ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຢ່າງນ້ອຍ 17 ຄົນ ​​ເສຍ​ຊີວິດ ​ຈາກໄຊ​ໂຄລນ ​ໄພລິນ ທີ່ພັດຖະຫລົ່ມອິນເດຍ (ສະໄລດ໌/ວີດີໂອ)


ຄື້ນຟອງຍັກໃຫຍ່ຂອງໄຊ​ໂຄລນ ​ໄພລິນ ທີ່ພັດເຂົ້າປະທະ ຝັ່ງທະເລຂອງອິນເດຍ, ວັນທີ 12 ຕຸລາ 2013.
ຄື້ນຟອງຍັກໃຫຍ່ຂອງໄຊ​ໂຄລນ ​ໄພລິນ ທີ່ພັດເຂົ້າປະທະ ຝັ່ງທະເລຂອງອິນເດຍ, ວັນທີ 12 ຕຸລາ 2013.
ບັນດາ​ປະຊາຊົນ​ຜູ້​ທີ່​ອາ​ໄສ​ຢູ່ຕາມ​ຊາຍ​ຝັ່ງ​ທະ​ເລ​ກໍ້າ​ຕາ​ເວັນ​ອອກ​
ຂອງ​ປະ​ເທດ​ອິນ​ເດຍ ທີ່​ໄດ້​ອົບ​ພະຍົບຫລົບ​ໜີ ​ເພື່ອ​ເອົາ​ຊີວິດ
ລອດ ຈາກພາຍຸໄຊ​ໂຄລນ ທີ່​ຮ້າຍ​ແຮງ​ທີ່​ສຸດ ​ໃນ​ຮອບ 14 ປີນັ້ນ
​ໄດ້​ເລີ່​ມພາກັນທະຍອຍ​ກັບ​ຕ່າວຄືນເຮືອນ​ຊານ​ບ້ານ​ຊ່ອງ​ ແລະ​
ຫ້າງ​ຮ້ານ​ທຸລະ​ກິດຂອງ​ພວກ​ເຂົາ​ເຈົ້າ ທີ່​ຖືກ​ຫັກ​ພັງ​ເສຍ​ຫາຍ
​ນັ້ນແລ້ວ ​ໃນ​ວັນ​ຈັນ​ມື້​ນີ້.

ໄຊ​ໂຄລນ ​ໄພລິນ ​ໄດ້​ເຂົ້າ​ປະ​ທະ​ຝັ່ງ ​ໃນ​ແລງ​ວັນເສົາ​ແລ້ວ​ນີ້
ພ້ອມ​ກັບ​ລົມ​ແຮງ​ໃນຄວາມ​ໄວ ຫຼາຍ​ກວ່າ 200 ກິ​ໂລ​ແມັດ​ຕໍ່​
ຊົ່ວ​ໂມງ. ມີປະຊາຊົນຫຼາຍ​ 10 ລ້ານ​ຄົນທີ່​ອາ​ໄສ​ຢູ່​ໃນເສ້ນ​ທາງ​
ຂອງໄຊ​ໂຄລນລູກ​ນີ້ ໃນ​ລັດ Orissa ​ແລະ AndhraPradesh ທີ່ຢູ່​ຕິດ​ກັນ​ນັ້ນ.

ເຊື່ອ​ກັນ​ວ່າ ການ​ຍົກຍ້າຍ​ຜູ້​ຄົນເກືອບ​ລ້ານ​ຄົນ ກ່ອນ​ພາຍຸ​ໄຊ​ໂຄລນ​ໄປ​ຮອດນັ້ນ ໄດ້ຊ່ອຍ​
ຫຼຸດຈໍານວນ​ຂອງ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ລົງ. ທາງ​ການ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຊາບ​ວ່າ ມີຜູ້
ເສຍ​ຊີວິດ 17 ຄົນ ​ແຕ່​ກໍ​ເຕືອນ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ ​ອາດຈະ​ເພີ່ມ​ຂຶ້ນ.


​ເຈົ້າ​ໜ້າ​ທີ່ຕໍາຫລວດ​ຂັ້ນ​ສູງ​ຄົນ​ນຶ່ງ ຂອງ​ເຂດທີ່​ຖືກ​ກະທົບ​ແຮງ​ທີ່​ສຸດ​ໃນ​ລັດ Orissa ​ກ່າວ
ວ່າ ຄວາມ​ເສຍ​ຫາຍຕໍ່​ຊັບ​ສິນ​ນັ້ນ​ແມ່ນມີຂອບ​ເຂດ​ກ້ວາງ​ຂວາງ ​ແຕ່​ວ່າການບາດ​ເຈັບ​ລົ້ມ​
ຕາຍ ​ຖື​ວ່າ​ໜ້ອຍ.

ໄຊ​ໂຄລນໄພລິນ ໄດ້​ທໍາລາຍເຂົ້າຂອງ​ຜົນລະປູກ ​ ​ໃນ​ມູນຄ່າຫຼາຍ​ຮ້ອຍ​ລ້ານ​ໂດ​ລ່າ ​ແລະ​
ລົມແຮງຂອງ​ພາຍຸ​ໄດ້​ເຮັດ​ໃຫ້​ ລະບົບ​ໄຟຟ້າ​ແລະ​ການຄົມມະນາຄົມ ຫຼົ້ມ​ແຫຼວ ​ເສຍຫາຍ ​
ໃຊ້​ການ​ບໍ່​ໄດ້ ພ້ອມ​ທັງ​ໂຄ່ນ​ລົ້ມ​ຕົ້ນ​ໄມ້ ​ແລະ​ເຮັດ​ໃຫ້​ບ້ານ​ເຮືອ​ນ​ແຖຸບ​ຊາຍຝັ່ງທະ​ເລ​ນັ້ນ​
ຫັກ​ພັງເສຍ​ຫາຍ.

INDIA CYCLONE VOSOT.mov
please wait

No media source currently available

0:00 0:01:06 0:00

XS
SM
MD
LG