຄງການຍານອະວະກາດ ໄປ-ກັບຂອງສະຫະລັດ (ເບິ່ງວີດີໂອລາວ/ອັງກິດ)


ນັກເຫາະອະວະກາດທັງສີ່ຄົນ ທີ່ຈະເດີນທາງໄປກັບຍານ Atlantis.
ນັກເຫາະອະວະກາດທັງສີ່ຄົນ ທີ່ຈະເດີນທາງໄປກັບຍານ Atlantis.

ຈຸດ​ຈົບ​ຂອງ​ຍຸກ​ສະ​ໄໝ​ນຶ່ງ​ກໍາລັງ​ໃກ້ຈະ​ມາ​ຮອດແລ້ວ ນັ້ນ​ກໍ​ຄື​ຍຸກຂອງຍານ​ອະວະກາດໄປກັບ ຫລືຍານ shuttle ຂອງ​ສະຫະລັດ ຊຶ່ງ​ເປັນ​ຍານ​​ທີ່​ນໍາ​ສົ່ງ​ຂື້ນ​​ໄປອະວະກາດ​ໂດຍ​ຈະ​ຫລວດ​ແລະ​ບິນ​ລົງ​ເດີ່ນ​ໄດ້​ ໄປກັບຫລາຍໆ​ຖ້ຽວ ​ເປັນ​ພາຫະນະ​ທີ່​​ໃຊ້ງານ​ໜັກ​ແລະ​ສະ​ລັບ​ຊັບຊ້ອນ​ຂອງ​ໂຄງການ ອະວະກາດ​ຂອງສະຫະລັດ ທີ່​ກໍາລັງຈະ​ຖືກ​ປົດ​ກະສຽນ​ ເຊົາໃຊ້ແລ້ວ ​ເພື່ອ​ທີ່ອົງການ​​ອະວະກາດ​ສະຫະລັດ ຫລື NASA ​ຈະໄດ້​ຫັນ​ໄປ​ເພັ່ງ​ເລັງ​ໃສ່​ການພັດທະນາ​ຍານ​ອະວະກາດ​ ຊະນິດ​ທີ່ສາມາດ​ເດີນທາງ​ໄປ​ໄກ​ກວ່າ​ໄລ​ຍະ​ໂຄຈອນອ້ອມ​ໂລກ​ໃນ​ລະດັບ​ຕໍ່າ. ຍານ Atlantis ຊຶ່ງເປັນນຶ່ງໃນຍານອະວະກາດຫລາຍໆລໍາຂອງໂຄງການນີ້ ມີ​ກໍານົດ​ຈະ​ຖືກ​​ສົ່ງຂຶ້ນສູ່ອະວະກາດ ​ໃນ​ວັນ​ທີ່ 8 ​ເດືອນ​ກໍລະກົດ ຄື​ມື້​ອື່ນ​ນີ້​ ​​ອັນເປັນຖ້ຽວ​ສຸດ​ທ້າຍຂອງໂຄງ ການຍານອະວະກາດໄປກັບ ທີ່​ມີ​ອາຍຸ​ໄດ້ 30 ປີ ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ Suzanne Presto ມີ​ລາຍ​ງານ​ເພື່ອ​ຕື່ມກ່ຽວກັບການຂຶ້ນບິນປະຕິບັດງານ ​ເປັນ​ເວລາ 12 ມື້ຂອງຍານແອັຕແລນ ຕິສ ເພື່ອລໍາລຽງ​ສໍາພາລະ​ແລະ​ເຄຶ່ອງອາ​ໄຫລ່ຕ່າງໆ​ໄປ​ຍັງ​ສະຖານີ​ອະວະກາດ​ສາກົນ ຊຶ່ງ​ດາຣາມີ​ລາຍ​ລະອຽດມາສະ​ເໜີ​ທ່ານ​.

ນັກ​ເຫາະ​ອະວະກາດ​ສີ່ຄົນ ​ຈະ​ອອກເດີນທາງຄັ້ງ​ປະວັດ​ສາດ ໄປຍັງ​ອະວະກາດ ຊື່ງມີຊ່ຽວ
ຊານປະຈໍາ​ຖ້ຽວ​ບິນ ເຣັກສ໌ ວອລຮາຍມ໌ (Rex Walheim) ​ຜູ້​ບັນຊາການຍານ​ ຄຣິສ
ເຟີກູສັນ(Chris Ferguson) ຜູ້ບັງຄັບຍານ ດັກ ເຮີລີ(Doug Hurley) ແລະ ແຊນດຣາ
ແມັກນັສ(Sandra Magnus) ​ຊ່ຽວຊານປະຈໍາຖ້ຽວບິນອີກຄົນນຶ່ງ. ​ທັງ​ສີ່​ແມ່ນ​ນັກເຫາະ
ອະວະກາດຊຸດ​ສຸດທ້າຍ ທີ່​ຈະ​ຂຶ້ນໄປນໍາຍານ​ອະວະກາດໄປກັບຖ້ຽວສຸດທ້າຍຂອງອົງການ ​ນາ​ຊາ.

ຄລິກບ່ອນລູກສອນເພື່ອຟັງລາຍງານ

ແຊນດຣາ ແມັກນັສ ຍັງຈື່​ໄດ້​ ຕອນ​ທີ່ນາງ​ເຫັນ​ຍານ​ shuttle ​ທະ​ຍານຂຶ້ນສູ່​ທ້ອງຟ້າເທື່ອ​ ທໍາ​ອິດ ​ເມື່ອ​ປີ 1981.

“ເວລາ​ນັ້ນ ຂ້າພະ​ເຈົ້າຍັງ​ຮຽນ​ຢູ່ໂຮງຮຽນ​ມັດທະຍົມ ນັບ​ວ່າມັນ​ເປັນ​ພາບທີ່ໜ້າ​
ຕື່ນ​ເຕັ້ນ
ອັດສະຈັນທີ່ສຸດ ທີ່​ໄດ້​ເຫັນ​ສິ່ງ​ນຶ່ງ​ບິນ​ຂຶ້ນ​ໄປ​ເທິງ​ຟ້າ ທີ່​ມີ​ຄົນ​ຢູ່​ໃນ​ນັ້ນ
ເຖິງແມ່ນຈະໄດ້
ເຫັນ ພຽງແຕ່ຢູ່​ທີ​ວີ ກໍຕາມ ມັນ​ເປັນ​ແບບ​ວ່າ ຄັກຫລາຍ​ເແທ້ໆ
ຫລຽວ​ເບິ່ງ​ຄື
ແມ່ນຍົນ ​ແຕ່ມັນທະຍານ ຂຶ້ນ ຄືກັນກັບຈະ​ຫລວດ​.

ພວກ​ນັກເຫາະອະວະກາດ​ໄປ​ນໍາຍານ​ Atlantis ຊຸດນີ້ ​ເຄີຍ​ໄດ້​ຂຶ້ນບິນ ໄປກັບຍານ
shuttle ມາ​ກ່ອນ​ແລ້ວ ​ແຕ່​ເທື່ອນີ້​ມັນ​ຕ່າງເພາະວ່າ ນາ​ຊາ ກໍາລັງຈະປົດ​ກະສຽນ​ຍານ
shuttle ທັງ​ໝົດ ​ຫລັງຈາກ​ຖ້ຽວ​ບິນ​ນີ້ ສິ້ນສຸດລົງ.

ຄລິກບ່ອນນີ້ເພື່ອເບິ່ງວີດີໂອພາສາລາວ ຫລືຄລິກ mp4 ຫລື windows media ຂ້າງເທິງ

ຜູ້​ບັນຊາການຍານຄຣິສ ເຟີກູສັນ ​ໄດ້ໂອ້ລົມກັບ​ພວກນັກ​ຂ່າວ​ໃນ​ລະຫວ່າງ​ ​ຢຸດ​ພັກຈາກ
ການ​ເຝິກ​ແອບເປັນ​ເວລາ​ສັ້ນໆ ຊຶ່ງທ່ານກ່າວໃນຕອນນຶ່ງວ່າ:

ພວກເຮົາຖືວ່າ​ພວກເຮົາໂຊກ​ດີຫລາຍ. ຂ້າພະ​ເຈົ້າຄິດ​ວ່າ ຄື​ພວກ​ເຮົາ ກະບໍ່
ໄດ້ລົມ
ກັນເລີຍໃນ​ເລຶ່ອງນີ້ ແຕ່ຂ້າພະເຈົ້າຄິດວ່າ ພວກເຮົາ​ແຕ່ລະຄົນ​ມີ​ຄວາມ​
ຮູ້ສຶກ
ແບບວ່າ ພວກເຮົາມີ​ພາລະ​ແບກ​ຫາບໜັກພິ​ເສດ ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ
ພວກ​ເຮົາ​ປະຕິບັດ​ໜ້າ​ທີ່​ໃຫ້​ດີ​ທີ່​ສຸດ
ສໍາລັບພາລະກິດ ອັນສຸດທ້າຍຂອງໂຄງ
ການຍານ
ໄປ-ກັບ​ນີ້ ​ແລະພວກ​ເຮົາ​ທັງ​ໝົດ​ແມ່ນກຽມພ້ອມ​ທຸກ​ຢ່າງ​ແລ້ວ.

ນັກ​ບິນ​ອະວະກາດ​ທັງ​ສີ່​ຄົນ​ໄດ້ກຽມ​ພ້ອມ ສໍາລັບການ​ຂຶ້ນບິນປະຕິບັດງານຄັ້ງນີ້ ດ້ວຍ
ການ​ເຝິກແອບຕອນຂຶ້ນບິນສູ່ອະວະກາດ​ຢູ່​ໃນຍານຈໍາລອງ…​ເຝິກແອບການ​ເອົາໂຕລອດ
ຢູ່ໃນ​ນໍ້າ... ເຝິກແອບຮັບມືກັບ​ເຫດການ​ສຸກ​ເສີນ​ຕ່າງໆ ​ເຊັ່ນ ​ໄຟ​ໄໝ້ປອມຢູ່​ໃນສະຖານີ
ອະວະກາດຈໍາລອງ ​ກະ​ກຽມ​ໃນ​ຫ້ອງ​ທົດ​ລອງ​ແບບ​ເປັນ​ຈິງແລະ​ຫ້ອງຈໍາລອງອື່ນໆອີກ….
ກວດ​ເບິ່ງ​ເຄຶ່ອງ​ໄມ້​ເຄຶ່ອງມື​ທີ່​ຕ້ອງ​ກຽມ​ໄປ ທີ່ອາດຈະຕ້ອງການຢູ່ເທິງອະວະກາດ… ​ແລະ
ເຝິກ​ແອບການອອກ​ຈາກ​ຍານໄປກັບຈໍາລອງ​ ຫລັງຈາກລົງຈອດແລ້ວ​.

ພວກລູກ​ເຮືອຊຸດນີ້​ກ່າ​ວວ່າ ພວກເຂົາເຈົ້າ​ກຽມ​ພ້ອມ​ທຸກ​ສິ່ງ​ແລ້ວ​ ສໍາລັບພາ​ລະ​ກິດ​ມອບ​
ໝາຍ​ຄັ້ງສຸດ​ທ້າຍ​ນີ້. ຜູ້​ບັນຊາການຍານ ຄຣິສ ເຟີກູສັນ ກ່າວວ່າ:

“ພວກ​ເຮົາ​ຈະຂຶ້ນໄປ ແລະກໍຈະປະຕິບັດ​ພາລະ​ໜ້າ​ທີ່​ອັນ​ຍິ່ງ​ໃຫຍ່​ນີ້ຢ່າງສຸດຍອດ.
ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າ​ໄປ​ແລ້ວ
ນັ້ນ ເວລາ​ທຸກ​ສິ່ງ​ທຸກ​ຢ່ງສໍາ​ເລັດ​ລຸ​ລ່ວງ​ໄປ​ແທ້
ແລ້ວ
ຂ້າ​ພະ​ເຈົ້າຄິດ​ວ່າ ເວລານັ້ນແຫລະ ຄື​ເວລາທີ່ພວກ​ເຮົາຈະຮູ້ສຶກເຖິງຄວາມ
ຍິ່ງໃຫຍ່ມະຫາສານຂອງພາລະກິດຄັ້ງນີ້
.”

ຖ້ຽວ​ບິນຂອງຍານອະວະກາດໄປກັບຖ້ຽວສຸດ​ທ້າຍ​ນີ້ ຈະ​ນໍາເອົາສະບຽງແລະສໍາພາລະຕ່າງໆ
ໄປເສີມໃຫ້ແກ່ສະຖານີ​ອະວະກາດ​ນານາ​ຊາດ. ເຖິງ​ແມ່ນວ່າອົງການ​ນາ​ຊາ​ຈະ​ປົດ​ກະ​ສຽນ​
ຍານ shuttle ທັງ​ໝົດ​ຂອງ​ຕົນ​ກໍຕາມ ແຕ່ສະຫະລັດ​ກໍຍັງມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ໃຫ້​ເງິນທຶນ
ດໍາເນີນງານ ​ແກ່​ສະຖານີ​ອະວະກາດ ​ໄປ​ຈົນ​ເຖິງ​ປີ 2020.

ຊ່ຽວຊານປະຈໍາຖ້ຽວບິນ ແຊນດຣາ ແມັກນັສ ກ່າວ​ວ່າ ສະຖານີອະວະກາດທີ່ໂຄຈອນອ້ອມ
ໂລກຢູ່ນັ້ນ ມີ​ສະມັດຖະພາບມາ​ຈົນຮອດ​ປັດຈຸບັນ​ນີ້ ​ກໍ​ຍ້ອນ​ໂຄງການ shuttle ນັ້ນ​ເອງ. ນາງກ່າວວ່າ:

“ບັດ​ນີ້ ພວກ ເຮົາຈະ​ເຫັນ ສະຖານີຍັກໃຫຍ່​ອັນ​ນີ້ ຢູ່​ໃນ​ອະວະກາດ. ພວກ​ເຮົາ​ຈະ​ເຫັນ​ຫິ້ງ​ເຄຶ່ອງວິທະຍາສາດ ​ແລະ​ເຄຶ່ອງອໍາ​ນວຍ​ການ​ທົດລອງ​ຕ່າງໆ​ທີ່​ມີ​ຢູ່​ເທິງ​ສະຖາ​ນີ້ ກໍເພາະວ່າ​ຍານ shuttle ສາມາດ​ລໍາລຽງ​ສິ່ງເຫ​ລົ່ານັ້ນ ຂຶ້ນໄປ​ຍັງ ສະຖານີໄດ້ ນັ້ນ​ເອງ.

ສະຖາ​ນີອະວະກາດ ບ່ອນ​ທີ່​ມີນັກເຫາະອະວະກາດ​ອາ​ໃສ​ຢູ່​ທີ່​ນັ້ນ​ມາ​ຢ່າງ​ຕໍ່​ເນຶ່ອງ​ ເປັນ​ເວລາ​ຫລາຍ​ກວ່າສິບ​ປີ ຈະຍັງ​ຄົງ​ມໍລະດົກ​ທີ່​ມອງ​ເຫັນ​ໄດ້​ຂອງ​ໂຄງການອະວະກາດໄປກັບ ຫລື shuttle ຂອງສະຫະລັດ ທີ່​ໄດ້ດໍາເນີນມາ ເປັນເວລາ 30 ປີນັ້ນ.

ເບິ່ງວີດີໂອພາສາອັງກິດ

ເບິ່ງວີດີໂອສາລະຄະດີພາສາອັງກິດ ກ່ຽວກັບໂຄງການຍາອະວະກາດຂອງສະຫະລັດ

XS
SM
MD
LG