ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນະ​ຄອນຊຽງ​ໄຮ້ ​ລາຍງ​ານ​ການ​ເສຍ​ຊີ​ວິດ ຄັ້ງ​ທຳ​ອິດຍ້ອນ​ການ​ລະ​ບາດ​ຂອງສາຍ​ພັນໂອ​ໄມ​ຄ​ຣອນ


ການ​ລະ​ບ​າດ​ໂຄວິດ-19 ຢູ່​ນະ​ຄອນ​ຊຽງ​ໄຮ້
ການ​ລະ​ບ​າດ​ໂຄວິດ-19 ຢູ່​ນະ​ຄອນ​ຊຽງ​ໄຮ້

ນະ​ຄອນ​ຊຽງ​ໄຮ້ ໄດ້ປະ​ກາດ​ການ​ເສຍ​ຊີ​ວິດເປັນ​ເທື່ອ​ທຳ​ອິດ ນັບ​ແຕ່​ໄວ​ຣັ​ສ​ສາຍ​ພັນ​ໂອ​ໄມ​ຄ​ຣອນ ໄດ້​ເລີ້ມ​ລະ​ບາດ ຢູ່ທີ່​ເມືອງ​ດັ່ງ​ກ່າວ​ຂອງ​ຈີນ ໃນ​ເດືອນ​ມີ​ນາ. ຄົນ​ຊະ​ລ​າ​ 3 ​ຄົນ ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ທັງ​ໝົ​ດ​ມີ​ບັນ​ຫາດ້ານ​ສຸ​ຂະ​ພາບ ແລະ​ບໍ່​ໄດ້​ສັກ​ຢາ​ປ້ອງ​ກັນ ອີງ​ຕາມ​ພວກ​ເຈົ້າ​ໜ້າ​ທີ່.

ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ ນະ​ຄອນ​ຊຽງ​ໄຮ້ ທ່ານ​ວູ ກັນ​ວູ ກ່າວ​ວ່າ “ຫລັງ​ຈາກ​ເຂົ້າ​ໂຮງໝໍ ອາ​ການຂອ​ງ​ເຂົາ​ເຈົ້າຮ້າຍ​ແຮງ​ລົງຕື່ມ ແລະ​ໄດ້​ເສຍ​ຊີ​ວິດ​ຫລັງ​ຈາກພະ​ຍາ​ຍາມ​ຊ່ວຍ​ເຂົາ​ເຈົ້າ ບໍ່​ເປັນ​ຜົນ​ສຳ​ເລັດ.”

ອັດ​ຕາ​ການ​ເສຍ​ຊີ​ວິດ​ໃນ​ຈຳ​ນວນຕ່ຳ​ຂອງ​ນະ​ຄອນ​ຊຽງ​ໄຮ້ ຈ​າກ​ການ​ລະ​ບາດ​ໃນ​ປັດ​ຈຸ​ບັນ ໄດ້ມີ​ຄຳຖາມ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ສາ​ກົນ.

ນະ​ຄອ​ນ​ຊຽງ​ໄຮ້ ມີ​ປະ​ຊາ​ຊົນ​ຢູ່ 26 ລ້ານ​ຄົນ ໄດ້​ຖືກ​ສັ່ງ​ໃຫ້​ຢູ່​ໃນ​ບ້ານ​ເຮືອນ​ເຂົາ​ເຈົ້າ ນັບ​ແຕ່​ຕົ້ນ​ເດືອນ​ເມ​ສາ ໃນ​ການ​ຮັບ​ມື​ກັບ​ການ​ຕິດ​ແປດ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຂອງໂຄວິດ-19 ​ສາຍ​ພັນໃໝ່ ສ່ວນ​ໃຫ​ຍ່​ມາ​ຈາກ​ການ​ຕິດ​ແປດ ຂອງ​ສາຍ​ພັນໂອ​ໄມ​ຄ​ຣອນ​.

ການ​ລະ​ບ​າດຂອງກໍ​ລະ​ນີ​ໂຄວິດ-19 ໃໝ່ ຢູ່​ໃນ​ປະ​ເທດ​ຈີນ ແມ່ນ​ພວມ​ເກີດ​ຂຶ້ນ​ ເຖິງ​ແມ່​ນປັກ​ກິ່ງ​ນຳ​ໃຊ້ຍຸດ​ທະ​ສາດ​ “ສູນ​ກໍ​ລະ​ນີໂຄວິດ” ​ທີ່​ແນ​ໃສ່​ເພື່ອຈຳ​ກັດ​ການ​ລະ​ບາດໄວ​ຣັ​ສ​ໂຄ​ໂຣ​ນາ ໃຫ້ໝົດໄປ ​ຈາກ​ຈີນ​ແຜ່ນ​ດິນ​ໃຫຍ່.

ການ​ລະ​ບາດ​ໂຄວິດ ຢູ່​ທີ່​ນະ​ຄອນ​ຊຽງ​ໄຮ້ ໄດ້​ເລີ້ມເຮັດ​ໃຫ້​ຜູ້​ຄົນທີ່​ມີ​ຜົນ​ເປັນ​ລົບໃນການກວດ​ໂຄວິດ-19 ​ກັບ​ພວກ​ທີ່​ມີ​ຜົນ​ເປັນ​ບວກ ອີງ​ຕາມ​ລາຍ​ງານ​ຂ່າວ.

ອົງ​ການ​ຂ່າວ​ຣອ​ຍ​ເຕີ ລາ​ຍ​ງານ​ວ່າ ຜົນ​ການກວດ​ໂຄວິດ​ຈຳ​ນວນ​ນຶ່ງ​ໄດ້​ສິ້​ນ​ສຸດ​ລົງ ​ຢູ່​ຕາມ​ບັນ​ດາຕຶກ​ອາ​ຄານຄຸ້ມ​ຄົນ​ຢູ່ ​ອີງ​ຕາມກຸ່ມ Wechat.

ຊາວ​ຕ່າງ​ປະ​ເທດ​ຄົນ​ນຶ່ງ ມີ​ບັນ​ຫາ​ການ​ໃນ​ສົ່ງ​ຜົນ​ ການກວດ​ໃສ່ app ຂອງ​ລາວ ແລະ​ຫ້ອງ​ການ​ບໍ​ລິ​ຫານ​ອາ​ຄານ​ຂອງ​ອາ​ພາດ​ເມັນ ໄດ້​ພະ​ຍາ​ຍາມ​ກີດ​ກັ້ນ​ການ​ນຳ​ສົ່ງ​ອາ​ຫານ ​ໄປໃຫ້​ຄອບ​ຄົ​ວ​ຂອງ​ລ​າວ ຢ່າງ​ໜ້ອຍ​ລາວຕ້ອງໄດ້​ແບ່ງ​ປັນ​ຜົນ​ການກວ​ດກັບ​ບັນ​ດາ​ຜູ້​ທີ່​ຢູ່​ອາ​ຄານດຽວ​ກັນ​ກັບ​ລາວ ທີ່​ເປັນ​ການ​ລະ​ເມີດຕໍ່​ສິດ​ສ່ວນ​ໂຕ.

ໃນ​ກໍ​ລະ​ນີ​ຈຳ​ນວນ​ນຶ່ງ ​ຜູ້ຄົນ​ຜູ້​ທີ່​ໄດ້​ຖືກ​ກັກ​ບໍ​ລິ​ເວນບໍ່​ສາ​ມາດ​ເຂົ້າຫາ​ຕຶກ​ອາ​ຄານ​ບ່ອນ​ຢູ່ຂອງ​ເຂົາ​ເຈົ້າ ເວ​ລາ​ໃດ​ທີ່​ເຂົາ​ເຈົ້າຖືກປ່ອຍ​ອອກມາຈາກ​ການ​ກັກໂຕ​ແລ້ວ ຊຶ່ງ​ເປັນ​ການ​ລະ​ເມີດ ​ຕໍ່​ກົດ​ລ​ະບຽບ​ລັດ​ຖະ​ບານ.

Shanghai has announced its first deaths since the omicron version of the coronavirus broke out in the Chinese city in March. The three elderly people who died Sunday all had underlying conditions and were unvaccinated, according to officials.

“After entering hospital, their conditions grew worse and they died after attempts to save them were unsuccessful,” Shanghai Health Commission inspector Wu Ganyu said.

Shanghai’s low death rate from the current outbreak has been questioned by international health officials.

Shanghai’s 26 million residents have been ordered to remain in their homes since early April in response to the surge of new COVID-19 infections largely driven by the highly contagious omicron variant.

The breakthrough of new COVID-19 cases in China is happening despite Beijing’s official “zero COVID” strategy that aims to completely eliminate coronavirus outbreaks across the mainland.

The COVID outbreak in Shanghai has begun pitting COVID-negative people against COVID-positive residents, according to news reports.

A foreign resident had trouble uploading his tests results to his health app and his apartment building’s management attempted to block his family’s food deliveries unless he shared his results with his fellow apartment dwellers, a privacy violation.

In some cases, people who had been placed in quarantine were not able to gain access to their apartments once released from quarantine, a violation of state guidelines.

XS
SM
MD
LG