ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 19 ຄົນເສຍຊີວິດ ຈາກເຫດ ເຂື່ອນແຕກ ໃນ ລາວ


ຊາວບ້ານຫອມເຄື່ອງຂອງໆເຂົາເຈົ້າ ໃນເວລາທີ່ການອົບພະຍົບ ອອກຈາກພື້ນທີ່ ຫຼັງຈາກເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ ໃນແຂວງ ອັດຕະປື. 24 ກໍລະກົດ, 2018.
ຊາວບ້ານຫອມເຄື່ອງຂອງໆເຂົາເຈົ້າ ໃນເວລາທີ່ການອົບພະຍົບ ອອກຈາກພື້ນທີ່ ຫຼັງຈາກເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ ໃນແຂວງ ອັດຕະປື. 24 ກໍລະກົດ, 2018.

ມີການຢືນຢັນວ່າ ປະຊາຊົນຢ່າງໜ້ອຍ 19 ຄົນ ໄດ້ເສຍຊີວິດ ຍ້ອນໄພຫາຍານະຈາກ
ເຂື່ອນແຕກ ໃນພາກໃຕ້ຂອງ ລາວ ເມື່ອວັນຈັນທີ່ຜ່ານມາ ເຊິ່ງໄດ້ເຮັດປະຊາຊົນທີ່ອາ
ໄສຢູ່ໃນທ້ອງຖິ່ນຫຼາຍພັນຄົນບໍ່ມີທີ່ຢູ່ອາໄສ ແລະ ຫຼາຍອີກຮ້ອຍຄົນໄດ້ຫາຍສາບສູນ.

ເຂື່ອນເຊປຽນ-ເຊນໍ້ານ້ອຍ ໄດ້ພັງລົງໃນແຂວງອັດຕະປືໃນຕອນແລງຂອງວັນຈັນທີ່
ຜ່ານມາ, ໄດ້ສົ່ງນໍ້າຫຼາຍເຖິງ 5 ພັນລ້ານແມັດກ້ອນເຂົ້າສູ່ເມືອງຕ່າງໆ, ພັດເອົາເຮືອນ
ຫຼາຍຮ້ອຍຫຼັງ ແລະ ປະຊາຊົນຫຼາຍພັນຄົນບໍ່ມີບ່ອນຢູ່ອາໄສ.

ອົງການຂ່າວສານປະເທດລາວ ຂອງລັດຖະບານ ໄດ້ຕັ້ງຕົວເລກຂອງຜູ້ທີ່ບໍ່ມີບ່ອນຢູ່
ອາໄສໃນລຸ່ມແມ່ນໍ້າຂອງເຂື່ອນ, ເຊິ່ງຕັ້ງຢູ່ປະມານ 550 ກິໂລແມັດທາງໃຕ້ຂອງນະ
ຄອນຫຼວງ ວຽງຈັນ, ທີ່ 6,600 ຄົນ.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ໄດ້ສັ່ງທີມກູ້ໄພສຸກເສີນໃຫ້ເດີນທາງໄປ
ປະເທດ ລາວ ເພື່ອຊ່ວຍເຫຼືອໃນພາລະກິດກູ້ໄພ. ສອງບໍລິສັດຈາກ ເກົາຫຼີໃຕ້, ຊື່ວ່າ
ບໍລິສັດກໍ່ສ້າງ ແລະ ວິສະວະກຳ SK (SK Engineering and Construction) ກັບ
ບໍລິສັດພະລັງງານຕາເວັນຕົກ ເກົາຫຼີ (Korea Western Power,) ແມ່ນມີສ່ວນຮ່ວມ
ຢູ່ໃນໂຄງການກໍ່ສ້າງເຂື່ອນທີ່ສາມາດຜະລິດພະລັງງານໄດ້ 410 ເມກະວັດ, ພ້ອມ
ກັບບໍລິສັດຖືຫຸ້ນຜະລິດໄຟຟ້າ ຣາດຊະບູຣີ ຂອງ ໄທ, ແລະ ວິສາຫະກິດຖືຫຸ້ນລາວ.

ເຂື່ອນເຊປຽນ-ເຊນໍ້ານ້ອຍ ທີ່ມີກຳນົດຈະສຳເລັດການກໍ່ສ້າງໃນປີໜ້າ ຄາດວ່າມີມູນ
ຄ່າການກໍ່ສ້າງປະມານ 1 ພັນລ້ານໂດລາ.

ພຽງບໍ່ເທົ່າໃດຊົ່ວໂມງ ກ່ອນໄພພິບັດໄດ້ເກີດຂຶ້ນ ໃນຕອນທ່ຽງຄືນຂອງວັນຈັນນັ້ນ,
ທາງສະມາຄົມຫຸ້ນສ່ວນດັ່ງກ່າວ ກໍໄດ້ເຕືອນ ໃນໜັງສືສະ ບັບນຶ່ງວ່າ ນໍ້າຫຼາຍລ້ານໂຕນ
ຈະໄຫຼລົງໃນແມ່ນໍ້າເຊປຽນ ຖ້າເຂື່ອນທີ່ເປັນອັນຕະລາຍນັ້ນ ຫາກບໍ່ສາມາດຮັບປະລິ
ມານນ້ຳໄວ້ໄດ້.

ທ່ານນາງ ມໍຣີນ ແຮຣິສ, ຜູ້ອຳນວຍການພະແນກເອເຊຍຕາເວັນອອກ ສຽງໃຕ້ ຂອງ
ອົງການແມ່ນໍ້າສາກົນ ໄດ້ກ່າວຕໍ່ວີໂອເອວ່າ, “ແລະ ພາຍໃນເວລາບໍ່ເທົ່າໃນຊົ່ວໂມງ
ທີ່ໜັງສືສະບັບນີ້ໄດ້ເຕືອນອອກມາໃນຕອນແລງນັ້ນ, ແທ້ຈິງແລ້ວເຂື່ອນກໍໄດ້ແຕກແທ້.
ສະນັ້ນມັນຈຶ່ງເປັນທີ່ຈະແຈ້ງວ່າ ລະບົບເຕືອນໄພປາກົດວ່າແມ່ນບໍ່ພຽງພໍ ແລະ ປາ
ກົດວ່າຈະຊ້າເກີນໄປ ສຳລັບພວກປະຊາຊົນຫຼາຍຄົນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG