ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຄງການນິວເຄລຍຂອງອີຣ່ານ ໄດ້ຮັບຄວາມລົ້ມແຫຼວ ເມື່ອບ່ອນປະກອບເຄື່ອງແຍກ ນິວເຄລຍ ຖືກໄຟໄໝ້


ພາບຖ່າຍທີ່ເຜີຍແຜ່ອອກມາໃນວັນທີ 2 ກໍລະກົດ, 2020 ໂດຍອົງການປະລາມະນູຂອງອີຣ່ານ ໄດ້ສະແດງໃຫ້ເຫັນພາບຂອງຕຶກ ພາຍຫລັງມັນຖືກໄຟໄໝ້ ຢູ່ໃນໂຮງງານກັ່ນທາດຢູເຣນຽມ Natanz ທີ່ຕັ້ງຢູ່ຫ່າງຈາກນະຄອນເຕຫະຣ່ານ 322 ກິໂລແມັດ
ພາບຖ່າຍທີ່ເຜີຍແຜ່ອອກມາໃນວັນທີ 2 ກໍລະກົດ, 2020 ໂດຍອົງການປະລາມະນູຂອງອີຣ່ານ ໄດ້ສະແດງໃຫ້ເຫັນພາບຂອງຕຶກ ພາຍຫລັງມັນຖືກໄຟໄໝ້ ຢູ່ໃນໂຮງງານກັ່ນທາດຢູເຣນຽມ Natanz ທີ່ຕັ້ງຢູ່ຫ່າງຈາກນະຄອນເຕຫະຣ່ານ 322 ກິໂລແມັດ

ລາຍລະອຽດອັນໃໝ່ ກ່ຽວກັບສະຖານທີ່ນິວເຄລຍຂອງອີຣ່ານ ທີ່ໄດ້ຖືກທໍາລາຍໂດຍໄຟໄໝ້ຢ່າງລຶກລັບ ໄດ້ສະແດງໃຫ້ເຫັນວ່າ ເຫດການໃນວັນພະຫັດວານນີ້ ແມ່ນສ້າງຄວາມລົ້ມແຫຼວໃຫ້ແກ່ຄວາມໄຝ່ຝັນໃນດ້ານນິວເຄລຍທີ່ຍິ່ງໃຫຍ່ກວ່າ ອັນທີ່ເຕຫະຣ່ານໄດ້ຍອມຮັບຢ່າງເປີດເຜີຍນັ້ນຫລາຍ.

ສະຖາບັນດ້ານວິທະຍາສາດ ແລະຄວາມໝັ້ນຄົງສາກົນທີ່ຕັ້ງຢູ່ນະຄອນຫລວງວໍ ຊິງຕັນໄດ້ລະບຸວ່າ ສະຖານທີ່ດັ່ງກ່າວແມ່ນບ່ອນປະກອບເຄື່ອງແຍກນິວເຄລຍ ຢູ່ທີ່ໂຮງກັ່ນເຊື້ອໄຟເນທານຊ໌ (Natanz) ຢູ່ແຂວງອິສຟາຮານຂອງອີຣ່ານ.

ຢູ່ໃນການສົ່ງຂໍ້ຄວາມທາງທວີດເຕີຫລາຍໆຄັ້ງໃນວັນພະຫັດວານນີ້, ສະຖາບັນ ດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງວິທີ ທີ່ຕົນໄດ້ໃຊ້ພາບຂອງຕຶກທີ່ຖືກໄຟໄໝ້ ທີ່ ຖືກເຜີຍແຜ່ອອກກ່ອນໜ້ານັ້ນ ໂດຍອົງການພະລັງງານປະລະມານູຂອງອີຣ່ານ ຫລື AEOI ເພື່ອຊອກຫາຈຸດດັ່ງກ່າວໂດຍໃຊ້ພາບຖ່າຍທາງດາວທຽມຂອງໂລກ Google Earth. ກຸ່ມຄົ້ນຄວ້າກ່າວວ່າ ກ່ອນໜ້ານີ້ຕົນໄດ້ລະບຸວ່າ ຕຶກດັ່ງກ່າວເປັນບ່ອນປະກອບເຄື່ອງແຍກນິວເຄລຍໃນປີ 2017.

