ທ່ານນາງເວັນດີ ເຊີແມນ ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໄດ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະ ເທດ ສປປ ລາວ ໃນມື້ວານນີ້. ພວກຜູ້ນຳທັງສອງໄດ້ປຶກສາຫາລືກັນກ່ຽວກັບການຊອກຫາຊ່ອງທາງເພື່ອເສີມຂະຫຍາຍສາຍພົວພັນ ລະຫວ່າງສະຫະລັດກັບລາວໃຫ້ເຂັ້ມແຂງຕື່ມຂຶ້ນ ຮວມທັງການມີຜົນປະໂຫຍດຮ່ວມກັນໃນການຢືນຢັນເຖິງຄວາມເປັນກາງຂອງອາຊຽນ ສະຖຽນລະພາບຂອງຂົງເຂດ ແລະການຮ່ວມມືກ່ຽວກັບລະເບີດຕົກຄ້າງ ອີງຕາມຖະແຫຼງຂ່າວຂອງໂຄສົກກະຊວງການຕ່າງປະເທດສະຫະລັດ. ຮອງລັດຖະມົນຕີການຕ່າງປະເທດເຊີແມນ ໄດ້ກ່າວຂອບອົກຂອບໃຈລາວ ໃນການຮັບໜ້າທີ່ເປັນປະທານຮ່ວມ ປີ 2022 ຂອງພາຄີແມ່ນ້ຳຂອງກັບສະຫະລັດ ໂດຍໃຫ້ຂໍ້ສັງເກດວ່າ ສະຫະລັດຫວັງທີ່ຈະສືບຕໍ່ໃນການສ້າງຄວາມກ້າວໜ້າລະຫວ່າງປະຊາຊົນກັບປະຊາຊົນ ຄວາມໝັ້ນຄົງທາງດ້ານ ສາທາລະນະສຸກ ການປົກຄອງທີ່ດີ ແລະຮັບມືແບບຍືນຍົງກັບບັນຫາທ້າທາຍທີ່ພວມປະເຊີນໜ້າເຂດອະນຸພາກພື້ນລຸ່ມແມ່ນ້ຳຂອງ. ຖະແຫຼງຂ່າວກ່າວວ່າ ຮອງລັດຖະມົນຕີການຕ່າງປະເທດເຊີນແມນຍັງໄດ້ຍົກເອົາເລື້ອງສົງຄາມ ແບບບໍ່ມີການເກາະຜິດ ໃນຢູເຄຣນ ຂອງປູຕິນຂຶ້ນມາຫາລືກັນ.
Deputy Secretary Wendy Sherman met today in Washington with Saleumxay Kommasith, Minister of Foreign Affairs of the Lao People’s Democratic Republic. The leaders discussed ways to strengthen the U.S.-Laos relationship, including shared interests in affirming ASEAN centrality, regional stability, and cooperation on war legacy issues. The Deputy Secretary thanked Laos for serving as the 2022 Co-Chair for the Mekong-U.S. Partnership, noting that we look forward to continued progress on people-to-people relations, health security, good governance, and sustainability challenges facing the Mekong subregion. Deputy Secretary Sherman also raised Putin’s unprovoked war against Ukraine.