ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດໃນເຂດລຸ່ມແມ່ນ້ຳຂອງ ປະເຊີນກັບໄພແຫ້ງແລ້ງ ຢ່າງໜັກໜ່ວງ ໂດຍນັກຊ່ຽວຊານໄທ ຢືນຢັນວ່າ ເປັນຍ້ອນ 11 ເຂື່ອນຂອງຈີນ


ພາບຖ່າຍໃນເດືອນກຸມພາ 2021 ຢູ່ຕາມລຳແມ່ນ້ຳຂອງ ສະແດງໃຫ້ເຫັນສະພາບນ້ຳທີ່ລຸດລົງຢ່າງໜັກ ຍ້ອນການກັກນ້ຳໃນອ່າງເກັບນ້ຳຂອງເຂື່ອນຕ່າງໆຂອງຈີນ ຢູ່ເທິງແມ່ນ້ຳຂອງ.
ພາບຖ່າຍໃນເດືອນກຸມພາ 2021 ຢູ່ຕາມລຳແມ່ນ້ຳຂອງ ສະແດງໃຫ້ເຫັນສະພາບນ້ຳທີ່ລຸດລົງຢ່າງໜັກ ຍ້ອນການກັກນ້ຳໃນອ່າງເກັບນ້ຳຂອງເຂື່ອນຕ່າງໆຂອງຈີນ ຢູ່ເທິງແມ່ນ້ຳຂອງ.

ປະເທດໃນເຂດລຸ່ມແມ່ນ້ຳຂອງປະເຊີນກັບໄພແຫ້ງແລ້ງຢ່າງໜັກໜ່ວງ ໂດຍນັກຊ່ຽວຊານຂອງໄທຢືນຢັນວ່າ ເປັນຍ້ອນ 11 ເຂື່ອນເທິງແນວແມ່ນ້ຳຂອງໃນຈີນ ທີ່ໄດ້ເກັບກັກນ້ຳໄວ້ຢ່າງຫຼວງຫຼາຍ.

ທ່ານນາງສີຣິລັກ ພຶດປິຮິກຸນ ຜູ້ອຳນວນການສຳນັກປະຍຸກແລະບໍລິການພູມິສາລະສົນເທດໃນສັງກັດສຳນັກງານພັດທະນາເທັກໂນໂລຈີອະວະກາດແລະພູມິສາລະສົນເທດແຫ່ງປະເທດໄທ ຢືນຢັນວ່າ ໄພແຫ້ງແລ້ງຢ່າງໜັກໜ່ວງໃນເຂດລຸ່ມແມ່ນ້ຳຂອງໃນປັດຈຸບັນ ເປັນຜົນກະທົບຈາກລະດູການຕາມທຳມະຊາດພຽງສ່ວນນ້ອຍເທົ່ານັ້ນ ເພາະຖ້າຫາກພິຈາະນາສົມທຽບໃນ 5 ປີທີ່ຜ່ານມາພົບວ່າ ໃນປີ 2021 (ພ.ສ. 2564) ນີ້ ມີດັດຊະນີຄວາມຊື້ນໃນລະດັບສູງ ອັນເປັນດັດຊະນີທີ່ບອກວ່າ ປະລິມານນ້ຳທຳມະຊາດບໍ່ໄດ້ເປັນສາເຫດສຳຄັນທີ່ເຮັດໃຫ້ເກີດໄພແຫ້ງແລ້ງໃນເຂດລຸ່ມແມ່ນ້ຳຂອງ ຫາກແຕ່ເປັນຍ້ອນປະລິມານນ້ຳທີ່ລົດລົງຢ່າງໄວວາຈາກການກັກເກັບນ້ຳໄວ້ເປັນສ່ວນຫຼາຍໃນເຂດຕອນເທິງແມ່ນ້ຳຂອງນັ້ນ ດັ່ງທີ່ທ່ານນາງສີຣິລັກ ໄດ້ໃຫ້ການຢືນຢັນວ່າ:

“ຄືຖ້າທຽບກັບປີ 62 ຫັ້ນ ນໍ້າຫຼາຍແທ້ເລີຍ ເກືອບຈະບໍ່ເຫັນຕະກອນດິນ ພໍມາເບິ່ງເດືອນກຸມພາ ປີ 64 ຫັ້ນ ບໍ່ໄດ້ມີຄວາມແຫ້ງແລ້ງຫຼາຍທີ່ສຸດ ຖ້າທຽບຢ້ອນຫຼັງໄປ 5 ປີນີ້ ປີ 60 ກັບ 63 ຍັງຮຸນແຮງກວ່າດ້ວຍຊໍ້າ ປະກອບກັບໂຕດັດຊະນີທີ່ເປັນດັດຊະນີ La Nina ນີ້ ຊຶ່ງມຄວາມຊຸ່ມຊື່ນນີ້ ປາກົດການທຳມະຊາດບໍ່ໄດ້ບອກວ່າ ມັນຈະເກີດປາກກົດການຄວາມແຫ້ງແລ້ງ ມັນບໍ່ໄດ້ເປັນໂຕປັດໄຈໃນການເສີມ.”

ທັງນີ້ ທາງການຈີນໄດ້ລົດການປ່ອຍນ້ຳອອກຈາກເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງໃນເຂດມົນທົນຢູນໜານຂອງຈີນທີ່ມີຢູ່ເຖິງ 11 ໂຄງການນັບຈາກວັນທີ 1 ມັງກອນ 2021 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ທີ່ໄດ້ສົ່ງຜົນກະທົບຢ່າງຮຸນແຮງຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນທັງໃນມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດນາມ ເພາະການລົດການປ່ອຍນ້ຳອອກຈາກເຂື່ອນໄຟຟ້າທັງ 11 ໂຄງການທີ່ຢູ່ເທິງແນວແມ່ນ້ຳຂອງໃນຈີນດັ່ງກ່າວ ໄດ້ເຮັດໃຫ້ເຂດຕອນລຸ່ມຕ້ອງປະເຊີນກັບໄພແຫ້ງແລ້ງຢ່າງໜັກໜ່ວງ ທັງໃນດ້ານປະມົງ ກະສິກຳແລະການເດີນເຮືອ ຮວມເຖິງອາດຈະສົ່ງຜົນກະທົບຕໍ່ເສັ້ນເຂດແດນໃນແມ່ນ້ຳຂອງ ລະຫວ່າງລາວກັບໄທ ທີ່ຍັງບໍ່ທັນໄດ້ຕົກລົງປັກປັນຮ່ວມກັນແຕ່ຢ່າາງໃດອີກດ້ວຍ ດັ່ງທີ່ ທ່ານທີຣະພົງ ໂພໝັ້ນ ຜູ້ອຳນວຍການສະຖາບັນຊຸມຊົນລຸ່ມແມ່ນ້ຳຂອງ ໄດ້ໃຫ້ການອະທິບາຍວ່າ:

“ກໍຢ່າງທີ່ຮູ້ກັນວ່າ ເສັ້ນພົມແດນຂອງໄທກັບລາວຫັ້ນ ກໍຄືຕາມສົນທິສັນຍາທີ່ເຮັດຕັ້ງແຕ່ສະໄໝຝຣັ່ງ ກໍຄືວ່າ ບ່ອນໃດເປັນຮ່ອງເລິກທີ່ສຸດ ນັ້ນຄືເສັ້ນພົມແດນໄທກັບລາວ ແລ້ວທີ່ນີ້ເດ້ ພໍນ້ຳຂອງມັນປ່ຽນ ນ້ຳຈາກເຂື່ອນປ່ຽນເດ້ ຮ່ອງນ້ຳມັນປ່ຽນ ແລ້ວໂຕເສັນພົມແດນ ມັນກໍຍັບໄປຍັບມາ ທັງທີ່ເຮົາກໍຍັງບໍ່ໄດ້ມີການຂີດເສັ້ນຊັດເຈນວ່າ ບ່ອນໃດຄືເສັ້ນພົມແດນ ແລະເຮົາກໍບໍ່ຮູ້ເໝືອນກັນວ່າ ພົມແດນຂອງໄທປັດຈຸບັນກັບລາວຫັ້ນ ມັນປ່ຽນແປງໄປຊ່ຳໃດ.”

ທັງນີ້ ນັບຈາກວັນທີ 1 ມັງກອນ 2021 ເປັນຕົ້ນມາ ທາງການຈີນ ໄດ້ລົດການປ່ອຍນ້ຳອອກຈາກເຂື່ອນໄຟຟ້າຊ່ຽງຮຸ່ງຈາກປະລິມານສະເລ່ຍ 1,200-1,500 ແມັດກ້ອນລົງມາເປັນ 700-800 ແມັດກອນ/ວິນາທີ ຈຶ່ງເຮັດໃຫ້ລະດັບນ້ຳໃນເຂດຕອນລຸ່ມລົດລົງຢ່າງຕໍ່ເນື່ອງ ເຊັ່ນຢູ່ທີ່ສາມຫຼ່ຽມຄຳທີ່ເປັນຊາຍແດນລະຫວ່າງ ມຽນມາ-ລາວ-ໄທ ນັ້ນປາກົດວ່າ ລະດັບນ້ຳໄດ້ລົດຈາກ 3 ແມັດກ້ອນໃນຕົ້ນເດືອນມັງກອນລົງມາເປັນ 1.84 ແມັດເທົ່ານັ້ນ ຊຶ່ງນອກຈາກຈະສົ່ງຜົນກະທົບຕໍ່ການປະມົງແລະກະສິກຳແຄມຝັ່ງຂອງແລ້ວ ກໍຍັງບໍ່ສາາດເດີນເຮືອເພື່ອການຂົນສົ່ງສິນຄ້າ-ໂດຍສານແລະທ່ອງທ່ຽວ ໄດ້ເລີຍອີກດ້ວຍໃນເວລານີ້.

ສ່ວນ ທ່ານທົດສະພົນ ວົງວານ ຜູ້ຊ່ວຍເລຂາທິການສຳນັກງານຊັບພະຍາກອນນ້ຳແຫ່ງຊາດໄທ ຢືນຢັນວ່າ ລັດຖະບານຈີນ ໄດ້ຕົກລົງກັບຄະນະກຳມາທິການແມ່ນ້ຳຂອງ (MRC) ກ່ຽວກັບການໃຫ້ຂໍ້ມູນປະລິມານນ້ຳໃນແມ່ນ້ຳຂອງຕອນເທິງທີ່ຢູ່ໃນຈີນ ນັບແຕ່ເດືອນມັງກອນ 2020 ເປັນຕົ້ນມາ ໂດຍເປັນການລາຍງານໃນຕອນເວລາ 8 ໂມງເຊົ້ນທຸກວັນ ໂດຍສະເພາະການລາຍງານລະດັບນ້ຳໃນເຂື່ອນຊຽງຮຸ່ງ ທີ່ເປັນເຂື່ອນທີ່ປ່ອຍນ້ຳລົງມາໃນເຂດຕອນລຸ່ມນັ້ນ ຖືເປັນຂໍ້ມູນທີ່ສຳຄັນຢ່າງຍິ່ງ ສຳລັບປະເທດທີ່ຢູ່ເຂດຕອນລຸ່ມແມ່ນ້ຳຂອງ ເພາະຈະໄດ້ໃຊ້ຂໍ້ມູນປະລິມນນ້ຳຈາກຈີນດັ່ງກ່າວ ເພື່ອຕຽມພ້ອທໃນການປ້ອງກັນຜົນກະທົບທີ່ເກີດຂຶ້ນໄດ້ທັນກັບສະຖານະການ ຫາກແຕ່ກໍຍັງບໍ່ສາມາດປະຕິບັດໄດ້ຈິງ.

XS
SM
MD
LG