ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

75 ປີ ຂອ​ງວັນ​ຄົບ​ຮອບ ການ​ປົດ​ປ່ອຍ ​ນັກ​ໂທດ​ໃນຄ້າຍ​ຄາດ​ຕະ​ກຳ​ໝູ່ ອັອ​ສວິ​ຕ​ສ໌ ຂອງ​ເຢຍ​ຣະ​ມັນ


ອະ​ດີດ​ນັກ​ໂທດ ທ່ານ​ສະ​ແຕນ​ສ​ຳ ຊາ​ລູ​ສ​ກີ ເຂົ້າ​ຮ່ວ ວັນ​ຄົບ​ຮອບ ການ​ປົດ​ປ່ອຍຈ​າກ​ສູນ​ຄ​າດ​ຕະ​ກຳ​ໝູ່​ ອັອດ​ສວິ​ຕ​ສ໌ ແລະ​ເບີ​ເຂນ​ໂນ ຂອງ​ພວກ​ນາ​ຊີ​ເຢຍ​ຣະ​ມັນ ຄັ້ງ​ທີ 7​4, ໃນ​ເມືອງ​ໂອ​ສ​ໄວ​ຊິມ ຂອງ​ໂປ​ແລນ, ວັນ​ທີ 27 ​ມັງ​ກອນ 2019. ວັນ​ຄົບ​ຮອບ ຄັ້ງ​ທີ 75th ແມ່ນ​ວັນ​ຈັນ​ນີ້.
ອະ​ດີດ​ນັກ​ໂທດ ທ່ານ​ສະ​ແຕນ​ສ​ຳ ຊາ​ລູ​ສ​ກີ ເຂົ້າ​ຮ່ວ ວັນ​ຄົບ​ຮອບ ການ​ປົດ​ປ່ອຍຈ​າກ​ສູນ​ຄ​າດ​ຕະ​ກຳ​ໝູ່​ ອັອດ​ສວິ​ຕ​ສ໌ ແລະ​ເບີ​ເຂນ​ໂນ ຂອງ​ພວກ​ນາ​ຊີ​ເຢຍ​ຣະ​ມັນ ຄັ້ງ​ທີ 7​4, ໃນ​ເມືອງ​ໂອ​ສ​ໄວ​ຊິມ ຂອງ​ໂປ​ແລນ, ວັນ​ທີ 27 ​ມັງ​ກອນ 2019. ວັນ​ຄົບ​ຮອບ ຄັ້ງ​ທີ 75th ແມ່ນ​ວັນ​ຈັນ​ນີ້.

ສຳ​ລັບ ພວກ​ທີ່​ອຶດ​ຫິວ ແລະ​ເຈັບ​ປ່ວຍ ຈຳ​ນວນ 7,000 ຄົນ ທີ່​ເປັນ​ນັກ​ໂທດ​ຢູ່​ໃນ​ສະ​ຖານ​ທີ່​ຄາດ​ຕະ​ກຳ​ໝູ່ ທີ່​ມີ​ຊື່​ສຽງ​ເນົ່າ​ເໝັນ​ທີ່​ສຸດ​ຂອງ​ໂລກ ເມື່ອ​ວັນ​ທີ 27 ເດືອນ​ມັງ​ກອນ ປີ 1945 ນັ້ນ ໄດ້​ເປັນມື້ແຫ່ງ​ການ​ປ່ຽນ​ແປງ​ໃນຊີ​ວິດ​ຂອງ​ພວກ​ເຂົາ​ເຈົ້າ.

ມັນ​ໄດ້​ເປັນ​ວັນ ທີ່​ພວກ​ທະ​ຫານ​ຂອງ​ຣັດ​ເຊຍ ​ໄດ້​ເຂົ້າ​ໄປ​ປົດ​ປ່ອຍ​ພວກ​ນັກ​ໂທດ​ທັງຫຼາຍ​ທີ່​ຍັງ​ເຫຼືອ ຢູ່ທີ່​ຄ້າຍ​ໃນ​ເມືອງ​ອັອ​ສວິ​ຕ​ສ໌ ຜູ້​ທີ່​ຕົກ​ຄ້າງ ໃນ​ເວ​ລາ​ທີ່​ພວກ​ນັກ​ໂທດ​ຈຳ​ນວນ 56,000 ຄົນ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ ໄດ້​ຖືກ​ສົ່ງ​ໄປຕາມ​ຄວາມໝາຍ​ຂອງ​ຊື່​ທີ່​ວ່າ “ການ​ເດີນ​ສູ່​ຄວາມ​ຕາຍ ຫຼື death marches” ​ໃນຂົງ​ເຂດ​ກ້ຳ​ຕາ​ເວັນ​ຕົກ ​ຂອງ​ເຢຍ​ຣະ​ມັນ.

ລວມ​ຢູ່​ໃນ​ກຸ່ມພວກ​ທີ່​ຖືກ​ຊ່ອຍກອບ​ກູ້​ຊີ​ວິດ​ມາ​ໄດ້ ຊຶ່ງ​ບໍ່​ໜ້າ​ຈະ​ເປັນ​ແນວນັ້ນ ເພາະ​ການ​ທີ່​ພວກ​ເຂົາ​ເຈົ້າຖືກ​ຊ່ອຍ​ຊີ​ວິດ ກໍ​ເພາະ​ວ່າ ພວກ​ເຂົາ​ເຈົ້າ​ເຈັບ​ປ່ວຍ​ໜັກຫຼາຍ​ທີ່​ຈະ​ລອດ​ຊີ​ວິດ​ມາ​ໄດ້ ຈ​າກ​ການ​ເດີນ​ໄປ​ສູ່​ຄວາມ​ຕາຍ​ດັ່ງ​ກ່າວນັ້ນ ກໍ​ມີ ທ່ານ​ປ​ຣີ​ໂມ ລີ​ວາຍ ແລະ​ທ່ານ​ວິກ​ເຕີ ແຟັ​ຣກ​ໂກ​ລ ທັງ​ສອງ​ທ່ານນີ້ ໄດ້​ກາຍເປັນ​ນັກ​ຂຽນ ຫຼັງ​ຈາກນັ້ນ​ມາ ທີ່​ຮູ້​ຈັກ​ກັນ​ດີ ໃນ​ການ​ຂຽນ​ບົດ​ສະ​ທ້ອນ​ທີ່​ປຸກເລົ້າ​ຮູ້​ສຶກ​ຂອງ​ພວກ​ເຂົາ​ເຈົ້າ ກ່ຽວ​ກັບ​ສິ່ງ​ທີ່ເປັນ​ຄວາມ​ໝາຍຂອງການ​ເປັນ​ມະ​ນຸດ. ພ້ອມ​ກັນ​ນັ້ນ​ຄອຍ​ຖ້າ​ຢູ່​ທີ່ນັ້ນ ກໍ​ແມ່ນທ່ານ​ ອໍ​ໂຕ ແຟັ​ຣກ ພໍ່​ຂອງ​ທ່ານ​ນາງ ແອນ ແຟ​ຣັກ ຜູ້​ທີ່​ໄດ້​ຂຽນ​ບັນ​ທຶກ​ປະ​ຈຳ​ວັນ ແລະ​ເປັນ​ບຸກ​ຄົນ​ຜູ້ທີ່ໄດ້​ນຳ​ເອົາ​ບົດ​ຂຽນບັນ​ທຶກ​ຊີ​ວິດ​ປະ​ຈຳ​ວັນໃນ​ການ​ຫລົບ​ລີ້ຂອງ​ທ່ານນນາງ ຢູ່​ໃນ​ນະ​ຄອນ​ແອມ​ສ​ເຕີ​ແດມ ນັ້ນ ມາ​ພິມ​ອອກ​ເຜີຍ​ແຜ່. ປຶ້ມ​ຫົວ​ນີ້ ດຽວນີ້ ເປັນ​ນຶ່ງ​ໃນ​ບົດ​ຄວາມ​ຊົງ​ຈຳ ທີ່​ຮູ້​ຈັກ​ກັນຫຼາຍ​ທີ່​ສຸດ​ໃນ​ໂລກ.

ໃນ​ມື້ນີ້ ຖ້າ​ມັນ​ບໍ່​ແມ່ນ​ຍ້ອນ​ພວກ​ລາງ​ລົດ​ໄຟ​ແລ້ວ ພວກເຮືອນ​ທະ​ຫານ​ທີ່​ເພ​ພັງ ແລະ​ຢູ່​ດ້ານ​ຫລັງ ທີ່​ເຕັມ​ໄປ​ດ້ວຍ​ພວກຫຼັກ​ເສົາ​ຮົ້ວ​ສູງ​ທີ່​ຍຶດ​ຕິດ​ດ້ວຍ​ເສັ້ນ​ໜາມ​ໝາກ​ຈັບ ມັນ​ອາດ​ເປັນ​ໄປ​ບໍ່​ໄດ້​ເລີຍ​ທີ່​ຈະ​ລືມ​ຄວາມ​ທຸກ​ທໍ​ລະ​ມານ​ແລະ​ການ​ສັງ​ຫານ​ໝູ່ ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ທີ່​ຄ້າຍ​ອັອ​ສວິ​ຕ​ສ໌. ອາ​ນຸ​ສາ​ວະ​ລີ​ອັອ​ສວິ​ຕ​ສ໌ ແມ່ນ​ຕັ້ງ​ຢູ່ ກ້ຳ​ຕາ​ເວັນອອກ ​ ຂອງເມືອງ​ຄ​ຣາ​ຄອບ​ໃນໂປ​ແລນ ປະ​ມານ 70 ກິ​ໂລ​ແມັດ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

For some 7,000 starved and sick prisoners in the world's most notorious mass-murder site, January 27, 1945 was a life-changing day.

It was the day Russian soldiers liberated the remaining prisoners of Auschwitz, left behind when ca. 56,000 healthier inmates were sent on aptly named "death marches" west toward German territory.

Among those rescued ironically, saved because they were too ill to survive a march were Primo Levi and Victor Frankl, both writers later known for their stirring reflections on what it means to be human. Also waiting there was Otto Frank, the father of diarist Anne Frank, and the person who ushered her diary of life in hiding in Amsterdam into publication. The book is now one of the best-known memoirs in the world.

Today, if it weren't for the railroad tracks, the ruins of barracks, and the stern, overbearing presence of the high barbed wire fences, it might be possible to forget the misery and mass executions that took place at the Auschwitz. The Auschwitz Memorial is located some 70 kilometers east of Krakow, Poland.

XS
SM
MD
LG