ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

7 ຄົນ ເສຍຊີວິດ ໃນວັນເລືອກຕັ້ງ ຢູ່ ບັງກລາແດັສ (ວີດີໂອ)


ສະຖານປ່ອນບັດ (ໂຮງຮຽນປະຖົມ) ແຫ່ງນຶ່ງ ໃນບັງກລາແດັສ ທີ່
ຖືກທໍາລາຍຈູດເຜົາ ໂດຍຝ່າຍຄ້ານ
ສະຖານປ່ອນບັດ (ໂຮງຮຽນປະຖົມ) ແຫ່ງນຶ່ງ ໃນບັງກລາແດັສ ທີ່ ຖືກທໍາລາຍຈູດເຜົາ ໂດຍຝ່າຍຄ້ານ
ການ​ປ່ອນ​ບັດ​ຢູ່ບັງ​ກລາ​ແດັສ ​ໄດ້​ອັດ​ລົງ​ແລ້ວ ​ເຮັດ​ໃຫ້​ມື້​ແຫ່ງ​ຄວາມ​ຮຸນ​ທີ່ ​ເກີດ​ຂຶ້ນຢູ່​ທົ່ວ​ປະ​ເທດ ​ໃນ​ວັນເລືອກ​ຕັ້ງ ສິ້ນສຸດ​ລົງ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 7 ຄົນ ​ແລະ​ໜ່ວຍ​ປ່ອນ​ບັດ ຫລາ​ຍກວ່າ 120 ​ແຫ່ງ​ໄດ້​ຖືກ​ຈູດ​ເຜົາ ​ໃນ​ລະຫວ່າງ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ໃນວັນ​ອາທິດ​ມື້ນີ້.

ໜັງສືພິມ The Dhaka Tribune ລາຍ​ງານ​ເມື່ອ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ວ່າ ​ເຈົ້າໜ້າ​ທີ່​ດູ​ແລ​ໜ່ວຍ​ປ່ອນ​ບັດ​ເລຶອກຕັ້ງ​ເຂດ Thakurgaon ​ໃນພາກ​ເໜືອ​ຂອງ​ປະ​ເທດ ຖືກ​ທຸບ​ຕີ​ຈົນ​ເຖິງ​ແກ່​ຊີວິດ ຢູ່​ທີ່​ໜ່ວຍ​ປ່ອນ​ບັດດັ່ງກ່າວ.

ມີ​ການ​ສົ່ງ​ທະຫານ​ຫລາຍ​ສິບ​ພັນ​ຄົນ​ເຂົ້າປະຈຳການ​ຢູ່​ໃນ​ທົ່ວ​ປະ​ເທດ ກ່ອນ​ໜ້າການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້ນີ້ ​ແຕ່​ການ​ມີໜ້າ​ຂອງ​ພວກ​ເຂົາ​ເຈົ້າບໍ່​ສາ ມາດ​ທີ່​ຈະສະກັດ​ກັ້ນບໍ່​ໃຫ້ເກີດ​ຄວາມ​ຮຸນ​ແຮງ​ໄດ້.

ພັກ​ຊາດ​ນິຍົມ Bangladesh ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ ໃຫຍ່ສຸດ ​ໄດ້​ຮຽກ ຮ້ອງ​ໃຫ້​ພວກ​ປ່ອນ​ບັດ​ພາກັນ​ຢູ່​ບ້ານ ຍ້ອນ​ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ ການ​ເລືອກ​ຕັ້ງ​ແບບ​ຈອມ​ປອມ ​ໃນ​ຂະນະຜູ້​ສະໝັກຂອງ​ພັກສັນນິບາດ Awami ຊຶ່ງ​ເປັນ​ພັກລັດຖະບານ​ປົກຄອງ​ປະ​ເທດ​ໃນ​ເວລາ​ນີ້ ​ຄາດ​ວ່າ​ ຈະ​ໄດ້​ຮັບໄຊຊະນະ​ ຢ່າງຖ້ວມ​ລົ້ນ ​ໃນ​ຂະນະ ​ທີ່​ພັກດັ່ງກ່າວ​ລົງ​ສະໝັກ​ເລືອກຕັ້ງ ​ໂດຍ​ບໍ່​ມີ​ຄູ່​ແຂ່ງ ຢູ່​ໃນ​ຫລາຍ​ກວ່າ​ເຄິ່ງນຶ່ງ ຂອງ​ເຂດ​ເລືອກ​ຕັ້ງທັງ​ໝົດ ທົ່ວ​ປະ​ເທດ.

ກຸ່ມ​ນັກ​ສັງ​ເກດ​ການ​ລະຫວ່າງ​ຊາດ ປະຕິ​ເສດ​ທີ່​ຈະ​ສົ່ງ​ຄະນະ​ຂອງຕົນ​ໄປ ຕິ​ດຕາມ​ເບິ່ງ​ການ​ເລືອກ​ຕັ້ງ​.

ພັກ​ຝ່າຍ​ຄ້ານ ທີ່​ນໍາ​ໂດຍ​ອະດີດນາຍົກລັດຖະມົນຕີ Khaleda Zia ​ໄດ້​ທວງ​ໃຫ້​ນາຍົກ ລັດຖະມົນຕີ ທ່ານ​ນາງ Sheikh Hasina ລາ​ອອກ ​ແລະ​ມອບອໍານາດ​ໃຫ້​ແກ່​ລັດຖະ ບານ​ຊົ່ວຄາວ ​ເພື່ອ​ກໍາກັບ​ດູ​ແລ​ການ​ເລືອກ​ຕັ້ງ​ດັ່ງກ່າວ. ທ່ານນາງປະຕິ​ເສດ​ທີ່​ຈະລາ​ອອກ ​ໂດຍ​ກ່າວ​ວ່າ ການ​ປະຕິບັດ​ທີ່​ເຄີຍ​ມີ​ມາ​ແບບ​ນັ້ນໄດ້​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ສະຫງົບ​ ທາງການ​ເມືອງ​ມາ​ແລ້ວ.

Bangladesh election
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG