ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພນ້ຳຖ້ວມ ຄັ້ງໃຫຍ່ ສົ່ງຜົນກະທົບ ຕໍ່ຄວາມ ໝັ້ນຄົງ ດ້ານສະບຽງອາຫານ ​ໃນ ສ​ປ​ປ ລາວ


ຊາວ​ບ້ານ​ຄົນ​ນຶ່ງ ກຳ​ລັງ​ມ້ຽນ​ຊາກ​ສົບ​ງົ​ວ ທີ່​ໄດ້​ຮັບ​ຜົນ​ກະ​ທົບ ​ຈາກໄພ​ນ້ຳ​ຖ້ວມ.
ຊາວ​ບ້ານ​ຄົນ​ນຶ່ງ ກຳ​ລັງ​ມ້ຽນ​ຊາກ​ສົບ​ງົ​ວ ທີ່​ໄດ້​ຮັບ​ຜົນ​ກະ​ທົບ ​ຈາກໄພ​ນ້ຳ​ຖ້ວມ.

ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ໝັ້ນ​ຄົງ ​ດ້ານ​ສະ​ບຽງ​ອາ​ຫານຂອງ​ປະ​ຊາ​
ຊົນ​ລາວ​ທົ່ວ​ປະ​ເທດ ໂດຍ​ສະ​ເພາະ​ປະ​ຊາ​ຊົນ​ເມືອງ​ສະ​ໜາມ​ໄຊ ຕ້ອງ​ເພີ່ງ​ພາ​ການ
​ຊ່ວ​ຍເຫຼືອ​ເປັນຫລັກ.

ທ່ານ​ລຽນ​ ທິ​ແກ້ວ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິກຳ ແລະ​ປ່າ​ໄມ້ ຖະ​ແຫຼງ ຍອມ
ຮັບ​ວ່າ​ການ​ຜະ​ລິດ​ເຂົ້າ​ນາ​ປີ​ໃນ​ລະ​ດູ​ຝົນ​ປີ 2018 ນີ້ ຈະ​ບໍ່​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້
ທີ່​ປະ​ລິ​ມານ​ຮວມ 3,550.000 ໂຕນ ແຕ່​ຈະ​ຜະ​ລິດ​ໄດ້​ພຽງ 3,200.000 ໂຕນ​ເທົ່າ​ນັ້ນ
ໂດຍ​ເປັນ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ນັບ ຕັ້ງ​ແຕ່​ກາງ​ເດືອນ​ກໍ​ລະ​ກົດ 2018
ເປັນ​ຕົ້ນ​ມາ ຊຶ່ງ​ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ​ນີ້​ຍັງ​ເຮັດ​ໃຫ້​ສາ​ມາດ​ຄາດ​ໝາຍ​ໄດ້​ວ່າ
ປະ​ຊາ​ຊົນ​ລາວ​ໃນ​ທົ່ວ​ປະ​ເທດ​ຈະ​ຕ້ອງປະ​ເຊີນ​ກັບ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ດ້ານ​ສະ​ບຽງ​
ອາ​ຫານ ແລະ​ເຂົ້າ​ກິນ​ຢ່າງ​ຫລີກ​ລ່ຽງ​ບໍ່​ໄດ້​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ລຽນ ໄດ້​ໃຫ້​ການ​
ຢືນ​ຢັນ​ວ່າ:

“ການ​ຜະ​ລິດ​ລະ​ດູ​ຝົນ​ປີ​ນີ້ ສຳ​ລັບ​ການ​ຜະ​ລິດ​ເຂົ້າ​ນັ້ນ​ຈະ​ບໍ່​ໄດ້​ຕາມ​ແຜນ​ການ 3,550.
000 ໂຕນ ຈະ​ໄດ້​ແຕ່ 3,200.000 ໂຕນ​ເທົ່າ​ນັ້ນ​ ສະ​ເພາະ​ເຂົ້າ​ນ​າ​ປີ ດັ່ງ​ນັ້ນ​ຄາ​ດ​ຄະ
​ເນ​ວ່າ ແຂວງ​ທີ່​ຂາດ​ເຂົ້າ​ຢູ່​ແລ້ວ ສະ​ໜອງ​ເຂົ້າ​ບໍ່​ພຽງ​ພໍ​ໃຫ້​ແກ່​ແຂວງ​ຕົນ​ເອງ ຈະ​ມີ​ການ
​ພົບ​ຂໍ້​ຫຍຸ້ງ​ຍາກ ສ່ວນ​ບັນ​ດາ​ແຂວງ​ພ​າກ​ກາງ​ເຂດລຸ່ມ​ພຽງໃຫຍ່ ເຂດ​ຈຸດ​ສຸມ​ໃນ​ການ​
ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ສະ​ບຽງ​ອາ​ຫານ ແລະ​ຜະ​ລິດ​ກະ​ສິ​ກຳ​ເປັນ​ສິນ​ຄ້າ
​ນັ້ນ ໄດ້​ຮັບ​ຜົນ​ເສຍ​ຫາຍ​ຫຼາຍ​ຢູ່​ ແຕ່​ວ່າເຂົາ​ເຈົ້າ​ກໍ​ສາ​ມາດ​ກຸ້ມ​ຕົນ​ເອງ​ໄດ້​ເພາະ​ວ່າ​ໄດ້​
ມີ​ສະ​ສົມ​ແຮ​ຮອງໄວ້​ແດ່​ແລ້ວ.”

ໂດຍ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ໄດ້​ເຮັດ​ໃຫ້​ເຂົ້າ​ນາ​ປີເສຍ​ຫາຍ​ຢ່າງ​ສິ້ນ​ເຊີງ​ໃນ​ເນື້ອ​ທີ່ 114,
434 ເຮັກ​ຕາ ຄິດ​ເປັນ 15 ເປີ​ເຊັນ​ຂອງ​ນາ​ປີທີ່​ປັກ​ດຳ​ໄດ້​ແລ້ວ 768,400 ເຮັກ​ຕາ
ຂະ​ນະ​ທີ່​ແຜນ​ການ​ໄດ້​ວ​າງ​ເປົ້າ​ໝາຍ​ການ​ປັກ​ດຳ​ເຂົ້າ​ນາ​ປີ ​2018 ໃຫ້​ໄດ້​ເຖິງ 817,
800 ເຮັກ​ຕາ ພ້ອມ​ກັນ​ນີ້ກະ​ເສດ​ຕະ​ກອນລາວ​ຢັງ​ໄດ້ ​ສູ​ນ​ເສຍ​ສັດ​ລ້ຽງ​ໄປ​ຫຼາຍ​ໝື່ນ​
ໂຕ​ອີກ​ດ້ວຍ​ກໍ​ຄື ງົວ 13,500 ໂຕ ຄວາຍ 5,871 ໂຕ ໝູ 2,778 ໂຕ ແບ້ 680 ໂຕ
ສັດ​ປີກ 34,780 ໂຕ ໜອງ​ປາ 1,887 ໜອງ ສວນ​ຜັກ 5,200 ເຮັກ​ຕາ ແລະ​ຄອງ​
ຊົນ​ລະ​ປະ​ທານ 778 ແຫ່ງ ເສຍ​ຫາຍ​ໄປ​ຢ່າງ​ສິ້ນ​ເຊີງ​ນັ້ນ ຍອມ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​
ການ​ປູກ​ເຂົ້າ​ນາ​ແຊງ​ອີກ​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ປະ​ຊາ​ຊົນ​ຢູ່​ເມືອງ​ສະ​ໜາມ​ໄຊ
ແຂວງ​ອັດ​ຕະ​ປື ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ຈາກ
​ເຂື່ອນ​ເຊ​ປຽນ ເຊ​ນ້ຳ​ນ້ອຍ​ແຕກ​ນັ້ນ ນອກ​ຈາກ​ພວກ​ເຂົາ​ເຈົ້າ​ຈະ​ບໍ່​ສາ​ມາດ​ປູກ​ພືດ​
ໄດ້​ຕາມ​ປົກ​ກະ​ຕິ​ແລ້ວ ກໍ​ຍັງຈະ​ຕ້ອງ​ເຜິ່ງ​ພາ​ການ​ຊ່ວຍ​ເຫຼືອ​ຈາກ​ພາກ​ສ່ວນ​ອື່ນໆ
ໃນ​ທຸກ​ດ້ານ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ກູ້​ໄພ​ຂອງ​ອົງ​ການ UNICEF ໃນ​ລາວ​ໄດ້​ໃຫ້​
ການ​ຢືນ​ຢັນ​ວ່າ:

“ພວກ​ເຮົາ​ກະ​ໄດ້​ມີ​ແຜນ​ການ​ຊຸກ​ຍູ້​ສົ່ງ​ເສີມ​ການ​ປູກ​ພືດ​ອາ​ຍຸ​ສັ້ນ ເປັນ​ຕົ້ນ​ແມ່ນ ​
ສາ​ລີ ລ້ຽງ​ສັດ ສາ​ລີ​ຫວານ ຈຳ​ພວກ​ພຶດຕະ​ກຸນ​ຖົ່ວ ພືດ​ຜັກ​ໃນ​ເຂດ​ທີ່​ມີລະ​ບົບ​ຊົນ​
ລະ​ປະ​ທານ​ຄື ເມືອງ​ໄຊ​ເສດ​ຖາ ເມືອງ​ສາມັກ​ຄີ​ໄຊ ເມືອງ​ຊານ​ໄຊ ເມືອງ​ພູ​ວົງ ເພື່ອ​
ສູ້​ຊົນ​ເຮັດການ​ຜະ​ລິດ​ລະ​ດູ​ແລ້ງ ແນ​ໃສ່​ຍົກ​ສະ​ມັດ​ຖະ​ພາບ​ຜົນ​ຜະ​ລິດ​ໃຫ້​ໄດ້​ສູງ​
ເພື່ອ​ຮັບ​ໃຊ້​ຢູ່​ໃນ​ເມືອງ​ຂອງ​ຕົນ​ເອງ​ໃຫ້​ພຽງ​ພໍ ແລະ​ເອົາ​ໄປ​ສະ​ໜອງ​ໃຫ້​ເມືອງ
​ສະ​ໜາມ​ໄຊ.”

ທັງ​ນີ້​ລັດ​ຖະ​ບານ​ລາວ​ໄດ້​ວາງ​ເປົ້າ​ໝາຍ​ຈະ​ຊຸກ​ຍູ້ການ​ຜະ​ລິດ​ເຂົ້າ​ໃນ​ຕະ​ຫລອດ​ປີ
2018 ນີ້​ໃຫ້​ໄດ້ 4.2​2 ລ້ານ​ໂຕນ​ ໂດຍ​ການ​ຂະ​ຫຍາຍ​ເນື້​ອ​ທີ່ ປູ​ກ​ເຂົ້າ​ໃຫ້​ໄດ້​ກວ່າ
​ກວ່າ​ 1 ລ້ານ​ເຮັກ​ຕາ ແລະ​ໃຫ້​ມີ​ສະ​ມັດ​ຖະ​ພາບ 4.2 ໂຕນ​ຕໍ່​ເຮັກຕາ ຊຶ່ງ​ແບ່ງ​ເປັນ​
ຜະ​ລິດ​ເຂົ້າ​ນາ​ແຊງ 475,600 ໂຕນ ເຂົ້າ​ນາ​ປີ 3,553,000 ໂຕນ​ ແລະ​ເຂົ້າ​ໄຮ່ 2
ແສນ​ໂຕນ ໂດຍ​ຄາດ​ວ່າ​ປະ​ຊາ​ຊົນ​ລາວ​ຈະ​ຕ້ອງ​ການ​ບໍ​ລິ​ໂພກ​ເຂົ້າ​ໃນ​ປະ​ລິ​ມານ​ຮ່ວມ
ກວ່າ 2.7 ລ້ານ​ໂຕນ ແລະ​ສະ​ໜ​ອງ​ໃຫ້​ອຸດ​ສາ​ຫະ​ກຳ​ແປ​ຮູບ 6 ແສນ​ໂ​ຕນ ທັງ​ຍັງ​ເກັບ
​ໄວ້​ໃນ​ຄັງ​ແຮ່​ສຸກ​ເສີນ​ອີກ 4 ແສນ​ໂຕນ ແລະ​ສົ່ງ​ອອກໄປ​ຕ່າງ​ປະ​ເທດ 4 ແສນ​ໂຕນ
​ຫາກ​ແຕ່​ດ້ວຍ​ຜົນທົບ​ຈາ​ກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ຍອມ​ຈະ​ເຮັດ​ໃຫ້​ບໍ່​ສາ​ມາດ​ບັນ​ລຸ​
ເປົ້າ​ໝາຍ​ດັ່ງ​ກ່າວ​ຢ່າງ​ແນ່ນອນ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂອງ​ອົງ​ການ​ອາ​ຫານ ແລະ​ການ​ກະ​ເສດ ແຫ່ງ​ສະ​ຫະ​ປະ​ຊາ​
ຊາດ (FAO) ສຳ​ນັກ​ງານ​ທີ່​ບາງກອກ ປະ​ເທດ​ໄທ ກໍ​ເປີດ​ເຜີຍ​ວ່າ FAO ໄດ້​ປະ​ເມີນ
​ເບື້ອງຕົ້ນ​ວ່າ ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ລາວ ເຮັດ​ໃຫ້​ເກີດ​ການ
​ເສຍ​ຫາຍ​ຫຼາຍ​ກວ່າ 1,800 ຕື້​ກີບ ໃນ​ນີ້​ພາກ​ກະ​ສິ​ກຳ​ເສຍ​ຫາຍ 1,260 ຕື້ກີບ ແລະ
​ການ​ທີ່​ຈະ​ຮັບ​ປະ​ກັນ​ໃຫ້​ໄດ້​ວ່າ ປະ​ຊ​າ​ຊົນ​ລາວ​ຈະ​ບໍ່​ຂາດ​ສະ​ບຽງ​ອາ​ຫານ​ໃນ​ປີ
2019 ກໍ​ຍັງ​ຈະ​ຕ້ອງ​ຊຸກ​ຍູ້​ການ​ປູກ​ພືດ​ລະ​ກູ​ແລ້ງ​ໃຫ້​ໄດ້​ໃນ​ພື້ນ​ທີ່ 185,000 ເຮັກ​ຕາ
​ອີກ​ດ້ວຍ.

XS
SM
MD
LG