ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດຝຣັ່ງ ອ້ອມຜູ້ຕ້ອງສົງໄສ ຢູ່ສວນອຸດສາຫະກຳ ເມືອງ Dammartin en Goele


ເຮືອບິນເຮລິຄອບເຕີ ບິນເວີ່ນຢູ່ເທິງອາກາດ ບ່ອນທີ່ມີການຈັບໂຕປະກັນ.
ເຮືອບິນເຮລິຄອບເຕີ ບິນເວີ່ນຢູ່ເທິງອາກາດ ບ່ອນທີ່ມີການຈັບໂຕປະກັນ.

ກຳລັງ​ຮັກສາ​ຄວມປອດ​ໄພ​ຝຣັ່ງ ກ່າວວ່າ ​ເຂົາເຈົ້າໄດ້​ສ້າງຕັ້ງ
ການຕິດຕໍ່ກັບຜູ້ຕ້ອງສົງໄສ 2 ຄົນທີ່ພາກັນລີ້ຢູ່ໂກດັງຫລັງນຶ່ງ
ພ້ອມດ້ວຍຜູ້ທີ່ອາດຈະເປັນໂຕປະກັນ ຄົນນຶ່ງ 2 ມື້ ຫລັງຈາກ
ເປັນທີ່ເຊື່ອກັນວ່າ ພວກເຂົາໄດ້ສັງຫານ 12 ຄົນ ​ຢູ່​ສຳນັກງານ
ໃຫຍ່ຂອງວາລະສານ Charlie Hebdo ​ໃ​ນນະຄອນປາຣີ.

ມີລາຍງານວ່າ ຜູ້ຕ້ອງສົງໄສທັງສອງໄດ້ກ່າວຕໍ່ຄະນະເຈລະຈາ
ຂອງຕຳຫລວດ ວ່າ ພວກເຂົາພ້ອມແລ້ວທີ່ຈະສະຫລະຊີບເພື່ອ
ສາສະໜາ. ຕຳຫລວດໃຫ້ການ ຢຶນຢັນວວ່າຜູ້ຕ້ອງສົງໄສໄດ້ຈັບ
ໂຕປະກັນໄວ້ຢ່າງໜ້ອຍຄົນນຶ່ງ.

ຕຳຫຼວດໄດ້ໄປເຕົ້າໂຮມກຳລັງໃນວັນສຸກມື້ນີ້ທີ່ເມືອງ​ອຸດສາຫະກຳ Dammartin en
Goele ທາງພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງນະຄອນ​ປາຣີ ຫລັງຈາກໄດ້ມີ ການຕາມ
ລ່າຫາພວກມືປືນເປັນເວລາສອງມື້. ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ຫຼາຍ​ລຳ ​ລົດ ​ຕູ້​ຕຳ​ຫລວດ​ ​ແລະ
​ລົດ​ດັບ​ເພີງ​ຫລາຍຄັນ ​ໄດ້ຕໍ່ສູ້​ກັບສາຍຝົນ ​ທຳການປິດລ້ອມ ສວນ​ອຸດສາຫະກຳ ຂອງ
ເມືອງດັ່ງກ່າວ ຊຶ່ງຕັ້ງ​ຢູ່​ປະມານ 40 ກິ​ໂລ​ແມັດ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ
ນະຄອນ​ປາຣີ.

​ເມືອງ​ດັ່ງກ່າວ​ມີລາຍ​ງານ​ວ່າ ຖືກ​ຫ້າມ​ອອກ​ນອກ​ເຮືອນ ​ໂດຍ​ເຈົ້າ​ເມືອງໃນເຂດ​ທ້ອງ​ຖິ່ນ
​ເຕືອນໃຫ້ປະຊາຊົນຢູ່ແຕ່ໃນເຮືອນ. ​ເມືອງ​ນີ້ ບໍ່​ຢູ່​ຫ່າງ​ໄກ​ປານໃດຈາກ​ສະໜາມບິນນາໆ​
ຊາດ Charles DeGaule.

Experts: France Attack Part of Cultural Disconnect
please wait

No media source currently available

0:00 0:03:18 0:00

ລັດຖະມົນຕີ​ກະຊວງພາຍ​ໃນຝຣັ່ງ ທ່ານ Bernard Cazeneuve ​ໄດ້​ຢືນຢັນ​ວ່າ ການ
​ປະຕິບັດງານ​ ເພື່ອຈັບກຸມ​ຜູ້​ຕ້ອງສົງ​ໄສ​ກຳລັງ​ດຳ​ເນີນ​ໄປ​ຢູ່​ໃນ​ຂະນະ​ນີ້. ທ່ານໄດ້ກ່າວ​ບໍ່
ດົນຫລັງ​ຈາກປະຊຸມ​ສຸກ​ເສີນ​ກັບປະທານາທິບໍດີ ນາຍົກລັດຖະ ມົນຕີ ​ແລະ​ບັນດາ​ເຈົ້າ
​ໜ້າ​ທີ່​ຕຳຫລວດ.

ຕຳຫລວດແລະ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ຫລາຍ​ກວ່າ 88,000 ພັນ​ຄົນ ກຳລັງ​ຊອກ​ຫາ​ອ້າ​ຍນ້ອງ​ສອງ​ຄົນ.

ຜູ້​ຕ້ອງ​ຫາ​ມື​ປືນຄົນ​ທີ​ສາມ ອາຍຸ 18 ປີ ທ້າວ Hamyd Mourad ​ໄດ້​ມອບ​ໂຕ​ ໃນວັນພຸດ
ຜ່ານມານີ້. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຜູ້ກ່ຽວມີສ່ວນພົວພັນແບບ ໃດກັບພວກມືປືນ.

ມີ 9 ຄົນໄດ້ຖືກຕຳຫຼວດຄວບຄຸມຕົວໄວ້ເພື່ອສອບປາກຄຳ ກ່ຽວກັບສິ່ງທີ່ພວກ ເຂົາອາດ
ຈະຮູ້ຈັກ ໃນການໂຈມຕີດັ່ງກ່າວນີ້.

FRANCE SHOOTING VO
please wait
Embed

No media source currently available

0:00 0:00:47 0:00

French security forces say they have established contact with two suspects who are holed up in a warehouse with a hostage, two days after they are believed to have killed 12 people at the Paris headquarters of Charlie Hebdo magazine.

The suspects have reportedly told police negotiators that they are prepared to die as martyrs. Police have confirmed that the suspects are holding at least one hostage.

Police converged Friday on the industrial town of Dammartin-en-Goele, northeast of Paris, after a two-day manhunt. Helicopters, police vans and fire vehicles, fighting rainy conditions, have surrounded an industrial park in the town located about 40 kilometers northeast of Paris.

The town is on lockdown with the local mayor warning residents to stay indoors. The town is not far from Charles DeGaulle international airport.

French Interior Minister Bernard Cazeneuve has confirmed that an operation to capture the suspects is under way. He spoke moments after an emergency meeting with the president, prime minister and police officials.

More than 88,000 police and security forces are searching for the brothers.

A third suspect, 18-year-old Hamyd Mourad, surrendered Wednesday. It remains unclear what might be his connection to the gunmen.

Nine people have been taken into custody for questioning about their possible knowledge of the deadly attack

Meanwhile, much of the world is mourning the 12 people killed in Wednesday's mass murder at the satirical magazine known for making fun of all religions, including Islam. Two policemen are among the dead.

Parisians stood in silence in a chilly rain Thursday, holding up pens and pencils as a sign of the right to free speech. The lights of the Eiffel Tower dimmed Thursday night to honor the victims.

The U.N. Security Council held a moment of silence before Thursday's meeting.

U.S. President Barack Obama signed a book of condolence at the French embassy in Washington. He called the killings cowardly and evil.


XS
SM
MD
LG