ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ກ່າວວ່າ ໂລກກຳລັງ ທີ່ຈະກ້າວໄປlສູ່ ຄວາມລົ້ມແຫຼວ ທາງດ້ານສິນລະທຳ ໃນການແບ່ງປັນ ວັກຊີນກັນໂຄວິດ-19


ຫົວໜ້າອົງການອະນາໄມໂລກ (WHO) ທ່ານເຕໂດຣສ ອາດານອມ ເກເບຣເຢຊູສ.
ຫົວໜ້າອົງການອະນາໄມໂລກ (WHO) ທ່ານເຕໂດຣສ ອາດານອມ ເກເບຣເຢຊູສ.

ຫົວໜ້າອົງການອະນາໄມໂລກ (WHO) ກ່າວວ່າ ໂລກກຳລັງຢູ່ “ໃນຂອບທີ່ຈະກ້າວໄປ
ສູ່ຄວາມຫາຍຍະນະຂອງຄວາມລົ້ມແຫຼວທາງດ້ານສິນລະທຳ” ໃນການແບ່ງປັນຢາ
ວັກຊີນກັນ COVID-19 ທີ່ບໍ່ມີຄວາມຍຸຕິທຳ.

ໃນການຖະແຫຼງ ທີ່ກອງປະຊຸມຄະນະບໍລິຫານຂອງອົງການ WHO ຢູ່ນະຄອນເຈນີວາ
ໃນວັນຈັນວານນີ້ ຫົວໜ້າບໍລິຫານ ທ່ານເຕໂດຣສ ອາດານອມ ເກເບຣ-ເຢຊູສ (Tedros Adhanom Ghebreyesus) ກ່າວວ່າ “ມັນບໍ່ຖືກຕ້ອງ ທີ່ີພວກໜຸ່ມນ້ອຍ ພວກຜູ້ໃຫຍ່ມີສຸຂະພາບດີ ຢູ່ໃນບັນດາປະເທດທີ່ຮັ່ງມີ ໄດ້ຮັບ ການສັກຢາ ກ່ອນພວກພະນັກງານຮັກ
ສາສຸຂະພາບ ແລະພວກຜູ້ເຖົ້າ ຢູ່ໃນບັນ ດາປະເທດທີ່ທຸກຈົນ.”

ທ່ານກ່າວວ່າ “ຫຼາຍກວ່າ 39 ລ້ານໂດສຂອງຢາວັກຊີນ ບັດນີ້ໄດ້ໃຊ້ຢູ່ໃນຢ່າງໜ້ອຍ
49 ປະເທດທີີ່ມີລາຍໄດ້ສູງກ່ອນ. ມີພຽງແຕ່ 25 ໂດສໄດ້ເອົາໃຫ້ບັນດາ ປະເທດ ທີີ່ມີ
ລາຍໄດ້ຕໍ່າສຸດ ບໍ່ແມ່ນ 25 ລ້ານ ບໍ່ແມ່ນ 25,000 ແຕ່ແມ່ນ 25 ໂດສ.”

ທ່ານເຕໂດຣສ໌ ກ່າວວ່າ ຖ້າຫາກບັນດາປະເທດຮັ່ງມີ ບໍ່ແບ່ງປັນຢາວັກຊີນກັນ COVID
-19 ໃຫ້ແກ່ບັນດາປະເທດທີ່ທຸກຈົນແລ້ວ “ຄວາມລົ້ມແຫຼວນີ້ຈະສ້າງ ຄວາມເສຍຫາຍ
ໃຫ້ແກ່ຊີວິດ ແລະການເປັນຢູ່ຂອງພວກເຂົາເຈົ້າ.”

ທ່ານກ່າວວ່າ ໃນທີ່ສຸດ “ການເຮັດແບບໃຫ້ຂ້ອຍກ່ອນໝູ່” ໃນການແຈກຢາຍຢາວັກຊີນ
ມີແຕ່ “ຈະເຮັດໃຫ້ການແຜ່ລະບາດແກ່ຍາວອອກໄປອີກ.”

ໃນຕອນແລງວັນຈັນວານນີ້ ທຳນຽບຂາວໄດ້ຢັ້ງຢືນວ່າ ປະທານາທິບໍດີສະຫະລັດ ທ່ານດໍ
ໂນລ ທຣໍາ ໄດ້ຍົກເລີກການຫ້າມເດີນທາງທີ່ພົວພັນກັບໄວຣັສໂຄ ໂຣນາ ສຳລັບພວກທີ່ບໍ່
ເປັນຄົນສັນຊາດອາເມຣິກາ ສ່ວນຫຼາຍມາຈາກຢູໂຣບ ແລະບຣາຊີລ ເລີ້ມແຕ່ວັນທີ 26
ມັງກອນເປັນຕົ້ນໄປ.

ທ່ານທຣໍາ ໄດ້ກ່າວຢູ່ໃນຖະແຫຼງການ ທີ່ນຳເຜີຍແຜ່ໂດຍທຳນຽບຂາວວ່າ “ການປະຕິບັດ
ດັ່ງກ່າວນີ້ ເປັນທາງດີທີ່ສຸດ ເພື່ອປ້ອງກັນຊາວອາເມຣີກັນ ຈາກໂຄວິດ-19 ໃນຂະນະທີ່
ຊ່ວຍຄໍ້າປະກັນການເດີນທາງໃຫ້ເລີ້ມມີຄວາມປອດໄພ.”

ເຖິງຢ່າງໃດກໍດີ ໂຄສົກຂອງທ່ານໂຈ ໄບເດັນ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານນາງເຈັນ ຊາກີ (Jen Psaki) ໄດ້ຕອບບໍ່ເທົ່າໃດນາທີຕໍ່ມາ ຢູ່ທາງທວິດ ເຕີ ໂດຍກ່າວວ່າ “ໃນ
ຄຳແນະນຳຂອງທີມການແພດພວກເຮົາ ລັດຖະບານບໍ່ມີ ຄວາມຕັ້ງໃຈ ທີ່ຈະຍົກເລີກການ
ຈຳກັດເຫຼົ່ານີ້ໃນວັນທີ 26 ມັງກອນ. ຄວາມຈິງ ແລ້ວພວກເຮົາວາງແຜນທີ່ຈະເພີ້ມມາດ
ຕະການດ້ານສາທາລະນະສຸກສຳລັບຜູ້ ເດີນທາງຈາກຕ່າງປະເທດ ເພື່ອຫລຸດຜ່ອນ
ການແຜ່ລະບາດ ຂອງໂຄວິດ-19.

The head of the World Health Organization says the world is “on the brink of a moral catastrophic failure” for its unequal sharing of COVID-19 vaccinations.

Addressing a WHO executive board meeting in Geneva on Monday, Executive Director Tedros Adhanom Ghebreyesus said it is “not right that younger, healthier adults in rich countries are vaccinated before health workers and older people in poorer countries.”

“More than 39 million doses of vaccine have now been administered in at least 49 higher-income countries. Just 25 doses have been given in one lowest income country, — not 25 million, not 25,000 — just 25,” he said.

Tedros said if rich countries do not share COVID-19 vaccines with poor countries, “this failure will be paid with lives and livelihoods.”

He said that ultimately, a "me-first approach" in distributing vaccines “will only prolong the pandemic.”

Later Monday, the White House confirmed that U.S. President Donald Trump had lifted coronavirus-related travel bans on most non-U.S. citizens arriving from much of Europe and Brazil, beginning January 26.

"This action is the best way to continue protecting Americans from COVID-19 while enabling travel to resume safely," Trump said in a statement released by the White House.

However, President-elect Joe Biden’s press secretary, Jen Psaki, responded a few minutes later on Twitter, saying: “On the advice of our medical team, the administration does not intend to lift these restrictions on 1/26. In fact, we plan to strengthen public health measures around international travel in order to further mitigate the spread of COVID-19.”

XS
SM
MD
LG