ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເອກະສານ 8 ວັກ ສັ້ນໆ ທີ່ເຊັນກັນຢູ່ເທິງກໍາປັ່ນລົບລໍານຶ່ງ ຂອງສະຫະລັດ ເຮັດໃຫ້ສົງຄາມໂລກຄັ້ງທີ II ຍຸຕິລົງໄດ້ 


ພາຍພົນ Douglas MacArthur ຕາງໜ້າໃຫ້ຜູ້ບັນຊາການສູງສຸດຂອງຝ່າຍພັນທະມິດ ເຊັນຂໍ້ຕົກລົງຢູ່ໃນພິທີຍອມຈໍານົນຂອງຍີ່ປຸ່ນ ຢູ່ເທິງກໍາປັ່ນລົບ USS 'Missouri' ທີ່ຈອດຢູ່ໃນອ່າວໂຕກຽວ ໃນວັນທີ 2 ກັນຍາ, 1945 (ພາບຖ່າຍໂດຍ Lt. C. F. Wheeler/US Navy/Handout ສະໜອງໃຫ້ໂດຍຜ່ານອົງການຂ່າວ Reuters)
ພາຍພົນ Douglas MacArthur ຕາງໜ້າໃຫ້ຜູ້ບັນຊາການສູງສຸດຂອງຝ່າຍພັນທະມິດ ເຊັນຂໍ້ຕົກລົງຢູ່ໃນພິທີຍອມຈໍານົນຂອງຍີ່ປຸ່ນ ຢູ່ເທິງກໍາປັ່ນລົບ USS 'Missouri' ທີ່ຈອດຢູ່ໃນອ່າວໂຕກຽວ ໃນວັນທີ 2 ກັນຍາ, 1945 (ພາບຖ່າຍໂດຍ Lt. C. F. Wheeler/US Navy/Handout ສະໜອງໃຫ້ໂດຍຜ່ານອົງການຂ່າວ Reuters)

ມັນເປັນພາບທີ່ໜ້າເບິ່ງແທ້ໆ ເມື່ອກໍາປັ່ນ USS Missouri ຊຶ່ງເປັນກໍາປັ່ນລົບໃນປາງສົງຄາມໂລກຄັ້ງທີ 2 ນັ້ນ ໄດ້ຍິງປືນຢ່າງໂກດແຄ້ນເປັນຄັ້ງສຸດທ້າຍ.

ທໍາອິດແມ່ນມີຄວັນໜາອອກໄປເປັນຄື້ນໆທີ່ພວກເຮົາຍັງຫລຽວເຫັນມັນຢູ່ທ້າມກາງຄວາມມືດຂອງທ້ອງຟ້າໃນຕອນກາງຄືນ ເມື່ອແນມເບິ່ງຈາກກໍາປັ່ນລົບ HMS Gloucester ຂອງອັງກິດທີ່ຢູ່ໃກ້ໆນັ້ນ. ຈາກນັ້ນ ກໍມີໄຟເປັນລູກສີນໍ້າໝາກກ້ຽງພຸ້ງອອກມາຈາກປາຍປືນຂະໜາດ 16 ນີ້ວຂອງກໍາປັ່ນລໍາດັ່ງກ່າວທີ່ແນໃສ່ຈຸດທີ່ຕັ້ງຂອງອີຣັກ ຢູ່ລຽບຕາມຝັ່ງທະເລຂອງຄູເວດ.

ສຽງປືນແຕກອອກມາຢ່າງແຮງ ແລະສຽງດັງເໝືອນຟ້າຜ່າ ໄດ້ຕາມມາ ແມ່ນກະທັ້ງກ່ອນ ຈະມີຄວັນອອກມາອີກ- ຊຶ່ງເຮັດໃຫ້ສຽງແສບໃນຫູຈົນຂ້ອຍໄດ້ດຶງເອົາຄໍຂອງຕົນໜີໄປຈາກສຽງດັງອັນນັນ. ຈາກນັ້ນ ສອງ ສາມວິນາທີຕໍ່ມາ ພວກເຮົາກໍສາມາດຮູ້ສຶກວ່າໄດ້ຍິນສຽງດັງຕຸ້ມຂອງລູກປືນຍຍິງຖະຫລົ່ມຂອງກໍາປັ່ນລົບ Missouri ລົງໃສ່ ເປົ້າໝາຍທີ່ຢູ່ໄກ 20 ໄມລນັ້ນ.

ແຕ່ວ່າ ສໍາລັບຫລາຍໆຄົນແລ້ວການກ່າວອ້າງເລື້ອງທີ່ຍິ່ງໃຫຍ່ທີ່ສຸດທີ່ມີຊື່ສຽງຂອງກໍາປັ່ນລົບ Missouri ແມ່ນການເປັນບ່ອນຈັດພິທີເຊັນສັນຍາຍອມຈໍານົນໃນປີ 1945 ຂອງຍີ່ປຸ່ນ ໃນວັນພຸດໃນ 75 ປີກ່ອນນັ້ນ ໃນຂະນະທີ່ກໍາປັ່ນທີ່ ໜັກ 45,000 ໂຕນລໍານີ້ ໄດ້ຈອດຢູ່ໃນອ່າວໂຕກຽວນັ້ນ.

ວັນ V-J ແມ່ນຫຍໍ້ມາຈາກຄໍາວ່າ ວັນໄດ້ຮັບໄຊຊະນະຕໍ່ຍີ່ປຸ່ນ ແມ່ນໄດ້ສະຫລອງກັນເກືອບວ່າເດືອນນຶ່ງກ່ອນໜ້ານີ້ ຊຶ່ງກໍຄືໃນວັນທີ 15 ສິງຫາ ໂດຍຫລາຍປະເທດພັນທະມິດໃນໂລກ, ຊຶ່ງເປັນວັນທີ່ຍີ່ປຸ່ນໄດ້ປະກາດຍອມຈໍານົນ.

ສະຫະລັດໄດ້ຂີດໝາຍເອົາວັນທີ 2 ກັນຍາເປັນວັນ V-J ຊຶ່ງເປັນວັນທີ່ໃນເວລານນຶ່ງສ່ວນສາມ ຂອງສັດຕະວັດກ່ອນ ເມື່ອລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ, ທ່ານ Mamoru Shigemitsu ແລະນາຍພົນ Yoshijiro Umezu ໄດ້ເຊັນຊື່ຂອງພວກເພິ່ນໃສ່ເອກະສານຍອມຈໍານົນ, ທີ່ໄດ້ຮັບການອະນຸມັດໂດຍປະທານາທິບໍດີ ແຮຣີ ທຣຸມແມນ (Harry Truman) ຂອງສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG