ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

7 ຄົນເສຍຊີວິດ ໃນລະເບີດສະຫຼະຊີບ ຢູ່ນະຄອນຫຼວງ ແບກແດັດ


ແຜນທີ່ປະເທດ ອີຣັກ.
ແຜນທີ່ປະເທດ ອີຣັກ.

ບັນດາເຈົ້າໜ້າທີ່ ອີຣັກ ກ່າວວ່າ ມືລະເບີດສະຫຼະຊີບຄົນໜຶ່ງໄດ້ລະເບີດຕົນເອງໃນນະ ຄອນຫຼວງ ແບກແດັດ, ເຮັດໃຫ້ 7 ຄົນເສຍຊີວິດ ແລະ 19 ຄົນບາດເຈັບ.

ຍັງບໍ່ມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດ ສຳລັບການລະເບີດໃນ ວັນອາທິດມື້ນີ້ ໃນຄຸ້ມບ້ານ Iskan ຂອງເມືອງທີ່ມີຊາວມຸສລິມນິກາຍ ຊີໄອທ໌ ອາໄສຢູ່ ເປັນສ່ວນໃຫຍ່.

ແນວໃດກໍຕາມ, ກຸ່ມ ລັດອີສລາມ, ກຸ່ມນິກາຍ ຊຸນນີ ໄດ້ພິຈາລະນາວ່າຄຸ້ມບ້ານທີ່ມີຊາວ ຊີໄອທ໌ ອາໄສຢູ່ເປັນສ່ວນໃຫຍ່ນີ້ ເປັນຜູ້ທີ່ຖິ້ມສາສະໜາ ແລະ ໄດ້ແນເປົ້າໝາຍໃສ່ພວກ ເຂົາເຈົ້າຢ່າງເປັນປະຈຳ ດ້ວຍການລະເບີດໃສ່ບໍລິເວນທີ່ມີຄົນລວມກັນຢູ່ໜາແໜ້ນໃນນະ ຄອນຫຼວງ ແບກແດັດ.

ບັນດາກອງກຳລັງ ອີຣັກ ທີ່ໄດ້ຮັບການໜູນຫຼັງໂດຍການໂຈມຕີທາງອາກາດຂອງພັນທະ ມິດ, ໄດ້ຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມມາ ນັບຕັ້ງແຕ່ພວກເຂົາເຈົ້າໄດ້ຍຶດເອົາພື້ນ ທີ່ສ່ວນໃຫຍ່ຂອງ ອີຣັກ ໃນເວລາດົນກວ່າສອງປີທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG