ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍານ Atlantis ລົງຈອດ ເປັນເທື່ອສຸດທ້າຍ ທີ່ລັດຟລໍຣິດາ (ເບິ່ງວີດີໂອແລະຮູບສະລາຍດ໌)


An employee works at a textile mill in Jiujiang, Jiangxi province, China.
An employee works at a textile mill in Jiujiang, Jiangxi province, China.

ຍານອະວະກາດໄປກັບ Atlantis ໄດ້ລົງຈອດດ້ວຍຄວາມປອດໄພຊຶ່ງເຮັດໃຫ້ໂຄງການຍານ ອະວະກາດໄປກັບຂອງສະຫະລັດ ທີ່ດຳເນີນມາເປັນເວລາ 30 ປີນັ້ນໄດ້ສິ້ນສຸດລົງ ຢ່າງເປັນ
ທາງການ.

ຍານອະວະກາດໄປກັບ Atlantis ທີ່ມີພວກນັກບິນອະວະກາດ 4 ຄົນຮ່ວມເດີນທາງມານັ້ນ
ໄດ້ລົງຈອດບໍ່ດົນກ່ອນເວລາ 10 ໂມງ ຕາມເວລາມາດຕະຖານສາກົນ ທີ່ສູນກາງອະວະກາດ
ເຄນເນດີ້ໃນລັດຟລໍຣິດາທາງພາກໃຕ້ຂອງສະຫະລັດ. ສະພາບດິນຟ້າອາກາດທີ່ດີແລະຝູງຊົນ
ຈຳນວນຫຼາຍຮ້ອຍຄົນໄດ້ຕ້ອນຮັບການລົງຈອດຂອງຍານ Atlantis.

ເບິ່ງວີດີໂອ ແອຕແລນຕີສ ລົງຈອດ

ການປະຕິບັດງານເປັນເວລາ 13 ມື້ຂອງຍານ Atlantis ໄດ້ມ້ວນທ້າຍຖ້ຽວບິນທີ 33 ຊຶ່ງ
ເປັນຖ້ຽວບິນສຸດທ້າຍຂອງຍານຫຼັງຈາກໄດ້ເຂົ້າຮັບໃຊ້ ເປັນເວລາ 26 ປີ. ຍານ Atlantis ຊຶ່ງເປັນຍານອະວະກາດໄປກັບລຳທີ 4 ຂອງອົງການນາຊາຫຼືອົງການອະວະກາດຂອງສະ
ຫະລັດໄດ້ບິນຂຶ້ນສູ່ອະວະກາດເປັນຄັ້ງທຳອິດໃນເດືອນຕຸລາປີ 1985.

ພວກນັກບິນອະວະກາດ ໄດ້ອອກເດີນທາງຈາກສະຖານີອະວະກາດນາໆຊາດໃນມື້ວັນອັງ
ຄານຜ່ານມາຫຼັງຈາກໄດ້ເຂົ້າຈອດຢູ່ທີ່ສະຖານີອະວະກາດນາໆຊາດເປັນເວລາ 8 ມື້ເພື່ອນຳ ເອົາສະບຽງອາຫານທີ່ສາມາດກຸ້ມໄດ້ນຶ່ງປີໄປໃຫ້ແລະລຳລຽງເອົາຂີ້ເຫຍື້ອແລະອຸບປະກອນ
ທີ່ໃຊ້ແລ້ວ ກັບຄືນມາຍັງໂລກ.

ຍານອະວະກາດ Atlantis ແລະຍານອະວະກາດໄປກັບລຳອື່ນໆຈະຖືກເຊົາໃຊ້ແລະນຳໄປ
ສະແດງໃຫ້ປະຊາຊົນເບິ່ງ.

XS
SM
MD
LG