ນອກຈາກໄດ້ເຜີຍແຜ່ພາບຂອງຕຶກທີ່ຖືກເສຍຫາຍແລ້ວ, ໂຄສົກຂອງ AEOI ຍັງ ໄດ້ໃຫ້ສໍາພາດກັບນັກຂ່າວໂທລະພາບຢູ່ສະຖານທີ່ດັ່ງກ່າວ, ໂດຍເວົ້າແບບ ວ່າ ມັນບໍ່ມີຫຍັງຫລາຍ ເຫດໄຟໄໝ້ນັ້ນເປັນພຽງ “ເຫດບັງເອີນ” ທີ່ໄດ້ເຮັດໃຫ້ ມີ ຄວາມເສຍຫາຍສ່ວນໃດສ່ວນນຶ່ງແກ່ບ່ອນເຮັດວຽກຢູ່ເທິງໜ້າດິນ ທີ່ທ່ານບອກ ວ່າຍັງກໍາລັງກໍ່ສ້າງຢູ່ນັ້ນ. ທ່ານ ເບຣູສ ຄາມາລແວນດີ (Behrouz Kamalvandi) ຍັງເວົ້າອີກວ່າ ມັນບໍ່ໄດ້ເຮັດໃຫ້ການປະຕິບັດງານ ຂອງເຄື່ອງແຍກນິວເຄລຍ ທີ່ປັ່ນຢູ່ໃຕ້ດິນນັ້ນ ຢຸດສະງັກລົງແຕ່ຢ່າງໃດ.

ທ່ານນາງ ຊາຣາ ເບີຄາດ (Sarah Burkhard), ນັກຄົ້ນຄວ້າຢູ່ສະຖາບັນດັ່ງ ກ່າວ ໄດ້ບອກວີໂອເອວ່າ ພະແນກພາສາເປີເຊຍ ຢູ່ໃນການໃຫ້ສໍາພາດວ່າ “ອີຣ່ານ ຕ້ອງໄດ້ໃຊ້ເວລາອັນດົນນານເພື່ອຈະສ້າງບ່ອນເຮັດວຽກນີ້ໄດ້.” ທ່ານ ຍັງເວົ້າ ອີກວ່າ “ການສ້າງບ່ອນເຮັດວຽກນີ້ໄດ້ເລີ້ມຂຶ້ນໃນປີ 2012 ແລະພວກ ເຂົາເຈົ້າ ສາມາດໄປເຖິງຈຸດທີ່ບອກໄດ້ວ່າເຂົາເຈົ້າສາມາດເລີ້ມການປະຕິບັດງານຢູ່ຫັ້ນໄດ້ໃນປີ 2018.”

ເຄືອຂ່າຍໂທລະພາບຂອງ IRIB ຂອງລັດ ໄດ້ໄປຢ້ຽມເບິ່ງສະຖານທີ່ດັ່ງກ່າວ ທີ່ເອີ້ນຢ່າງເປັນທາງການວ່າ ສູນກາງປະກອບເຄື່ອງແຍກນິວເຄລຍຂອງອີຣ່ານ “Iran Centrifuge Assembly Center” ກ່ອນໜ້າມັນຈະເປີດໃຊ້ງານ ໃນເດືອນມິຖຸນາ ປີ 2018 ນັ້ນ. ວີດິໂອກ່ຽວກັບການຢ້ຽມຊົມຢູ່ ໃນຢູທູບນັ້ນ ສະ ແດງໃຫ້ເຫັນ ນັກຂ່າວຄົນນຶ່ງຂອງໂທລະພາບ IRIB ຍ່າງໄປທົ່ວສະຖານທີ່ດັ່ງ ກ່າວ ຊຶ່ງໄດ້ເປີດເຜີຍໃຫ້ເຫັນສິ່ງທີ່ປາກົດວ່າເປັນເຄື່ອງຈັກໃໝ່ຫລາຍອັນຢູ່ໃນ ຫ້ອງນ້ອຍ ແລະຫ້ອງໃຫຍ່ຫລາຍຫ້ອງ.

“ທ່ານສາມາດເຫັນໄດ້ວ່າມັນເປັນສະຖານທີ່ ທີ່ສະອາດຫລາຍ. ແລະມັນສໍາຄັນ ຫລາຍ. ມັນຕ້ອງສະອາດ,” ນັ້ນຄືຄໍາເວົ້າຂອງທ່ານນາງ ເບີຄາດ. ທ່ານນາງ ກ່າວອີກວ່າ “ທ່ານຍັງສາມາດເຫັນໄດ້ວ່າ ອີຣ່ານມີຄວາມພູມໃຈຫລາຍກ່ຽວກັບ ສະຖານທີ່ທີ່ວ່ານີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG