ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອລົບຈີນ 7 ລໍາ ແລ່ນເຂົ້າໄປ ໃກ້ເກາະນຶ່ງ ຂອງຍີ່ປຸ່ນ


ຍີ່ປຸ່ນກ່າວວ່າ ຕົນໄດ້ສັງເກດເຫັນ ເຣືອລົບຈີນ 7 ລໍາທໍາການເຄື່ອນ ໄຫວຢູ່ໃກ້ກັບເກາະດອນນຶ່ງຂອງຕົນ.
ຍີ່ປຸ່ນກ່າວວ່າ ຕົນໄດ້ສັງເກດເຫັນ ເຣືອລົບຈີນ 7 ລໍາທໍາການເຄື່ອນ ໄຫວຢູ່ໃກ້ກັບເກາະດອນນຶ່ງຂອງຕົນ.
ຍີ່​ປຸ່ນກ່າວ​ວ່າ ຕົນ​ໄດ້​ສັງ​ເກດ​ເຫັນ​ເຮືອ​ລົບ​ຈີນ 7 ລໍາ ຢູ່​ໃກ້​ກັບ
ເກາະນຶ່ງ ຂອງຕົນ ໃນ​ຂະ​ນະ​ທີ່​ຄວາມເຄັ່ງຕຶງລະຫວ່າງປະ​ເທດ
ມະຫາ​ອໍານາດໃນ​ ເຂດ​ເອ​ເຊຍ​ທັງ​ສອງ ​ຍັງດຳ​ເນີນ​ຢູ່​ຕໍ່​ມາກ່ຽວ
ກັບ​ບັນຫາ​ຂັດ​ແຍ້​ງ​ເລື່ອງ ເຂດ​ນໍ້າ​ແດນ​ດິນ ​ຢູ່ທະ​ເລ​ຈີນຕາ
​ເວັນ​ອອກ.


ກະຊວງປ້ອງ​ກັນປະ​ເທດຍີ່ປຸ່ນກ່າວ​ວ່າ ​ເຮືອບິນ​ຍີ່ປຸ່ນ​ ໄດ້​ສັງ​ເກດ​ເຫັນ ບັນດາ​ເຮືອ​ລົບຈີນ​ໃນວັນ​ອັງ​ຄານມື້ນີ້​ປະມານ 50 ກິ​ໂລ​ແມັດຫ່າ​ງຈາກ​ ເກາະ Yonaguni ຊຶ່ງ​ເປັນ​ເກາະ​ທີ່ ຕັ້ງຢູ່ທາງພາກ​ຕາ​ເວັນ​ຕົກສຸດ​ຂອງ ຍີ່ປຸ່ນ.

ກະຊວງປ້ອງ​ກັນປະ​ເທດ​ຍີ່ປຸ່ນ​ກ່າວ​ວ່າ ​ເຮືອ​ລົບຈີນ​ຈຸ​ດັ່ງກ່າວ​ແມ່ນ​ຢູ່ໃນເຂດນອກ​ນ່ານນໍ້າ
ຂອງ​ດິນ​ແດນທີ່​ຍີ່​ປຸ່ນມີ​ສິດ​ບາງ​ຢ່າງພາ​ຍ​ໃຕ້​ກົດ ໝາຍ​ນາໆ​ຊາດ.

ຈີນ ​ໄດ້​ທໍາ​ການສົ່ງບັນດາ​ເຮືອ​ລົບ​ໄປລາດຕະ​ເວນ​ເພີ້ມຂຶ້ນຢູ່​ໃນ​ຂົງ​ເຂດ​ທີ່ຍີ່​ປຸ່ນຄວບ​ຄຸມ ຕັ້ງ​ແຕ່​ເດືອນ​ກັນຍາເປັນ​ຕົ້ນ​ມາເວລາຍີ່​ປຸ່ນໄດ້​ປະກາດ ​ຢຶດ​ເອົ​າ​ໝູ່​ເກາະ ທີ່​ອ້າງ​ກຳມະສິດໂດຍ​ຈີນ. ​ມາ​ຈົນ​ຮອດ​ປັດຈຸບັນ​ນີ້ ກໍ ຍັງ​ບໍ່​ທັນ​ມີການ​ປະ​ທະ​ກັນ​ເກີດ​ຂຶ້ນ​ເທື່ອ.
ໝູ່ເກາະ Senkaku ຫຼື Diaoyu
ໝູ່ເກາະ Senkaku ຫຼື Diaoyu

ໝູ່​ເກາະບໍ່​ມີ​ຄົນ​ຢູ່ອາໄສ ຊຶ່ງໄດ້ຕົກ​ເປັນຈຸດສູນ​ກາງຂອງ​ບັນຫາ​ຂັດ​ແຍ້​ງ ນີ້ຍີ່ປຸ່ນ​ຮ້ອງວ່າ Senkaku ​ແລະ​ຈີນ​ຮ້ອງ​ວ່າ Diaoyu​. ໝູ່​ເກາະ​ເຫລົ່າ ​ນີ້ຫ້ອມ​ລ້ອມໄປ​ດ້ວຍ​ບ່ອນ​ຫາ​ປາ​ທີ່ອຸດົ​ມສົມ​ບູນ​ ​ແລະ​ອາດ​ຈະເປັນ​ບໍ່ພະ ລັງງານຂະໜາດ​ໃຫຍ່​ກໍ​ເປັນ​ໄດ້.

ຍີ່​ປຸ່ນກ່າວ​ວ່າ ຕົນ​ໄດ້​ຊື້ສ່ວນ​ນຶ່ງ​ຂອງ​ໝູ່​ເກາະ​ນີ້ຈາກບັນດາເອກ​ກະ​ຊົນ ຊາວ​ຍີ່ປຸ່ນ​ທີ່​ເປັນ​ເຈົ້າ​ຂອງ​ເພື່ອ​ຮັບປະກັນ​ສະຖຽນ​ລະ​ພາບ. ​ແຕ່​ປັກ​ກິ່ງ ​ໄດ້​ຕອບ​ໂຕ້​ຢ່າງແຮງ ​ໂດຍ​ກ່າວ​ວ່າ ໝູ່​ເກາະ​ເຫລົ່າ​ນີ້ ​ແມ່ນ​ພາກ​ສ່ວນ ນຶ່ງ​ຂອງ “ດິ​ນ​ແດນອັນ​ສັກສິດ” ຂອງ​ເຂົາ​ເຈົ້າມາ​ຕັ້ງ​ແຕ່ສະໄໝດຶກ​ດໍາ​ບັນ​.
XS
SM
MD
LG