ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເດີນທາງ ຂຶ້ນສູ່ອະວະກາດຄັ້ງທໍາອິດ ຂອງທ່ານວິລລຽມ ແຊັທເນີ ໂດຍບໍລິສັດອະວະກາດ ບລູ ອໍຣິຈີນ


ແຟ້ມຮູບພາບ-ຢູ່ໃນຮູບພາບປີ 1988 ນີ້, ທ່ານ ວິລລຽມ ແຊັທເນີ ສະແດງບົດບາດເປັນກັບຕັນ ເຈມສ ທີ ເຄຣີກ (James T. Kirk) ໃນຂະນະທີ່ໂປຣໂໝດໜັງເລື້ອງ ສະຕາຣ໌ ເທຣັກ ຫລື "Star Trek V: The Final Frontier."
ແຟ້ມຮູບພາບ-ຢູ່ໃນຮູບພາບປີ 1988 ນີ້, ທ່ານ ວິລລຽມ ແຊັທເນີ ສະແດງບົດບາດເປັນກັບຕັນ ເຈມສ ທີ ເຄຣີກ (James T. Kirk) ໃນຂະນະທີ່ໂປຣໂໝດໜັງເລື້ອງ ສະຕາຣ໌ ເທຣັກ ຫລື "Star Trek V: The Final Frontier."

ນັກສະແດງຊາວການາດາ ວິລລຽມ ແຊັທເນີ (William Shatner) ແລະຄົນ ອື່ນໆອີກສາມຄົນ ມີກຳນົດທີ່ຈະບິນຂຶ້ນສູ່ອະວະກາດ ໃນມື້ວັນພຸດນີ້ ໂດຍເປັນການບິນທີ່ນໍາຜູ້ໂດຍສານຂຶ້ນໄປ ເປັນຄັ້ງທີສອງ ເຊິ່ງດໍາເນີນການໂດຍບໍລິສັດ ບລູ ອໍຣິຈີນ (Blue Origin).

ການບິນແບບອັດຕະໂນມັດເຕັມຮູບແບບນີ້ ຄາດວ່າ ຈະໃຊ້ເວລາທັງໝົດ 10 ນາທີ ແລະນໍາພາລູກເຮືອທີ່ເປັນພົນລະເຮືອນທັງໝົດຂຶ້ນໄປ 100 ກິໂລແມັດເໜືອໜ້າໂລກ.

ການເດີນທາງເທື່ອນີ້ ຈະຕ້ອງເຮັດໃຫ້ທ່ານ ແຊັທເນີ ທີ່ມີອາຍຸ 90 ປີແລ້ວນັ້ນກາຍເປັນຜູ້ທີ່ມີອາຍຸຫລາຍທີ່ສຸດທີ່ຂຶ້ນໄປເທິງອະວາກາດ, ເຊິ່ງເປັນການຕັ້ງເປົ້າຂອງນັກສະແດງຜູ້ທີ່ເຄີຍສະແດງບົດບາດເປັນກັບຕັນ ເຈມສ໌ ເຄີກ (James Kirk) ຢູ່ໃນໂທລະພາບ ແລະຮູບເງົາໃນເລື້ອງ ສະຕາຣ໌ ເທຣັກ.

ສ່ວນສະມາຊິກລູກເຮືອຄົນອື່ນໆ ລວມມີອະດີດວິສະວະກອນອົງການ NASA ທ່ານ ຄຣິສ ໂບຊຸຍເຊັນ (Chris Boshuizen), ຜູ້ປະກອບທຸລະກິດການຄົ້ນ ຄວ້າວິໄຈ ທາງຄລີນິກທ່ານ ເກລັນ ດີ ວຣາຍ (Glen de Vries), ອະດີດຮອງປະທານ ແລະວິສະວະກອນຂອງບໍລິສັດ ບລູ ອໍຣິຈີນ ທ່ານ ອາວດຣີ ພາວເວີຣສ໌ (Audrey Powers).

ບໍລິສັດ ບລູ ອໍຣິຈີນ ສໍາເລັດພາລະກິດການບິນທາງພານິດຄັ້ງທໍາອິດ ໃນເດືອນກໍລະກົດ, ເມື່ອຜູ້ກໍ່ຕັ້ງທ່ານ ເຈັຟ ບີໂຊສ (Jeff Bezos) ແລະຄົນອື່ນໆອີກສາມຄົນ ໄດ້ໃຊ້ເວລາ 10 ນາທີ ໃນການເດີນທາງແບບສັ້ນໆ ໃນຄັ້ງນັ້ນ.

Canadian actor William Shatner and three other people are set to fly to space Wednesday aboard the second passenger flight operated by Blue Origin.

The fully automated flight is expected to last about 10 minutes and take the all-civilian crew about 100 kilometers above Earth.

The trip would make the 90-year-old Shatner the oldest person to go into space, a fitting endeavor for the actor who portrayed Captain James Kirk in television and movie editions of Star Trek.

Other members of the crew include former NASA engineer Chris Boshuizen, clinical research entrepreneur Glen de Vries and Audrey Powers, a Blue Origin vice president and engineer.

Blue Origin completed its first commercial flight in July when founder Jeff Bezos and three others went on a 10-minute suborbital journey.

XS
SM
MD
LG